| ຫວຽດນາມ - ສ.ເກົາຫຼີ ເປີດກວ້າງການຮ່ວມມືດ້ານ AI ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ຫວຽດນາມ - ສ.ເກົາຫຼີ ຊອກຫາໂອກາດຮ່ວມຜະລິດ ແລະ ຈັດຈຳໜ່າຍຮູບເງົາໃນຕະຫຼາດສາກົນ |
ການປະກວດດັ່ງກ່າວຈັດຂຶ້ນໂດຍຄະນະຈັດງານ Festival ເຫວ້, ສູນອະນຸລັກໂບຮານສະຖານນະຄອນຫຼວງເກົ່າເຫວ້ ຮ່ວມກັບເມືອງ Boryeong, ສະຖາບັນພັດທະນາຊັບພະຍາກອນວັດທະນະທຳ ສ.ເກົາຫຼີ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ.
ເຫດການນີ້ຈັດຂຶ້ນເນື່ອງໃນໂອກາດລະນຶກວັນກຳເນີດ ແລະ ປະກາດໃຊ້ຕົວອັກສອນ ສ.ເກົາຫຼີ Hangeul (9/10), ພ້ອມທັງຂານຮັບວັນມໍລະດົກວັດທະນະທຳຫວຽດນາມ (23/11) ແລະ ວັນວັດທະນະທຳຫວຽດນາມ (24/11).
ຜ່ານສິລະປະການຂຽນອັກສອນ, ໂຄງການໄດ້ແນະນຳຄຸນຄ່າທາງວັດທະນະທຳ, ປະຫວັດສາດ ແລະ ມໍລະດົກບົດກະວີຂອງຫວຽດນາມ ແລະ ສ.ເກົາຫຼີ, ພ້ອມທັງສ້າງໂອກາດໃຫ້ຜູ້ທີ່ມັກຮັກພາສາ ແລະ ສິລະປະດັ້ງເດີມຂອງສອງປະເທດໄດ້ພົບປະ ແລະ ແລກປ່ຽນກັນ.
![]() |
ບັນດາຜູ້ເຂົ້າປະກວດພວມສ້າງສັນຜົນງານສິລະປະຂຽນອັກສອນ ສ.ເກົາຫຼີ ຢູ່ພະລາຊະວັງກ໊ຽນຈຸງ, ພະລາຊະວັງເຫວ້. |
ຫວຽດນາມ ແລະ ສ.ເກົາຫຼີ ລ້ວນແຕ່ມີປະເພນີສິລະປະການຂຽນອັກສອນທີ່ມີມາແຕ່ດົນນານ. ຈຸດພິເສດຂອງການປະກວດຄັ້ງນີ້ແມ່ນການປະສົມປະສານລະຫວ່າງສິລະປະການຂຽນອັກສອນ Hangeul ກັບມໍລະດົກບົດກະວີຂອງບັນດາກະສັດລາຊະວົງຫງວຽນ ແລະ ລາຊະວົງ Joseon.
ບັນດາຜົນງານສິລະປະຂຽນອັກສອນໄດ້ໃຊ້ນ້ຳໝຶກທີ່ຝົນຈາກແທ່ງໝຶກເທິງແທ່ນຝົນໝຶກຫີນ Nampo ຂອງເມືອງ Boryeong, ຜ່ານນັ້ນໄດ້ແນະນຳຄວາມງາມຂອງຕົວອັກສອນ Hangeul ແລະ ຄຸນຄ່າທາງວັນນະຄະດີ, ສິລະປະລາຊະສຳນັກຂອງສອງປະເທດ.
ການປະກວດໄດ້ດຶງດູດນັກຮຽນ, ນັກສຶກສາ ແລະ ບຸກຄົນທີ່ມັກຮັກພາສາ ສ.ເກົາຫຼີ, ສິລະປະການຂຽນອັກສອນ ແລະ ວັດທະນະທຳ ສ.ເກົາຫຼີ ຈຳນວນ 80 ຄົນ ເຂົ້າຮ່ວມ.
ສິ້ນສຸດການປະກວດ, ຄະນະຈັດງານໄດ້ມອບລາງວັນທັງໝົດ 11 ລາງວັນ, ປະກອບມີ ລາງວັນພິເສດ 1 ລາງວັນ, ລາງວັນຄຳ 1 ລາງວັນ, ລາງວັນເງິນ 1 ລາງວັນ, ລາງວັນທອງແດງ 3 ລາງວັນ ແລະ ລາງວັນຊົມເຊີຍ 5 ລາງວັນ.
ບັນດາຜົນງານທີ່ໄດ້ຮັບລາງວັນຖືກນຳໄປວາງສະແດງຢູ່ພະລາຊະວັງກ໊ຽນຈຸງ, ພະລາຊະວັງເຫວ້, ແຕ່ວັນທີ 22-27/11, ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວໄດ້ຊົມສິລະປະການຂຽນອັກສອນ ສ.ເກົາຫຼີ ທ່າມກາງບັນຍາກາດມໍລະດົກຂອງນະຄອນຫຼວງເກົ່າເຫວ້.
ກ່າວຄຳເຫັນໃນໂຄງການ, ທ່ານ ຮວ່າງ ຫວຽດ ຈຸງ, ຫົວໜ້າສູນອະນຸລັກໂບຮານສະຖານນະຄອນຫຼວງເກົ່າເຫວ້ ໃຫ້ຮູ້ວ່າ ການປະກວດນີ້ມີທິດທາງຈັດຂຶ້ນເປັນປະຈຳທຸກປີ, ຄ່ອຍໆກາຍເປັນກິດຈະກຳແລກປ່ຽນວັດທະນະທຳທີ່ມີເອກະລັກສະເພາະລະຫວ່າງສອງທ້ອງຖິ່ນ.
ຕາມທ່ານ ຮວ່າງ ຫວຽດ ຈຸງ ແລ້ວ, ໂຄງການນີ້ຄາດວ່າຈະກາຍເປັນສັນຍະລັກແຫ່ງມິດຕະພາບ ແລະ ຄວາມຜູກພັນອັນແໜ້ນແຟ້ນ, ຍືນຍົງລະຫວ່າງນະຄອນເຫວ້ ແລະ ເມືອງ Boryeong, ພ້ອມທັງປະກອບສ່ວນພັດທະນາສາຍພົວພັນຮ່ວມມື ແລະ ການແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ - ສ.ເກົາຫຼີ.
ໃນວັນດຽວກັນ, ຢູ່ຫໍພິພິທະພັນວັດຖຸບູຮານລາຊະສຳນັກເຫວ້, ສູນອະນຸລັກໂບຮານສະຖານນະຄອນຫຼວງເກົ່າເຫວ້ ໄດ້ຈັດກິດຈະກຳແນະນຳບົດກະວີ “ຫວູ ຈຸງ ເຊີນ ຖຸຍ” (ພູຜາແມ່ນ້ຳທ່າມກາງສາຍຝົນ) ຂອງກະສັດ ທ້ຽວ ຈິ ຜ່ານເຕັກໂນໂລຊີດິຈິຕອນ.
ນີ້ແມ່ນໜຶ່ງໃນສອງຜົນງານທີ່ກະສັດໄດ້ປະພັນຂຶ້ນຕາມຮູບແບບບົດກະວີອ່ານກັບທິດໄດ້ ປະສົມກັບຮູບແບບບົດກະວີຕໍ່ເນື່ອງເປັນວົງຈອນ. ດ້ວຍການຊ່ວຍເຫຼືອຂອງເຕັກໂນໂລຊີດິຈິຕອນ, ຜູ້ຊົມສາມາດຄົ້ນຫາໂຄງສ້າງ, ຫຼັກການປະກອບສ້າງ ແລະ ວິທີອ່ານອັນເປັນເອກະລັກຂອງບົດກະວີປະເພດນີ້ໄດ້ໂດຍກົງ.
ກິດຈະກຳນີ້ໄດ້ເປີດວິທີການເຂົ້າເຖິງມໍລະດົກວັນນະຄະດີດັ້ງເດີມໃນຮູບແບບໃໝ່, ຊ່ວຍໃຫ້ປະຊາຊົນໄດ້ຮຽນຮູ້ຄຸນຄ່າທາງວັດທະນະທຳລາຊະສຳນັກຜ່ານຮູບແບບທີ່ເຫັນໄດ້ຊັດເຈນ ແລະ ມີຊີວິດຊີວາຫຼາຍຂຶ້ນ.
ນອກຈາກການປະກວດສິລະປະຂຽນອັກສອນ ແລະ ກິດຈະກຳແນະນຳບົດກະວີຂອງກະສັດ ທ້ຽວ ຈິ ແລ້ວ, ແຕ່ວັນທີ 21-23/11, ສູນອະນຸລັກໂບຮານສະຖານນະຄອນຫຼວງເກົ່າເຫວ້ ຍັງໄດ້ຈັດໂຄງການສຳຜັດປະສົບການຫຼິ້ນເກມພື້ນເມືອງຂອງລາຊະສຳນັກ ຢູ່ພະລາຊະວັງເຫວ້.
ນັກທ່ອງທ່ຽວມີໂອກາດເຂົ້າຮ່ວມການຫຼິ້ນເກມພື້ນເມືອງ ເຊັ່ນ: ເດົ່າໂຮ່, ບ່າຍຫວູ ແລະ ຊຳຮວ່ງ, ຜ່ານນັ້ນໄດ້ຮຽນຮູ້ຮູບແບບການບັນເທີງ ແລະ ຊີວິດທາງວັດທະນະທຳ, ຈິດໃຈຂອງຄົນສະໄໝກ່ອນໃນບັນຍາກາດຂອງພະລາຊະວັງ.
ບັນດາກິດຈະກຳທີ່ຈັດຂຶ້ນເພື່ອຂານຮັບວັນວັດທະນະທຳຫວຽດນາມ ປີ 2026 ໄດ້ປະກອບສ່ວນນຳເອົາຄຸນຄ່າມໍລະດົກເຂົ້າໃກ້ປະຊາຊົນຫຼາຍຂຶ້ນ, ໂດຍສະເພາະຄົນຮຸ່ນໜຸ່ມ, ພ້ອມທັງສ້າງພື້ນທີ່ເພີ່ມຕື່ມສຳລັບການແລກປ່ຽນ ແລະ ແນະນຳວັດທະນະທຳຂອງຫວຽດນາມ ແລະ ສ.ເກົາຫຼີ ຜ່ານສິລະປະການຂຽນອັກສອນ, ບົດກະວີ ແລະ ກິດຈະກຳສຳຜັດປະສົບການດ້ານມໍລະດົກ.
ຍສໝ - ວັນທີ 5 ພະຈິກ, ທີ່ນະຄອນບູຊານ (ສ.ເກົາຫຼີ), ບັນດາວິສາຫະກິດສິນໃນນ້ຳຫວຽດນາມ ແລະ ສ.ເກົາຫຼີ ໄດ້ພົບປະ, ຊອກຫາໂອກາດຮ່ວມມືດ້ານແຫຼ່ງວັດຖຸດິບ, ເຕັກໂນໂລຊີປຸງແຕ່ງຂັ້ນເລິກ, ການຈຳໜ່າຍ ແລະ ການຂະຫຍາຍຕະຫຼາດສົ່ງອອກ. |
ຍສໝ - ວັນທີ 10 ພະຈິກ, ທ່ານ ຫວູ ໂຮ່, ເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ເກົາຫຼີ ໄດ້ຕ້ອນຮັບທ່ານ Jung Kwang-cheon, ປະທານສະມາຄົມນະວັດຕະກຳວິສາຫະກິດຂະໜາດກາງ ແລະ ນ້ອຍ ສ.ເກົາຫຼີ (INNOBIZ), ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. |
ດວງດີ
