ຫວຽດ​ນາມ - ເຢຍ​ລະ​ມັນ, 45 ປີ​ແຫ່ງ​ການ​ຮ່ວມ​ມືພ້ອມ​ກັນ​ພັດ​ທະ​ນາ

12:18 | 21/09/2020

ຍ​ສ​ໝ - ປີ 2020 ແມ່ນ​ຂີດ​ໝາຍ​ສຳ​ຄັນ​ສຳ​ລັບ​ສອງ​ປະ​ເທດ​ເມື່ອ​ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ລ້ວນ​ແຕ່​ຮັກ​ສາ​ບັນ​ດາ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Hin-no ເນັ້​ນ​ໜັກ​ວ່າ ເລື່ອງ​ທັງ​ສອງ​ປະ​ເທດ​ພ້ອມ​ກັນ​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021.

ຫວຽດ ນາມ ເຢຍ ລະ ມ ນ 45 ປ ແຫ ງ ການ ຮ ວມ ມ ພ ອມ ກ ນ ພ ດ ທະ ນາ ນຳ​ສົ່ງ​ພົນ​ລະ​ເມືອ​ງ​ຫວຽດ​ນາມ ເກືອບ 280 ຄົນ​ຈາກ​ເອີ​ລົບ​ກັບ​ມາ​ປະ​ເທດ
ຫວຽດ ນາມ ເຢຍ ລະ ມ ນ 45 ປ ແຫ ງ ການ ຮ ວມ ມ ພ ອມ ກ ນ ພ ດ ທະ ນາ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີເຢຍລະມັນ
ຫວຽດ ນາມ ເຢຍ ລະ ມ ນ 45 ປ ແຫ ງ ການ ຮ ວມ ມ ພ ອມ ກ ນ ພ ດ ທະ ນາ
ນັກ​ຊ່ຽວ​ຊານ​ເຢຍ​ລະ​ມັນ​ຊ່ວຍ​ຫວຽດ​ນາມ​ອະ​ນາ​ໄມກຳແພງພະລາຊະວັງທັງລອງ (ພາບ: nhandan.com.vn)

ວັນ​ທີ 23 ກັນ​ຍາ ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ເຢຍ​ລະ​ມັນ, ເມື່ອ​ສອ​ງ​ປະ​ເທດ​ສະ​ເຫຼີ​ມ​ສະຫຼອງ 45 ປີ​ແຫ່ງ​ການ​ພັດ​ທະ​ນາ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ເລິກ​ເຊິ່ງ​ກ້​ວາງ​ຂວາງ, ມີ​ປະ​ສິດ​ທິ​ຜົນ ແລະ ຮອບ​ດ້ານ

ເດືອນ​ຕູ​ລາ ປີ 2011, ຫວຽດ​ນາມ - ເຢຍ​ລະ​ມັນ​ໄດ້​ຍົນ​ລະ​ດັບ​ການ​ພ​ົວ​ພັນ​ຂຶ້​ນ​ສູ່​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ​ສ້າງ​ກຳ​ລັງ​ໜູນ​ໃໝ່ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ລະ​ຫວ່າງ​ສອງ​ຝ່າຍ. ທ່ານ G.Hin – no ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢຍ​ລະ​ມັນ​ປະ​ຈຳ​ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ: ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສຳ​ຄັນ​ຂ​ອງ ເຢຍ​ລະ​ມັນ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ​່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ທະ​ວີ​ຜ່ານ​ການ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື. ນີ້​ແມ່ນ​ພື້ນ​ຖານ​ຢ່າງ​ໝັ້ນ​ຄົງ​ເພື່ອ​ໃຫ້​ສອງ​ຝ່າຍ​ຜັນ​ຂະ​ຫຍາຍ​ສຳ​ເລັດ​ການ​ຮ່ວມ​ມື​ສຳ​ຄັນ​ໃນຫຼາຍ​ຂົງ​ເຂດ.

ການ​ພົວ​ພັນ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ​ບັນ​ລຸຫຼາຍ​ໝາກ​ຜົນ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ເຢຍ​ລະ​ມັນ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ​ຢູ່​ເອີ​ລົບ, ກວ​ມ​ເອົາເກືອບ 20% ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໄປ​ຍັງ​ສະ​ຫະ​ພາບ​ເອ​ີ​ລົບ (EU), ແລະ ກໍ່​ແມ່ນ​ປະ​ຕູ​ເຂົ້າ​ອອກ​ສຳ​ຄັນ​ຂອງ​ສິນ​ຄ້າ​ຫວຽດ​ນາມ​ໄປ​ຍັງ ຕະຫຼ​າດ ເອີ​ລົບ. ປີ 2019, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ​ກ່​ວາ 10,24 ຕື້ USD, ໃນ​ນັ້ນ​ຫວຽດ​ນາມ​ສົ່ງ​ອອກ​ເກີນ​ດູນ. ເຢຍ​ລະ​ມັນ​ແມ່ນ​ຕະຫຼາດ​ໃຫຍ່​ຊົ​ມ​ໃຊ້​ສິນ​ຄ້າຫຼາຍ​ປະ​ເທດ​ຂອງ​ຫວຽດ​ນາມ. ສຳ​ລັບ​ເຢຍ​ລະ​ມັນ, ຫວຽດ​ນາມ​ແມ່ນ​ຕະຫຼາດ​ທີ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ໄວ​ຢູ່​ພາກ​ພື້ນ​ອາ​ຊີ. ໄລ່​ຮອ​ດ​ຕົ້ນ​ເດືອນ​ພະ​ຈິກ - 2020, ເຢຍ​ລະ​ມັນ​ມີ​ໂຄງ​ການ 361 ແຫ່​ງທີ່​ມີ​ຜົນ​ສັກ​ສິກ, ດ້ວຍຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ແມ່ນ 2,06 ຕື້ USD, ຢືນ​ຢູ່​ອັນ​ດັບ​ທີ 4 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ EU ແລະ 18 ໃນ​ຈຳ​ນວນ 132 ປະ​ເທດ ແລະ ເຂດ​ແຄ້ວນ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ.

ປີ 2020 ແມ່ນ​ຂີດ​ໝາຍ​ສຳ​ຄັນ​ສຳ​ລັບ​ສອງ​ປະ​ເທດ​ເມື່ອ​ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ລ້ວນ​ແຕ່​ຮັກ​ສາ​ບັນ​ດາ​ຕຳ​ແໜ່ງ​ສຳ​ຄັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Hin-no ເນັ້​ນ​ໜັກ​ວ່າ ເລື່ອງ​ທັງ​ສອງ​ປະ​ເທດ​ພ້ອມ​ກັນ​ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021. ຫວຽດ​ນາມ ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ ແລະ ເຢນ​ລະ​ມັນ​ແມ່ນ​ປະ​ທານ​ໝູນ​ວຽນ EU ໃນ 6 ເດືອນ​ທ້າຍ​ປ​ີ 2020 ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ສອງ​ປະ​ເທດ​ເປີດ​ກ້​ວາງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ເລິກ​ເຊິ່ງ​ກ່​ວາ​ອີກ. ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ເຢຍ​ລະ​ມັນ ແລະ ຫວຽດ​ນາມ ໄດ້​ສ້າງ​ຄວາມ​ສະ​ໜິດ​ຕິ​ພັນ​ເຊິ່ງ​ກັນ​ແລະກັນ ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ຍາວ​ນານ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ​້ນ. ໄລ​ຍະທາງ 45 ປີ​ທີ່​ຜ່ານ​ມາ​ແມ່ນ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃຫ້​ແກ່​ການ​ພົວ​ພັນ​ອັນ​ດີ​ງາມ​ດັ່ງ​ກ່າວ, ບົນ​ພື້​ນ​ຖາ​ນ​ທີ່​ໄດ້​ສ້າງ​ຕັ້ງ​ດ້ວຍ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າ​ງ​ບໍ່​ຢຸດ​ຢັ້ງ​ຂອງ​ການ​ນຳ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ການ​ພົວ​ພັນ​ມິດ​ຕະ​ພ​າ​ບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ໝັ້ນ​ໝາຍ​ວ່າ​ຈະ​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ.

ຫວຽດ ນາມ ເຢຍ ລະ ມ ນ 45 ປ ແຫ ງ ການ ຮ ວມ ມ ພ ອມ ກ ນ ພ ດ ທະ ນາ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີເຢຍລະມັນ

​ຍ​ສ​ໝ - ໃນຖານະຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020 ແລະ ເຢຍລະມັນ ແມ່ນປະທານໝູນວຽນອີຢູ ໃນໄລຍະ 6 ເດືອນທ້າຍປີ 2020, ຫວຽດນາມ ແລະ ເຢຍລະມັນ ໃຫ້ຄຳໝັ້ນສັນຍາພ້ອມກັນມານະພະຍາຍາມຊຸກຍູ້ການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງ 2 ພາກພື້ນ, ມຸ່ງໄປເຖິງຍົກການພົວພັນລະຫວ່າງອີຢູ - ອາຊຽນ ຂຶ້ນສູ່ລະດັບສູງໃໝ່.

ຫວຽດ ນາມ ເຢຍ ລະ ມ ນ 45 ປ ແຫ ງ ການ ຮ ວມ ມ ພ ອມ ກ ນ ພ ດ ທະ ນາ ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ

ຍ​ສ​ໝ - ວັນ​ທີ 31 ສິງ​ຫາ, ສະ​ຖານ​ທູດ ເຢຍ​ລະ​ມັນ​ປ​ະ​ຈຳ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ ທ່ານ Frank-Walter Steinmeier ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ ເຢຍ​ລະ​ມັນ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ຫວຽດ​ນາມ ໄປ​ຍັງ​ທ່ານ ຫງວຽນ​ຝູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ທຸດ​ທ້ວນ​ໜ້າ.

ຫວຽດ ນາມ ເຢຍ ລະ ມ ນ 45 ປ ແຫ ງ ການ ຮ ວມ ມ ພ ອມ ກ ນ ພ ດ ທະ ນາ ສື່ມວນ​ຊົນ ເຢຍ​ລະ​ມັນ: ຫວຽດ​ນາມ​ແມ່ນ​ເຄື່ອງວັດແທກ​​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ນັກ​ຂຽນ​ໄດ້​ຫວນ​ຄືນ​ບັນ​ດາ​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງ​ຫວຽດ​ນາມ​ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ຫວຽດ​ນາມ​ໄດ້​ຜ່ານ​ຜ່າ​ວິ​ກິດ​ການ Covid – 19 ແບບ​ມະ​ຫັດ​ສະ​ຈັນ ແລະ ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເງື່ອນ​ໄຂ​ດີ​ທີ່​ສຸ​ດ​ເພື່ອ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ ມີການເຕີບ​ໂຕ​ຄື​ນໃໝ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.