ຫວຽດນາມ ຢັ້ງຢືນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບລັດເຊຍ

09:20 | 25/08/2020

ຍສໝ - ທ່ານພົນຕີ ໂຫງມິງຕຽນ - ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າໃນສະພາບການທີ່ສັບສົນຂອງການລະບາດພະຍາດ COVID-19, ການສົ່ງກຳລັງເຂົ້າຮ່ວມ Army Games 2020 ຂອງຫວຽດນາມ ສະແດງຄວາມຢືນຢັນການຖືເປັນສຳຄັນການພົວພັນຄູ່ຮ່ວມຍຸດທະສາດຢ່າງຮອບດ້ານ ກັບສະຫະພັນລັດເຊຍ.

ຫວຽດນາມ ຢ ງຢ ນຄວາມສຳຄ ນຂອງການພ ວພ ນຄ ຮ ວມມ ຍ ດທະສາດຢ າງຮອບດ ານກ ບລ ດເຊຍ ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ
ຫວຽດນາມ ຢ ງຢ ນຄວາມສຳຄ ນຂອງການພ ວພ ນຄ ຮ ວມມ ຍ ດທະສາດຢ າງຮອບດ ານກ ບລ ດເຊຍ ຫວຽດນາມ - ຈີນ ສະເຫຼີມສະຫຼອງ 20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

ທ່ານພົນຕີ ໂຫງມິງຕຽນ - ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າໃນສະພາບການທີ່ສັບສົນຂອງການລະບາດພະຍາດ COVID-19, ການສົ່ງກຳລັງເຂົ້າຮ່ວມ Army Games 2020 ຂອງຫວຽດນາມ ສະແດງຄວາມຢືນຢັນການຖືເປັນສຳຄັນການພົວພັນຄູ່ຮ່ວມຍຸດທະສາດຢ່າງຮອບດ້ານ ກັບສະຫະພັນລັດເຊຍ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ ແມ່ນເສົາຄ້ຳທີ່ສຳຄັນ ເຊິ່ງປະກອບສ່ວນເຂົ້າໃນຜົນສຳເລັດຂອງການຈັດຕັ້ງປີຫວຽດນາມ - ລັດເຊຍ (2019-2020) ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1950 -2020).

ຫວຽດນາມ ຢ ງຢ ນຄວາມສຳຄ ນຂອງການພ ວພ ນຄ ຮ ວມມ ຍ ດທະສາດຢ າງຮອບດ ານກ ບລ ດເຊຍ
ກຳລັງເຂົ້າຮ່ວມ Army Games 2020 ຂອງຫວຽດນາມ ສະແດງຄວາມຢືນຢັນການຖືເປັນສຳຄັນການພົວພັນຄູ່ຮ່ວມຍຸດທະສາດຢ່າງຮອບດ້ານ ກັບສະຫະພັນລັດເຊຍ. (ພາບ: qdnd.vn)

ທ່ານພົນຕີ ໂຫງມິງຕຽນ ໃຫ້ຮູ້ວ່າ, ດ້ວຍຄວາມເຫັນດີເຫັນພ້ອມຂອງທ່ານນາຍົກລັດຖະມົນຕີຫວຽດນາມ, ຄະນະກຳມະການການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງສົ່ງຄະນະກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມການແຂ່ງຂັນ Army Games 2020 ໂດຍກະຊວງປ້ອງກັນປະເທດສະຫະພັນລັດເຊຍເປັນເຈົ້າພາບ. ໃນຄັ້ງທີ 3 ເຂົ້າຮ່ວມງານແຂ່ງຂັນ Army Games 2020, ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ໄດ້ນຳເອົາຄະນະກອງທັບຢ່າງຄັບຄາໜາແໜ້ນ ແລະ ເຂັ້ມແຂງແຮງກ້າກວ່າເກົ່າ ເມື່ອທຽບໃສ່ຊຸມປີກ່ອນ.

ພວກເຮົາໄດ້ມີກຳລັງໃຈຂອງການເຝິກຊ້ອມ ແລະ ປະຕິບັດກົດລະບຽບຂອງນັກກິລາເປັນຢ່າງດີ. ຂ້າພະເຈົ້າເຊື່ອວ່າ ໄດ້ສົ່ງເສີມໝາກຜົນຂອງປີກາຍ, ແລະ ປີນີ້ນັກກິລາຫວຽດນາມຈະປະສົບຜົນສຳ ເລັດດີກວ່າເກົ່າ” - ທ່ານພົນຕີ ໂຫງມິງຕຽນ ຢັ້ງຢືນ.

ຕາມທ່ານພົນໂທ ໂຫງມິງຕຽນ ແລ້ວ, ຜ່ານການແຂ່ງຂັນ Army Games 2020, ບັນດານັກກິລາຫວຽດນາມ ຈະມີໂອກາດຢັ້ງຢືນລະດັບການຝຶກຊ້ອມກຽມພ້ອມສູ້ຮົບ, ພ້ອມທັງແມ່ນໂອກາດແລກປ່ຽນ, ແບ່ງປັນ, ຮຽນຮູ້ເພີ່ມເຕີມຈາກກອງທັບຂອງປະເທດຕ່າງໆ.

ຫວຽດນາມ ຢ ງຢ ນຄວາມສຳຄ ນຂອງການພ ວພ ນຄ ຮ ວມມ ຍ ດທະສາດຢ າງຮອບດ ານກ ບລ ດເຊຍ ເພີ່ມທະວີການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຢູເຄຣນ

ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນແອັງຕ໋ວນ - ເອກອັກຄະລັດຖະທູດຫວຽດນາມປະຈຳຢູແກຼນ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະເຈລະຈາກັບບັນດາຜູ້ນຳຢູເຄຣນ.

ຫວຽດນາມ ຢ ງຢ ນຄວາມສຳຄ ນຂອງການພ ວພ ນຄ ຮ ວມມ ຍ ດທະສາດຢ າງຮອບດ ານກ ບລ ດເຊຍ ຫວຽດ​ນາມ - ຈ​ີນ​: ສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ

ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເນັ້ນໜັກວ່າເລື່ອງສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີນັ້ນຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ.

ຫວຽດນາມ ຢ ງຢ ນຄວາມສຳຄ ນຂອງການພ ວພ ນຄ ຮ ວມມ ຍ ດທະສາດຢ າງຮອບດ ານກ ບລ ດເຊຍ ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ

ຍສໝ - ຄະນະຜູ້ແທນຂັ້ນສູງຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ ນຳໂດຍທ່ານພົນຕີ ໂຫງມິງຕຽນ - ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະ.

ຄຳຮຸ່ງ

ເຫດການ