ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ

21:02 | 09/09/2026

ຍສໝ -​ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ໄດ້ສົ່ງຈົດໝາຍຊົມເຊີຍ. ໃນຈົດໝາຍ, ສະມາຄົມໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະຫະພັນໃນການຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພ້ອມທັງປາດຖະໜາໃຫ້ສອງຝ່າຍສືບຕໍ່ຈັດບັນດາໂຄງການແລກປ່ຽນ, ສ້າງຂົວເຊື່ອມການຮ່ວມມື ຫວຽດນາມ - ຈີນ ເພີ່ມຕື່ມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບບັນດາການນຳ ຈີນ ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ
ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ
ການນຳສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ມອບທຸງໃຫ້ແກ່ຜູ້ແທນຊາວໜຸ່ມສອງປະເທດ ໃນໂຄງການ “ງານມະໂຫລານປະຊາຊົນຊາຍແດນ ຫວຽດນາມ - ຈີນ ແລະ ການເດີນທາງສີແດງຄົ້ນຄວ້າ, ຮ່ຳຮຽນຂອງຊາວໜຸ່ມ ປີ 2026” ຢູ່ກວາງຊີ (ຈີນ), ເດືອນ 4/2026.

ຕາມແຜນການ, ກອງປະຊຸມໃຫຍ່ຈະຈັດຂຶ້ນໃນວັນທີ 14/9/2026 ຢູ່ຮ່າໂນ້ຍ, ເພື່ອສະຫຼຸບ, ຕີລາຄາຢ່າງຮອບດ້ານຜົນການປະຕິບັດມະຕິກອງປະຊຸມໃຫຍ່ ອາຍຸການ 2019-2026; ກຳນົດທິດທາງ, ໜ້າທີ່ວຽກງານສຳລັບອາຍຸການ 2026-2031 ແລະ ບູລະນະດ້ານບຸກຄະລາກອນ, ໂຄງຮ່າງການຈັດຕັ້ງໃຫ້ສົມບູນ.

ຈົດໝາຍຊົມເຊີຍຂອງສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ລະບຸວ່າ, ພາຍໃຕ້ການກຳນົດທິດທາງຍຸດທະສາດຂອງການນຳສູງສຸດສອງພັກ, ສອງປະເທດ, ສາຍພົວພັນ ຫວຽດນາມ - ຈີນ ສືບຕໍ່ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ. ເດືອນ 4/2026, ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ພົບປະກັບທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ເນື່ອງໃນໂອກາດຜູ້ນຳຫວຽດນາມຢ້ຽມຢາມຈີນ. ຕາມຈົດໝາຍ, ການພົບປະຄັ້ງນີ້ ໄດ້ວາງແຜນຍຸດທະສາດສຳລັບການສ້າງ ປະຊາຄົມຮ່ວມອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃນລະດັບສູງກວ່າ.

ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ ໃນການພົບປະຊາວໜຸ່ມສອງປະເທດທີ່ເຂົ້າຮ່ວມໂຄງການ “ການເດີນທາງສີແດງຄົ້ນຄວ້າ, ຮ່ຳຮຽນ” ຢູ່ປັກກິ່ງ, ວັນທີ 15/4/2026.

ໂດຍເນັ້ນໜັກວ່າ “ສາຍພົວພັນລະຫວ່າງປະເທດ ສຳຄັນຢູ່ທີ່ຄວາມໃກ້ຊິດລະຫວ່າງປະຊາຊົນ”, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ໄດ້ຕີລາຄາສູງວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ພະຍາຍາມມາເປັນເວລາຍາວນານ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ; ຕັ້ງໜ້າຊຸກຍູ້ການແລກປ່ຽນ, ການຮ່ວມມືໃນບັນດາຂົງເຂດການເມືອງ, ເສດຖະກິດ - ການຄ້າ, ມະນຸດສາດ, ຊາວໜຸ່ມ ແລະ ທ້ອງຖິ່ນ; ໄດ້ປະກອບສ່ວນອັນລ້ຳຄ່າໃນການຊຸກຍູ້ພາລະກິດມິດຕະພາບປະຊາຊົນ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງແຂງແຮງ.

ຕາມສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ, ປີ 2026 ແມ່ນປີເລີ່ມຕົ້ນຂອງແຜນການ 5 ປີ ຄັ້ງທີ 15 ຂອງຈີນ ແລະ ຍຸກແຫ່ງການພັດທະນາໃໝ່ຂອງຊາດຫວຽດນາມ; ພາລະກິດປະຕິຮູບ ແລະ ພັດທະນາຂອງແຕ່ລະປະເທດ ລ້ວນແຕ່ກ້າວເຂົ້າສູ່ໄລຍະທີ່ມີຄວາມສຳຄັນຕັດສິນ.

“ມຸ່ງສູ່ອະນາຄົດ, ສະມາຄົມຂອງພວກເຮົາປາດຖະໜາຢາກຮ່ວມກັບສະຫະພັນຂອງທ່ານ ນຳເອົາບັນດາທິດທາງຍຸດທະສາດທີ່ການນຳສູງສຸດຂອງສອງພັກ, ສອງປະເທດໄດ້ກຳນົດ ໄປສູ່ຄວາມຮັບຮູ້ຮ່ວມ ແລະ ການກະທຳຢ່າງເປັນຮູບປະທຳ; ສົ່ງເສີມຢ່າງເຕັມສ່ວນບົດບາດອັນສະເພາະ ແລະ ສຳຄັນຂອງມິດຕະພາບປະຊາຊົນ; ຮ່ວມກັນຈັດບັນດາໂຄງການໃຫ້ດີ ເຊັ່ນ: ການເດີນທາງສີແດງຄົ້ນຄວ້າ, ຮ່ຳຮຽນຂອງຊາວໜຸ່ມຫວຽດນາມຢູ່ຈີນ, ເວທີປາໄສປະຊາຊົນ ຫວຽດນາມ - ຈີນ, ງານມະໂຫລານປະຊາຊົນຊາຍແດນ ຫວຽດນາມ - ຈີນ; ສ້າງຂົວເຊື່ອມເພີ່ມຕື່ມໃຫ້ແກ່ການແລກປ່ຽນປະຊາຊົນ, ການຮ່ວມມືຢ່າງແທດຈິງ, ການແລກປ່ຽນມະນຸດສາດ ແລະ ມິດຕະພາບລະຫວ່າງຊາວໜຸ່ມ, ເຍົາວະຊົນສອງປະເທດ”, ຈົດໝາຍຂຽນ.

ສ້າງຂົວເຊື່ອມມິດຕະພາບ ຫວຽດນາມ - ຈີນ ເພີ່ມຕື່ມ
ບັນດາຜູ້ແທນຢ້ຽມຊົມສູນຮ່ວມມືປະຍຸກໃຊ້ປັນຍາປະດິດ ຈີນ - ASEAN ໃນຂອບເຂດໂຄງການແລກປ່ຽນປະຊາຊົນ ຫວຽດນາມ - ຈີນ ຢູ່ກວາງຊີ, ເດືອນ 4/2026.

ພ້ອມກັນນັ້ນ, ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ຍັງປາດຖະໜາໃຫ້ການສ້າງ ປະຊາຄົມຮ່ວມອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃນລະດັບສູງກວ່າ ບັນລຸໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງຜົນປະໂຫຍດຫຼາຍຂຶ້ນໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງປະເທດ; ສອງຝ່າຍຮ່ວມກັນສ້າງບັນດາການປະກອບສ່ວນໃໝ່ໃຫ້ແກ່ສະຖຽນລະພາບ, ການພັດທະນາຂອງພາກພື້ນ ກໍຄືພາລະກິດສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.

ການ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ຈີນ ການ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ຈີນ
ຕອນ​ເຊົ້າ​ວັນ​ທີ 15 ເມ​ສາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​, ທ່ານ​ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ.
ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ
ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ