| ຫວຽດນາມ ຊຸກຍູ້ການຮ່ວມມືດ້ານແຮງງານກັບເກຣັກ ໂຄສະນາຊາ ຟູເຖາະ ແລະ ອາຫານຫວຽດນາມຢູ່ເກຣັກ |
ໃນລາຍການປະຕິບັດວຽກງານ, ທ່ານນາງ ຟ້າມ ທິ ທູ ເຮືອງ, ເອກອັກຄະລັດຖະທູດ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ແລະ ອຸປະທູດທີ່ຕາງໜ້າໃຫ້ບັນດາປະເທດສະມາຊິກຄະນະກຳມະການອາຊຽນປະຈຳເກຣັກ ໄດ້ພົບປະ ແລະ ເຮັດວຽກກັບຜູ້ຮັກສາການເຈົ້າຄອງນະຄອນ Argostoli, ເຊິ່ງເປັນເມືອງເອກຂອງເກາະ Kefalonia.
ໃນການພົບປະ, ທ່ານ George Tsilomidos, ຜູ້ຮັກສາການເຈົ້າຄອງນະຄອນ ໄດ້ສະແດງຄວາມຍິນດີທີ່ໄດ້ຕ້ອນຮັບຄະນະຜູ້ຕາງໜ້າຈາກບັນດາປະເທດອາຊຽນ. ທ່ານໃຫ້ຮູ້ວ່າ ເກາະ Kefalonia ມີສາຍພົວພັນປະເພນີກັບໄທມາຕັ້ງແຕ່ສະຕະວັດທີ XVII. ບົນພື້ນຖານດັ່ງກ່າວ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນປາຖະໜາຢາກສືບຕໍ່ພັດທະນາສາຍພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.
![]() |
| ທ່ານນາງ ຟ້າມ ທິ ທູ ເຮືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳເກຣັກ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ ແລະ ອຸປະທູດ ທີ່ຕາງໜ້າໃຫ້ບັນດາປະເທດສະມາຊິກຄະນະກຳມະການອາຊຽນປະຈຳເກຣັກ. |
ໃນການແນະນຳກ່ຽວກັບທ່າແຮງຂອງ Kefalonia, ທ່ານ George Tsilomidos ໃຫ້ຮູ້ວ່າ ເກາະແຫ່ງນີ້ມີເນື້ອທີ່ປະມານ 1.000 ກິໂລຕາແມັດ, ມີປະຊາກອນ 35.000 ຄົນ, ແຕ່ລະປີດຶງດູດນັກທ່ອງທ່ຽວສາກົນເກືອບ 1 ລ້ານເທື່ອຄົນ ແລະ ຜູ້ໂດຍສານທາງເຮືອຫຼາຍກວ່າ 160.000 ເທື່ອຄົນ. Kefalonia ຍັງມີຖ້ຽວບິນກົງເຊື່ອມຕໍ່ກັບຫຼາຍປະເທດໃນເອີຣົບ.
ນອກຈາກຈຸດແຂງດ້ານການທ່ອງທ່ຽວ ແລະ ການບໍລິການແລ້ວ, ທ້ອງຖິ່ນຍັງມີຜະລິດຕະພັນພື້ນເມືອງຫຼາຍຊະນິດທີ່ຜູ້ບໍລິໂພກນິຍົມ ເຊັ່ນ ນ້ຳມັນໝາກກອກ, ເຫຼົ້າແວງ ແລະ ເນີຍແຂງ.
ກ່າວຄຳເຫັນໃນການພົບປະເຮັດວຽກ, ທ່ານນາງ ຟ້າມ ທິ ທູ ເຮືອງ, ເອກອັກຄະລັດຖະທູດ ໄດ້ໃຫ້ຂໍ້ມູນກ່ຽວກັບສະພາບການ, ແນວໂນ້ມການພັດທະນາເສດຖະກິດຂອງຫວຽດນາມ ແລະ ສາຍພົວພັນມິດຕະພາບປະເພນີຫວຽດນາມ - ເກຣັກ.
ທ່ານນາງເນັ້ນໜັກວ່າ ສືບຕໍ່ຈາກບັນດາກິດຈະກຳລະນຶກ ແລະ ການແລກປ່ຽນຄະນະຜູ້ແທນ ເນື່ອງໃນໂອກາດຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດໃນປີ 2025, ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ ຜ່ານບັນດາການຢ້ຽມຢາມຫວຽດນາມຢ່າງເປັນທາງການນັບແຕ່ຕົ້ນປີ 2026 ຂອງທ່ານ Ioannis Plakiotakis, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດເກຣັກ ແລະ ທ່ານ George Gerapetritis, ລັດຖະມົນຕີການຕ່າງປະເທດເກຣັກ.
ຕາມທ່ານນາງແລ້ວ, ພື້ນຖານສາຍພົວພັນການເມືອງທີ່ດີງາມໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຫວຽດນາມ ແລະ ເກຣັກ ຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ. ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບເກຣັກ ແລະ ປາຖະໜາຢາກເພີ່ມທະວີການເຊື່ອມໂຍງກັບບັນດາທ້ອງຖິ່ນຂອງປະເທດນີ້, ໃນນັ້ນມີເກາະ Kefalonia, ໂດຍສະເພາະດ້ານການທ່ອງທ່ຽວ ແລະ ການຮ່ວມມືດ້ານແຮງງານ.
ໃນຂອບການຢ້ຽມຢາມຄັ້ງນີ້, ຄະນະກຳມະການອາຊຽນປະຈຳເກຣັກ ຍັງໄດ້ຈັດກອງປະຊຸມຄັ້ງທີ 44 ໂດຍມີບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຈາກປະເທດອາຊຽນເຂົ້າຮ່ວມ. ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບສະພາບການ ແລະ ບັນດາມາດຕະການເພື່ອຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງອາຊຽນກັບເກຣັກ.
ຍສໝ - ໃນການແກ້ໄຂບັນຫາທະເລຕາເວັນອອກ, ຫວຽດນາມຍຶດໝັ້ນໃນການປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳ, ພ້ອມທັງຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ວິທີເຂົ້າຫານີ້ຖືກຜັນຂະຫຍາຍຜ່ານການເຊີດຊູກົດໝາຍສາກົນ, ຍຶດໝັ້ນແກ້ໄຂຄວາມເຫັນຕ່າງດ້ວຍການເຈລະຈາ ແລະ ຂະຫຍາຍການຮ່ວມມື ແນໃສ່ຮັບມືກັບບັນດາສິ່ງທ້າທາຍຮ່ວມຢູ່ທະເລ. |
ຍສໝ - ແຕ່ວັນທີ 13-14/10, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດໃໝ່ Bloomberg (NEF) ຄັ້ງທີ 8 ທີ່ນິວເດລີ (ອິນເດຍ). ນອກຂອບເວທີປາໄສ, ທ່ານນາງຮອງລັດຖະມົນຕີ ໄດ້ແລກປ່ຽນກັບຄະນະຜູ້ນຳກຸ່ມບໍລິສັດ Bloomberg ກ່ຽວກັບການເພີ່ມທະວີການຮ່ວມມືດ້ານສື່ມວນຊົນ, ການໂຄສະນາພາບພົດ ແລະ ສະພາບແວດລ້ອມການລົງທຶນຂອງຫວຽດນາມ ໃນປີ APEC 2027. |
ດວງດີ
