ຫວຽດນາມ - ຊີເລ ສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ

15:24 | 17/11/2026

ຍສໝ - ໃນການເຈລະຈາວັນທີ 16 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະ ທ່ານ José Antonio Kast Rist, ປະທານາທິບໍດີຊີເລ ໄດ້ເຫັນດີຍົກລະດັບສາຍພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມຍຸດທະສາດ, ພ້ອມທັງຈະຮີບຮ້ອນສ້າງແຜນປະຕິບັດງານເພື່ອຜັນຂະຫຍາຍ 6 ເສົາຄ້ຳການຮ່ວມມືຈຸດສຸມໃນຂອບເຂດສາຍພົວພັນໃໝ່.

ຫວຽດນາມ – ຊີເລ ຍູ້ແຮງການຮ່ວມມື ດ້ວຍບົດບາດເປັນຂົວຕໍ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາລາຕິນ ຫວຽດນາມ - ຊີເລ ຂະຫຍາຍການເຊື່ອມໂຍງລະຫວ່າງທ້ອງຖິ່ນ

ໂດຍຕອບຮັບຄຳເຊີນຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ, ທ່ານ José Antonio Kast Rist, ປະທານາທິບໍດີສາທາລະນະລັດຊີເລ ພ້ອມດ້ວຍພັນລະຍາ ໄດ້ນຳພາຄະນະຜູ້ແທນຂັ້ນສູງຊີເລ ເດີນທາງຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 15-17 ພະຈິກ.

ຕອນບ່າຍວັນທີ 16 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການສຳລັບທ່ານປະທານາທິບໍດີຊີເລ ແລະ ພັນລະຍາ. ພາຍຫຼັງພິທີຕ້ອນຮັບ, ຜູ້ນຳທັງສອງໄດ້ດຳເນີນການເຈລະຈາໃນບັນຍາກາດທີ່ຈິງໃຈ, ເປີດກວ້າງ ແລະ ໄວ້ວາງໃຈກັນ.

ໃນການເຈລະຈາ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານປະທານາທິບໍດີ José Antonio Kast, ໂດຍເນັ້ນໜັກເຖິງຄວາມໝາຍທາງປະຫວັດສາດຂອງການຢ້ຽມຢາມທີ່ດຳເນີນຂຶ້ນກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ (25/3/1971 - 25/3/2026). ນີ້ແມ່ນໂອກາດສ້າງແຮງຂັບເຄື່ອນເພີ່ມເຕີມເພື່ອນຳພາສາຍພົວພັນສອງຝ່າຍໃຫ້ພັດທະນາຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນໃນໄລຍະໃໝ່.

ໂດຍໃຫ້ຂໍ້ມູນກ່ຽວກັບສະຖານະການເສດຖະກິດ, ສັງຄົມ, ການຕ່າງປະເທດ ແລະ ບັນດາທິດທາງການພັດທະນາຂອງຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ຊີເລ ໃນຖານະໜຶ່ງໃນບັນດາຄູ່ຮ່ວມທີ່ສຳຄັນອັນດັບຕົ້ນໆຢູ່ພາກພື້ນອາເມລິກາລາຕິນ.

ທ່ານໄດ້ຢ້ຳຄືນວ່າ ຊີເລແມ່ນປະເທດອາເມລິກາໃຕ້ທຳອິດທີ່ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມໃນວັນທີ 25 ມີນາ 1971, ພ້ອມທັງສະແດງຄວາມເຄົາລົບ ແລະ ຂອບໃຈຕໍ່ນ້ຳໃຈ ແລະ ການສະໜັບສະໜູນອັນລ້ຳຄ່າຂອງປະຊາຊົນຊີເລທີ່ມີຕໍ່ຫວຽດນາມໃນການຕໍ່ສູ້ເພື່ອຍາດເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດໃນອະດີດ ກໍຄືພາລະກິດສ້າງສາ ແລະ ປົກປ້ອງປິຕຸພູມໃນປັດຈຸບັນ.

ທາງຝ່າຍຊີເລ, ທ່ານປະທານາທິບໍດີ José Antonio Kast ໄດ້ຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນທີ່ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມມອບໃຫ້ທ່ານປະທານາທິບໍດີ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຊີເລ.

ໂດຍສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ, ໂດຍສະເພາະອັດຕາການເຕີບໂຕທາງເສດຖະກິດທີ່ໂດດເດັ່ນ, ທ່ານປະທານາທິບໍດີຢືນຢັນວ່າ ຊີເລຖືຫວຽດນາມເປັນຄູ່ຮ່ວມບຸລິມະສິດອັນດັບຕົ້ນຢູ່ພາກພື້ນອາຊີ - ປາຊີຟິກ ແລະ ປາຖະໜາສືບຕໍ່ພັດທະນາສາຍພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮັບໃຊ້ເປົ້າໝາຍການພັດທະນາຢ່າງຍືນຍົງຂອງແຕ່ລະປະເທດ.

ທ່ານປະທານາທິບໍດີ José Antonio Kast ໃຫ້ຮູ້ວ່າ ດ້ວຍເຄືອຂ່າຍສັນຍາການຄ້າເສລີ 35 ສະບັບທີ່ໄດ້ລົງນາມແລ້ວ, ຊີເລພ້ອມຈະມີບົດບາດເປັນປະຕູເຊື່ອມໂຍງຫວຽດນາມກັບບັນດາລະບົບເສດຖະກິດຢູ່ອາເມລິກາລາຕິນ ແລະ ທົ່ວໂລກ.

ຫວຽດນາມ - ຊີເລ ສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ
ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ພັນລະຍາ ຕ້ອນຮັບທ່ານ José Antonio Kast, ປະທານາທິບໍດີຊີເລ ແລະ ພັນລະຍາ ໃນໂອກາດຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ຂະຫຍາຍການຮ່ວມມືບົນ 6 ເສົາຄ້ຳຈຸດສຸມ

ໂດຍຮ່ວມກັນທົບທວນຄືນໄລຍະ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ ແລະ ເກືອບ 20 ປີແຫ່ງການຜັນຂະຫຍາຍຂອບເຂດສາຍພົວພັນຄູ່ຮ່ວມຮອບດ້ານ, ຜູ້ນຳທັງສອງໄດ້ຕີລາຄາວ່າ ສາຍພົວພັນຫວຽດນາມ - ຊີເລ ໄດ້ບັນລຸຫຼາຍຜົນສຳເລັດທີ່ສຳຄັນ.

ໃນນັ້ນ, ພື້ນຖານຄວາມໄວ້ວາງໃຈທາງການເມືອງ ແລະ ຄວາມເຂົ້າໃຈຊຶ່ງກັນແລະກັນໄດ້ຮັບການເສີມສ້າງຢ່າງຕໍ່ເນື່ອງ; ເສດຖະກິດ ແລະ ການຄ້ານັບມື້ນັບຢືນຢັນບົດບາດເປັນເສົາຄ້ຳທີ່ສຳຄັນ, ໃນຂະນະທີ່ການຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງ, ກະສິກຳ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນໄດ້ຮັບການຂະຫຍາຍຢ່າງບໍ່ຢຸດຢັ້ງ.

ຜູ້ນຳທັງສອງເຫັນດີກັນວ່າ ສາຍພົວພັນຫວຽດນາມ - ຊີເລ ມີເງື່ອນໄຂຄົບຖ້ວນແລ້ວເພື່ອກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍລະດັບຄວາມໄວ້ວາງໃຈທາງການເມືອງທີ່ສູງຂຶ້ນ, ການຮ່ວມມືທີ່ກວ້າງຂວາງ, ເລິກເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ ພ້ອມທັງການເຊື່ອມໂຍງດ້ານຜົນປະໂຫຍດທີ່ແໜ້ນແຟ້ນຍິ່ງຂຶ້ນ.

ບົນພື້ນຖານບັນດາຫຼັກການຮ່ວມໃນສາຍພົວພັນສອງຝ່າຍ ແລະ ຄວາມຄ້າຍຄືກັນດ້ານຜົນປະໂຫຍດໃນລະດັບສອງຝ່າຍ, ພາກພື້ນ ແລະ ທົ່ວໂລກ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານປະທານາທິບໍດີ José Antonio Kast ໄດ້ຕັດສິນໃຈຍົກລະດັບສາຍພົວພັນຫວຽດນາມ - ຊີເລ ຂຶ້ນເປັນຄູ່ຮ່ວມຍຸດທະສາດຢ່າງເປັນທາງການ.

ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີກັນວ່າ ຈະຮີບຮ້ອນສ້າງແຜນປະຕິບັດງານເພື່ອຫັນ 6 ເສົາຄ້ຳການຮ່ວມມືຈຸດສຸມໃຫ້ເປັນຮູບປະທຳ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນໃນຂອບເຂດສາຍພົວພັນໃໝ່.

ເພື່ອຫັນບັນດາທິດທາງເຫຼົ່ານີ້ໃຫ້ເປັນຈິງ, ຫວຽດນາມ ແລະ ຊີເລ ໄດ້ເຫັນດີກັນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະສອງຝ່າຍໃນທຸກລະດັບ; ຊຸກຍູ້ການທູດລັດຖະສະພາ, ການຕ່າງປະເທດປະຊາຊົນ ແລະ ສົ່ງເສີມປະສິດທິຜົນຂອງບັນດາກົນໄກສົນທະນາ ແລະ ຮ່ວມມືທີ່ມີຢູ່.

ສອງຝ່າຍຍັງກຳນົດການຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ຍັງມີທ່າແຮງຫຼາຍ, ລວມມີ ກະສິກຳ, ປ້ອງກັນຊາດ - ຄວາມໝັ້ນຄົງ, ແຮ່ທາດທີ່ຈຳເປັນ, ການເງິນ - ທະນາຄານ, ເສດຖະກິດທາງທະເລ, ຄົມມະນາຄົມ - ຂົນສົ່ງ, ວັດທະນະທຳ - ທ່ອງທ່ຽວ, ການສຶກສາ ແລະ ການແລກປ່ຽນປະຊາຊົນ.

ຄຽງຄູ່ກັນນັ້ນ, ສອງປະເທດຈະຊຸກຍູ້ການເຈລະຈາເພື່ອກ້າວໄປສູ່ການລົງນາມບັນດາຂໍ້ຕົກລົງຮ່ວມມືດ້ານຄວາມໝັ້ນຄົງ - ປ້ອງກັນຊາດ, ການເງິນ, ພາສີອາກອນ ແລະ ວິທະຍາສາດ - ເຕັກໂນໂລຊີ.

ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກເຖິງບົດບາດພື້ນຖານຂອງວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ ແລະ ການຫັນປ່ຽນສີຂຽວ ຕໍ່ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຊຸກຍູ້ການເຕີບໂຕທາງເສດຖະກິດ, ພັດທະນາອຸດສາຫະກຳທັນສະໄໝ ແລະ ສ້າງຄວາມຮຸ່ງເຮືອງໃນໄລຍະຍາວ.

ບົນຈິດໃຈດັ່ງກ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ສອງປະເທດເພີ່ມທະວີການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ ແລະ ແລກປ່ຽນປະສົບການບໍລິຫານໃນຂົງເຂດການຂຸດຄົ້ນແຮ່ທາດອັດສະລິຍະ, ການປຸງແຕ່ງແຮ່ທາດຂັ້ນເລິກຕາມທິດທາງທີ່ເປັນມິດກັບສິ່ງແວດລ້ອມ, ການພັດທະນາເຕັກໂນໂລຊີຜະລິດ ແລະ ເກັບຮັກສາໄຮໂດຣເຈນສີຂຽວ ກໍຄືການນຳໃຊ້ພະລັງງານໄຟຟ້າແສງຕາເວັນ ແລະ ພະລັງງານລົມ.

ທ່ານປະທານາທິບໍດີຊີເລ José Antonio Kast ໄດ້ສະແດງຄວາມປາຖະໜາໃຫ້ສອງປະເທດນຳໃຊ້ປະສິດທິຜົນຂອງຄະນະກຳມະການການຄ້າເສລີຫວຽດນາມ - ຊີເລ ໃຫ້ໄດ້ສູງສຸດ, ຜ່ານນັ້ນຊ່ວຍເຫຼືອຊຸມຊົນວິສາຫະກິດໃນການນຳໃຊ້ບັນດາສິດພິເສດດ້ານພາສີຈາກສັນຍາການຄ້າເສລີຫວຽດນາມ - ຊີເລ ແລະ ສັນຍາຄູ່ຮ່ວມຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ພ້ອມກັນນັ້ນ, ທ່ານປະທານາທິບໍດີສະເໜີໃຫ້ສືບຕໍ່ລົງເລິກການຮ່ວມມືໃນບັນດາຂົງເຂດການລົງທຶນ, ການບໍລິການ, ກະສິກຳເຕັກໂນໂລຊີສູງ, ການຂຸດຄົ້ນແຮ່ທາດ, ການເງິນ, ທະນາຄານ ແລະ ການທ່ອງທ່ຽວ.

ເພີ່ມທະວີການປະສານສົມທົບຢູ່ບັນດາເວທີສາກົນ

ໃນການແລກປ່ຽນກ່ຽວກັບສະຖານະການພາກພື້ນ ແລະ ສາກົນ, ຜູ້ນຳທັງສອງໄດ້ແບ່ງປັນທັດສະນະຮ່ວມກ່ຽວກັບຄວາມຈຳເປັນຕ້ອງເພີ່ມທະວີການສົນທະນາ, ການຮ່ວມມື, ສົ່ງເສີມລັດທິຫຼາຍຝ່າຍ ແລະ ເຊີດຊູກົດບັດສະຫະປະຊາຊາດ ກໍຄືກົດໝາຍສາກົນ.

ສອງຝ່າຍໄດ້ຢືນຢັນຄືນເຖິງຄວາມຈຳເປັນໃນການຮັກສາລັກສະນະສາກົນ ແລະ ຄວາມຄົບຖ້ວນຂອງສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982), ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂບັນດາຂໍ້ຂັດແຍ່ງທາງທະເລດ້ວຍວິທີການສັນຕິພາບ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະກົດບັດສະຫະປະຊາຊາດ.

ຫວຽດນາມ ແລະ ຊີເລ ໄດ້ເຫັນດີກັນສືບຕໍ່ເພີ່ມທະວີການປະສານສົມທົບຢູ່ບັນດາກົນໄກ ແລະ ເວທີຫຼາຍຝ່າຍ, ລວມມີ ສະຫະປະຊາຊາດ, ອົງການການຄ້າໂລກ (WTO), ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ເວທີຮ່ວມມືອາຊີຕາເວັນອອກ - ອາເມລິກາລາຕິນ (FEALAC), ບັນດາກົນໄກທີ່ອາຊຽນເປັນຜູ້ນຳພາ ແລະ ໃນຂອບເຂດ CPTPP.

ໃນໂອກາດນີ້, ທ່ານປະທານາທິບໍດີ José Antonio Kast ໄດ້ເຊີນທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ ໄປຢ້ຽມຢາມຊີເລໃນໄວໆນີ້. ທ່ານ ໂຕ ເລິມ ໄດ້ຕອບຮັບຄຳເຊີນດ້ວຍຄວາມຍິນດີ, ພ້ອມທັງເຊີນທ່ານປະທານາທິບໍດີຊີເລກັບຄືນມາຫວຽດນາມເພື່ອເຂົ້າຮ່ວມສັບປະດາກອງປະຊຸມຂັ້ນສູງ APEC 2027.

ຜູ້ນຳທັງສອງໄດ້ເຫັນດີກັນວ່າ ຈະສືບຕໍ່ແລກປ່ຽນຜ່ານຊ່ອງທາງການທູດເພື່ອກຳນົດເວລາທີ່ແນ່ນອນຂອງບັນດາການຢ້ຽມຢາມ.

ທັນທີພາຍຫຼັງການເຈລະຈາ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານປະທານາທິບໍດີ José Antonio Kast ໄດ້ພົບປະຮ່ວມກັບບັນດາຜູ້ຕາງໜ້າສື່ມວນຊົນຫວຽດນາມ, ຊີເລ ແລະ ສາກົນ.

ໃນຕອນຄ່ຳຂອງວັນດຽວກັນ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງຕ້ອນຮັບຢ່າງສົມກຽດ ເພື່ອຕ້ອນຮັບທ່ານປະທານາທິບໍດີຊີເລ José Antonio Kast, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຊີເລ.

ນອກຈາກນັ້ນ, ໃນຕອນບ່າຍວັນທີ 16 ພະຈິກ, ທ່ານປະທານາທິບໍດີຊີເລ José Antonio Kast ໄດ້ເຂົ້າພົບປະທ່ານ ເຈິ່ນ ແທງ ເໝິ້ນ, ປະທານສະພາແຫ່ງຊາດ.

ໃນລາຍການກິດຈະກຳວັນດຽວກັນ, ທ່ານປະທານາທິບໍດີຊີເລ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຊີເລ ໄດ້ວາງພວງມາລາຢູ່ອະນຸສອນສະຖານບັນດາວິລະຊົນນັກຮົບພລີຊີບ ແລະ ສຸສານປະທານ ໂຮ່ ຈີ ມິງ; ເຂົ້າຮ່ວມ ແລະ ກ່າວປາໄສຢູ່ເວທີປາໄສວິສາຫະກິດຫວຽດນາມ - ຊີເລ ພ້ອມທັງຢ້ຽມຊົມບາງສະຖານທີ່ວັດທະນະທຳ ແລະ ປະຫວັດສາດຢູ່ຮ່າໂນ້ຍ.

ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ
ຍສໝ - ວັນທີ 16 ພະຈິກ, ຢູ່ Manila (Philippines), ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ເພື່ອແລກປ່ຽນບັນດາມາດຕະການດຳເນີນການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ວິທະຍາສາດ - ເຕັກໂນໂລຊີ.
IMF ປາຖະໜາເຂົ້າຮ່ວມບັນດາກິດຈະກຳ APEC 2027 IMF ປາຖະໜາເຂົ້າຮ່ວມບັນດາກິດຈະກຳ APEC 2027
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF). ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະຖານະການເສດຖະກິດໂລກ, ທິດທາງການພັດທະນາຂອງຫວຽດນາມ ແລະ ການຮ່ວມມືໃນໄລຍະຕໍ່ໜ້າ, ໃນນັ້ນລວມມີບັນດາກິດຈະກຳໃນຂອບເຂດປີ APEC 2027 ທີ່ຫວຽດນາມເປັນເຈົ້າພາບ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ