ຫວຽດນາມ - ບູນກາຣີ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ

12:02 | 25/06/2026

ຍສໝ - ທ່ານນາງ ຫງວຽນ ທິ ມິງ ຫງວຽດ, ເອກອັກຄະລັດຖະທູດຫວຽດນາມ ປະຈຳບູນກາຣີ ໄດ້ພົບປະ ແລະ ເຮັດວຽກກັບທ່ານ Nikolay Naydenov, ລັດຖະມົນຕີກະຊວງຕຸລາການບູນກາຣີ ເພື່ອປຶກສາຫາລືມາດຕະການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການລະຫວ່າງສອງປະເທດໃນໄລຍະໃໝ່.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030
ຮອຍປະທັບ ຫວຽດນາມ ຢູ່ພາຍໃດໃຈຂອງເພື່ອນມິດ ບູນກາຣີ ແລະ ບັນດາປະເທດອາຊີ

ຕາມຂ່າວຈາກສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳບູນກາຣີ, ການພົບປະຄັ້ງນີ້ມີຂຶ້ນໃນຂະນະທີ່ສາຍພົວພັນຫວຽດນາມ - ບູນກາຣີ ກຳລັງສືບຕໍ່ພັດທະນາໄປໃນທິດທາງທີ່ດີໃນຫຼາຍຂົງເຂດ ຫຼັງຈາກສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2025. ນີ້ຍັງເປັນໂອກາດໃຫ້ສອງຝ່າຍໄດ້ແລກປ່ຽນທິດທາງການຮ່ວມມື ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງທີ່ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີຮ່ວມກັນໃຫ້ເກີດຜົນເປັນຮູບປະທຳ.

ໃນການພົບປະ, ທ່ານນາງ ຫງວຽນ ທິ ມິງ ຫງວຽດ ໄດ້ກ່າວສະແດງຄວາມຍິນດີຕໍ່ທ່ານ Nikolay Naydenov ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງລັດຖະມົນຕີກະຊວງຕຸລາການບູນກາຣີ. ທ່ານນາງໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ແລະ ບົດບາດອິດທິພົນຂອງທ່ານ, ທ່ານ Nikolay Naydenov ຈະສືບຕໍ່ປະກອບສ່ວນຢ່າງຫ້າວຫັນເຂົ້າໃນຂະບວນການປະຕິຮູບຕຸລາການ ແລະ ການສ້າງລັດແຫ່ງກົດໝາຍຂອງບູນກາຣີ.

ຫວຽດນາມ - ບູນກາຣີ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ

ພາບບັນຍາກາດຂອງການເຮັດວຽກ.

ທ່ານນາງເອກອັກຄະລັດຖະທູດໄດ້ເນັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ບູນກາຣີ ແມ່ນຊັບສົມບັດອັນລ້ຳຄ່າ ທີ່ການນຳ ແລະ ປະຊາຊົນຫຼາຍຮຸ່ນຄົນຂອງສອງປະເທດໄດ້ຮ່ວມກັນສ້າງສາ ແລະ ທະນຸບຳລຸງຕະຫຼອດໄລຍະກວ່າ 7 ທົດສະວັດຜ່ານມາ. ບົນພື້ນຖານມູນເຊື້ອອັນດີງາມນີ້, ສາຍພົວພັນສອງຝ່າຍກຳລັງກ້າວເຂົ້າສູ່ໄລຍະພັດທະນາໃໝ່ ທີ່ມີຄວາມຫວັງ ແລະ ໂອກາດອັນກວ້າງຂວາງ. ທ່ານນາງຢືນຢັນວ່າ ນອກຈາກການຮ່ວມມືດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ການສຶກສາ - ຝຶກອົບຮົມແລ້ວ, ການຮ່ວມມືດ້ານກົດໝາຍ ແລະ ຕຸລາການກໍມີບົດບາດສຳຄັນໃນການເສີມສ້າງພື້ນຖານທາງກົດໝາຍ ແລະ ອຳນວຍຄວາມສະດວກໃຫ້ກິດຈະກຳການຮ່ວມມືສອງຝ່າຍພັດທະນາໄປຢ່າງເລິກເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ.

ສອງຝ່າຍໄດ້ປະເມີນຮ່ວມກັນວ່າ ການຮ່ວມມືດ້ານກົດໝາຍ ແລະ ຕຸລາການໃນໄລຍະຜ່ານມາ ໄດ້ບັນລຸຜົນສຳເລັດທີ່ດີຫຼາຍປະການ. ພ້ອມກັນນັ້ນ, ທັງສອງຝ່າຍຍັງສະແດງຄວາມປາຖະໜາທີ່ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນປະສົບການໃນການສ້າງ ແລະ ບັງຄັບໃຊ້ກົດໝາຍ, ການພັດທະນາຊັບພະຍາກອນມະນຸດ ຕະຫຼອດຮອດການຂະຫຍາຍການຮ່ວມມືທາງວິຊາການລະຫວ່າງບັນດາອົງການຕຸລາການຂອງສອງປະເທດ.

ຫວຽດນາມ - ບູນກາຣີ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ

ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ແລະ ທ່ານ Nikolay Naydenov ລັດຖະມົນຕີກະຊວງຕຸລາການ ບູນກາຣີ.

ທ່ານ Nikolay Naydenov, ລັດຖະມົນຕີກະຊວງຕຸລາການບູນກາຣີ ຢືນຢັນວ່າ ບູນກາຣີຖືຫວຽດນາມເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ມາໂດຍຕະຫຼອດ ແລະ ຕີລາຄາສູງຕໍ່ການພັດທະນາຢ່າງເຂັ້ມແຂງຂອງສາຍພົວພັນສອງຝ່າຍໃນໄລຍະມໍ່ໆ ມານີ້. ທ່ານເຫັນວ່າ ສອງຝ່າຍຄວນສືບຕໍ່ສືບທອດ ແລະ ສົ່ງເສີມມູນເຊື້ອການຮ່ວມມືອັນດີງາມທີ່ຄົນຮຸ່ນກ່ອນໄດ້ສ້າງໄວ້, ຄຽງຄູ່ກັບການເພີ່ມທະວີການແລກປ່ຽນປະສົບການໃນບັນດາຂົງເຂດທີ່ທັງສອງປະເທດມີຄວາມສົນໃຈຮ່ວມກັນ, ໂດຍສະເພາະການຫັນປ່ຽນເປັນດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນວຽກງານຕຸລາການ.

ທ່ານລັດຖະມົນຕີ Nikolay Naydenov ຍັງໄດ້ຊົມເຊີຍຜົນສຳເລັດດ້ານການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມໃນໄລຍະຜ່ານມາ ພ້ອມທັງສະແດງຄວາມປາຖະໜາທີ່ຈະຂະຫຍາຍຊ່ອງທາງການແລກປ່ຽນ ແລະ ການຮ່ວມມືລະຫວ່າງບັນດາອົງການທີ່ມີພາລະບົດບາດຂອງສອງປະເທດໃຫ້ກວ້າງຂວາງຍິ່ງຂຶ້ນ. ເປົ້າໝາຍແມ່ນເພື່ອຍົກສູງປະສິດທິຜົນການດຳເນີນວຽກງານຕຸລາການ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ວິສາຫະກິດໄດ້ດີຍິ່ງຂຶ້ນ.

ໃນການພົບປະຄັ້ງນີ້, ສອງຝ່າຍຍັງໄດ້ປຶກສາຫາລືບາງບັນຫາດ້ານກົດໝາຍທີ່ກ່ຽວຂ້ອງກັບຊຸມຊົນຄົນຫວຽດນາມທີ່ດຳລົງຊີວິດຢູ່ບູນກາຣີ. ທັງສອງຝ່າຍເຫັນດີທີ່ຈະຮັກສາການສົນທະນາ ແລະ ປະສານງານກັນຢ່າງໃກ້ຊິດຕໍ່ໄປ ເພື່ອສ້າງເງື່ອນໄຂທີ່ສະດວກໃຫ້ແກ່ຊຸມຊົນຄົນຫວຽດນາມ, ສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນສອງປະເທດ ແລະ ເສີມສ້າງພື້ນຖານທາງສັງຄົມໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ບູນກາຣີ ໃຫ້ໝັ້ນຄົງຍິ່ງຂຶ້ນ.

ໃນຕອນທ້າຍຂອງການພົບປະ, ສອງຝ່າຍໄດ້ຢືນຢັນຄວາມມຸ່ງໝັ້ນທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ໂດຍຖືວ່ານີ້ແມ່ນໜຶ່ງໃນເສົາຄ້ຳສຳຄັນຂອງສາຍພົວພັນສອງຝ່າຍ. ພ້ອມກັນນັ້ນ, ທັງສອງຝ່າຍຍັງເຫັນດີໃຫ້ຮັກສາກົນໄກການແລກປ່ຽນ ແລະ ປຶກສາຫາລືລະຫວ່າງບັນດາອົງການທີ່ມີພາລະບົດບາດຢ່າງເປັນປະຈຳ, ເພື່ອແບ່ງປັນປະສົບການໄດ້ຢ່າງທັນການ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມການຮ່ວມມືໃໝ່ ໃຫ້ສອດຄ່ອງກັບຄວາມຕ້ອງການພັດທະນາຂອງແຕ່ລະປະເທດ.

ທ່ານນາງ ຫງວຽນ ທິ ມິງ ຫງວຽດ ເນັ້ນວ່າ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳບູນກາຣີ ຈະສືບຕໍ່ສົ່ງເສີມບົດບາດໃນການເປັນຂົວຕໍ່ ແລະ ປະສານງານຢ່າງໃກ້ຊິດກັບກະຊວງຕຸລາການບູນກາຣີ ເພື່ອຜັນຂະຫຍາຍບັນດາກິດຈະກຳການຮ່ວມມືໃນໄລຍະຕໍ່ໜ້າໃຫ້ມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ບູນກາຣີ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່ ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່

ຍສໝ - ຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ Narendra Modi, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 - 7 ພຶດສະພາ 2026.

ຫວຽດນາມ - ບູນກາຣີ ຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຢີ, ການຫັນປ່ຽນສີຂຽວ ຫວຽດນາມ - ບູນກາຣີ ຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຢີ, ການຫັນປ່ຽນສີຂຽວ

ຍສໝ - ຢູ່ທີ່ສຳນັກງານສະພາການຄ້າ ແລະ ອຸດສາຫະກຳ ບູນກາຣີ (BCCI) ໃນນະຄອນຫຼວງ Sofia, ສະຖານທູດ ຫວຽດນາມ ປະຈຳ ບູນກາຣີ ໄດ້ປະສານສົມທົບກັບ BCCI ແລະ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ບູນກາຣີ ຈັດກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້: “ການຮ່ວມມື ຫວຽດນາມ - ບູນກາຣີ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ