| ເພີ່ມທະວີການຮັບຮູ້ແບຣນກາເຟ ຫວຽດນາມ ຢູ່ຕະຫຼາດ ໂມຊຳບິກ ແລະ ອາຟຣິກາ ນັກສຶກສາໂມຊຳບິກ 15 ຄົນ ໄດ້ຮັບທຶນການສຶກສາຈາກລັດຖະບານຫວຽດນາມ ໃນສົກຮຽນ 2026-2027 |
ໃນການພົບປະ, ທ່ານນາງ ເຈິ່ນ ທິ ທູ ຖິ່ນ ໄດ້ນຳສົ່ງຄຳຖາມຂ່າວຈາກທ່ານ ຈິ້ງ ຫວຽດ ຮຸ່ງ, ລັດຖະມົນຕີກະສິກຳ ແລະ ສິ່ງແວດລ້ອມຫວຽດນາມ, ພ້ອມທັງສະແດງຄວາມຂອບໃຈຕໍ່ການປະສານສົມທົບຂອງບັນດາອົງການໂມຊຳບິກ ໃນການຜັນຂະຫຍາຍບັນດາໂຄງການຮ່ວມມືສອງຝ່າຍ.
ທ່ານນາງເອກອັກຄະລັດຖະທູດຢືນຢັນວ່າ ສາຍພົວພັນມິດຕະພາບມູນເຊື້ອລະຫວ່າງຫວຽດນາມ - ໂມຊຳບິກ ສືບຕໍ່ພັດທະນາໃນຫຼາຍຂົງເຂດ ເຊັ່ນ ການຄ້າ, ການລົງທຶນ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ ແລະ ການແລກປ່ຽນປະຊາຊົນ. ໃນນັ້ນ, ກະສິກຳເປັນໜຶ່ງໃນເສົາຄ້ຳສຳຄັນ ຍ້ອນສອງປະເທດມີຄວາມຄ້າຍຄືກັນດ້ານເງື່ອນໄຂທຳມະຊາດ, ພູມສັນຖານ ແລະ ລັກສະນະດິນ.
![]() |
| ທ່ານ Roberto Mito Albino, ລັດຖະມົນຕີກະສິກຳ, ສິ່ງແວດລ້ອມ ແລະ ການປະມົງໂມຊຳບິກ ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ ແລະ ໂມຊຳບິກ. (ພາບ: ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳໂມຊຳບິກ) |
ໃນຊຸມປີຜ່ານມາ, ຫວຽດນາມໄດ້ສົ່ງຊ່ຽວຊານໄປໂມຊຳບິກ ເພື່ອສຳຫຼວດ, ຊ່ວຍເຫຼືອດ້ານເຕັກນິກ ແລະ ແບ່ງປັນປະສົບການການປູກຝັງ ແນໃສ່ຍົກສູງຜົນຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນກະສິກຳ ແລະ ສິນໃນນ້ຳ. ຫວຽດນາມຍັງໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາໂມຊຳບິກໃນຫຼາຍສາຂາວິຊາ, ລວມມີກະສິກຳ, ການປະມົງ ແລະ ອຸດສາຫະກຳປຸງແຕ່ງ.
ສິ່ງທີ່ໜ້າສົນໃຈແມ່ນ ໂຄງການຜະລິດເຂົ້າ, ຖົ່ວເຫຼືອງ ແລະ ພືດຜັກຢູ່ບັນດາແຂວງພາກກາງຂອງໂມຊຳບິກ ໄລຍະ 2013-2017 ໄດ້ຊ່ວຍໃຫ້ປະຊາຊົນເຂົ້າເຖິງເຕັກນິກການປູກຝັງທີ່ກ້າວໜ້າ ແລະ ແນວພັນພືດຄຸນນະພາບສູງ, ປະກອບສ່ວນຍົກສູງຜົນຜະລິດ.
ທ່ານນາງເອກອັກຄະລັດຖະທູດໃຫ້ຮູ້ວ່າ ບັນດາອົງການທີ່ມີໜ້າທີ່ຂອງສອງປະເທດພວມຕັ້ງໜ້າປັບປຸງບັນດາຂັ້ນຕອນໃຫ້ສຳເລັດ ເພື່ອໃຫ້ສາມາດຜັນຂະຫຍາຍໄລຍະທີສອງຂອງໂຄງການໄດ້ໂດຍໄວ, ມຸ່ງສູ່ການພັດທະນາການຜະລິດ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຢູ່ໂມຊຳບິກ.
ທ່ານ Roberto Mito Albino, ລັດຖະມົນຕີກະສິກຳ, ສິ່ງແວດລ້ອມ ແລະ ການປະມົງໂມຊຳບິກ ໄດ້ຕີລາຄາສູງຕໍ່ປະສິດທິຜົນການຮ່ວມມືກັບຫວຽດນາມ, ໂດຍຖືວ່າຫວຽດນາມເປັນຄູ່ຮ່ວມມືຍຸດທະສາດຊັ້ນນຳດ້ານເຕັກນິກກະສິກຳ ແລະ ເປັນແບບຢ່າງໃຫ້ໂມຊຳບິກຮຽນຮູ້ປະສົບການພັດທະນາເສດຖະກິດ - ສັງຄົມ.
ຕາມທ່ານລັດຖະມົນຕີແລ້ວ, ໄລຍະທີສອງຂອງໂຄງການແມ່ນສອດຄ່ອງກັບແຜນຍຸດທະສາດພັດທະນາກະສິກຳ (PEDSA) ແລະ ແຜນລົງທຶນກະສິກຳແຫ່ງຊາດ (PNISA), ປະກອບສ່ວນຊຸກຍູ້ການຜະລິດສະບຽງອາຫານຢ່າງຍືນຍົງ, ເພີ່ມມູນຄ່າເພີ່ມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານລັດຖະມົນຕີສະເໜີໃຫ້ສອງຝ່າຍເລັ່ງລັດການຜັນຂະຫຍາຍໂຄງການ; ພ້ອມທັງໃຫ້ຮູ້ວ່າ ໂມຊຳບິກມີແຜນຈະສົ່ງບັນດາຄະນະພະນັກງານ ແລະ ຊ່ຽວຊານໄປຫວຽດນາມ ເພື່ອຮຽນຮູ້ປະສົບການ ແລະ ຍົກສູງຄວາມຊຳນານວິຊາສະເພາະ.
ທ່ານຍັງສະແດງຄວາມປາຖະໜາຢາກໄປຢ້ຽມຢາມຫວຽດນາມໃນໄວໆ ແລະ ເພີ່ມທະວີການຮ່ວມມືດ້ານເຕັກນິກໃນບັນດາຂົງເຂດການປູກເຂົ້ານາແບບເຂັ້ມຂຸ້ນ, ການລ້ຽງສັດນ້ຳ, ການປຸງແຕ່ງຜະລິດຕະພັນກະສິກຳ, ໂດຍສະເພາະແມ່ນໝາກມ່ວງຫິມະພານ.
ຍສໝ - ວັນທີ 12 ກຸມພາ (ຕາມເວລາທ້ອງຖິ່ນ), ສະຖານທູດຫວຽດນາມ ປະຈຳໂມຊຳບິກ ໄດ້ຈັດກອງປະຊຸມກັບບັນດາອົງການສື່ມວນຊົນ ແລະ ສື່ມວນຊົນສຳຄັນປະຈຳໂມຊຳບິກ ເພື່ອເພີ່ມທະວີການຮ່ວມມືລະຫວ່າງສະຖານທູດ ແລະ ສື່ມວນຊົນໂມຊຳບິກ; ຜ່ານນັ້ນເພີ່ມທະວີການເຜີຍແຜ່ຂໍ້ມູນຂ່າວສານພາຍນອກ ແລະ ໂຄສະນາປະເທດ ແລະ ປະຊາຊົນຫວຽດນາມ ແລະ ໂມຊຳບິກ. |
ຍສໝ - ຕອນເຊົ້າວັນທີ 23 ກຸມພາ, ທີ່ສຳນັກງານໃຫຍ່ຂອງພັກແນວໂຮມປົດປ່ອຍໂມຊຳບິກ (FRELIMO), ທ່ານນາງ ເຈິ່ນທິທູທິນ ເອກອັກຄະລັດຖະທູດຫວຽດນາມ ປະຈຳໂມຊຳບິກ ໄດ້ມອບເງິນບໍລິຈາກຈຳນວນ 100.000 ໂດລາສະຫະລັດ ຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ເພື່ອສະໜັບສະໜູນປະຊາຊົນໂມຊຳບິກໃນການແກ້ໄຂບັນຫານ້ຳຖ້ວມ ແລະ ຝົນຕົກໜັກໃຫ້ທ່ານເລຂາໃຫຍ່ພັກ FRELIMO, Chakil Aboobacar. |
ມິງດຶກ
