| ງານບຸນວັດທະນະທຳໂລກທີ່ຮ່າໂນ້ຍ: ພື້ນທີ່ໂຮມສີສັນຈາກ 5 ທະວີບ ເຊື່ອມຕໍ່ປັນຍາຊົນຫວຽດນາມກວ່າ 50 ຄົນຢູ່ຍີ່ປຸ່ນ ເພື່ອຊຸກຍູ້ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ |
ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ພັດທະນາຊັບພະຍາກອນມະນຸດ
ການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 14-16/10/2026 ຂອງສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນເສີມສ້າງສາຍພົວພັນການເມືອງພິເສດລະຫວ່າງສອງປະເທດ, ພ້ອມທັງກຳນົດບັນດາບູລິມະສິດການຮ່ວມມືໃນດ້ານການເຊື່ອມໂຍງທາງເສດຖະກິດ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ການປະສານສົມທົບລະຫວ່າງບັນດາທ້ອງຖິ່ນ.
ໃຫ້ຂໍ້ມູນແກ່ສື່ມວນຊົນກ່ຽວກັບຜົນການຢ້ຽມຢາມ, ສະຫາຍ ຫງວຽນ ແມ້ງ ເກື່ອງ, ກຳມະການສູນກາງພັກ, ຮອງເລຂາພັກປະຈຳການຂອງຄະນະພັກກະຊວງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ຢືນຢັນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນທາງການເມືອງ, ສະແດງເຖິງການໃຫ້ຄວາມສຳຄັນເປັນພິເສດຂອງພັກ ແລະ ລັດລາວ ຕໍ່ສາຍພົວພັນຫວຽດນາມ - ລາວ.
![]() |
| ສະຫາຍ ເຈິ່ນ ເກິ໋ມ ຕູ໊, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການຫວຽດນາມ ແລະ ສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. |
ສິ່ງທີ່ໜ້າສົນໃຈແມ່ນ ນີ້ເປັນການເດີນທາງໄປປະຕິບັດວຽກງານຢູ່ຕ່າງປະເທດຄັ້ງທຳອິດຂອງສະຫາຍ ວິໄລ ຫຼ້າຄຳຟອງ ໃນຖານະຜູ້ປະຈຳການຄະນະເລຂາທິການ, ເຊິ່ງດຳເນີນຂຶ້ນໃນຂະນະທີ່ສອງພັກກຳລັງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ. ຕາມສະຫາຍ ຫງວຽນ ແມ້ງ ເກື່ອງ, ຮອງລັດຖະມົນຕີ ແລ້ວ, ການເລືອກຫວຽດນາມເປັນຈຸດໝາຍປາຍທາງແຫ່ງທຳອິດ ສືບຕໍ່ສະແດງເຖິງຖານະບູລິມະສິດສູງສຸດ ແລະ ຄວາມສຳຄັນທາງຍຸດທະສາດໃນໄລຍະຍາວຂອງສາຍພົວພັນສອງຝ່າຍ ໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ.
ໃນລາຍການການຢ້ຽມຢາມ, ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ເຈລະຈາກັບສະຫາຍ ເຈິ່ນ ເກິ໋ມ ຕູ໊, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ; ເຂົ້າພົບປະສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແລະ ສະຫາຍ ເຈິ່ນ ແທງ ເໝິນ, ປະທານສະພາແຫ່ງຊາດ; ພົບປະກັບສະຫາຍ ເລືອງ ຕາມ ກວາງ, ລັດຖະມົນຕີກະຊວງຕຳຫຼວດ ແລະ ມີກິດຈະກຳປະຕິບັດວຽກງານຢູ່ນະຄອນບັກນິງ.
ບັນດາການພົບປະ ແລະ ແລກປ່ຽນໄດ້ດຳເນີນຂຶ້ນໃນບັນຍາກາດມິດຕະພາບ, ໄວ້ວາງໃຈ ແລະ ກົງໄປກົງມາ, ຜ່ານນັ້ນ ສອງຝ່າຍເຫັນດີສືບຕໍ່ທະນຸບຳລຸງສາຍພົວພັນການເມືອງພິເສດ ແລະ ກຳນົດບັນດາໜ້າທີ່ບູລິມະສິດໃນການຮ່ວມມືໄລຍະຕໍ່ໜ້າ.
ກ່ຽວກັບການຮ່ວມມືດ້ານການເມືອງ, ສອງປະເທດເຫັນດີຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງເປັນປະຈຳ, ສົ່ງເສີມປະສິດທິຜົນຂອງບັນດາກົນໄກການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ສອງສະພາແຫ່ງຊາດ. ພ້ອມກັນນັ້ນ, ເພີ່ມທະວີການແລກປ່ຽນປະສົບການກ່ຽວກັບການສ້າງພັກ, ການສ້າງລະບົບການເມືອງ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.
ໃນຂອບການຢ້ຽມຢາມ, ສອງຝ່າຍຍັງໄດ້ເປັນສັກຂີພິຍານໃນພິທີມອບຮັບເອກະສານຮ່ວມມືດ້ານການຫັນປ່ຽນເປັນດິຈິຕອນ ລະຫວ່າງຫ້ອງວ່າການສູນກາງພັກຂອງສອງປະເທດ, ສ້າງພື້ນຖານເພີ່ມເຕີມເພື່ອເພີ່ມທະວີການປະສານສົມທົບໃນຂົງເຂດນີ້.
ສຳລັບການຮ່ວມມືດ້ານເສດຖະກິດ, ຫວຽດນາມ ແລະ ລາວ ເຫັນດີໃຫ້ບູລິມະສິດການດຳເນີນບັນດາໂຄງການທີ່ມີຄວາມໝາຍໃນການເຊື່ອມໂຍງທາງຍຸດທະສາດ ໃນຂົງເຂດການຄົມມະນາຄົມ, ໂລຈິສຕິກ, ພະລັງງານ ແລະ ເສດຖະກິດດິຈິຕອນ. ຄຽງຄູ່ກັນນັ້ນ, ສອງຝ່າຍສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດຂອງວິສາຫະກິດ, ມຸ່ງສູ່ເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 5 ຕື້ໂດລາສະຫະລັດໂດຍໄວ.
ໃນຂົງເຂດການສຶກສາ ແລະ ການຝຶກອົບຮົມ, ສອງປະເທດສືບຕໍ່ກຳນົດວ່າ ການພັດທະນາຊັບພະຍາກອນມະນຸດແມ່ນເນື້ອໃນການຮ່ວມມືທີ່ມີລັກສະນະຍຸດທະສາດໄລຍະຍາວ. ຈຸດສຸມແມ່ນການຝຶກອົບຮົມພະນັກງານຂັ້ນຍຸດທະສາດ, ພະນັກງານໜຸ່ມ ແລະ ຍົກສູງຄຸນນະພາບການຝຶກອົບຮົມນັກສຶກສາລາວທີ່ຮຽນຢູ່ຫວຽດນາມ.
ຝ່າຍຫວຽດນາມຢືນຢັນວ່າ ພ້ອມສົ່ງຜູ້ຊ່ຽວຊານ ແລະ ອາຈານໄປຊ່ວຍເຫຼືອລາວໃນການຍົກສູງລະດັບຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ຖັນແຖວພະນັກງານນຳພາ ແລະ ຄຸ້ມຄອງ.
ສອງຝ່າຍຍັງເຫັນດີຂະຫຍາຍການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະບັນດາແຂວງທີ່ມີຊາຍແດນຮ່ວມກັນ, ສົມທົບການພັດທະນາເສດຖະກິດເຂົ້າກັບການຮັບປະກັນປ້ອງກັນຊາດ ແລະ ຄວາມໝັ້ນຄົງ. ພ້ອມກັນນັ້ນ, ຫວຽດນາມຍັງສະແດງຄວາມຊາບຊຶ້ງ ແລະ ຂອບໃຈລາວທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຕັ້ງໜ້າໃນວຽກງານຊອກຫາ ແລະ ນຳອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວກັບຄືນປະເທດ.
ອີກໜຶ່ງເນື້ອໃນສຳຄັນທີ່ສອງຝ່າຍເຫັນດີຮ່ວມກັນ ແມ່ນການປະສານສົມທົບຈັດກິດຈະກຳ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ 2027” ຢ່າງມີປະສິດທິຜົນ, ຄຽງຄູ່ກັບການລະນຶກຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
ຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ເປັນການກະທຳທີ່ເປັນຮູບປະທຳ
ກ່າວເຖິງບັນດາໜ້າທີ່ໃນໄລຍະຕໍ່ໜ້າ, ສະຫາຍ ຫງວຽນ ແມ້ງ ເກື່ອງ, ຮອງລັດຖະມົນຕີ ໄດ້ເນັ້ນໜັກວ່າ: “ໜ້າທີ່ສຳຄັນອັນດັບທຳອິດໃນໄລຍະຕໍ່ໜ້າ ແມ່ນການປະຕິບັດບັນດາຄວາມເຂົ້າໃຈຮ່ວມ ແລະ ຂໍ້ຕົກລົງຂັ້ນສູງທີ່ໄດ້ບັນລຸ ໃຫ້ມີປະສິດທິຜົນ”.
ຕາມສະຫາຍຮອງລັດຖະມົນຕີແລ້ວ, ຈຸດສຸມບໍ່ພຽງແຕ່ແມ່ນການສືບຕໍ່ຮັກສາບັນດາຂໍ້ຜູກພັນເທົ່ານັ້ນ ແຕ່ຍັງຕ້ອງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ກຳນົດຄວາມຮັບຜິດຊອບຂອງແຕ່ລະອົງການ ແລະ ຫົວໜ່ວຍໃຫ້ຊັດເຈນ ພ້ອມທັງປະເມີນຜົນການຮ່ວມມືບົນພື້ນຖານບັນດາການປ່ຽນແປງທີ່ເປັນຮູບປະທຳ.
ສາຍພົວພັນລະຫວ່າງສອງພັກສືບຕໍ່ຮັກສາບົດບາດໃນການກຳນົດທິດທາງ, ພ້ອມກັນນັ້ນ ຕ້ອງເຊື່ອມໂຍງຢ່າງແໜ້ນແຟ້ນກັບການຮ່ວມມືລະຫວ່າງບັນດາອົງການລັດ, ສະພາແຫ່ງຊາດ ແລະ ກິດຈະກຳແລກປ່ຽນລະຫວ່າງປະຊາຊົນ.
ໃນຂົງເຂດເສດຖະກິດ, ຫວຽດນາມ ແລະ ລາວ ຕ້ອງຊຸກຍູ້ໃຫ້ເກີດການປ່ຽນແປງທີ່ຊັດເຈນຍິ່ງຂຶ້ນ ໂດຍຜ່ານການເລັ່ງລັດຄວາມຄືບໜ້າຂອງບັນດາໂຄງການເຊື່ອມໂຍງທາງຍຸດທະສາດ, ປັບປຸງສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດ ພ້ອມທັງຄ່ອຍໆຫັນເປົ້າໝາຍການຄ້າສອງຝ່າຍໃຫ້ກາຍເປັນຄວາມຈິງ.
ສຳລັບການສຶກສາ ແລະ ການຝຶກອົບຮົມ, ກິດຈະກຳການຮ່ວມມືຕ້ອງສອດຄ່ອງຢ່າງໃກ້ຊິດຍິ່ງຂຶ້ນກັບຄວາມຕ້ອງການພັດທະນາຕົວຈິງຂອງລາວ. ຄຽງຄູ່ກັນນັ້ນ, ສອງປະເທດສືບຕໍ່ເພີ່ມທະວີການປະສານສົມທົບລະຫວ່າງບັນດາທ້ອງຖິ່ນຊາຍແດນ ກໍຄືໃນບັນດາກົນໄກການຮ່ວມມືພາກພື້ນ ແລະ ສາກົນ.
ສະຫາຍ ຫງວຽນ ແມ້ງ ເກື່ອງ, ຮອງລັດຖະມົນຕີ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດຈະປະສານສົມທົບກັບບັນດາອົງການຂອງພັກ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໃນການຕິດຕາມ ແລະ ຊຸກຍູ້ຂະບວນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ.
ກະຊວງການຕ່າງປະເທດຍັງຈະຕັ້ງໜ້າກະກຽມບັນດາກິດຈະກຳໃນຂອບປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ 2027, ຮັບປະກັນໃຫ້ມີເນື້ອໃນທີ່ເປັນຮູບປະທຳ, ມີຄວາມເລິກເຊິ່ງ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງ, ໂດຍສະເພາະຕໍ່ຄົນຮຸ່ນໜຸ່ມຂອງສອງປະເທດ.
ສະຫາຍ ຫງວຽນ ແມ້ງ ເກື່ອງ, ຮອງລັດຖະມົນຕີ ເຊື່ອໝັ້ນວ່າ ຄວາມຕັ້ງໃຈທາງການເມືອງຂອງຜູ້ນຳສອງພັກ, ສອງປະເທດ ຈະສ້າງແຮງຂັບເຄື່ອນໃຫ້ບັນດາທິດທາງການຮ່ວມມືໄດ້ຮັບການປະຕິບັດໃຫ້ເກີດຜົນສຳເລັດທີ່ເປັນຮູບປະທຳໂດຍໄວ, ສືບຕໍ່ເສີມສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ.
ຍສໝ - ໃນວັນທີ 22 ກັນຍາ, ອົງການ PeaceTrees Vietnam ປະສົມປະສານກັບ ສະຫະພັນບັນດາອົງການມິດຕະພາບ ນະຄອນ ເຮ້ ໄດ້ປະກາດຢ່າງເປັນທາງການ ບັນດາກິດຈະກຳໂຄງການ ແກ້ໄຂຜົນກະທົບຈາກລະເບີດ ແລະ ວັດຖຸແຕກ. ໂຄງການ ນຳມາເຊິ່ງຄວາມຫວັງໃນການຄືນຄວາມປອດໄພ ໃຫ້ແກ່ຜືນແຜ່ນດິນອັນກວ້າງໃຫຍ່, ລົບລ້າງຄວາມສ່ຽງອັນຕະລາຍ ແລະ ສ້າງພື້ນຖານຢ່າງແຂງແຮງ ສຳລັບການພັດທະນາເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ. |
ຍສໝ - ມະຕິເລກທີ 25-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງ ວ່າດ້ວຍຍຸດທະສາດວຽກງານແນວຄິດໃນສະພາບການໃໝ່ ກຳນົດໃຫ້ຫັນຈຸດສຸມຈາກ “ການຄຸ້ມຄອງຂໍ້ມູນ” ໄປສູ່ “ການນຳພາການຮັບຮູ້ຂອງສັງຄົມ”, ຖືເອົາຄວາມເຊື່ອໝັ້ນຂອງປະຊາຊົນເປັນມາດຕະຖານ ແລະ ມຸ່ງລົງສູ່ຮາກຖານຢ່າງແຂງແຮງ. ຕາມບັນດາຊ່ຽວຊານ, ຂໍ້ຮຽກຮ້ອງນີ້ວາງອອກວິທີເຂົ້າຫາໃໝ່, ໃນນັ້ນ ຂໍ້ມູນທີ່ໂປ່ງໃສ, ການສົນທະນາ, ການກວດສອບ ແລະ ການແກ້ໄຂບັນດາບັນຫາຈາກພາກປະຕິບັດຢ່າງທັນການ ມີບົດບາດສຳຄັນເປັນພິເສດ. |
ມິງດຶກ
