ຍສໝ - ພາຍໃດຂອບເຂດເວທີປາໄສອະນາຄົດ ASEAN (ASEAN Future Forum - AFF) 2026 ທີ່ໄດ້ຈັດຂຶ້ນຢູ່ທີ່ ຮ່າໂນ້ຍ ໃນວັນທີ 8-9 ມິຖຸນາ, ຫຼາກຫຼາຍທ່ານເອກອັກຄະລັດຖະທູດ ແລະ ນັກການທູດສາກົນ ໄດ້ຕີລາຄາສູງຕໍ່ກັບບົດບາດທີ່ນັບມື້ນັບເປັນເຈົ້າການຂອງ ປະເທດ ຫວຽດນາມ ພາຍໃດການຊຸກຍູ້ການເຈລະຈາ, ຮັດແໜ້ນຄວາມສາມັກຄີພາຍໃດກຸ່ມ ແລະ ການປະກອບສ່ວນເຂົ້າໃສ່ວິວັດທະນາການແຫ່ງການກຳນົດວິໄສທັດການພັດທະນາຂອງ ASEAN ພາຍໃດໄລຍະໃໝ່.
ຍສໝ - ການທີ່ສະພາແຫ່ງຊາດ ຊຸດທີ XVI ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແມ່ນໄດ້ຮັບການຕີລາຄາຈາກຫຼາຍອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດວ່າ ແມ່ນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ຮັບປະກັນຄວາມຕໍ່ເນື່ອງໃນການບໍລິຫານ, ຮັດແໜ້ນຄວາມເຊື່ອໝັ້ນ, ພ້ອມທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ, ການເຊື່ອມໂຍງ ແລະ ຍົກສູງບົດບາດຂອງປະເທດຊາດ ໃນໄລຍະແຫ່ງການພັດທະນາໃໝ່.
ຍສໝ - ໃນໂອກາດກອງປະຊຸມໃຫຍ່ຄັ້ງທີ່ XIV ຂອງພັກກອມມູນິດຫວຽດນາມ, ຫຼາຍອົງການມິດຕະພາບ, ສະມາຄົມ, ສະມາຊິກລັດຖະສະພາ, ແລະ ເພື່ອນມິດສາກົນໄດ້ສົ່ງຈົດໝາຍ, ໂທລະເລກ, ແລະ ຂໍ້ຄວາມຊົມເຊີຍເຖິງສະຫະພັນອົງການມິດຕະພາບຫວຽດນາມ ແລະ ອົງການຈັດຕັ້ງສະມາຊິກ. ຂໍ້ຄວາມເຫຼົ່ານີ້ສະແດງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຮັບຮູ້ຜົນງານການພັດທະນາທີ່ໂດດເດັ່ນຂອງຫວຽດນາມໃນໄລຍະ 40 ປີຂອງການປ່ຽນແປງໃໝ່, ແລະ ຢືນຢັນຄວາມປາຖະໜາທີ່ຈະສືບຕໍ່ຄຽງບ່າຄຽງໄຫຼ່ ແລະ ເພີ່ມທະວີການຮ່ວມມືກັບຫວຽດນາມໃນໄລຍະການພັດທະນາໃໝ່ນີ້.
ຍສໝ - ວັນທີ 2 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເປັນປະທານ ແລະ ສົມທົບກັບອົງການກ່ຽວຂ້ອງ ເພື່ອຈັດຕັ້ງ “ການພົບປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ເພື່ອນມິດສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ”. ທ່ານ ໂດ໋ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ການພົບປະ.
ຍສໝ - ວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນຫຼວງຮ່າໂນ້ຍ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາຮ່າໂນ້ຍ ຈັດຕັ້ງພິທີເປີດງານແຂ່ງຂັນເທັນນິດມິດຕະພາບ 2024. ການເຄື່ອນໄຫວເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດານັກການທູດທີ່ເຮັດວຽກຢູ່ຮ່າໂນ້ຍ ໄດ້ມີໂອກາດພົບປະ,ແລກປ່ຽນກັບພະນັກງານທີ່ເຮັດວຽກງານການທູດປະຊາຊົນ ແລະ ຂະແໜງວັດທະນະທຳ, ກິລາຂອງນະຄອນຫຼວງ.
ຍສໝ - ການປະຕິວັດເດືອນສິງຫາ ຂອງຫວຽດນາມ ປີ 1945 ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດ ຫວຽດນາມ, ສ່ອງແສງໃຫ້ເຫັນເຖິງການຕໍ່ຕ້ານອັນຊອບທຳຂອງຊາດ ຫວຽດນາມ ເພື່ອຕໍ່ຕ້ານສັດຕູຜູ້ຮຸກຮານພາຍນອກ, ເປັນຂີດໝາຍການຫັນປ່ຽນໄປສູ່ຍຸກສະໄໝໃໝ່. ຜ່ານການຄົ້ນຄ້ວາ, ຊອກຮູ້ກ່ຽວກັບປະຫວັດສາດ ຫວຽດນາມ, ບັນດານັກຊ່ຽວຊານ, ນັກຄົ້ນຄ້ວານັບມື້ນັບເຂົ້າໃຈ ແລະ ນິຍົມນັບຖືໄຊຊະນະຂອງຊາວ ຫວຽດນາມ ໃນຂະບວນການປົດປ່ອຍຊາດ.
ຍສໝ - ແຕ່ວັນທີ 7-8 ສິງຫາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ ແລະ ໂທລະເລກອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຈາກເພື່ອນມິດສາກົນໃນເຄືອຂ່າຍຄູ່ຮ່ວມມື.
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ແລ້ວ, ການໂຄສະນາວັດທະນະທຳແມ່ນໜ້າທີ່ສຳຄັນ. ບັນດາອົງການຕາງໜ້າ ປະຈຳ ຝລັ່ງ ໄດ້ມານະພະຍາຍາມປະຕິບັດຫຼາຍກິດຈະກຳ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງ ຫວຽດນາມ ເຖິງເພື່ອນມິດສາກົນ.
ຍສໝ - ເຂົ້າຮ່ວມງານຕະຫຼາດນັດວັດທະນະທຳ ແລະ ອາຫານສາກົນ, ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ທັງເຄື່ອນໄຫວການກຸສົນ, ທັງສົມທົບເຜີຍແພ່ຮູບພາບຂອງປະເທດຊາດ.
ຍສໝ - ເຂົ້າຮ່ວມທ່ອງທ່ຽວຊົມທິວທັດຍາມລະດູບານໃໝ່ມິດຕະພາບ 2024 ໂດຍສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ (HAUFO), ກົມທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບເມືອງ ຊອກເຊິນ ໃນຕອນເຊົ້າວັນທີ 9 ມີນາ, ບັນດາເອກອັກຄະລັດຖະທູດ ແລະ ເຈົ້າໜ້າທີ່ການທູດຢູ່ບັນດາສະຖານທູດ; ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່ ຫວຽດນາມ ໄດ້ມີໂອກາດສຳຜັດຄວາມງາມຂອງວັດທະນະທຳຫວຽດນາມ.
ຍສໝ - ນັ້ນແມ່ນຄຳກ່າວຄຳປາໄສຂອງທ່ານ ຟານແອງເຊີນ, ຮອງປະທານ, ເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໃນລາຍການ “ການພົບປະມິດຕະພາບສັນຍາປາຣີ - ທວນຄືນອະດີດ, ມຸ່ງໄປເຖິງອະນາຄົດ” ທີ່ຈັດຕັ້ງໂດຍ VUFO ໃນຕອນເຊົ້າວັນທີ 13 ມັງກອນ 2023 ຢູ່ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ ກ່ຽວກັບການຢຸດຕິສົງຄາມ ແລະ ສ້າງຕັ້ງຄືນຄວາມສັນຕິພາບຢູ່ ຫວຽດນາມ (27 ມັງກອນ 1973 – 27 ມັງກອນ 2023).
ເສີມຂະຫຍາຍມູນເຊື້ອ “ໜ້າທີ່ໃດກໍ່ສຳເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ” ຂອງກອງທັບປະຊາຊົນຫວຽດນາມ, ບັນດາແພດໝໍໃສ່ໝວກເບເລສີຟ້າຫວຽດນາມ ເຂົ້າຮ່ວມພາລະກຳຮັກສາສັນຕິພາບສະຫະປະຊາຊາດ ບໍ່ພຽງແຕ່ປະກອບສ່ວນຢັ້ງຢືນຄຸນນະທາດ, ສະຕິປັນຍາຂອງທະຫານລຸງໂຮ່ເທົ່ານັ້ນ ຫາກຍັງແນະນຳຄຸນຄ່າຂອງຄຸນທາດອັນສູງສົ່ງທະຫານລຸງໂຮ່ ໃຫ້ໂລກໄດ້ຮັບຮູ້ອີກດ້ວຍ...
ຍສໝ - ຫວ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ສົມທົບກັບພະແນກທ່ອງທ່ຽວ ແລະ ຄະນະກໍາມະການປະຊາຊົນເມືອງກວັກອວາຍ ໄດ້ຈັດຕັ້ງລາຍການເຄື່ອນໄຫວມິດຕະພາບ 2022 ຢູ່ທີ່ວັດໄທ່ ແລະ ເຂດທ່ອງທ່ຽວ ຕ່ວນເຈົາ, ຮ່າໂນ້ຍ.
ທ່ານປະທານປະເທດ ໄດ້ຂອບໃຈເພື່ອນມິດອາເມລິກາ ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອສະໜັບສະໜູນ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
ຍສໝ - ຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19, ຮັດສາສະຖຽນລະພາບທາງເສດຖະກິດ, ຄວາມເຫັນດີເຫັນພ້ອມຂອງສັງຄົມ, ທີ່ຕັ້ງບົດບາດໃນສາກົນ ແລະ ໂດຍສະເພາະແມ່ນຄວາມເຊື່ອໝັ້ນຂອງປະຊາຊົນ ... ແມ່ນບັນດາປັດໃຈພື້ນຖານທີ່ສ້າງຄວາມເຊື່ອໝັ້ນໃຫ້ເພື່ອນມິດສາກົນ ກ່ຽວກັບການເລືອກຕັ້ງທີ່ຈະປະສົບຜົນສຳເລັດອັນຈົບງາມ ເຊິ່ງຈະມີຈັດຂື້ນໃນຕອນເຊົ້າມື້ອື່ນນີ້ ( ວັນທີ 23 ພຶດສະພາ) ຢູ່ຫວຽດນາມ.
ຍສໝ - ຫຼາຍມື້ຜ່ານມາ, ເພື່ອນມິດໃນທົ່ວໂລກ ເມື່ອສົນໃຈເຖິງການເລືອກຕັ້ງປີນີ້ຢູ່ຫວຽດນາມ ມັກມີຄວາມຮູ້ສຶກວ່າການເລືອກຕັ້ງ ຈະປະສົບຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນກໍ່ເຊື່ອວ່າຈະແມ່ນບາດກ້າວໃໝ່ ຂອງການພັດທະນາທີ່ເຂັ້ມແຂງ ແລະຍືນຍົງຂອງຫວຽດນາມ. ຄວາມເຊື່ອນັ້ນຖືກສ້າງຕັ້ງຂື້ນຈາກການສັງເກດ, ການຄົ້ນຄ້ວາ ແລະອື່ນໆ ເຖິງຄວາມເປັນຈິງທີ່ມີຊີວິດຊີວາຂອງຊີວິດຢູ່ຫວຽດນາມ.
ຍສໝ - ການສົ່ງບັດຄະແນນສຽງ ແລະ ຊີວະປະຫວັດຫຍໍ້ຂອງຜູ້ສະໝັກໄປແຕ່ລະຄອບຄົວ ເປັນເອກະລັກທີ່ສຸດ, ມັນອາດຈະສິ້ນເປືອງຫຼາຍ ແຕ່ໃນເວລານັ້ນມັນເປັນວິທີທີ່ດີສຳລັບຄົນສູງອາຍຸ ໂດຍສະເພາະຜູ້ທີ່ບໍ່ຮູ້ໃຊ້ອິນເຕີເນັດ ກໍ່ໄດ້ສາມາດຊອກຫາຜູ້ສະໝັກທີ່ພວກເຂົາຕັ້ງໃຈຈະລົງຄະແນນສຽງ ໂດຍບໍ່ຕ້ອງໄປຈຸດເປີດເຜີຍຂໍ້ມູນ, ຫລີກລ້ຽງການແຜ່ລະບາດຂອງພະຍາດ.
ກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (2 ກຸມພາ 1930 - 3 ກຸມພາ 2020), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ; ຄະນະບໍລິຫານງານສູນກາງພັກກອມມູນິດຈີນ; ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກ ຫວຽດນາມ;ທ່ານ Raul Castro ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ ແລະທ່ານ Kim Jong-un ປະທານພັກແຮງງານ ສປປ ເກົາຫຼີ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ.