ຫວຽດນາມ - ເລັກເຕນສະເຕນ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການຄ້າ ແລະ ການເງິນ

23:25 | 21/10/2026

ຍສໝ - ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາງ Brigitte Haas, ນາຍົກລັດຖະມົນຕີເລັກເຕນສະເຕນ ແຕ່ວັນທີ 17-19/10 ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການເງິນ. ໃນການຕອບສຳພາດສື່ມວນຊົນ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ຊີ້ແຈງບັນດາຜົນສຳເລັດທີ່ໂດດເດັ່ນ ແລະ ໜ້າທີ່ບູລິມະສິດ ເພື່ອຊຸກຍູ້ສາຍພົວພັນສອງປະເທດໃຫ້ພັດທະນາຢ່າງເປັນຮູບປະທຳຍິ່ງຂຶ້ນ.

ຫວຽດນາມ - ມາເລເຊຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລາວ ເລັ່ງລັດການເຊື່ອມໂຍງທາງເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 5 ຕື້ໂດລາສະຫະລັດ

- ຂໍຮຽນທ່ານນາງຮອງລັດຖະມົນຕີ, ທ່ານນາງປະເມີນແນວໃດກ່ຽວກັບຈຸດປະສົງ, ຄວາມໝາຍ ແລະ ບັນດາຜົນສຳເລັດທີ່ໄດ້ຮັບຈາກການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງນາຍົກລັດຖະມົນຕີເລັກເຕນສະເຕນ?

ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີ: ໂດຍຕອບຮັບຄຳເຊີນຂອງທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ, ທ່ານນາງ Brigitte Haas, ນາຍົກລັດຖະມົນຕີເລັກເຕນສະເຕນ ໄດ້ຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 17-19/10/2026.

ເຖິງແມ່ນວ່າເລັກເຕນສະເຕນຈະມີເນື້ອທີ່ ແລະ ຈຳນວນປະຊາກອນບໍ່ຫຼາຍ, ແຕ່ປະເທດນີ້ມີຈຸດແຂງຫຼາຍດ້ານ ທັງເສດຖະກິດ, ການເງິນ, ວິທະຍາສາດ ແລະ ເຕັກໂນໂລຊີ. ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງນາຍົກລັດຖະມົນຕີເລັກເຕນສະເຕນ ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນການທູດໃນປີ 2008, ເປັນຂີດໝາຍບາດກ້າວພັດທະນາທີ່ສຳຄັນ ຫຼັງຈາກ 18 ປີແຫ່ງສາຍພົວພັນສອງຝ່າຍ.

ການຢ້ຽມຢາມໄດ້ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ຊຸກຍູ້ການຮ່ວມມື, ປະຕິບັດບັນດາສັນຍາສອງຝ່າຍ ແລະ ຫຼາຍຝ່າຍທີ່ສອງປະເທດເຂົ້າຮ່ວມໃຫ້ມີປະສິດທິຜົນ, ພ້ອມທັງສົ່ງເສີມບົດບາດການເຊື່ອມໂຍງຂອງຫວຽດນາມກັບອາຊຽນ ແລະ ຂອງເລັກເຕນສະເຕນກັບສະມາຄົມການຄ້າເສລີເອີຣົບ (EFTA).

ສາມາດຢືນຢັນໄດ້ວ່າ ການຢ້ຽມຢາມຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມໃນທຸກດ້ານ, ສະແດງຢ່າງຊັດເຈນເຖິງການປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIV ກ່ຽວກັບຄວາມເປັນເອກະລາດ, ຄວາມເຂັ້ມແຂງດ້ວຍຕົນເອງ, ການເປັນເຈົ້າຕົນເອງທາງຍຸດທະສາດ, ການຫັນຄວາມສຳພັນເປັນຫຼາຍຝ່າຍ ແລະ ຫຼາກຫຼາຍຮູບແບບ.

ໃນສະພາບການທີ່ຫວຽດນາມກຳລັງໃຫ້ຄວາມສຳຄັນຕໍ່ການຍົກສູງຄຸນນະພາບການເຕີບໂຕ, ໂດຍຖືເອົາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເປັນແຮງຂັບເຄື່ອນ, ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ເສີມສ້າງສາຍພົວພັນສອງຝ່າຍເທົ່ານັ້ນ ແຕ່ຍັງເປີດກວ້າງຄວາມຫວັງໃໝ່ໃນການຮ່ວມມືບັນດາຂົງເຂດທີ່ສອດຄ່ອງກັບຄວາມຕ້ອງການພັດທະນາຂອງແຕ່ລະປະເທດ.

ໃນບັນດາການເຈລະຈາ ແລະ ພົບປະ, ຜູ້ນຳສອງຝ່າຍລ້ວນແຕ່ຢືນຢັນວ່າ ໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື, ພ້ອມທັງຕີລາຄາສູງຕໍ່ບົດບາດ ແລະ ຖານະຂອງກັນ ແລະ ກັນໃນພາກພື້ນ.

ຫວຽດນາມ - ເລັກເຕນສະເຕນ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີ, ການຄ້າ ແລະ ການເງິນ
ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ.

ບັນດາການແລກປ່ຽນຂັ້ນສູງລະຫວ່າງຜູ້ນຳລັດຖະບານສອງປະເທດ ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ພັດທະນາສາຍພົວພັນສອງຝ່າຍຢ່າງຮອບດ້ານ ແລະ ເຮັດໃຫ້ບັນດາບູລິມະສິດການຮ່ວມມືມີຄວາມຊັດເຈນຍິ່ງຂຶ້ນ. ສອງຝ່າຍມຸ່ງສູ່ການເຮັດໃຫ້ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ການເງິນ ກາຍເປັນບັນດາຂົງເຂດຮ່ວມມືຈຸດສຸມ, ສ້າງບາດກ້າວບຸກທະລຸໃນໄລຍະຕໍ່ໜ້າ.

ໜຶ່ງໃນບັນດາຜົນສຳເລັດທີ່ໂດດເດັ່ນ ແມ່ນການທີ່ສອງປະເທດໄດ້ລົງນາມໃນເອກະສານສຳຄັນຫຼາຍສະບັບ, ໃນນັ້ນມີສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ບັນດາປະເທດ EFTA, ພ້ອມດ້ວຍສັນຍາຫຼີກລ້ຽງການເກັບພາສີຊ້ຳຊ້ອນສຳລັບພາສີລາຍໄດ້ ແລະ ປ້ອງກັນການຫຼົບຫຼີກພາສີ ແລະ ການຫຼີກລ້ຽງພາສີລະຫວ່າງຫວຽດນາມ ແລະ ເລັກເຕນສະເຕນ.

ບັນດາຂໍ້ຕົກລົງນີ້ໄດ້ສ້າງພື້ນຖານທາງກົດໝາຍສຳລັບການຂະຫຍາຍການຮ່ວມມືດ້ານເສດຖະກິດ. ໂດຍສະເພາະ, ສັນຍາການຄ້າເສລີຫວຽດນາມ - EFTA, ເຊິ່ງເລັກເຕນສະເຕນເປັນໜຶ່ງໃນສີ່ປະເທດສະມາຊິກ EFTA, ເມື່ອມີຜົນບັງຄັບໃຊ້ແລ້ວ ຈະສ້າງເງື່ອນໄຂເພີ່ມເຕີມເພື່ອຊຸກຍູ້ການແລກປ່ຽນສິນຄ້າ, ການບໍລິການ ແລະ ການລົງທຶນລະຫວ່າງຫວຽດນາມກັບບັນດາປະເທດໃນກຸ່ມ.

ສຳລັບສັນຍາດ້ານພາສີ, ການລົງນາມຈະປະກອບສ່ວນສ້າງສະພາບແວດລ້ອມທາງກົດໝາຍທີ່ມີສະຖຽນລະພາບ, ໂປ່ງໃສ ແລະ ເອື້ອອຳນວຍຍິ່ງຂຶ້ນໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນສອງປະເທດ, ພ້ອມທັງຊ່ວຍປ້ອງກັນພຶດຕິກຳຫຼົບຫຼີກພາສີ ແລະ ຫຼີກລ້ຽງພາສີຂ້າມຊາຍແດນ.

ນີ້ແມ່ນບັນດາເງື່ອນໄຂສຳຄັນເພື່ອໃຫ້ວິສາຫະກິດຫວຽດນາມ ແລະ ເລັກເຕນສະເຕນ ເພີ່ມທະວີການເຊື່ອມໂຍງ, ຂະຫຍາຍການລົງທຶນ, ໂດຍສະເພາະໃນບັນດາຂົງເຂດການເງິນສີຂຽວ, ເຕັກໂນໂລຊີຊັ້ນສູງ, ກົນຈັກຄວາມແມ່ນຍຳສູງ, ລະບົບອັດຕະໂນມັດ ແລະ ອຸປະກອນການແພດ.

ໃນດ້ານຫຼາຍຝ່າຍ, ຫວຽດນາມ ແລະ ເລັກເຕນສະເຕນ ມີທັດສະນະທີ່ຄ້າຍຄືກັນຫຼາຍປະການ ໃນການເຊີດຊູລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ ແລະ ຊຸກຍູ້ການຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງຍືນຍົງ.

ສອງຝ່າຍເຫັນດີເພີ່ມທະວີການປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການສາກົນ ແລະ ເວທີຫຼາຍຝ່າຍ, ໂດຍສະເພາະສະຫະປະຊາຊາດ. ພ້ອມກັນນັ້ນ, ຜູ້ນຳສອງປະເທດໄດ້ແລກປ່ຽນຈຸດຢືນກ່ຽວກັບບັນດາບັນຫາທີ່ສົນໃຈຮ່ວມກັນ, ເນັ້ນໜັກການແກ້ໄຂຂໍ້ພິພາດດ້ວຍວິທີການສັນຕິ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ດ້ວຍທ່າແຮງການຮ່ວມມືທີ່ຍັງມີຢູ່ຢ່າງຫຼວງຫຼາຍ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນທາງການເມືອງ, ພ້ອມທັງກຳນົດບັນດາທິດທາງພັດທະນາໃໝ່ໃນຂົງເຂດທີ່ສອງປະເທດມີຈຸດແຂງ ແລະ ຄວາມຕ້ອງການທີ່ສາມາດເກື້ອກູນກັນ. ການຮ່ວມມືໄດ້ຮັບການຊຸກຍູ້ບົນພື້ນຖານຄວາມສະເໝີພາບ, ການເຄົາລົບເຊິ່ງກັນ ແລະ ກັນ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ກໍຄືໃນໂລກ.

- ຂໍຮຽນທ່ານນາງຮອງລັດຖະມົນຕີ, ຕາມທັດສະນະຂອງທ່ານນາງ, ສອງປະເທດຄວນໃຫ້ບູລິມະສິດປະຕິບັດບັນດາໜ້າທີ່ຈຸດສຸມໃດແດ່ ເພື່ອສົ່ງເສີມຜົນສຳເລັດທີ່ດີຈາກບັນດາການຢ້ຽມຢາມ?

ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີ: ຈາກບັນດາຜົນສຳເລັດທີ່ດີຂອງການຢ້ຽມຢາມ, ໜ້າທີ່ສຳຄັນໃນປັດຈຸບັນແມ່ນການຮີບຮ້ອນຫັນບັນດາຄວາມເຂົ້າໃຈຮ່ວມ, ຂໍ້ຜູກພັນ ແລະ ຂໍ້ຕົກລົງຂັ້ນສູງ ໃຫ້ກາຍເປັນແຜນງານ ແລະ ໂຄງການຮ່ວມມືທີ່ເປັນຮູບປະທຳ. ຂະບວນການປະຕິບັດຕ້ອງມີຈຸດສຸມ, ບູລິມະສິດທີ່ຊັດເຈນ, ຮັບປະກັນຄວາມສອດຄ່ອງເປັນເອກະພາບ ແລະ ປະສິດທິຜົນ ເພື່ອໃຫ້ເກີດການປ່ຽນແປງໃນສາຍພົວພັນສອງປະເທດໂດຍໄວ.

ໃນໄລຍະສະເພາະໜ້າ, ບັນດາຝ່າຍຕ້ອງເລັ່ງລັດການໃຫ້ສັດຕະຍາບັນຕໍ່ສັນຍາການຄ້າເສລີຫວຽດນາມ - EFTA ແລະ ສັນຍາສອງຝ່າຍດ້ານພາສີລະຫວ່າງຫວຽດນາມ ແລະ ເລັກເຕນສະເຕນ.

ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງປະສານສົມທົບຢ່າງໃກ້ຊິດໃນການປະຕິບັດບັນດາໜ້າທີ່ທີ່ກ່ຽວຂ້ອງ, ຈາກນັ້ນຫັນບັນດາຂອບກົດໝາຍທີ່ໄດ້ສ້າງຂຶ້ນແລ້ວ ໃຫ້ເປັນແຜນງານ ແລະ ໂຄງການທີ່ເປັນຮູບປະທຳ, ນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນ ແລະ ປະຊາຄົມວິສາຫະກິດ.

ໂດຍສະເພາະ, ຕ້ອງຊ່ວຍເຫຼືອວິສາຫະກິດໃນການສຶກສາຄົ້ນຄວ້າບັນດາຂໍ້ຜູກພັນ, ກົດລະບຽບວ່າດ້ວຍຖິ່ນກຳເນີດສິນຄ້າ ແລະ ມາດຕະຖານຕະຫຼາດຢ່າງຄົບຖ້ວນ. ຄຽງຄູ່ກັນນັ້ນ ແມ່ນການຍົກສູງຄຸນນະພາບຜະລິດຕະພັນ, ທັກສະຂອງຜູ້ອອກແຮງງານ ແລະ ຄວາມສາມາດດ້ານການບໍລິຫານວິສາຫະກິດ.

ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ຕ້ອງໃຫ້ຄວາມສຳຄັນຕໍ່ການຊ່ວຍເຫຼືອໃຫ້ເຂົ້າເຖິງຄູ່ຮ່ວມມື ແລະ ເຂົ້າຮ່ວມຕ່ອງໂສ້ການສະໜອງ, ຜ່ານນັ້ນຂະຫຍາຍໂອກາດໃນການໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເສດຖະກິດສາກົນ.

ໃນສາຍພົວພັນສອງຝ່າຍ, ສອງປະເທດຕ້ອງສືບຕໍ່ພັດທະນາການຮ່ວມມືຢ່າງເປັນຮູບປະທຳໃນບັນດາຂົງເຂດ, ປະຕິບັດບັນດາຂໍ້ຕົກລົງ ແລະ ຂໍ້ຜູກພັນລະຫວ່າງຜູ້ນຳຂັ້ນສູງຢ່າງມີປະສິດທິຜົນ, ບົນພື້ນຖານຄວາມສອດຄ່ອງກັບຜົນປະໂຫຍດຂອງແຕ່ລະຝ່າຍ.

ການຮັກສາການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການສົນທະນາ ແລະ ການປະສານສົມທົບຜ່ານບັນດາອົງການປະສານງານຫຼັກ ຈະຮັບປະກັນໃຫ້ບັນດາທິດທາງຂັ້ນສູງໄດ້ຮັບການຫັນເປັນກິດຈະກຳທີ່ເປັນຮູບປະທຳ, ເປັນປະຈຳ ແລະ ມີຄວາມສອດຄ່ອງກັນ.

ນອກຈາກນັ້ນ, ຕ້ອງໃຫ້ບູລິມະສິດໃນການຄັດເລືອກບັນດາໂຄງການທີ່ມີຄວາມສາມາດສ້າງການປ່ຽນແປງທາງຄຸນນະພາບໃນການຮ່ວມມືສອງຝ່າຍ. ການຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີຈຸດແຂງດ້ານຄວາມຮູ້, ເຕັກໂນໂລຊີ ແລະ ການບໍລິຫານ ເຊັ່ນ ເລັກເຕນສະເຕນ ຈະຊ່ວຍໃຫ້ຫວຽດນາມເພີ່ມເຕີມແຫຼ່ງກຳລັງພັດທະນາ, ຍົກສູງຄວາມສາມາດຂອງວິສາຫະກິດ ແລະ ເພີ່ມທະວີຄວາມສາມາດໃນການເປັນເຈົ້າຕົນເອງຂອງເສດຖະກິດ.

ບັນດາໂຄງການທີ່ມີຄວາມເປັນໄປໄດ້ໃນອຸດສາຫະກຳການຜະລິດສະເພາະທາງຂັ້ນສູງ ແລະ ການບໍລິການທາງການເງິນ ກໍຕ້ອງໄດ້ຮັບການສຶກສາຄົ້ນຄວ້າ ແລະ ກະກຽມເງື່ອນໄຂການດຳເນີນງານຢ່າງຄົບຖ້ວນ ເພື່ອສ້າງຜົນສຳເລັດທີ່ຮັບໃຊ້ການພັດທະນາປະເທດ.

ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ປັດໄຈດ້ານມະນຸດຕ້ອງໄດ້ຮັບຄວາມສົນໃຈຢ່າງຕໍ່ເນື່ອງ. ສອງປະເທດຕ້ອງຂະຫຍາຍໂອກາດໃຫ້ນັກສຶກສາ, ນັກວິທະຍາສາດ ແລະ ຜູ້ອອກແຮງງານໄດ້ແລກປ່ຽນ, ຮ່ຳຮຽນ ແລະ ເຮັດວຽກຮ່ວມກັນ; ພ້ອມທັງຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ສົ່ງເສີມບົດບາດການເຊື່ອມໂຍງຂອງປະຊາຄົມຊາວຫວຽດນາມຢູ່ເລັກເຕນສະເຕນ.

ບັນດາໂຄງການຄົ້ນຄວ້າຮ່ວມທີ່ແກ້ໄຂບັນຫາຕົວຈິງ ຫຼື ກິດຈະກຳຝຶກອົບຮົມທີ່ຊ່ວຍໃຫ້ຄົນໜຸ່ມຍົກສູງຄວາມສາມາດ ລ້ວນແຕ່ສາມາດປະກອບສ່ວນຢ່າງເປັນຮູບປະທຳໃນການເພີ່ມທະວີຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.

ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາງ Brigitte Haas, ນາຍົກລັດຖະມົນຕີ ຈະສ້າງແຮງຂັບເຄື່ອນໃຫ້ສາຍພົວພັນຫວຽດນາມ - ເລັກເຕນສະເຕນ ກ້າວສູ່ໄລຍະພັດທະນາທີ່ກວ້າງຂວາງ, ເລິກເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ, ບົນພື້ນຖານການສົ່ງເສີມທ່າແຮງ ແລະ ຈຸດແຂງຂອງແຕ່ລະປະເທດ. ນີ້ຍັງເປັນຄວາມປາດຖະໜາຮ່ວມຂອງປະຊາຊົນສອງປະເທດ, ປະກອບສ່ວນຊຸກຍູ້ສັນຕິພາບ ແລະ ການຮ່ວມມືໃນແຕ່ລະພາກພື້ນ ກໍຄືໃນໂລກ.

- ຂໍຂອບໃຈທ່ານນາງ!

ຫວຽດນາມ - ສະວິດ ກຳນົດບັນດາບູລິມະສິດການຮ່ວມມືໃນໄລຍະໃໝ່ ຫວຽດນາມ - ສະວິດ ກຳນົດບັນດາບູລິມະສິດການຮ່ວມມືໃນໄລຍະໃໝ່
ຍສໝ - ເນື່ອງໃນໂອກາດທີ່ທ່ານ Guy Parmelin, ປະທານາທິບໍດີສະຫະພັນສະວິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະວິດ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 17-18/10, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ຕອບສຳພາດສື່ມວນຊົນກ່ຽວກັບບັນດາຜົນສຳເລັດທີ່ໂດດເດັ່ນ ແລະ ທິດທາງຊຸກຍູ້ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຕໍ່ໜ້າ.
ຫວຽດນາມ - ຝຣັ່ງ ຂະຫຍາຍການຮ່ວມມືໃນບັນດາຂົງເຂດຈຸດສຸມ ຫວຽດນາມ - ຝຣັ່ງ ຂະຫຍາຍການຮ່ວມມືໃນບັນດາຂົງເຂດຈຸດສຸມ
ຍສໝ - ວັນທີ 19/10, ທີ່ຮ່າໂນ້ຍ, ທ່ານນາງ Éléonore Caroit, ລັດຖະມົນຕີຜູ້ໄດ້ຮັບມອບໝາຍພິເສດຮັບຜິດຊອບວຽກງານປະຊາຄົມຜູ້ໃຊ້ພາສາຝຣັ່ງ, ຄູ່ຮ່ວມມືສາກົນ ແລະ ຊາວຝຣັ່ງຢູ່ຕ່າງປະເທດ ຂອງຝຣັ່ງ ໄດ້ຢືນຢັນຄວາມຕັ້ງໃຈຫັນບັນດາຂໍ້ຜູກພັນຂັ້ນສູງໃຫ້ກາຍເປັນໂຄງການຮ່ວມມືທີ່ເປັນຮູບປະທຳລະຫວ່າງຫວຽດນາມ ແລະ ຝຣັ່ງ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ