ເພີ່ມທະວີການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຢູເຄຣນ

06:00 | 25/08/2020

ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນແອັງຕ໋ວນ - ເອກອັກຄະລັດຖະທູດຫວຽດນາມປະຈຳຢູແກຼນ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະເຈລະຈາກັບບັນດາຜູ້ນຳຢູເຄຣນ.

ເພ ມທະວ ການພ ວພ ນຮ ວມມ ຍ ດທະສາດລະຫວ າງ ຫວຽດນາມ ຢ ເຄຣນ ຫວຽດນາມ ໄດ້ຈັດເຂົ້າໃນກຸ່ມ 16 ປະເທດມີພື້ນຖານເສດຖະກິດພົ້ນເດັ່ນທີ່ສຸດ
ເພ ມທະວ ການພ ວພ ນຮ ວມມ ຍ ດທະສາດລະຫວ າງ ຫວຽດນາມ ຢ ເຄຣນ ຫວຽດ​ນາມ​ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ອາ​ຊຽນ ແລະ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ ຊຸດ​ທີ 75

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນແອັງຕ໋ວນ ໄດ້ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານກັບຢູແກຼນ. ທ່ານ Zelensky - ປະທານາທິບໍດີປະເທດຢູເຄຣນ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ທ່ານ Zelensky ຫວັງວ່າຈະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ຫຼືມີການພົບປະທາງຖ່າຍທອດສົດ ກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເພື່ອປຶກສາຫາລືບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ເພ ມທະວ ການພ ວພ ນຮ ວມມ ຍ ດທະສາດລະຫວ າງ ຫວຽດນາມ ຢ ເຄຣນ
ທ່ານເອກອັກຄະລັດຖະທູດ ຫງວຽນແອັງຕ໋ວນ ແລະ ທ່ານ Zelensky - ປະທານາທິບໍດີປະເທດຢູເຄຣນ. (ພາບ: baoquocte)

ທີ່ການພົບປະ, ທ່ານຫງວຽນແອັງຕ໋ວນ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຢູແກຼນ ໄດ້ລາຍງານບັນດາຂົງເຂດເຊິ່ງຢູແກຼນ ປາດຖະໜາຢາກຊຸກຍູ້ການພົວພັນກັບອາຊຽນ ທີ່ກ່ຽວກັບຫວຽດນາມ. ຫວຽດນາມ ໃນຖານະເປັນປະທານອາຊຽນ ໃຫ້ຄຳແນະນຳຢ່າງທັນການເພື່ອຕອບສະໜອງຄວາມຕ້ອງການຂອງຢູແກຼນ ໃນບັນຫານີ້ ແລະ ສະຖານທູດຫວຽດນາມ ໄດ້ແຈ້ງໃຫ້ກົມອາຊີ - ປາຊີຟິກ, ກະຊວງການຕ່າງປະເທດຢູແກຼນ.

ທ່ານເອກອັກຄະລັດຖະທູດ ຫງວຽນແອັງຕ໋ວນ ກໍ່ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບມາດຕະການຕ່າງໆ ເພື່ອຊຸກຍູ້ການພົວພັນລະຫວ່າງແຂວງ Kherson (ຢູເຄຣນ) ແລະ ບັນດາທ້ອງຖິ່ນຂອງຫວຽດນາມ. ທ່ານ Yuriy Husyev - ເຈົ້າແຂວງ Kherson ໃຫ້ຮູ້ວ່າ, ແຂວງ Kherson ມີບັນດາບຸລິມະສິດພິເສດສຳລັບບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດຫວຽດນາມ ທີ່ມາລົງທຶນ ແລະ ດຳເນີນທຸລະກິດໃນແຂວງ. ທ່ານ Yuriy Husyev ກໍ່ຕີລາຄາສູງຄວາມພິບໄຫວຂອງຊາວຫວຽດນາມ ແລະ ນັກທຸລະກິດຫວຽດນາມ.

ເນື່ອງໃນໂອກາດນີ້, ຫງວຽນແອັງຕ໋ວນ ກໍ່ໄດ້ພົບປະ ແລະ ເຮັດວຽກກັບຄະນະບໍລິຫານງານສະມາຄົມຊາວຫວຽດນາມຢູ່ແຂວງ Kherson ແລະແຂວງ Mykolaiv, ໄດ້ຕີລາຄາສູງຕໍ່ບົດບາດຫຼັກແຫຼ່ງຂອງຄະນະບໍລິຫານງານສະມາຄົມ, ນໍ້າໃຈສາມັກຄີ, ຄວາມຮັກແພງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອເອົາຊະນະ, ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງປະຊາຊົນໃນສອງແຂວງ Kherson ແລະ Mykolaiv.

ເພ ມທະວ ການພ ວພ ນຮ ວມມ ຍ ດທະສາດລະຫວ າງ ຫວຽດນາມ ຢ ເຄຣນ ຫວຽດ​ນາມ​ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ອາ​ຊຽນ ແລະ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ ຊຸດ​ທີ 75

ຍສໝ - ເປົ້າໝາຍຂອງກອງປະຊຸມເພື່ອແນໃສ່ແລກປ່ຽນບັນດາບຸລິມະສິດຂອງປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 75 ແລະ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະມັດຊາໃຫຍ່ ສປຊ ໃນໄລຍະຈະມາເຖິງ.

ເພ ມທະວ ການພ ວພ ນຮ ວມມ ຍ ດທະສາດລະຫວ າງ ຫວຽດນາມ ຢ ເຄຣນ ເພື່ອນການາດາໄດ້ຍ້ອງຍໍປະເທດຫວຽດນາມແມ່ນແຫຼ່ງບັນດານໃຈຂອງປະຊາຊົນໂລກ

ຍ​ສ​ໝ - ຫວ່າງ​ແລ້ວນີ້, ຢູ່ນະຄອນ Toronto (ປະເທດການາດາ), ສະມາຄົມມິດຕະພາບການາດາ - ຫວຽດນາມ (CVFS) ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.

ເພ ມທະວ ການພ ວພ ນຮ ວມມ ຍ ດທະສາດລະຫວ າງ ຫວຽດນາມ ຢ ເຄຣນ ບັນດາວິສາຫະກິດຕ່າງປະເທດ ເຊື່ອໝັ້ນຕໍ່ການຟື້ນຕົວຂອງພື້ນຖານເສດຖະກິດຫວຽດນາມ

ຍສໝ - ວິທີການຮັບມືຂອງຫວຽດນາມ ສຳຫຼັບການລະບາດຂອງພະຍາດ COVID-19 ຄັ້ງທຳອິດ ໄດ້ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຫຼາຍໃນປະເທດ ແລະ ຈະເຮັດໃຫ້ຊຸກຍູ້ຂະບວນການຟື້ນຟູພື້ນຖານເສດຖະກິດ.

ຄຳຮຸ່ງ

302 Found

Found

The document has moved here.