ຫວຽດນາມ - EU ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການຄ້າ ແລະ ການລົງທຶນ

20:18 | 22/10/2026

ຍສໝ - ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພາບເອີຣົບ (EU) ກຳລັງໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດ, ໂດຍສະເພາະວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຄ້າ ແລະ ການລົງທຶນ. ບັນດາໂຄງການຮ່ວມມືໃໝ່ຖືກຄາດຫວັງວ່າຈະສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການພັດທະນາ ແລະ ຂະຫຍາຍໂອກາດໃຫ້ປະຊາຄົມວິສາຫະກິດຂອງສອງຝ່າຍ.

EuroCham: ມະຕິເລກທີ 10 ຊຸກຍູ້ວິສາຫະກິດເອີຣົບຂະຫຍາຍການລົງທຶນ ການຢ້ຽມຢາມເດນມາກ, EU ແລະ ແບນຊິກ ເປີດໂອກາດໃໝ່ໃນການຮ່ວມມືຍຸດທະສາດໃຫ້ແກ່ຫວຽດນາມ

ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ໃນເດືອນ 1/2026, ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມຂອງທ່ານ António Costa, ປະທານສະພາເອີຣົບ, ຫວຽດນາມ ແລະ EU ໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ. ຫວຽດນາມກາຍເປັນປະເທດທຳອິດໃນອາຊີຕາເວັນອອກສ່ຽງໃຕ້ທີ່ສ້າງຕັ້ງຂອບສາຍພົວພັນນີ້ກັບ EU, ພ້ອມທັງເປັນສະມາຊິກອາຊຽນພຽງປະເທດດຽວທີ່ມີເສົາຄ້ຳການຮ່ວມມືຄົບຖ້ວນກັບກຸ່ມດັ່ງກ່າວ.

ໃນກອງປະຊຸມຄັ້ງທີ 7 ຂອງຄະນະກຳມະການປະສົມຫວຽດນາມ - EU ເພື່ອປະຕິບັດສັນຍາຂອບວ່າດ້ວຍການເປັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ທີ່ຈັດຂຶ້ນໃນທ້າຍເດືອນ 9/2026 ຢູ່ຮ່າໂນ້ຍ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ແລະ ທ່ານ Erik Kurzweil, ຫົວໜ້າກົມໃຫຍ່ຮັບຜິດຊອບອາຊີ - ປາຊີຟິກ ສັງກັດອົງການດ້ານການຕ່າງປະເທດຂອງ EU, ໄດ້ເຫັນດີຊຸກຍູ້ການຮ່ວມມືຢ່າງເປັນຮູບປະທຳ.

EU ຕີລາຄາສູງຕໍ່ຜົນສຳເລັດດ້ານການພັດທະນາ, ການເຊື່ອມໂຍງ ແລະ ບົດບາດສາກົນຂອງຫວຽດນາມ, ຖືຫວຽດນາມເປັນຄູ່ຮ່ວມມືບູລິມະສິດໃນພາກພື້ນອາຊີ - ປາຊີຟິກ. ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ການປ້ອງກັນຊາດ, ຄວາມໝັ້ນຄົງ, ການພັດທະນາຢ່າງຍືນຍົງ ແລະ ແກ້ໄຂບັນດາຂໍ້ຕິດຂັດໃນສາຍພົວພັນສອງຝ່າຍ.

ຫວຽດນາມ - EU ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການຄ້າ ແລະ ການລົງທຶນ
ຫວຽດນາມ - EU ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການຄ້າ ແລະ ການລົງທຶນ

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ ໄດ້ຖືກກຳນົດເປັນບັນດາຂົງເຂດຈຸດສຸມ, ໂດຍສະເພາະເຕັກໂນໂລຊີອະວະກາດ, ສານເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI), ເຕັກໂນໂລຊີສີຂຽວ ແລະ ແຮ່ທາດທີ່ຈຳເປັນ.

ໃນເດືອນ 5/2026, ຄະນະກຳມະການເອີຣົບ, ໃນຖານະຕົວແທນ EU, ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ລົງນາມໃນໜັງສືສະແດງເຈດຈຳນົງເພື່ອເພີ່ມທະວີການຮ່ວມມືດ້ານການຄົ້ນຄວ້າ, ການຝຶກອົບຮົມ, ການແລກປ່ຽນນັກວິທະຍາສາດ ແລະ ການພັດທະນາຂີດຄວາມສາມາດດ້ານສະຖາບັນ. ສອງຝ່າຍມຸ່ງໄປສູ່ການນຳໃຊ້ໂຄງການ Horizon Europe ທີ່ມີງົບປະມານປະມານ 95,5 ຕື້ເອີໂຣ ໃນໄລຍະ 2021-2027, ພ້ອມທັງຂະຫຍາຍການຮ່ວມມືດ້ານ AI, ສານເຄິ່ງຊັກນຳໄຟຟ້າ, 5G, ເຕັກໂນໂລຊີອະວະກາດ ແລະ ຄວາມໝັ້ນຄົງທາງໄຊເບີ ເພື່ອຮັບໃຊ້ການຫັນປ່ຽນສີຂຽວ ແລະ ການຫັນປ່ຽນເປັນດິຈິຕອນ.

ບັນດາທິດທາງນີ້ສອດຄ່ອງກັບເປົ້າໝາຍການພັດທະນາຂອງຫວຽດນາມ. ມະຕິວ່າດ້ວຍແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 2026-2030 ທີ່ສະພາແຫ່ງຊາດຮັບຮອງໃນເດືອນ 6/2026 ໄດ້ວາງເປົ້າໝາຍການເຕີບໂຕ GDP ແຕ່ 10% ຂຶ້ນໄປໃນປີ 2026 ແລະ ຮັກສາລະດັບສະເລ່ຍທີ່ໃກ້ຄຽງກັນຕະຫຼອດໄລຍະ, ພ້ອມທັງຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ; GDP ຕໍ່ຫົວຄົນບັນລຸ 8.500 ໂດລາສະຫະລັດໃນປີ 2030, ເທົ່າກັບ 1,7 ເທົ່າຂອງປີ 2025.

ຫວຽດນາມກຳນົດໃຫ້ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນເປັນດິຈິຕອນ ເປັນແຮງຂັບເຄື່ອນການເຕີບໂຕ, ໂດຍມຸ່ງໃຫ້ເສດຖະກິດດິຈິຕອນປະກອບສ່ວນປະມານ 30% ຂອງ GDP ໃນປີ 2030. ຈຸດສຸມແມ່ນການແກ້ໄຂບັນດາຂໍ້ຕິດຂັດ, ເຊື່ອມໂຍງການຄົ້ນຄວ້າກັບຜົນສຳເລັດ, ຍອມຮັບຄວາມສ່ຽງພາຍໃຕ້ການຄວບຄຸມ, ຮັບເອົາ ແລະ ເປັນເຈົ້າການເຕັກໂນໂລຊີຍຸດທະສາດ. ໃນປີ 2026, ຫວຽດນາມໃຫ້ບູລິມະສິດແກ່ສານເຄິ່ງຊັກນຳໄຟຟ້າ, AI, ພະລັງງານສະອາດ, ການນຳໃຊ້ຂໍ້ມູນ ແລະ ບັນດາຂົງເຂດການເຕີບໂຕໃໝ່, ພັດທະນາກົນໄກທົດລອງ (sandbox), ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ວິສາຫະກິດເຕັກໂນໂລຊີດິຈິຕອນ.

ຕາມກົມສະຖິຕິ, ອັດຕາສ່ວນຂອງເສດຖະກິດດິຈິຕອນໄດ້ເພີ່ມຈາກ 12,87% ຂອງ GDP ໃນປີ 2021 ຂຶ້ນເປັນ 14,02% ໃນປີ 2025, ເທົ່າກັບ 72,1 ຕື້ໂດລາສະຫະລັດ.

ເພີ່ມທະວີການເຊື່ອມໂຍງດ້ານການຄ້າ, ການລົງທຶນ ແລະ ການພັດທະນາສີຂຽວ

ຫວຽດນາມ ແລະ EU ສືບຕໍ່ຊຸກຍູ້ການປະຕິບັດສັນຍາການຄ້າເສລີຫວຽດນາມ - EU (EVFTA), ໂດຍມຸ່ງໃຫ້ EU ກາຍເປັນໜຶ່ງໃນສາມຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນຊັ້ນນຳຂອງຫວຽດນາມ. ສອງຝ່າຍຍັງເພີ່ມທະວີການເຊື່ອມໂຍງແຫຼ່ງກຳລັງຈາກຂໍ້ລິເລີ່ມປະຕູສູ່ໂລກ (Global Gateway) ແລະ ສາຍພົວພັນຄູ່ຮ່ວມມືການຫັນປ່ຽນພະລັງງານຢ່າງເປັນທຳ ເພື່ອພັດທະນາໂຄງລ່າງສີຂຽວ, ພະລັງງານສະອາດ ແລະ ຕ່ອງໂສ້ມູນຄ່າທີ່ຍືນຍົງ.

ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີ ໄດ້ສະເໜີໃຫ້ EU ຊຸກຍູ້ບັນດາປະເທດສະມາຊິກທີ່ຍັງເຫຼືອໃຫ້ສັດຕະຍາບັນຕໍ່ສັນຍາປົກປ້ອງການລົງທຶນຫວຽດນາມ - EU, ຍົກເລີກ “ບັດເຫຼືອງ” IUU ຕໍ່ສິນຄ້າສັດນ້ຳຂອງຫວຽດນາມໂດຍໄວ ບົນພື້ນຖານການຮັບຮູ້ບັນດາຄວາມພະຍາຍາມໃນການແກ້ໄຂຂໍ້ບົກຜ່ອງ, ພ້ອມທັງເລັ່ງລັດການກຳນົດບັນດາໂຄງການລົງທຶນທີ່ເປັນຮູບປະທຳ.

ຕາມກົມສະຖິຕິ, ປັດຈຸບັນ EU ໄດ້ລົງທຶນຫຼາຍກວ່າ 38,4 ຕື້ໂດລາສະຫະລັດໃນຫວຽດນາມ, ຢືນອັນດັບທີ 6 ໃນຈຳນວນ 140 ປະເທດ ແລະ ດິນແດນ. EU ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4, ຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ແລະ ແຫຼ່ງນຳເຂົ້າໃຫຍ່ອັນດັບທີ 5 ຂອງຫວຽດນາມ. ຫວຽດນາມເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ EU ໃນອາຊຽນ ແລະ ຢູ່ໃນກຸ່ມ 10 ຜູ້ສະໜອງສິນຄ້າຊັ້ນນຳໃຫ້ແກ່ຕະຫຼາດນີ້.

ໃນປີ 2025, ມູນຄ່າການຄ້າສອງຝ່າຍບັນລຸ 73,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8%. ໃນ 9 ເດືອນຕົ້ນປີ 2026, ມູນຄ່າການຄ້າບັນລຸ 65,48 ຕື້ໂດລາສະຫະລັດ; ການສົ່ງອອກຂອງຫວຽດນາມບັນລຸ 50,77 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 21,7%; ການນຳເຂົ້າບັນລຸ 14,71 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,9%; ມູນຄ່າເກີນດຸນການຄ້າບັນລຸ 36,06 ຕື້ໂດລາສະຫະລັດ.

ທ່ານ Jean-Jacques Bouflet, ຮອງປະທານ EuroCham, ຜູ້ທີ່ເຄີຍເຂົ້າຮ່ວມຄະນະເຈລະຈາ EVFTA ຂອງ EU, ເຫັນວ່າ ບໍ່ຄວນປະເມີນສາຍພົວພັນການຄ້າສອງຝ່າຍພຽງແຕ່ຜ່ານການເກີນດຸນ ຫຼື ການຂາດດຸນການຄ້າ. ເຕັກໂນໂລຊີ, ເຄື່ອງຈັກ ແລະ ຢາປົວພະຍາດຈາກເອີຣົບ ຊ່ວຍຍົກສູງຜະລິດຕະພາບອຸດສາຫະກຳຂອງຫວຽດນາມ; ໃນຂະນະທີ່ສິນຄ້າເອເລັກໂຕຣນິກ, ກົນຈັກ, ແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ, ໜັງ ແລະ ເກີບ, ເຟີນີເຈີໄມ້ ແລະ ຜະລິດຕະພັນກະສິກຳຂອງຫວຽດນາມ ໄດ້ປະກອບສ່ວນເສີມສ້າງຕ່ອງໂສ້ການສະໜອງ ແລະ ຕອບສະໜອງຄວາມຕ້ອງການບໍລິໂພກໃນ EU.

EU ຍັງໄດ້ຖອນຫວຽດນາມອອກຈາກບັນຊີລາຍຊື່ບັນດາປະເທດທີ່ບໍ່ໃຫ້ການຮ່ວມມືດ້ານພາສີ. ທ່ານນາງ ຟ້າມ ທູ ຮັ່ງ, ໂຄສົກກະຊວງການຕ່າງປະເທດ ຢືນຢັນວ່າ ຫວຽດນາມຍິນດີຕ້ອນຮັບການຕັດສິນໃຈນີ້, ຖືວ່າເປັນການຮັບຮູ້ບັນດາຄວາມພະຍາຍາມໃນການປັບປຸງກົດໝາຍ, ນະໂຍບາຍ ແລະ ການປະຕິບັດໃຫ້ສອດຄ່ອງກັບມາດຕະຖານສາກົນ. ຫວຽດນາມພ້ອມທີ່ຈະສືບຕໍ່ຮ່ວມມືດ້ານຄວາມໂປ່ງໃສທາງພາສີ, ການບໍລິຫານວິສາຫະກິດ ແລະ ສະພາບແວດລ້ອມທາງທຸລະກິດທີ່ເປັນທຳ ແລະ ຍືນຍົງ.

ນອກຈາກນັ້ນ, ສອງຝ່າຍຍັງເລັ່ງລັດການຮ່ວມມືດ້ານການຫັນປ່ຽນສີຂຽວ, ເສດຖະກິດໝູນວຽນ, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ການປ້ອງກັນ ແລະ ຮັບມືໄພພິບັດທຳມະຊາດ, ວັດຖຸດິບທີ່ຈຳເປັນ ແລະ ການຊ່ວຍເຫຼືອວິສາຫະກິດໃຫ້ປັບຕົວກັບກົນໄກປັບຄາບອນຢູ່ຊາຍແດນ (CBAM), ລະບຽບການຕ້ານການທຳລາຍປ່າໄມ້ ພ້ອມທັງບັນດາຂໍ້ກຳນົດກ່ຽວກັບຕ່ອງໂສ້ການສະໜອງທີ່ຍືນຍົງຂອງ EU.

ການຮ່ວມມືດ້ານທະເລກໍໄດ້ຮັບຄວາມສຳຄັນ, ລວມມີການພັດທະນາເສດຖະກິດທະເລສີຂຽວ, ການບໍລິຫານມະຫາສະໝຸດ, ການອະນຸລັກ ແລະ ຟື້ນຟູລະບົບນິເວດທາງທະເລ, ການລ້ຽງສັດນ້ຳຢ່າງຍືນຍົງ, ການຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການຍົກສູງຂີດຄວາມສາມາດໃນການຮັບມືກັບບັນດາສິ່ງທ້າທາຍທາງທະເລ.

ຫວຽດນາມ - EU: ສາຍພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ, ກ້າວໄປສູ່ອະນາຄົດ ຫວຽດນາມ - EU: ສາຍພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ, ກ້າວໄປສູ່ອະນາຄົດ
ຍສໝ - ໃນຕອນຄໍ່າວັນທີ 8 ພຶດສະພາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະຫະພາບເອີຣົບ (EU) ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນເອີຣົບ ສອງພັນຊາວຫົກ (Europe Day).
ອັດຕາຄົນອົບພະຍົບມີວຽກເຮັດງານທຳ ຢູ່ EU ບັນລຸລະດັບສູງສຸດເປັນປະຫວັດສາດ ອັດຕາຄົນອົບພະຍົບມີວຽກເຮັດງານທຳ ຢູ່ EU ບັນລຸລະດັບສູງສຸດເປັນປະຫວັດສາດ
ຍສໝ - ຕາມການຄົ້ນຄວ້າຂອງ ສູນຄົ້ນຄວ້າ ແລະ ວິເຄາະການຍົກຍ້າຍຖິ່ນຖານ (CReAM) ຂຶ້ນກັບ ມູນນິທິ ROCKWOOL Foundation Berlin (RFBerlin), ອັດຕາຄົນອົບພະຍົບມີວຽກເຮັດງານທຳ ຢູ່ ສະຫະພາບເອີຣົບ (EU) ໄດ້ບັນລຸລະດັບສູງສຸດເປັນປະຫວັດສາດ ໃນປີ 2025, ຜ່ານນັ້ນໄດ້ຊ່ວຍຮັດແຄບໄລຍະຫ່າງ ກັບກຳລັງແຮງງານທ້ອງຖິ່ນ (ຄົນພື້ນເມືອງ).

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ