ຫວຽດນາມ ເປັນປະເທດທີ່ມີປະຊາທິປະໄຕ, ບົດບາດຂອງຄວາມເປີດເຜີຍ, ໂປ່ງໃສໃນການປ້ອງກັນ, ສະກັດກັ້ນໂລກ​ລະ​ບາດ​ໂຄວິດ - 19

06:00 | 29/03/2021

ຍສໝ - ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະບານ ຫວຽດນາມ, ຈິດໃຈປ້ອງກັນ, ສະກັດກັ້ນໂລກລະບາດ “ໄວ, ໄວກວ່າອີກ”, ເດັດດຽວ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງຂະແໜງສາທາລະນະສຸກ ຫວຽດນາມ ແລະ ບັນດາທ້ອງຖິ່ນສຸມໃສ່ປະຕິບັດ. ປະຊາຊົນກໍ່ປະຕິບັດບັນດາການແນະນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ.

ຫວຽດນາມ ເປ ນປະເທດທ ມ ປະຊາທ ປະໄຕ ບ ດບາດຂອງຄວາມເປ ດເຜ ຍ ໂປ ງໃສໃນການປ ອງກ ນ ສະກ ດກ ນໂລກ ລະ ບາດ ໂຄວ ດ 19 ເພີ່ມທະວີການຮ່ວມມືຫວຽດນາມ-ຍີ່ປຸ່ນ ແນໃສ່ພັດທະນາພະລັງງານແບບຍືນຍົງຢູ່ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງໄລຍະ
ຫວຽດນາມ ເປ ນປະເທດທ ມ ປະຊາທ ປະໄຕ ບ ດບາດຂອງຄວາມເປ ດເຜ ຍ ໂປ ງໃສໃນການປ ອງກ ນ ສະກ ດກ ນໂລກ ລະ ບາດ ໂຄວ ດ 19 ມີທຶນສຶກສາ 1.000 ທຶນ ໂດຍລັດຖະບານສະຫະພັນລັດເຊຍ ສະໜອງໃຫ້ເພື່ອບໍາລຸງສ້າງບັນດາຂະແໜງການຕາມຄວາມຕ້ອງການກໍ່ສ້າງຂອງຫວຽດນາມ
ຫວຽດນາມ ເປ ນປະເທດທ ມ ປະຊາທ ປະໄຕ ບ ດບາດຂອງຄວາມເປ ດເຜ ຍ ໂປ ງໃສໃນການປ ອງກ ນ ສະກ ດກ ນໂລກ ລະ ບາດ ໂຄວ ດ 19
ພາບປະກອບ

ທີ່ກອງປະຊຸມຄະນະປະຈຳລັດຖະບານຕີລາຄາໝາກຜົນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຮອບເວລາ 1 ປີຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນບັນດາບົດຮຽນທີ່ຖອດຖອນມາໄດ້ ເປັນຕົ້ນຄື: ທີໜຶ່ງແມ່ນການຊີ້ນຳ, ນຳພາທີ່ຖືກຕ້ອງ, ຂ້ຽວຂາດ, ທັນການຂອງພັກ, ລັດ, ຄວາມມານະພະຍາຍາມຂອງລະບົບການເມືອງ. ທີສອງແມ່ນ ດ້ວຍທັດສະນະຮັກສາສຸຂະພາບ, ປົກປ້ອງຊີວິດອິນຊີຂອງປະຊາຊົນ ແມ່ນວຽກງານສຳຄັນແຖວໜ້າ ໄດ້ເປັນປະຖົມປັດໄຈແກ່ຄວາມມານະພະຍາຍາມສ້າງຄວາມເຫັນດີເຫັນພ້ອມ, ລະດົມແຫຼ່ງກຳລັງໃນສັງຄົມ. ທີສາມແມ່ນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີກັນເປັນຈິດໜຶ່ງໃຈດຽວ. ທີສີ່ແມ່ນຫວຽດນາມ ເປັນປະເທດທີ່ມີປະຊາທິປະໄຕ, ບົດບາດຂອງຄວາມເປີດເຜີຍ, ໂປ່ງໃສໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ໃນເຫດການທີ່ກ່ຽວຂ້ອງ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ສະຫະພັນລັດເຊຍ ໄດ້ມອບວັກຊິນ Sputnik V ຈຳນວນ 1.000 ໂດສ ທຳອິດໃຫ້ແກ່ຫວຽດນາມ. ນີ້ແມ່ນວັກຊິນກັນເຊື້ອໂຄວິດ-19 ທຳອິດຂອງລັດເຊຍ ຢູ່ຫວຽດນາມ. ງວດວັກຊິນ Sputnik V ນີ້ໂດຍທ່ານ Nikolai Patrushev, ເລຂາສະພາຄວາມໝັ້ນຄົງສະຫະພັນລັດເຊຍ ນຳມາຫວຽດນາມ ໃນຕອນເຊົ້າວັນທີ 16 ມີນາ 2021 ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຕາມທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ກະຊວງສາທາລະນະສຸກຫວຽດນາມໄດ້ ແລະ ພວມເຮັດວຽກກັບບັນດາອົງການສາທາລະນະສຸກຕ່າງປະເທດ ໃນການສົມທົບກັນເພື່ອມີຄວາມພ້ອມປະຕິບັດໜັງສືຜ່ານແດນວັກຊິນ ໃນອະນາຄົດ.

ໜັງສືພິມເອເລັກໂຕນິກ Business Insider ຂອງ ອາເມລິກາ ຫວ່າງແລ້ວນີ້, ໄດ້ລົງບົດຂຽນຍ້ອງຍໍສັນລະເສີນວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງຫວຽດນາມ. ບົດຂຽນໃຫ້ຮູ້ວ່າ ຫວຽດນາມ ຢືນຢູ່ອັນດັບທີ 2 ໃນຈະນວນເກືອບ 100 ປະເທດກ່ຽວກັບຜົນສຳເລັດຂອງການຮັບມືກັບໂລກລະບາດໂຄວິດ - 19. ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ຖືວ່າ ຜົນສຳເລັດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19 ອີ່ງໃສ່ 3 ປັດໄຈນັ້ນແມ່ນ: ຊອກຄົ້ນຫາຜູ້ຕິດເຊື້ອ, ວິໄຈຫາເຊື້ອຢ່າງມີຍຸດທະສາດ ແລະ ວາງອອກສານຢ່າງຈະແຈ້ງ.

ຫວຽດນາມ ເປ ນປະເທດທ ມ ປະຊາທ ປະໄຕ ບ ດບາດຂອງຄວາມເປ ດເຜ ຍ ໂປ ງໃສໃນການປ ອງກ ນ ສະກ ດກ ນໂລກ ລະ ບາດ ໂຄວ ດ 19 ລາຍການ "ຊາວໜຸ່ມ ຫວຽດນາມ - ໝັ້ນໃຈກ້າວເດີນໄປ"

“ຊາວໜຸ່ມ ຫວຽດນາມ - ໝັ້ນໃຈກ້າວເດີນໄປ” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາລະຫວ່າງ ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ກັບ ໄວໜຸ່ມ, ເຍົາວະຊົນ ຫວຽດນາມ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງຖືກຈັດຂຶ້ນຕາມຮູບການທາງອອນລາຍໃນວັນທີ 16 ມີນາ.

ຫວຽດນາມ ເປ ນປະເທດທ ມ ປະຊາທ ປະໄຕ ບ ດບາດຂອງຄວາມເປ ດເຜ ຍ ໂປ ງໃສໃນການປ ອງກ ນ ສະກ ດກ ນໂລກ ລະ ບາດ ໂຄວ ດ 19 ຫວຽດນາມ ສາມາດຄວບຄຸມໂລກລະບາດ ໂຄວິດ - 19 ໄດ້ ແມ່ນຍ້ອນມີກຳລັງແຮງສາມັກຄີທົ່ວປວງຊົນທັງຊາດ

ພາຍຫຼັງພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດ, ນາຍົກລັດຖະມົນຕີໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

ຫວຽດນາມ ເປ ນປະເທດທ ມ ປະຊາທ ປະໄຕ ບ ດບາດຂອງຄວາມເປ ດເຜ ຍ ໂປ ງໃສໃນການປ ອງກ ນ ສະກ ດກ ນໂລກ ລະ ບາດ ໂຄວ ດ 19 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ສະເໜີສານຕາຕັ້ງ

ຍສໝ - ໃນຕອນເຊົ້າວັນທີ 17 ມີນາ, ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ ມາສະເໜີສານຕາຕັ້ງ.

ໄຊພອນ

ເຫດການ
302 Found

Found

The document has moved here.