ຫວຽດນາມ - ມາເລເຊຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

22:19 | 21/10/2026

ຍສໝ - ວັນທີ 20/10, ທີ່ສຳນັກງານກະຊວງປ້ອງກັນຊາດ, ພົນໂທ ຫງວຽນ ເຈື່ອງ ຖັງ, ຮອງລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ ແລະ ທ່ານ Datuk Lokman Hakim Ali, ເລຂາທິການໃຫຍ່ກະຊວງປ້ອງກັນຊາດມາເລເຊຍ ໄດ້ຮ່ວມກັນເປັນປະທານການສົນທະນານະໂຍບາຍປ້ອງກັນຊາດຫວຽດນາມ - ມາເລເຊຍ ຄັ້ງທີ 1, ເພື່ອແລກປ່ຽນບັນດາທິດທາງເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຕໍ່ໜ້າ.

ຫວຽດນາມ - ມາເລເຊຍ ໃຫ້ບູລິມະສິດແກ່ການຮ່ວມມືທາງທະເລ ຫວຽດນາມ - ມາເລເຊຍ ມຸ່ງສູ່ມູນຄ່າການຄ້າ 20 ຕື້ USD

ໃນການສົນທະນາ, ພົນໂທ ຫງວຽນ ເຈື່ອງ ຖັງ ໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງປ້ອງກັນຊາດມາເລເຊຍ ທີ່ໄດ້ຈັດບັນດາກອງປະຊຸມດ້ານການທະຫານ ແລະ ປ້ອງກັນຊາດຂອງອາຊຽນຢ່າງສຳເລັດຜົນ ໃນປີທີ່ມາເລເຊຍເປັນປະທານອາຊຽນ 2025, ປະກອບສ່ວນຮັກສາບົດບາດໃຈກາງຂອງອາຊຽນ ແລະ ຊຸກຍູ້ບັນດາເປົ້າໝາຍດ້ານສັນຕິພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງໃນພາກພື້ນ ກໍຄືໃນໂລກ.

ທ່ານ ຫງວຽນ ເຈື່ອງ ຖັງ, ຮອງລັດຖະມົນຕີ ຕີລາຄາວ່າ ສາຍພົວພັນຫວຽດນາມ - ມາເລເຊຍ ສືບຕໍ່ພັດທະນາຢ່າງແຂງແຮງ, ໂດຍສະເພາະພາຍຫຼັງສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນ 11/2024.

ຫວຽດນາມ - ມາເລເຊຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ພົນໂທ ຫງວຽນ ເຈື່ອງ ຖັງ, ຮອງລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ ພ້ອມດ້ວຍທ່ານ Datuk Lokman Hakim Ali, ເລຂາທິການໃຫຍ່ກະຊວງປ້ອງກັນຊາດມາເລເຊຍ ຮ່ວມກັນເປັນປະທານການສົນທະນານະໂຍບາຍປ້ອງກັນຊາດ ຄັ້ງທີ 1 ລະຫວ່າງສອງປະເທດ.

ບົນພື້ນຖານບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງລັດຖະບານສອງປະເທດ ທີ່ໄດ້ລົງນາມຢູ່ຮ່າໂນ້ຍ ໃນເດືອນ 12/2023, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ບັນລຸຫຼາຍຜົນສຳເລັດທີ່ດີໃນການແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ, ໂດຍສະເພາະຂັ້ນສູງ; ການຮັກສາບັນດາກົນໄກປຶກສາຫາລື ແລະ ສົນທະນານະໂຍບາຍປ້ອງກັນຊາດ; ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ແລະ ການແລກປ່ຽນລະຫວ່າງເຫຼົ່າທັບ ແລະ ກຳລັງທະຫານປະເພດຕ່າງໆ.

ກ່ຽວກັບທິດທາງການຮ່ວມມື, ພົນໂທ ຫງວຽນ ເຈື່ອງ ຖັງ ສະເໜີໃຫ້ສອງກະຊວງປ້ອງກັນຊາດສືບຕໍ່ປະຕິບັດຢ່າງມີປະສິດທິຜົນບັນດາຄວາມເຂົ້າໃຈຮ່ວມຂອງຜູ້ນຳຂັ້ນສູງ ແລະ ບັນດາທິດທາງທີ່ລັດຖະມົນຕີປ້ອງກັນຊາດສອງປະເທດໄດ້ເຫັນດີຮ່ວມກັນ ໃນໂອກາດທີ່ລັດຖະມົນຕີປ້ອງກັນຊາດມາເລເຊຍຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນເດືອນ 8/2026, ມຸ່ງສູ່ການເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງສາຍພົວພັນສອງຝ່າຍ.

ບັນດາຂົງເຂດບູລິມະສິດປະກອບມີ ການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ; ສົ່ງເສີມປະສິດທິຜົນຂອງບັນດາກົນໄກສົນທະນາ ແລະ ປຶກສາຫາລື; ຂະຫຍາຍການຮ່ວມມືລະຫວ່າງເຫຼົ່າທັບ ແລະ ກຳລັງທະຫານປະເພດຕ່າງໆ; ພັດທະນາອຸດສາຫະກຳປ້ອງກັນຊາດ, ການຝຶກອົບຮົມ ແລະ ການສ້າງຊັບພະຍາກອນມະນຸດ. ສອງຝ່າຍຍັງຕ້ອງເປັນເຈົ້າການປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຮັກສາຈຸດຢືນຮ່ວມຂອງອາຊຽນຕໍ່ບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ, ພ້ອມທັງສຶກສາຄົ້ນຄວ້າຂະຫຍາຍການຮ່ວມມືໃນດ້ານການແພດທະຫານ, ຄວາມໝັ້ນຄົງທາງໄຊເບີ ແລະ ການຮັກສາສັນຕິພາບຂອງສະຫະປະຊາຊາດ.

ໃນຂົງເຂດການຝຶກອົບຮົມ, ທ່ານ ຫງວຽນ ເຈື່ອງ ຖັງ, ຮອງລັດຖະມົນຕີ ປາດຖະໜາໃຫ້ມາເລເຊຍສະໜັບສະໜູນການຍົກສູງຄວາມສາມາດດ້ານພາສາອັງກິດໃຫ້ແກ່ນາຍທະຫານກອງທັບປະຊາຊົນຫວຽດນາມ ໂດຍຜ່ານການສົ່ງອາຈານມາສິດສອນຢູ່ບັນດາສະຖາບັນຝຶກອົບຮົມທາງທະຫານ ຫຼື ຮັບນາຍທະຫານຫວຽດນາມເຂົ້າຮ່ວມບັນດາຫຼັກສູດພາສາອັງກິດຢູ່ມາເລເຊຍ.

ສຳລັບຝ່າຍຫວຽດນາມ, ກະຊວງປ້ອງກັນຊາດພ້ອມຮັບນາຍທະຫານມາເລເຊຍເຂົ້າຮ່ວມບັນດາຫຼັກສູດຝຶກອົບຮົມພາສາຫວຽດນາມ ແລະ ຫຼັກສູດເຈົ້າໜ້າທີ່ປ້ອງກັນຊາດສາກົນ ຢູ່ບັນດາວິທະຍາຄານ ແລະ ໂຮງຮຽນ. ຫວຽດນາມຍັງຍິນດີຕ້ອນຮັບບັນດາຄະນະຈາກວິທະຍາຄານ ແລະ ໂຮງຮຽນຂອງສອງປະເທດ ໃຫ້ມີການແລກປ່ຽນ, ຢ້ຽມຊົມ ແລະ ສຶກສາຄົ້ນຄວ້າ ເພື່ອເພີ່ມທະວີຄວາມເຂົ້າໃຈ, ແບ່ງປັນປະສົບການວິຊາຊີບ ແລະ ເສີມສ້າງສາຍພົວພັນມິດຕະພາບລະຫວ່າງສອງກອງທັບ.

ພ້ອມກັນນັ້ນ, ກະຊວງປ້ອງກັນຊາດຫວຽດນາມຍັງໄດ້ເຊີນຜູ້ນຳກະຊວງປ້ອງກັນຊາດ, ກອງກຳລັງປະກອບອາວຸດ ແລະ ບັນດາວິສາຫະກິດປ້ອງກັນຊາດມາເລເຊຍ ເຂົ້າຮ່ວມ ແລະ ວາງສະແດງຜະລິດຕະພັນໃນງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3, ເຊິ່ງຄາດວ່າຈະຈັດຂຶ້ນທີ່ຮ່າໂນ້ຍ ໃນເດືອນ 12/2026.

ກ່າວຄຳເຫັນໃນການສົນທະນາ, ທ່ານ Datuk Lokman Hakim Ali, ເລຂາທິການໃຫຍ່ກະຊວງປ້ອງກັນຊາດມາເລເຊຍ ໄດ້ຢືນຢັນວ່າ ການຈັດການສົນທະນານະໂຍບາຍປ້ອງກັນຊາດຄັ້ງທີ 1 ເປັນຂີດໝາຍບາດກ້າວພັດທະນາໃໝ່ໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສ້າງໂອກາດເພີ່ມເຕີມໃນການຂະຫຍາຍສາຍພົວພັນໃນໄລຍະຕໍ່ໜ້າ.

ທ່ານໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດການຮ່ວມມືລະຫວ່າງຫວຽດນາມ ແລະ ມາເລເຊຍ ເວົ້າລວມ, ລະຫວ່າງສອງກະຊວງປ້ອງກັນຊາດ ເວົ້າສະເພາະ, ພ້ອມທັງສະແດງຄວາມປາດຖະໜາທີ່ຈະເພີ່ມທະວີການປະສານສົມທົບໃນການແລກປ່ຽນຄະນະຜູ້ແທນ, ການຝຶກອົບຮົມ, ອຸດສາຫະກຳປ້ອງກັນຊາດ, ວິທະຍາສາດ ແລະ ເຕັກໂນໂລຊີ.

ຕາມທ່ານ Datuk Lokman Hakim Ali ແລ້ວ, ການຊຸກຍູ້ບັນດາຂົງເຂດຮ່ວມມືດັ່ງກ່າວຈະປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ມາເລເຊຍ ມີຄວາມເລິກເຊິ່ງຍິ່ງຂຶ້ນ, ສົ່ງເສີມບົດບາດໃຈກາງຂອງອາຊຽນ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ.

ໃນຂອບການສົນທະນາ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະຖານະການໂລກ, ພາກພື້ນ ແລະ ບັນດາບັນຫາທີ່ສອງຝ່າຍສົນໃຈຮ່ວມກັນ.

ໂດຍກ່າວເຖິງບັນດາບັນຫາທາງທະເລ, ພົນໂທ ຫງວຽນ ເຈື່ອງ ຖັງ ໄດ້ຢືນຢັນວ່າ ຫວຽດນາມຍຶດໝັ້ນການແກ້ໄຂຄວາມເຫັນຕ່າງດ້ວຍວິທີການສັນຕິ, ບົນພື້ນຖານການເຄົາລົບກົດໝາຍສາກົນ ແລະ ພະຍາຍາມປ້ອງກັນທຸກຮູບແບບຂອງການປະທະກັນຢູ່ທາງທະເລ.

ທ່ານຮອງລັດຖະມົນຕີ ສະເໜີໃຫ້ມາເລເຊຍຮ່ວມກັບຫວຽດນາມສືບຕໍ່ຮັກສາຈຸດຢືນຮ່ວມຂອງອາຊຽນ ກ່ຽວກັບການແກ້ໄຂຂໍ້ພິພາດ ແລະ ຄວາມເຫັນຕ່າງທາງທະເລດ້ວຍວິທີການສັນຕິ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS); ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ພ້ອມທັງຊຸກຍູ້ການສ້າງປະມວນກົດລະບຽບການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີເນື້ອໃນເປັນຮູບປະທຳ ແລະ ມີປະສິດທິຜົນ.

ກວດສຸຂະພາບໂດຍບໍ່ເສຍຄ່າໃຫ້ແມ່ຍິງຫວຽດນາມຢູ່ມາເລເຊຍ ກວດສຸຂະພາບໂດຍບໍ່ເສຍຄ່າໃຫ້ແມ່ຍິງຫວຽດນາມຢູ່ມາເລເຊຍ
ຍສໝ - ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ຫາກໍ່ຈັດຕັ້ງການໃຫ້ຄຳປຶກສາ ແລະ ກວດສຸຂະພາບໂດຍບໍ່ເສຍຄ່າສະເພາະສຳລັບແມ່ຍິງຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ມາເລເຊຍ.
ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ
ຍສໝ - ຕອບສະໜອງຕາມຄຳເຊີນຂອງ ກະຊວງປ້ອງກັນປະເທດ ມາເລເຊຍ, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍແມ່ນ ທ່ານ ພົນໂທ ຫງວຽນ ເຈື່ອງ ທັ່ງ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ເຂົ້າຮ່ວມງານວາງສະແດງ ປ້ອງກັນຊາດອາຊີ ແລະ ຄວາມໝັ້ນຄົງແຫ່ງຊາດອາຊີ (DSA) ຄັ້ງທີ 19, ເຊິ່ງຈັດຂຶ້ນຢູ່ ປະເທດມາເລເຊຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ