| ນຳເລື່ອງລາວຫວຽດນາມເຂົ້າໃກ້ປະຊາຊົນເວເນຊູເອລາຍິ່ງຂຶ້ນ ໂຄສະນາປະຊາສຳພັນຫວຽດນາມສູ່ປະຊາຊົນເວເນຊູເອລາ ເນື່ອງໃນໂອກາດວັນຊາດ |
ໂຄງການດັ່ງກ່າວຈັດຂຶ້ນໂດຍສະຖານທູດຫວຽດນາມປະຈຳເວເນຊູເອລາ ຮ່ວມກັບຫໍການຄ້າເວເນຊູເອລາ - ຫວຽດນາມ, ເຮືອນມິດຕະພາບເວເນຊູເອລາ - ຫວຽດນາມ ແລະ ຮ້ານອາຫານ Casa Chepel, ເນື່ອງໃນໂອກາດວັນວັດທະນະທຳຫວຽດນາມ (24/11) ແລະ ເພື່ອຂານຮັບຂໍ້ລິເລີ່ມ “ວັນວັດທະນະທຳອາຫານຫວຽດນາມ”.
![]() |
| ແນະນຳວັດທະນະທຳອາຫານຫວຽດນາມໃຫ້ແກ່ມິດສະຫາຍສາກົນຢູ່ນະຄອນຫຼວງກາຣາກັສ (ເວເນຊູເອລາ). |
ເຂົ້າຮ່ວມງານມີຜູ້ຕາງໜ້າຄະນະນຳບັນດາກະຊວງ ແລະ ຂະແໜງການຂອງເວເນຊູເອລາ; ບັນດາທ່ານທູດ, ອຸປະທູດ, ຜູ້ຊ່ວຍທູດຝ່າຍປ້ອງກັນຊາດຂອງບັນດາປະເທດອາຊຽນ ແລະ ຫຼາຍປະເທດ ເຊັ່ນ: ກູບາ, ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ສະຫະລັດອາເມລິກາ, ເມັກຊິໂກ, ອາຟຣິກາໃຕ້, ຣັດເຊຍ, ໂຄລົມບີ, ບຣາຊິນ, ຊີເລ, ເຊນວິນເຊັນ ແລະ ເກຣນາດີນ, ຕຣິນິແດດ ແລະ ໂຕບາໂກ; ພ້ອມດ້ວຍຜູ້ຕາງໜ້າບັນດາອົງການມິດຕະພາບ, ສະມາຄົມ ແລະ ສື່ມວນຊົນທ້ອງຖິ່ນ.
ພາຍໃນງານ, ບັນດາຜູ້ແທນ ແລະ ຜູ້ເຂົ້າຊົມໄດ້ລິ້ມລອງອາຫານພື້ນເມືອງຫວຽດນາມ, ຮຽນຮູ້ເຖິງເອກະລັກສະເພາະໃນວິທີການປຸງແຕ່ງ, ການຈັດຕົກແຕ່ງອາຫານ ແລະ ຄວາມຫຼາກຫຼາຍຂອງວັດທະນະທຳອາຫານຫວຽດນາມ.
ນອກຈາກກິດຈະກຳແນະນຳອາຫານແລ້ວ, ພາຍໃນງານຍັງມີການວາງສະແດງຜົນງານພາບຖ່າຍ, ພາບປັກແສ່ວທິວທັດ ແລະ ຊຸດສະສົມເຄື່ອງດົນຕີພື້ນເມືອງ, ຊ່ວຍໃຫ້ມິດສະຫາຍສາກົນເຂົ້າໃຈເພີ່ມຕື່ມກ່ຽວກັບທຳມະຊາດ, ຜູ້ຄົນ ແລະ ຄຸນຄ່າທາງວັດທະນະທຳຂອງຫວຽດນາມ.
ສິ່ງທີ່ໜ້າສົນໃຈແມ່ນ ເຂດວາງສະແດງເຄື່ອງເທດປະເພດຕ່າງໆ ທີ່ນຳເຂົ້າໂດຍກົງຈາກຫວຽດນາມ ແລະ ປັດຈຸບັນມີການຈຳໜ່າຍຢູ່ໃນລະບົບຫ້າງຊັບພະສິນຄ້າຫຼາຍແຫ່ງໃນເວເນຊູເອລາ ໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມງານ. ກິດຈະກຳນີ້ປະກອບສ່ວນແນະນຳຜະລິດຕະພັນຫວຽດນາມໃຫ້ແກ່ຜູ້ບໍລິໂພກທ້ອງຖິ່ນ, ພ້ອມທັງສ້າງໂອກາດເພີ່ມຕື່ມໃນການເຊື່ອມໂຍງທາງການຄ້າລະຫວ່າງວິສາຫະກິດຂອງສອງປະເທດ.
ຜ່ານບັນດາກິດຈະກຳສຳຜັດປະສົບການດ້ານອາຫານ, ການແນະນຳຜະລິດຕະພັນ ແລະ ການແລກປ່ຽນວັດທະນະທຳ, ງານວັນວັດທະນະທຳອາຫານຫວຽດນາມ ປີ 2026 ໄດ້ປະກອບສ່ວນໂຄສະນາພາບລັກຂອງປະເທດ ແລະ ປະຊາຊົນຫວຽດນາມຢູ່ເວເນຊູເອລາ, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ ແລະ ເປີດກວ້າງໂອກາດການຮ່ວມມືທາງທຸລະກິດ.
ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ ຕາມເວລາທ້ອງຖິ່ນ, ໂດຍໄດ້ຮັບການມອບສິດຈາກລັດຖະບານ ເວເນຊູເອລາ, ພັນໂທ ຣາອູນ Raúl Serrano Chacón ສັງກັດກອງບັນຊາການທະຫານຮັກສາການປະທານາທິບໍດີ - ຜູ້ປະສານງານຄະນະກູ້ໄພກູ້ຊີບ ຫວຽດນາມ - ໄດ້ເປັນປະທານພິທີມອບຫຼຽນໄຊ “ວີລະຊົນ ເວເນຊູເອລາ” ຊັ້ນໜຶ່ງ ໃຫ້ແກ່ ຄະນະກູ້ໄພກູ້ຊີບ ຫວຽດນາມ ແລະ ຊັ້ນສອງ ໃຫ້ແກ່ບັນດາສະມາຊິກພາຍໃນຄະນະ. |
ຍສໝ - ໃນຄືນວັນທີ 10 ກໍລະກົດ, ສະມາຊິກຄະນະກູ້ໄພກູ້ຊີບ ຫວຽດນາມ ຈຳນວນ 124 ທ່ານ ໄດ້ເດີນທາງກັບຄືນຮອດສະໜາມບິນສາກົນ ໂນຍບາຍ ພາຍຫຼັງເກືອບສອງສັບປະດາ ແຫ່ງການຊ່ວຍເຫຼືອ ເວເນຊູເອລາ ຟື້ນຟູຜົນກະທົບຈາກໄພແຜ່ນດິນໄຫວ. ຄະນະກູ້ໄພ ໄດ້ຊອກຄົ້ນ ແລະ ມອບ-ຮັບ ສົບຜູ້ເສຍຊີວິດ ຈຳນວນ 57 ສົບ, ກຳນົດໄດ້ 46 ຈຸດທີ່ມີຜູ້ປະສົບໄພ ແລະ ໄດ້ກວດພະຍາດ ພ້ອມທັງແຈກຢາຍຢາປົວພະຍາດໃຫ້ແກ່ປະຊາຊົນ 132 ທ່ານ; ກຳລັງພົນທັງໝົດ, ສຸນັກວິຊາສະເພາະ ແລະ ອຸປະກອນເຕັກນິກ ແມ່ນໄດ້ຮັບການຮັບປະກັນຄວາມປອດໄພຢ່າງສົມບູນ. |
ມິງດຶກ
