ຊາວໜຸ່ມຫວຽດນາມ - ລາວ ເພີ່ມທະວີການຮ່ວມມື, ສົ່ງເສີມມູນເຊື້ອຄວາມສາມັກຄີພິເສດ

21:32 | 22/10/2026

ຍສໝ - ຕອນບ່າຍວັນທີ 21/10, ທີ່ສຳນັກງານສູນກາງພັກ, ສະຫາຍ ເຈິ່ນ ເກິ໋ມ ຕູ໊, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍເນັ້ນໜັກບົດບາດຂອງຄົນຮຸ່ນໜຸ່ມໃນການຮັກສາສາຍພົວພັນພິເສດຫວຽດນາມ - ລາວ, ພ້ອມທັງຊຸກຍູ້ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນປ່ຽນເປັນດິຈິຕອນ.

ຫວຽດນາມ - ລາວ ເລັ່ງລັດການເຊື່ອມໂຍງທາງເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 5 ຕື້ໂດລາສະຫະລັດ ຊຸດເສື້ອຍາວຫວຽດນາມ ເຊື່ອມສານສາຍສຳພັນມິດຕະພາບຫວຽດນາມ - ລາວ

ຄະນະຜູ້ແທນລາວນຳໂດຍສະຫາຍ ທອງລີ ສີສຸລິດ (Thongly Sisoulith), ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພວມຢູ່ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ໃນການຕ້ອນຮັບ, ສະຫາຍ ເຈິ່ນ ເກິ໋ມ ຕູ໊ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ, ພ້ອມທັງຕີລາຄາສູງຕໍ່ບັນດາຜົນສຳເລັດອັນສຳຄັນຂອງພັກ, ລັດ ແລະ ປະຊາຊົນລາວໃນໄລຍະຜ່ານມາ, ໃນນັ້ນມີການປະກອບສ່ວນຢ່າງຫ້າວຫັນຂອງຊາວໜຸ່ມ.

ສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍ ທອງລີ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງເຂົ້າເປັນກຳມະການສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ດຳລົງຕຳແໜ່ງເລຂາສູນກາງຊາວໜຸ່ມ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍຈະສືບຕໍ່ສົ່ງເສີມຄວາມສາມາດ ແລະ ປະສົບການການນຳພາ, ນຳພາວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມລາວໃຫ້ພັດທະນາ, ປະກອບສ່ວນເຂົ້າໃນພາລະກິດສ້າງສາປະເທດຊາດ ແລະ ທະນຸຖະໜອມສາຍພົວພັນຫວຽດນາມ - ລາວ.

ຊາວໜຸ່ມຫວຽດນາມ - ລາວ ເພີ່ມທະວີການຮ່ວມມື, ສົ່ງເສີມມູນເຊື້ອຄວາມສາມັກຄີພິເສດ
ສະຫາຍ ເຈິ່ນ ເກິ໋ມ ຕູ໊, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໃນການຕ້ອນຮັບຄະນະຜູ້ແທນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. (ພາບ: VOV)

ເມື່ອກ່າວເຖິງມູນເຊື້ອສາຍພົວພັນສອງຝ່າຍ, ສະຫາຍ ເຈິ່ນ ເກິ໋ມ ຕູ໊ ເນັ້ນໜັກວ່າ ຄວາມສາມັກຄີພິເສດຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງ ແລະ ທະນຸຖະໜອມຈາກປະທານໂຮ່ຈີມິນ, ປະທານໄກສອນ ພົມວິຫານ, ປະທານສຸພານຸວົງ ພ້ອມດ້ວຍການນຳ ແລະ ປະຊາຊົນຫຼາຍຮຸ່ນຄົນຂອງສອງປະເທດ.

ຫວຽດນາມຍາມໃດກໍເຄົາລົບ ແລະ ຈົດຈຳການສະໜັບສະໜູນ, ຊ່ວຍເຫຼືອຢ່າງຈິງໃຈ ແລະ ເຕັມໄປດ້ວຍນ້ຳໃຈຂອງພັກ, ລັດ ແລະ ປະຊາຊົນລາວ ໃນຂະບວນການຕໍ່ສູ້ຍາດເອົາເອກະລາດຂອງຊາດ, ການສ້າງສາ ແລະ ປົກປັກຮັກສາປິຕຸພູມ.

ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ສອງປະເທດໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ ແລະ ມີຄວາມໝາຍທາງປະຫວັດສາດໃນຫຼາຍຂົງເຂດ, ໃນນັ້ນມີການປະກອບສ່ວນອັນສຳຄັນຂອງຄົນຮຸ່ນໜຸ່ມ ແລະ ອົງການຊາວໜຸ່ມຂອງແຕ່ລະປະເທດ.

ໂດຍຢືນຢັນວ່າ ພັກ ແລະ ລັດຫວຽດນາມຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນກັບລາວ, ສະຫາຍ ເຈິ່ນ ເກິ໋ມ ຕູ໊ ເນັ້ນໜັກວ່າ ຫວຽດນາມຈະສືບຕໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ ແລະ ພັດທະນາຂອງປະເທດເພື່ອນມິດ, ພ້ອມແລກປ່ຽນປະສົບການ ແລະ ເພີ່ມທະວີການຮ່ວມມືບົນຈິດໃຈສະຫາຍ ແລະ ອ້າຍນ້ອງ.

ໂດຍຕີລາຄາໃນທາງບວກຕໍ່ບັນດາຜົນການປະສານສົມທົບລະຫວ່າງອົງການຊາວໜຸ່ມສອງປະເທດ, ສະຫາຍໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນຮູບປະທຳ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການພົບປະແລກປ່ຽນ ແລະ ການຮ່ວມມືລະຫວ່າງຂັ້ນຕ່າງໆ, ຜ່ານນັ້ນຍົກສູງຄວາມເປັນຮູບປະທຳ, ຄວາມເລິກເຊິ່ງ ແລະ ປະສິດທິຜົນຂອງບັນດາກິດຈະກຳຊາວໜຸ່ມ.

ໂດຍສະເພາະ, ອົງການຊາວໜຸ່ມສອງປະເທດຕ້ອງສົ່ງເສີມບົດບາດເປັນແກນກາງໃນການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດຫວຽດນາມ - ລາວ ໃຫ້ແກ່ຄົນຮຸ່ນໜຸ່ມ; ເພີ່ມທະວີການແບ່ງປັນຂໍ້ມູນ, ແລກປ່ຽນປະສົບການ ແລະ ເອົາໃຈໃສ່ຮັບຟັງຄວາມຄິດ, ຄວາມຮູ້ສຶກ ແລະ ຄວາມປາຖະໜາຂອງຊາວໜຸ່ມ.

ຜ່ານນັ້ນ, ປຸກລະດົມຈິດໃຈຮັບຜິດຊອບ ແລະ ສະຕິແຫ່ງການອຸທິດຕົນຂອງຊາວໜຸ່ມສອງປະເທດ ຕໍ່ການພັດທະນາຂອງແຕ່ລະປະເທດ ແລະ ການຮັກສາສາຍພົວພັນມິດຕະພາບປະເພນີ.

ສະຫາຍ ເຈິ່ນ ເກິ໋ມ ຕູ໊ ຍັງສະເໜີໃຫ້ກຳນົດການສຶກສາ, ການຝຶກອົບຮົມ ແລະ ການພັດທະນາຊັບພະຍາກອນມະນຸດຮຸ່ນໜຸ່ມ ເປັນໜ້າທີ່ຍຸດທະສາດໄລຍະຍາວ. ສອງຝ່າຍຄວນຂະຫຍາຍກິດຈະກຳພົບປະແລກປ່ຽນ, ແລກປ່ຽນຄວາມຮູ້, ທັກສະ ແລະ ປະສົບການ, ໂດຍເນັ້ນໃສ່ຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ.

ມຸ່ງໄປສູ່ປີ 2027, ເຊິ່ງຫວຽດນາມ ແລະ ລາວ ຈະລະນຶກຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ສະຫາຍໄດ້ສະເໜີໃຫ້ອົງການຊາວໜຸ່ມສອງປະເທດປະສານສົມທົບຢ່າງໃກ້ຊິດກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອຈັດກິດຈະກຳລະນຶກທີ່ມີຄວາມໝາຍຢ່າງເປັນຮູບປະທຳ, ຕິດພັນກັບການສຶກສາອົບຮົມມູນເຊື້ອ, ຊຸກຍູ້ການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ຍົກສູງຄວາມຮັບຜິດຊອບຂອງຊາວໜຸ່ມໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນພິເສດລະຫວ່າງສອງປະເທດ.

ຊາວໜຸ່ມຫວຽດນາມ - ລາວ ເພີ່ມທະວີການຮ່ວມມື, ສົ່ງເສີມມູນເຊື້ອຄວາມສາມັກຄີພິເສດ
ສະຫາຍ ເຈິ່ນ ເກິ໋ມ ຕູ໊ ຕ້ອນຮັບສະຫາຍ ທອງລີ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. (ພາບ: VOV)

ກ່າວຄຳເຫັນໃນການຕ້ອນຮັບ, ສະຫາຍ ທອງລີ ສີສຸລິດ ໄດ້ຂອບໃຈການຕ້ອນຮັບ ແລະ ບັນດາຄຳເຫັນແລກປ່ຽນຂອງສະຫາຍ ເຈິ່ນ ເກິ໋ມ ຕູ໊; ພ້ອມທັງສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຂອງຫວຽດນາມໃນການສ້າງສາ ແລະ ພັດທະນາປະເທດຊາດ, ໂດຍສະເພາະຜົນການຂະຫຍາຍຕົວທາງເສດຖະກິດໃນລະດັບສູງຢ່າງຕໍ່ເນື່ອງຫຼາຍປີ ແລະ ບາດກ້າວຄວາມຄືບໜ້າໃນການພັດທະນາຊັບພະຍາກອນມະນຸດ.

ສະຫາຍຢືນຢັນວ່າ ສາຍພົວພັນພິເສດລາວ - ຫວຽດນາມ ແມ່ນຜົນສຳເລັດທີ່ໄດ້ຮັບການທະນຸຖະໜອມຈາກການນຳ ແລະ ປະຊາຊົນຫຼາຍຮຸ່ນຄົນຂອງສອງປະເທດ, ໂດຍມີການປະກອບສ່ວນອັນສຳຄັນຂອງຊາວໜຸ່ມຫຼາຍຮຸ່ນ. ຊາວໜຸ່ມລາວໃນປັດຈຸບັນມີຄວາມພາກພູມໃຈທີ່ໄດ້ສືບທອດມູນເຊື້ອດັ່ງກ່າວ ແລະ ຕະໜັກຮູ້ຢ່າງຈະແຈ້ງເຖິງຄວາມຮັບຜິດຊອບໃນການສືບຕໍ່ຮັກສາ ແລະ ສົ່ງເສີມໃນໄລຍະຕໍ່ໜ້າ.

ໂດຍໃຫ້ຂໍ້ມູນກ່ຽວກັບຜົນການເຈລະຈາລະຫວ່າງອົງການຊາວໜຸ່ມສອງປະເທດ, ສະຫາຍ ທອງລີ ສີສຸລິດ ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີກັນກ່ຽວກັບບາງທິດທາງການຮ່ວມມື, ລວມມີ ການເພີ່ມທະວີການພົບປະແລກປ່ຽນ, ແລກປ່ຽນປະສົບການ, ຄົ້ນຄວ້າບັນດາແຜນງານ ແລະ ໂຄງການ ໂດຍອີງໃສ່ບົດຮຽນຈາກພາກປະຕິບັດຕົວຈິງ.

ສອງຝ່າຍຍັງມຸ່ງໄປສູ່ການຂະຫຍາຍການຮ່ວມມືດ້ານການຝຶກວິຊາຊີບ, ການພັດທະນາທັກສະ, ການເຊື່ອມໂຍງບັນດາສະຖາບັນຝຶກອົບຮົມກັບວິສາຫະກິດທີ່ເໝາະສົມ; ພ້ອມທັງເພີ່ມທະວີການປະສານສົມທົບຈັດກິດຈະກຳອາສາສະໝັກ, ປົກປ້ອງສິ່ງແວດລ້ອມ ແລະ ຊ່ວຍເຫຼືອປະຊາຊົນຢູ່ເຂດຫ່າງໄກສອກຫຼີກ.

ບົນພື້ນຖານບັນດາທິດທາງທີ່ໄດ້ເຫັນດີກັນ, ອົງການຊາວໜຸ່ມສອງປະເທດຄາດວ່າຈະລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສຳລັບໄລຍະໃໝ່ໃນປີ 2027.

ສະຫາຍ ທອງລີ ສີສຸລິດ ສະແດງຄວາມປາຖະໜາຢາກສືບຕໍ່ແລກປ່ຽນ ແລະ ຮ່ຳຮຽນປະສົບການຈາກຊາວໜຸ່ມຄອມມູນິດໂຮ່ຈີມິນ ໃນການຈັດບັນດາກິດຈະກຳວຽກງານສັງຄົມ, ເພື່ອປະກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານຊາວໜຸ່ມ ແລະ ຕອບສະໜອງຄວາມຕ້ອງການ, ຄວາມປາຖະໜາຂອງຄົນຮຸ່ນໜຸ່ມຫວຽດນາມ ແລະ ລາວ ໃຫ້ດີຍິ່ງຂຶ້ນ.

ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ - ລາວ - ກຳປູເຈຍ ເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ - ລາວ - ກຳປູເຈຍ ເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ຍສໝ - ຕອນບ່າຍວັນທີ 14/10, ທີ່ຮ່າໂນ້ຍ, ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຂຶ້ນ ເພື່ອແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ, ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ແລະ ເອກະພາບບັນດາທິດທາງການປະສານສົມທົບໃນໄລຍະຕໍ່ໄປ. ບັນດາຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານປ້ອງກັນຊາດ ໃນການເສີມຂະຫຍາຍຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມສາມັກຄີ ແລະ ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.
ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ
ຍສໝ - ວັນທີ 14/10, ທີ່ກອງພັນໃຫຍ່ທະຫານຊ່າງແສງ 249, ເຫຼົ່າທັບທະຫານຊ່າງແສງ (ຕາແສງກວ໋າງອວາຍ, ນະຄອນຮ່າໂນ້ຍ), ກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນ ໂດຍຈຳລອງສະຖານະການຮັບມື ແລະ ແກ້ໄຂຜົນກະທົບຈາກພາຍຸໄຕ້ຝຸ່ນຮຸນແຮງພິເສດ. ກິດຈະກຳດັ່ງກ່າວແນໃສ່ຍົກສູງຄວາມສາມາດໃນການປະສານສົມທົບຄົ້ນຫາ ແລະ ກູ້ໄພ, ການຊ່ວຍເຫຼືອບັນເທົາໄພພິບັດ ແລະ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສາມປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ