| ຊຸດເສື້ອຍາວຫວຽດນາມ ເຊື່ອມສານສາຍສຳພັນມິດຕະພາບຫວຽດນາມ - ລາວ ຊາວໜຸ່ມຫວຽດນາມ - ລາວ ເພີ່ມທະວີການຮ່ວມມື, ສົ່ງເສີມມູນເຊື້ອຄວາມສາມັກຄີພິເສດ |
ບັນດາທະຫານແພດຢູ່ທ່າມກາງບ້ານນ້ອຍໃນລາວ
ໃນເສັ້ນທາງຄົ້ນຫາຮ່ອງຮອຍຂອງເພື່ອນຮ່ວມຮົບທ່າມກາງປ່າໄມ້ ແລະ ພູຜາຂອງລາວ, ບັນດາພະນັກງານ ແລະ ທະຫານກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນແຂວງແທງຮວ໋າ ໄດ້ເດີນທາງໄປຍັງບັນດາບ້ານໃນເຂດເລິກ ແລະ ຫ່າງໄກຢູ່ເປັນປະຈຳ, ບ່ອນທີ່ຊີວິດຂອງປະຊາຊົນຍັງປະສົບຄວາມຫຍຸ້ງຍາກຫຼາຍດ້ານ. ນອກຈາກໜ້າທີ່ຄົ້ນຫາ ແລະ ນຳອັດຖິວິລະຊົນກັບຄືນສູ່ບ້ານເກີດເມືອງນອນແລ້ວ, ພວກເຂົາຍັງສະຫຼະເວລາ ແລະ ກຳລັງແຮງເພື່ອຊ່ວຍເຫຼືອພີ່ນ້ອງປະຊາຊົນ ດ້ວຍວຽກງານທີ່ເໝາະສົມກັບເງື່ອນໄຂ ແລະ ຄວາມສາມາດຂອງຕົນ.
ຢູ່ບ້ານນາປວກ, ເມືອງຮ່ຽມ, ແຂວງຫົວພັນ, ເລື່ອງລາວຂອງພັນຕີ ຈ້ຽວ ຢຽນ ຮວ່າງ, ທະຫານອາຊີບ ແລະ ພະນັກງານແພດປະຈຳກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ ທີ່ໄດ້ດູແລສຸຂະພາບໃຫ້ທ່ານ ບຸນເພັດ, ອາຍຸ 78 ປີ, ເປັນໜຶ່ງໃນຕົວຢ່າງຂອງນ້ຳໃຈທະຫານຫວຽດນາມທີ່ມີຕໍ່ປະຊາຊົນທ້ອງຖິ່ນ.
ດ້ວຍອາຍຸທີ່ສູງ, ທ່ານ ບຸນເພັດ ມັກປະສົບອາການເຈັບປວດຊຳເຮື້ອ, ເຮັດໃຫ້ການໄປມາ ແລະ ການດຳລົງຊີວິດປະຈຳວັນປະສົບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນຂະນະດຽວກັນ, ສະຖານບໍລິການສາທາລະນະສຸກກໍຢູ່ຫ່າງໄກ, ເສັ້ນທາງສັນຈອນຫຍຸ້ງຍາກ, ເຮັດໃຫ້ຄອບຄົວມີຄວາມເປັນຫ່ວງ.
![]() |
| ພະນັກງານແພດທະຫານຂອງກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ ຂຶ້ນກັບກອງບັນຊາການທະຫານແຂວງແທງຮວ໋າ ກວດພະຍາດ ແລະ ແຈກຢາປິ່ນປົວໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນລາວ. (ພາບ: ຮວ່າງ ລານ) |
ເມື່ອຮັບຮູ້ສະພາບການຂອງທ່ານ, ພັນຕີ ຈ້ຽວ ຢຽນ ຮວ່າງ ໄດ້ລາຍງານຕໍ່ຜູ້ບັນຊາການ, ກະກຽມອຸປະກອນການແພດ ແລະ ເດີນທາງໄປກວດພະຍາດໃຫ້ເຖິງເຮືອນ. ເພື່ອໄປເຖິງບ້ານ, ລາວຕ້ອງຜ່ານເສັ້ນທາງຄົດລ້ຽວຫຼາຍຊ່ວງ, ບາງບ່ອນຕ້ອງຍ່າງຕາມທາງນ້ອຍໃນປ່າພູ.
ຜ່ານການກວດສຸຂະພາບ, ລາວພົບວ່າ ທ່ານ ບຸນເພັດ ມີອາການຂອງກຸ່ມອາການປວດແອວລາມລົງສະໂພກ ແລະ ພະຍາດຂໍ້ອັກເສບຫຼາຍຂໍ້. ລາວໄດ້ແນະນຳຄອບຄົວໃຫ້ໃຊ້ຢາທີ່ເໝາະສົມ, ເອົາໃຈໃສ່ດ້ານໂພຊະນາການ, ການພັກຜ່ອນ ແລະ ຕິດຕາມສຸຂະພາບ.
ບໍ່ພຽງແຕ່ການກວດພະຍາດຄັ້ງທຳອິດເທົ່ານັ້ນ, ພັນຕີ ຮວ່າງ ຍັງຫາເວລາກັບມາກວດຕິດຕາມອາການ ແລະ ແນະນຳໃຫ້ທ່ານ ບຸນເພັດ ຝຶກອອກກຳລັງກາຍໃຫ້ເໝາະສົມກັບສະພາບຮ່າງກາຍ. ຍ້ອນໄດ້ຮັບການເອົາໃຈໃສ່, ດູແລ ແລະ ປິ່ນປົວ, ສຸຂະພາບຂອງທ່ານຄ່ອຍໆ ມີການປ່ຽນແປງໄປໃນທາງທີ່ດີຂຶ້ນ, ຊ່ວຍໃຫ້ຄອບຄົວຫຼຸດຜ່ອນຄວາມກັງວົນ.
ເມື່ອແບ່ງປັນກ່ຽວກັບວຽກງານຂອງຕົນ, ພັນຕີ ຈ້ຽວ ຢຽນ ຮວ່າງ ໃຫ້ຮູ້ວ່າ: “ໃນລະດູແລ້ງ 2025-2026, ກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ ໄດ້ຈັດການກວດ ແລະ ປິ່ນປົວພະຍາດໃຫ້ປະຊາຊົນຕາມບ້ານຕ່າງໆ ຈຳນວນ 1.800 ເທື່ອຄົນ. ໃນຖານະພະນັກງານແພດທະຫານ, ຂ້າພະເຈົ້າເຂົ້າໃຈວ່າ ການດູແລສຸຂະພາບໃຫ້ປະຊາຊົນແມ່ນສ່ວນໜຶ່ງຂອງຄວາມຮັບຜິດຊອບຂອງທະຫານໃນເວລາປະຕິບັດໜ້າທີ່ຢູ່ດິນແດນປະເທດເພື່ອນມິດ. ປະຊາຊົນແຕ່ລະຄົນທີ່ໄດ້ຮັບການຊ່ວຍເຫຼືອ, ຄອບຄົວແຕ່ລະຄອບຄົວທີ່ເຂົ້າໃຈວິທີປ້ອງກັນພະຍາດ ແລະ ດູແລສຸຂະພາບຫຼາຍຂຶ້ນ ລ້ວນແຕ່ເປັນຄວາມສຸກ ແລະ ແຮງຈູງໃຈໃຫ້ຂ້າພະເຈົ້າ ແລະ ເພື່ອນຮ່ວມຮົບສືບຕໍ່ຜູກພັນກັບພື້ນທີ່ແຫ່ງນີ້”.
ສຳລັບປະຊາຊົນຕາມບັນດາບ້ານໃນແຂວງຫົວພັນ, ພາບຂອງທະຫານຫວຽດນາມທີ່ເດີນທາງໄປກວດພະຍາດ, ແຈກຢາ ແລະ ແນະນຳວິທີດູແລສຸຂະພາບເຖິງບ້ານ ໄດ້ກາຍເປັນພາບທີ່ຄຸ້ນເຄີຍ ແລະ ໃກ້ຊິດ. ຄຳຂອບໃຈຈາກໃຈຈິງ ແລະ ການຈັບມືຫຼັງການພົບປະແຕ່ລະຄັ້ງ ແມ່ນກຳລັງໃຈອັນມີຄວາມໝາຍສຳລັບບັນດາພະນັກງານ ແລະ ທະຫານກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ ທີ່ກຳລັງປະຕິບັດໜ້າທີ່ຫ່າງໄກບ້ານເກີດເມືອງນອນ.
ຜູກພັນໜ້າທີ່ຄົ້ນຫາເພື່ອນຮ່ວມຮົບກັບການເບິ່ງແຍງຊີວິດປະຊາຊົນ
ຢູ່ຫຼາຍບ້ານໃນເຂດເລິກ ແລະ ຫ່າງໄກຂອງແຂວງຫົວພັນ, ສະພາບເສດຖະກິດ - ສັງຄົມຍັງມີຂໍ້ຈຳກັດ, ການເຂົ້າເຖິງການບໍລິການດູແລສຸຂະພາບຍັງບໍ່ສະດວກ. ດັ່ງນັ້ນ, ບັນດາກິດຈະກຳກວດພະຍາດ, ແຈກຢາ ແລະ ມອບຂອງຂວັນຂອງພະນັກງານ ແລະ ທະຫານກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກສະເພາະໜ້າເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ປະຊາຊົນຍົກສູງຄວາມຮູ້ດ້ານການປ້ອງກັນພະຍາດ.
ໃນຂະບວນການກວດພະຍາດ, ບັນດາທະຫານຍັງໄດ້ປະສົມປະສານການແນະນຳພີ່ນ້ອງປະຊາຊົນໃຫ້ປະຕິບັດມາດຕະການປົກປ້ອງສຸຂະພາບ ເຊັ່ນ ກິນອາຫານທີ່ປຸງສຸກ, ດື່ມນ້ຳຕົ້ມສຸກ, ຮັກສາອະນາໄມສິ່ງແວດລ້ອມ, ໃຊ້ນ້ຳສະອາດ ແລະ ເປັນເຈົ້າການປ້ອງກັນພະຍາດທີ່ພົບເລື້ອຍ.
ຄວາມຮູ້ທີ່ຮຽບງ່າຍ ແຕ່ເປັນປະໂຫຍດຕົວຈິງເຫຼົ່ານີ້ ມີຄວາມໝາຍຕໍ່ປະຊາຊົນໃນບັນດາພື້ນທີ່ທີ່ຍັງຂາດແຄນເງື່ອນໄຂດ້ານການດຳລົງຊີວິດ ແລະ ການແພດ.
ສຳລັບກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນແຂວງແທງຮວ໋າ, ວຽກງານຂົນຂວາຍມະຫາຊົນໄດ້ຖືກກຳນົດໃຫ້ເປັນສ່ວນສຳຄັນໃນຂະບວນການປະຕິບັດໜ້າທີ່ຢູ່ລາວສະເໝີ. ຄວາມຜູກພັນກັບຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ບໍ່ພຽງແຕ່ສະແດງເຖິງຄວາມຮັບຜິດຊອບ ແລະ ນ້ຳໃຈຂອງທະຫານເທົ່ານັ້ນ, ແຕ່ຍັງປະກອບສ່ວນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ.
ໃນຕົວຈິງ, ຂໍ້ມູນທີ່ປະຊາຊົນສະໜອງໃຫ້, ການຊ່ວຍນຳທາງ ຫຼື ເລື່ອງລາວທີ່ເລົ່າສືບຕໍ່ກັນມາກ່ຽວກັບຊ່ວງເວລາທີ່ທະຫານຫວຽດນາມເຄີຍສູ້ຮົບຢູ່ລາວ ລ້ວນແຕ່ອາດກາຍເປັນເບາະແສສຳຄັນ, ຊ່ວຍໃຫ້ກຳລັງທະຫານກຳນົດສະຖານທີ່ຄົ້ນຫາເພື່ອນຮ່ວມຮົບ.
ດ້ວຍຈິດໃຈ “ຊ່ວຍເພື່ອນກໍຄືຊ່ວຍຕົນເອງ”, ບັນດາພະນັກງານ ແລະ ທະຫານກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ ຍາມໃດກໍສວຍໃຊ້ເງື່ອນໄຂທີ່ມີເພື່ອເຂົ້າຮ່ວມຊ່ວຍເຫຼືອຊີວິດການເປັນຢູ່ຂອງປະຊາຊົນໃນບັນດາພື້ນທີ່ທີ່ຕັ້ງຄ້າຍ ແລະ ປະຕິບັດໜ້າທີ່.
ໃນລະດູແລ້ງ 2025-2026, ນອກຈາກການຈັດກວດ ແລະ ປິ່ນປົວພະຍາດໃຫ້ປະຊາຊົນ 1.800 ເທື່ອຄົນແລ້ວ, ກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ ຍັງໄດ້ຢ້ຽມຢາມ, ມອບເງິນ ແລະ ສິ່ງຂອງ ລວມມູນຄ່າຫຼາຍກວ່າ 450 ລ້ານດົ່ງ.
ບັນດາພະນັກງານ ແລະ ທະຫານຍັງໄດ້ມອບເຄື່ອງນຸ່ງ 5.100 ຊຸດ, ເກີບແຕະ 200 ຄູ່ ໃຫ້ແກ່ພີ່ນ້ອງປະຊາຊົນຕາມບ້ານຕ່າງໆ ແລະ ປະກອບສ່ວນແຮງງານຫຼາຍກວ່າ 560 ວັນແຮງງານ ເພື່ອອະນາໄມສິ່ງແວດລ້ອມຄັ້ງໃຫຍ່, ສ້ອມແປງເຮືອນຊານ ແລະ ໂຮງຮຽນ.
ບັນດາກິດຈະກຳເຫຼົ່ານີ້ໄດ້ປະກອບສ່ວນປັບປຸງເງື່ອນໄຂການດຳລົງຊີວິດໃນທ້ອງຖິ່ນ, ພ້ອມທັງເພີ່ມທະວີຄວາມຜູກພັນ ແລະ ຄວາມໄວ້ວາງໃຈລະຫວ່າງປະຊາຊົນລາວກັບບັນດາພະນັກງານ ແລະ ທະຫານກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນຫວຽດນາມ.
ຢູ່ດິນແດນລ້ານຊ້າງ, ໜ້າທີ່ຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ ພ້ອມກັບບັນດາກິດຈະກຳຊ່ວຍເຫຼືອປະຊາຊົນ ໄດ້ຮັບການປະຕິບັດຈາກບັນດາທະຫານກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນແຂວງແທງຮວ໋າ ດ້ວຍຈິດໃຈຮັບຜິດຊອບ ແລະ ນ້ຳໃຈທີ່ຈິງໃຈສະເໝີມາ.
ອັດຖິວິລະຊົນແຕ່ລະຊຸດທີ່ຄົ້ນພົບ ໝາຍເຖິງເພື່ອນຮ່ວມຮົບອີກຄົນໜຶ່ງທີ່ມີໂອກາດໄດ້ກັບຄືນສູ່ບ້ານເກີດເມືອງນອນ. ປະຊາຊົນແຕ່ລະຄົນທີ່ໄດ້ຮັບການດູແລ ແລະ ຊ່ວຍເຫຼືອ ກໍປະກອບສ່ວນເຮັດໃຫ້ສາຍສຳພັນລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດເລິກເຊິ່ງຍິ່ງຂຶ້ນ.
ຈາກບັນດາການກະທຳທີ່ຮຽບງ່າຍຢູ່ທ່າມກາງບ້ານນ້ອຍໃນລາວ, ບັນດາພະນັກງານ ແລະ ທະຫານກອງຄົ້ນຫາ ແລະ ເຕົ້າໂຮມອັດຖິວິລະຊົນ ສືບຕໍ່ສົ່ງເສີມຄຸນລັກສະນະຂອງທະຫານລຸງໂຮ່, ປະກອບສ່ວນຮັກສາ ແລະ ທະນຸຖະໜອມສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດຫວຽດນາມ - ລາວ.
ຍສໝ - ວັນທີ 19/10, ຢູ່ດຽນບຽນ, ຄະນະກຳມະການປະຊາຊົນແຂວງດຽນບຽນ ໄດ້ປະສານສົມທົບກັບແຂວງຢຸນນານ (ຈີນ) ແລະ ແຂວງຫຼວງພະບາງ (ລາວ) ຈັດກອງປະຊຸມສົ່ງເສີມການລົງທຶນສາກົນ ປີ 2026 ພາຍໃຕ້ຫົວຂໍ້ “ເຊື່ອມໂຍງທ້ອງຖິ່ນ - ສ້າງສັນຄວາມຈະເລີນຮຸ່ງເຮືອງ”, ໂດຍສຸມໃສ່ຊຸກຍູ້ການເຊື່ອມໂຍງໂຄງລ່າງພື້ນຖານການຄົມມະນາຄົມ, ພັດທະນາເສດຖະກິດດ່ານຊາຍແດນ ແລະ ສ້າງຕັ້ງຕ່ອງໂສ້ມູນຄ່າທີ່ເຊື່ອມໂຍງກັນລະຫວ່າງສາມທ້ອງຖິ່ນ. |
ຍສໝ - ຫວຽດນາມ ແລະ ລາວ ເຫັນດີເລັ່ງລັດການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ແກ້ໄຂຄວາມຫຍຸ້ງຍາກໃນການດຳເນີນບັນດາໂຄງການເຊື່ອມໂຍງທາງຍຸດທະສາດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ສູ້ຊົນໃຫ້ມູນຄ່າການຄ້າສອງຝ່າຍບັນລຸ 5 ຕື້ໂດລາສະຫະລັດໂດຍໄວ. |
ມິງດຶກ
