ຫວຽດນາມ: ຫວັງວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ເດືອນ ກໍລະກົດ ຈະມາເຖິງ

16:09 | 28/03/2021

ຍສໝ - ຂະແໜງທ່ອງທ່ຽວຫວຽດນາມ ຫວັງວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ເດືອນ ກໍລະກົດ ຈະມາເຖິງ.

ຫວຽດນາມ ຫວ ງວ າຈະສາມາດຕ ອນຮ ບນ ກທ ອງທ ຽວສາກ ນນ ບແຕ ເດ ອນ ກ ລະກ ດ ຈະມາເຖ ງ ໃນໄລຍະ 2 ເດືອນຕົ້ນປີ 2021, ລັດຖະບານຫວຽດນາມ ໄດ້ສ້າງລາຍຮັບເຂົ້າງົບປະມານ 286.700 ຕື້ດົ່ງ, ສູງກວ່າ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020
ຫວຽດນາມ ຫວ ງວ າຈະສາມາດຕ ອນຮ ບນ ກທ ອງທ ຽວສາກ ນນ ບແຕ ເດ ອນ ກ ລະກ ດ ຈະມາເຖ ງ ຍີ່ປຸ່ນ ມອບລະບົບຂໍ້ມູນຂ່າວສານການລາຍງານ ໃຫ້ແກ່ຫວຽດນາມ
ຫວຽດນາມ ຫວ ງວ າຈະສາມາດຕ ອນຮ ບນ ກທ ອງທ ຽວສາກ ນນ ບແຕ ເດ ອນ ກ ລະກ ດ ຈະມາເຖ ງ
ພາບປະກອບ

ຕາມນັ້ນແລ້ວ, ຖ້າສັງເກດສະພາບໂລກລະບາດໂຄວິດ-19 ໃນປະຈຸບັນຢູ່ໃນໂລກ, ຂະແໜງທ່ອງທ່ຽວຫວຽດນາມ ພວມມີຄວາມຫວັງວ່າສາມາດເປີດປະຕູເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ ມາທ່ອງທ່ຽວນັບແຕ່ເດືອນ ກໍລະກົດ 2021, ເຖິງວ່າຕາມທຳມະດາແລ້ວ ລະດູການທ່ອງທ່ຽວສາກົນຢູ່ຫວຽດນາມ ແມ່ນເລີ່ມແຕ່ເດືອນ ຕຸລາ ຂອງແຕ່ລະປີ.

ທ່ານ ຫງວຽນຮືວເທາະ ປະທານສະຫະສະມາຄົມທ່ອງທ່ຽວຫວຽດນາມ ຖືວ່າວິສາຫະກິດທ່ອງທ່ຽວຕ້ອງມີມາດຕະການໃໝ່, ເປັນເຈົ້າການກວ່າເພື່ອຫຼຸດພົ້ນອອກຈາກວິກິດການທີ່ໜັກໜ່ວງໃນປະຈຸບັນຂອງຕະຫຼາດທ່ອງທ່ຽວ. ປີຜ່ານມາ, ເຖິງວ່າພະຍາດໄດ້ຄຸກຄາມໄປທົ່ວໂລກແຕ່ການທ່ອງທ່ຽວຢູ່ບາງບ່ອນ, ບາງປະເທດຍັງຮັກສາໄດ້ການເຄື່ອນໄຫວຜ່ານການຈັດຕັ້ງເຫດການຕ່າງໆທາງອອນລາຍ, ການທ່ອງທ່ຽວເໜືອນຈິງ, ກອງປະຊຸມສໍາມະນາ, ກອງປະຊຸມທາງອອນລາຍ.

ໂດຍເຫັນດີກັບຂໍ້ສັງເກດກ່ຽວກັບສະພາບຂອງການນໍາສະຫະສະມາຄົມ, ທ່ານ ຫງວຽນວັນເຕິນ ຮອງປະທານສະຫະສະມາຄົມທ່ອງທ່ຽວນະຄອນໂຮ່ຈີມິນ ຖືວ່າຫາງສຽງໂລກຕີລາຄາສູງທີ່ສຸດຕໍ່ການປ້ອງກັນ, ຕ້ານພະຍາດຂອງຫວຽດນາມ ບວກກັບເລື່ອງມີວັກຊິນ ຖ້າຫາກຮູ້ວິທີເຮັດ, ຫວຽດນາມ ສາມາດແມ່ນສະຖານທີ່ນັດພົບທີ່ມີຄວາມດຶງດູດ, ປອດໄພຂອງແຂກທ່ອງທ່ຽວສາກົນຫຼາຍຄົນເມື່ອເປີດຕະຫຼາດຄືນໃໝ່.

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫສຽດນາມ ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສົມທົບກັນຊີ້ນຳບັນດາອົງການ, ຄະນະ, ຂະແໜງການຢູ່ທ້ອງຖິ່ນຜັນຂະຫຍາຍບາງເນື້ອໃນ ເພື່ອແນໃສ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຂົງເຂດວັດນະທຳ, ກິລາ ແລະ ທ່ອງທ່ຽວຢ່າງມີປະສິດທິຜົນ. ລະອຽດແມ່ນ, ບັນດາທ້ອງຖິ່ນຄວນສືບຕໍ່ປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ, ຜັນຂະຫຍາຍຂັ້ນຕອນປ້ອງກັນ, ສະກັດກັ້ນໂລກລະບາດໃນການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕາມການແນະນຳຂອງກະຊວງສາທາລະນະສຸກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ໄລ່ຮອດເວລາ 6 ໂມງຂອງວັນທີ 17 ມີນາ 2021, ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.560 ຄົນ. ມາຮອດຈຸດເວລານີ້ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.158 ຄົນ; ມີ 35 ຄົນເສຍຊີວິດ.

ຫວຽດນາມ ຫວ ງວ າຈະສາມາດຕ ອນຮ ບນ ກທ ອງທ ຽວສາກ ນນ ບແຕ ເດ ອນ ກ ລະກ ດ ຈະມາເຖ ງ ຜູ້ນຳສະພາແຫ່ງຊາດຮຸງກາຣີ ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ “ຫາຍາກ” ກັບຫວຽດນາມ

ຍສໝ - ຜູ້ນຳສະພາແຫ່ງຊາດຮຸງກາຣີ ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ດີ, “ຫາຍາກ” ລະຫວ່າງຫວຽດນາມ ແລະ ຮຸງກາຣີ, ປາດຖະໜາຢາກຮັກສາການໂອ້ລົມສົນທະນາເປັນປົກກະຕິ ລະຫວ່າງສະພາແຫ່ງຊາດສອງປະເທດ, ໃນອະນາຄົດໂດຍຜ່ານທາງຫ່າງໄກ.

ຫວຽດນາມ ຫວ ງວ າຈະສາມາດຕ ອນຮ ບນ ກທ ອງທ ຽວສາກ ນນ ບແຕ ເດ ອນ ກ ລະກ ດ ຈະມາເຖ ງ Moody’s ຍັງຮັກສາດັດຊະນີໄວ້ວາງໃຈລະດັບຊາດຂອງຫວຽດນາມ

ເລື່ອງຄະນະກຳມະການຈັດອັນດັບຄວາມໄວ້ວາງໃຈ Moody’s ຕີລາຄາຍົກແງ່ຫວັງຂຶ້ນ 2 ຂັ້ນສຳລັບຫວຽດນາມ ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ

ຫວຽດນາມ ຫວ ງວ າຈະສາມາດຕ ອນຮ ບນ ກທ ອງທ ຽວສາກ ນນ ບແຕ ເດ ອນ ກ ລະກ ດ ຈະມາເຖ ງ ຫວຽດນາມ ເປັນປະເທດທີ່ມີປະຊາທິປະໄຕ, ບົດບາດຂອງຄວາມເປີດເຜີຍ, ໂປ່ງໃສໃນການປ້ອງກັນ, ສະກັດກັ້ນໂລກ​ລະ​ບາດ​ໂຄວິດ - 19

ຍສໝ - ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະບານ ຫວຽດນາມ, ຈິດໃຈປ້ອງກັນ, ສະກັດກັ້ນໂລກລະບາດ “ໄວ, ໄວກວ່າອີກ”, ເດັດດຽວ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງຂະແໜງສາທາລະນະສຸກ ຫວຽດນາມ ແລະ ບັນດາທ້ອງຖິ່ນສຸມໃສ່ປະຕິບັດ. ປະຊາຊົນກໍ່ປະຕິບັດບັນດາການແນະນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ.

ໄຊພອນ

ເຫດການ
302 Found

Found

The document has moved here.