ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມກັບລາວ ແລະ ກຳປູເຈຍ ໃຫ້ພັດທະນາຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ

ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມກັບລາວ ແລະ ກຳປູເຈຍ ໃຫ້ພັດທະນາຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ

ຍສໝ - ແຕ່ວັນທີ 8 - 10/10, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ແນໃສ່ສືບຕໍ່ປັບປຸງສາຍພົວພັນມິດຕະພາບດັ້ງເດີມ, ເພີ່ມທະວີການຮ່ວມມືຮອບດ້ານ ແລະ ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ.

ກອງສຳມະນາສາກົນກ່ຽວກັບທະເລຕາເວັນອອກ ເຊີດຊູການສົນທະນາ ແລະ ການຮ່ວມມືທາງທະເລ

ກອງສຳມະນາສາກົນກ່ຽວກັບທະເລຕາເວັນອອກ ເຊີດຊູການສົນທະນາ ແລະ ການຮ່ວມມືທາງທະເລ

ຍສໝ - ວັນທີ 7/10, ທີ່ຮ່າໂນ້ຍ, ກອງສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 18 ໄດ້ໄຂຂຶ້ນ, ໂດຍສຸມໃສ່ປຶກສາຫາລືບັນດາບັນຫາຄວາມໝັ້ນຄົງທາງທະເລ, ການຄຸ້ມຄອງການແຂ່ງຂັນ, ການເຊື່ອມຕໍ່ໂຄງລ່າງ ແລະ ການຊຸກຍູ້ການຮ່ວມມື ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ຮັບປະກັນຄວາມໝັ້ນຄົງຂອງມະນຸດ.

ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ

ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ

ຍສໝ - ໃນຂອບເຂດການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 8 - 10/10/2026, ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ແຕ່ວັນທີ 8 - 9/10 ຖືກຄາດຫວັງວ່າຈະສ້າງແຮງຂັບເຄື່ອນເພີ່ມເຕີມ ເພື່ອຊຸກຍູ້ການເຊື່ອມໂຍງທາງຍຸດທະສາດ, ເປີດກວ້າງການຮ່ວມມືທາງເສດຖະກິດ ແລະ ປັບປຸງສາຍພົວພັນພິເສດລະຫວ່າງສອງປະເທດ.

ຫັນເອກະລັກວັດທະນະທຳໃຫ້ກາຍເປັນແຫຼ່ງພະລັງໃນການພັດທະນາຂອງຮ່າໂນ້ຍ

ຫັນເອກະລັກວັດທະນະທຳໃຫ້ກາຍເປັນແຫຼ່ງພະລັງໃນການພັດທະນາຂອງຮ່າໂນ້ຍ

ຍສໝ - ການວາງແຜນຜັງນະຄອນຫຼວງດ້ວຍວິໄສທັດ 100 ປີ ບໍ່ພຽງແຕ່ກຳນົດຮູບໂສມຂອງຕົວເມືອງ, ໂຄງລ່າງ ຫຼື ບັນດາສູນກາງການພັດທະນາໃໝ່ເທົ່ານັ້ນ, ແຕ່ຍັງວາງຄວາມຮຽກຮ້ອງຕ້ອງການໃນການຮັກສາຄວາມຊົງຈຳ, ອະນຸລັກເອກະລັກວັດທະນະທຳ ແລະ ສ້າງບັນດາພື້ນທີ່ດຳລົງຊີວິດທີ່ອຸດົມດ້ວຍຄຸນຄ່າມະນຸດສະທຳ. ເມື່ອວັດທະນະທຳຖືກຖືວ່າເປັນແຫຼ່ງພະລັງພາຍໃນ, ຮ່າໂນ້ຍຈຳເປັນຕ້ອງທັງປົກປ້ອງບັນດາຄຸນຄ່າທີ່ໄດ້ສ້າງເອກະລັກຂອງທັງລອງ - ຮ່າໂນ້ຍ, ທັງສ້າງເງື່ອນໄຂໃຫ້ຄຸນຄ່າເຫຼົ່ານັ້ນສືບຕໍ່ດຳລົງຢູ່ ແລະ ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາ.

ການຫັນປ່ຽນຄວບຄູ່ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕແບບຍືນຍົງ

ການຫັນປ່ຽນຄວບຄູ່ສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕແບບຍືນຍົງ

ຍສໝ - ໃນສະພາບການທີ່ຫວຽດນາມມຸ່ງໄປສູ່ເປົ້າໝາຍການເຕີບໂຕສອງຕົວເລກ, ການຫັນປ່ຽນດິຈິຕອນ ແລະ ການຫັນປ່ຽນສີຂຽວ ພວມກາຍເປັນຄວາມຮຽກຮ້ອງຕ້ອງການທີ່ສຳຄັນ ເພື່ອໃຫ້ວິສາຫະກິດຍົກສູງຜະລິດຕະພາບ, ຄວາມສາມາດແຂ່ງຂັນ ແລະ ຄວາມສາມາດຕ້ານທານ. ບັນຫາທີ່ວາງອອກແມ່ນ ການຫັນບັນດາຄຳໝັ້ນສັນຍາກ່ຽວກັບການຫັນປ່ຽນ ໃຫ້ກາຍເປັນໂຄງການ, ແຫຼ່ງພະລັງ ແລະ ຜົນສຳເລັດທີ່ເປັນຮູບປະທຳໃນການຜະລິດ ແລະ ການບໍລິຫານ.

ການແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ 2026: ສະເຫຼີມສະຫຼອງ 34 ປີ ສາຍພົວພັນການທູດ ຢູ່ ຝູກວັກ

ການແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ 2026: ສະເຫຼີມສະຫຼອງ 34 ປີ ສາຍພົວພັນການທູດ ຢູ່ ຝູກວັກ

ຍສໝ - ໃນຕອນຄ່ຳວັນທີ 3 ຕຸລາ, ເຫດການ "ວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2026" ໄດ້ດຳເນີນໄປຢ່າງເປັນທາງການ ຢູ່ ເຂດພິເສດ ຝູກວັກ. ນີ້ແມ່ນກິດຈະກຳຈຸດສຸມ ໂດຍແຂວງ ອານຢາງ ປະສົມປະສານກັບ ສະຖານທູດ ເກົາຫຼີ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ ແນ່ໃສ່ສ້າງຂີດໝາຍແຫ່ງຄວາມຜູກພັນມິດຕະພາບສອງຝ່າຍ ຄົບຮອບ 34 ປີ (1992 - 2026).

ເພື່ອນມິດສາກົນ ຄົ້ນຫາ ເອກະລັກວັດທະນະທຳ ຫວຽດນາມ ຢູ່ ນະຄອນຫຼວງ ຮ່າໂນ້ຍ

ເພື່ອນມິດສາກົນ ຄົ້ນຫາ ເອກະລັກວັດທະນະທຳ ຫວຽດນາມ ຢູ່ ນະຄອນຫຼວງ ຮ່າໂນ້ຍ

ຍສໝ - ໂດຍຜ່ານບັນດາກິດຈະກຳປະສົບການຕົວຈິງ ແລະ ມີຊີວິດຊີວາ ຢູ່ ຮ່າໂນ້ຍ, ນັກທ່ອງທ່ຽວສາກົນ ໄດ້ມີໂອກາດ ຊອກຮູ້ຢ່າງເລິກເຊິ່ງກ່ຽວກັບ ພາບພົດວັດທະນະທຳອັນຫຼາກຫຼາຍ ຂອງ 54 ຊົນເຜົ່າອ້າຍນ້ອງ. ນີ້ແມ່ນຂົວຕໍ່ທີ່ສຳຄັນ ປະກອບສ່ວນຮັດແໜ້ນຄວາມສາມັກຄີ ແລະ ຊຸກຍູ້ການແລກປ່ຽນ ລະຫວ່າງ ບັນດາພື້ນຖານວັດທະນະທຳໃນທົ່ວໂລກ.

ງົດງາມເທດສະການຕາມທ້ອງຖະໜົນ

ງົດງາມເທດສະການຕາມທ້ອງຖະໜົນ "ສີສັນຫ້າທະວີບ" ໃຈກາງນະຄອນຫຼວງ

ຍສໝ - ຕອນຄໍ່າວັນທີ 3 ຕຸລາ, ບັນຍາກາດຖະໜົນຄົນຍ່າງທະເລສາບ ຮວ່ານກ໋ຽມ ກາຍເປັນທີ່ຄຶກຄື້ນກວ່າທີ່ເຄີຍມີມາ ເມື່ອເທດສະການຕາມທ້ອງຖະໜົນ “ສີສັນຫ້າທະວີບ” ໄດ້ຈັດຂຶ້ນຢ່າງເປັນທາງການ. ນີ້ແມ່ນຈຸດເດັ່ນທີ່ເຕັມໄປດ້ວຍຄວາມປະທັບໃຈ ເຊິ່ງນອນຢູ່ໃນຊຸດກິດຈະກຳຂອງເທດສະການວັດທະນະທຳໂລກ ທີ່ ຮ່າໂນ້ຍ ຄັ້ງທີ II - ປີ 2026.

ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 17,7 ລ້ານເທື່ອຄົນ ໃນ 9 ເດືອນ

ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 17,7 ລ້ານເທື່ອຄົນ ໃນ 9 ເດືອນ

ຍສໝ - ຈຳນວນນັກທ່ອງທ່ຽວສາກົນທີ່ເດີນທາງມາຫວຽດນາມໃນ 9 ເດືອນປີ 2026 ບັນລຸຫຼາຍກວ່າ 17,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,5% ທຽບກັບໄລຍະດຽວກັນຂອງປີ 2025 ແລະ ເທົ່າກັບເກືອບ 71% ຂອງເປົ້າໝາຍຕະຫຼອດປີ. ໃນນັ້ນ, ຕະຫຼາດເອີຣົບມີການເຕີບໂຕໂດດເດັ່ນ, ສະເພາະນັກທ່ອງທ່ຽວຣັດເຊຍເພີ່ມຂຶ້ນຫຼາຍກວ່າ 160%.

ການທູດວັດທະນະທຳເປີດກວ້າງແຫຼ່ງພະລັງເພື່ອພັດທະນາປະເທດ

ການທູດວັດທະນະທຳເປີດກວ້າງແຫຼ່ງພະລັງເພື່ອພັດທະນາປະເທດ

ຍສໝ - ໃນສະພາບການທີ່ການແຂ່ງຂັນນັບມື້ນັບອີງໃສ່ຄວາມຮູ້, ເຕັກໂນໂລຊີ, ຂໍ້ມູນ, ແບຣນ ແລະ ຄວາມສາມາດໃນການເຊື່ອມຕໍ່, ການທູດວັດທະນະທຳບໍ່ພຽງແຕ່ຢຸດຢູ່ການໂຄສະນາພາບລັກ ຫຼື ການແລກປ່ຽນສາກົນເທົ່ານັ້ນ. ຖ້າຫາກໄດ້ຮັບການຈັດຕັ້ງບົນພື້ນຖານການບໍລິຫານທີ່ທັນສະໄໝ, ຂໍ້ມູນ, ວິທະຍາສາດ - ເຕັກໂນໂລຊີ ແລະ ຜົນປະໂຫຍດຂອງຊາດ, ການທູດວັດທະນະທຳສາມາດກາຍເປັນກົນໄກໜຶ່ງໃນການເຊື່ອມຕໍ່, ຫັນປ່ຽນບັນດາແຫຼ່ງພະລັງພາຍໃນ ແລະ ສາກົນໃຫ້ກາຍເປັນແຮງຂັບເຄື່ອນການພັດທະນາ.

ດົນຕີ Sufi ເຊື່ອມຕໍ່ວັດທະນະທຳຫວຽດນາມ - ປາກິດສະຖານ

ດົນຕີ Sufi ເຊື່ອມຕໍ່ວັດທະນະທຳຫວຽດນາມ - ປາກິດສະຖານ

ຍສໝ - ສຽງເພງ Sufi ທີ່ເຕັມໄປດ້ວຍເອກະລັກຂອງປາກິດສະຖານ ໄດ້ດັງຂຶ້ນຢູ່ຮ່າໂນ້ຍ ໃນໂຄງການ “Saakin Live in Hanoi: A Musical Journey of Sufi Heritage”, ເປີດກວ້າງພື້ນທີ່ແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ ແລະ ເຊື່ອມຕໍ່ວັດທະນະທຳລະຫວ່າງປະຊາຊົນຫວຽດນາມ ແລະ ປາກິດສະຖານ.

ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຢ້ຽມຢາມລາວ, ກຳປູເຈຍ: ຊຸກຍູ້ການຮ່ວມມືໃຫ້ລົງເລິກ ແລະ ເປັນຮູບປະທຳ

ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຢ້ຽມຢາມລາວ, ກຳປູເຈຍ: ຊຸກຍູ້ການຮ່ວມມືໃຫ້ລົງເລິກ ແລະ ເປັນຮູບປະທຳ

ຍສໝ - ຕາມທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການຂອງທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະປະກອບສ່ວນຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນຮູບປະທຳ, ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ໂຄງລ່າງ, ການສຶກສາ - ການຝຶກອົບຮົມ ແລະ ການແລກປ່ຽນປະຊາຊົນ ລະຫວ່າງຫວຽດນາມກັບສອງປະເທດເພື່ອນບ້ານ.

ຈົດໝາຍອວຍພອນການນຳ ສປປ ລາວ

ຈົດໝາຍອວຍພອນການນຳ ສປປ ລາວ

ວັນ​ທີ 5 ຕຸ​ລາ​, ທີ່​ກອງ​ປະ​ຊຸມ​ສະ​ໄໝສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ X ຂອງ ສປປ ລາວ ໄດ້​ເລືອກ​ຕັ້ງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ດຳ​ລົງ​ຕຳ​ແໜ່ງ​​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ດຳ​ລົງ​ຕຳ​ແໜ່ງ​​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ​ປະ​ເທດ ສປປ ລາວ​.

ຫວຽດນາມ ແລະ ອາຊຽນ ຊຸກຍູ້ການພັດທະນາສັງຄົມທີ່ຖືເອົາປະຊາຊົນເປັນໃຈກາງ

ຫວຽດນາມ ແລະ ອາຊຽນ ຊຸກຍູ້ການພັດທະນາສັງຄົມທີ່ຖືເອົາປະຊາຊົນເປັນໃຈກາງ

ຍສໝ - ວັນທີ 6/10, ທີ່ສຳນັກງານໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢອກ (ສະຫະລັດອາເມລິກາ), ທ່ານ ໂດ໊ຮຸ່ງຫວຽດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກທິດທາງການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ, ເພີ່ມທະວີສະຫວັດດີການສັງຄົມ ແລະ ຍົກສູງຄວາມສາມາດໃນການເຂົ້າເຖິງບັນດາການບໍລິການທີ່ຈຳເປັນ ໃນວາລະປຶກສາຫາລືລວມປະຈຳປີຂອງຄະນະກຳມະການທີ 3, ສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 81.

ຮ່າໂນ້ຍຈັດກິດຈະກຳຕໍ່ເນື່ອງລະນຶກ 72 ປີແຫ່ງວັນປົດປ່ອຍນະຄອນຫຼວງ

ຮ່າໂນ້ຍຈັດກິດຈະກຳຕໍ່ເນື່ອງລະນຶກ 72 ປີແຫ່ງວັນປົດປ່ອຍນະຄອນຫຼວງ

ຍສໝ - ເນື່ອງໃນໂອກາດລະນຶກ 72 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 - 10/10/2026), ຮ່າໂນ້ຍຈັດຫຼາຍກິດຈະກຳວັດທະນະທຳ, ສິລະປະ ແລະ ການທ່ອງທ່ຽວ ຢູ່ບັນດາພື້ນທີ່ມໍລະດົກ, ເຂດໃຈກາງ ແລະ ຫຼາຍເຂດທົ່ວນະຄອນ, ໃນນັ້ນມີບັນດາລາຍການສະແດງຂະໜາດໃຫຍ່, ທົວປະສົບການ ແລະ ຈູດບັ້ງໄຟດອກຢູ່ໜອງໄຕ ແລະ ໜອງຮວ່ານກຽມ.

ການຢ້ຽມຢາມລາວຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ສາຍພົວພັນສອງປະເທດ

ການຢ້ຽມຢາມລາວຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ສາຍພົວພັນສອງປະເທດ

ຍສໝ - ເນື່ອງໃນໂອກາດການຢ້ຽມຢາມລາວຢ່າງເປັນທາງການຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ, ທ່ານນາງ ຄຳເຜົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ເນັ້ນໜັກເຖິງຄວາມໝາຍຂອງການສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມເຊື່ອມໂຍງຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຍິ່ງຂຶ້ນ, ພ້ອມທັງຊຸກຍູ້ບັນດາໂຄງການຮ່ວມມືໃຫ້ເຂົ້າສູ່ເນື້ອແທ້ ແລະ ມີປະສິດທິຜົນ.

ຍົກສູງຄຸນຄ່າແບຣນແຫ່ງຊາດຫວຽດນາມ

ຍົກສູງຄຸນຄ່າແບຣນແຫ່ງຊາດຫວຽດນາມ

ຍສໝ - ພາຍຫຼັງ 23 ປີແຫ່ງການຜັນຂະຫຍາຍ, ໂຄງການແບຣນແຫ່ງຊາດຫວຽດນາມ ນັບມື້ນັບຢືນຢັນບົດບາດໃນການຍົກສູງຄວາມຮັບຮູ້ກ່ຽວກັບການສ້າງແບຣນ, ຊຸກຍູ້ນະວັດຕະກຳ ແລະ ໂຄສະນາພາບລັກຂອງວິສາຫະກິດ, ຜະລິດຕະພັນຫວຽດນາມ ໃນຕະຫຼາດພາຍໃນ ແລະ ສາກົນ. ປີ 2026, ຜະລິດຕະພັນ 499 ລາຍການຂອງ 227 ວິສາຫະກິດ ໄດ້ຮັບການຮັບຮອງວ່າບັນລຸແບຣນແຫ່ງຊາດຫວຽດນາມ.

ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວຂັ້ນນະຄອນ

ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວຂັ້ນນະຄອນ

ຍສໝ - ດ້ວຍພື້ນທີ່ກວ້າງ 1.544 ເຮັກຕາ ຢູ່ແຄມໜອງດົ່ງໂມ, ລະບົບພູມສັນຖານນິເວດ, ສະຖາປັດຕະຍະກຳດັ້ງເດີມຂອງ 54 ເຜົ່າ ພ້ອມກັບຫຼາຍກິດຈະກຳວັດທະນະທຳ ແລະ ສຳຜັດປະສົບການ, ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ ຫາກໍໄດ້ຮັບການຮັບຮອງຈາກຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ເປັນເຂດທ່ອງທ່ຽວຂັ້ນນະຄອນ.

ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ

ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຈະຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ

ຍສໝ - ໂດຍຕອບຮັບຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ແລະ ທ່ານ Hun Manet, ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຈະນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມສອງປະເທດຢ່າງເປັນທາງການ ແຕ່ວັນທີ 8-10/10/2026.

ນຳວັດທະນະທຳ UAE ເຂົ້າໃກ້ສາທາລະນະຊົນຫວຽດນາມຫຼາຍຂຶ້ນ

ນຳວັດທະນະທຳ UAE ເຂົ້າໃກ້ສາທາລະນະຊົນຫວຽດນາມຫຼາຍຂຶ້ນ

ຍສໝ - ທີ່ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ, ສະຖານທູດ UAE ໄດ້ແນະນຳຫຼາຍລັກສະນະພິເສດຂອງປະເທດ ຜ່ານມໍລະດົກ, ສິລະປະ, ອາຫານ ແລະ ບັນດາກິດຈະກຳສຳຜັດປະສົບການ, ປະກອບສ່ວນເພີ່ມທະວີການແລກປ່ຽນວັດທະນະທຳຫວຽດນາມ - UAE.

|< < 1 2 3 4 5 > >|