ວິສາຫະກິດຫວຽດນາມ ເປີດກວ້າງການດໍາເນີນທຸລະກິດຢູ່ຕະຫຼາດກໍາປູເຈຍ

09:15 | 26/10/2020

ຕອນເຊົ້າວັນທີ 24 ຕຸລາ, ຢູ່ນະຄອນຫຼວງພະນົມເປັນ, ບໍລິສັດບິ່ງຕຽນ ຈຳກັດ (BITI’S) ໄດ້ເປີດຮ້ານຄ້າແນະນໍາ ແລະຂາຍຜະລິດຕະພັນຕື່ມອີກຮ້ານໜຶ່ງ ຢູ່ລາຊະອານາຈັກກໍາປູເຈຍ. ທ່ານ ຫວູກວາງມີງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ພ້ອມກັບຜູ້ຕາງໜ້າອຳນາດການປົກຄອງ ແລະວິສາຫະກິດໃນບໍລິເວນໄດ້ເຂົ້າຮ່ວມເຫດການດັ່ງກ່າວ.

ວ ສາຫະກ ດຫວຽດນາມ ເປ ດກວ າງການດ າເນ ນທ ລະກ ດຢ ຕະຫ າດກ າປ ເຈຍ ວິສາຫະກິດຫວຽດນາມ ມອບສັນຍາລັກເຂົ້າສານ 100 ໂຕນໃຫ້ແກ່ທ່ານໝໍ, ນາງພະຍາບານຢູ່ດ່ານໜ້າໃນການຕ້ານພະຍາດໂຄວິດ-19 ຂອງກູບາ
ວ ສາຫະກ ດຫວຽດນາມ ເປ ດກວ າງການດ າເນ ນທ ລະກ ດຢ ຕະຫ າດກ າປ ເຈຍ ວິສາຫະກິດຫວຽດນາມ ລົງທຶນຫຼາຍກ່ວາ 80 ລ້ານໂດລາສະຫະລັດ ຢູ່ ແຂວງຊຽງຂວາງ
ວ ສາຫະກ ດຫວຽດນາມ ເປ ດກວ າງການດ າເນ ນທ ລະກ ດຢ ຕະຫ າດກ າປ ເຈຍ
ທ່ານນາງ ເຈິ່ນກີມແຮ້ງ ຮອງຜູ້ອໍານວຍການ Biti’s Cambodia. ພາບ: nhandan.com.vn.

ຕາມທ່ານນາງ ເຈິ່ນກີມແຮ້ງ ຮອງຜູ້ອໍານວຍການ Biti’s Cambodia ແລ້ວ, ເຄື່ອງໝາຍການຄ້າຂອງ Biti’s ໄດ້ມີຊື່ສຽງຢູ່ພາຍໃນປະເທດ, ແຕ່ເມື່ອສົ່ງອອກຕະຫຼາດກໍາປູເຈຍ, ປະເທດນີ້ກໍ່ໄດ້ຜະລິດ ແລະນໍາເຂົ້າຜະລິດຕະພັນເກີບເຄື່ອງໝາຍການຄ້າອື່ນໆແລ້ວ. ຍ້ອນໄດ້ສ້າງຕັ້ງ ແລະພັດທະນາມາເປັນເວລາເກືອບ 40 ປີ ແລະເຄີຍຜະລິດໃຫ້ຫຼາຍເຄື່ອງໝາຍການຄ້າທີ່ມີຊື່ສຽງໃນໂລກ ສະນັ້ນ Biti’s ຈຶ່ງຕົກລົງແກ່ງແຍ້ງຢູ່ຕະຫຼາດນີ້.

ກ່າວຄໍາເຫັນຢູ່ທີ່ນີ້, ທ່ານ ຫວູກວາງມີງ ຊີ້ແຈ້ງວ່າ ຫວຽດນາມ-ກໍາປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຮ່ວມມືມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ໃນນັ້ນການຮ່ວມມືດ້ານເສດຖະກິດ-ການຄ້ານັບມື້ນັບພັດທະນາ. ປີ 2020, ເຖິງວ່າພະຍາດໂຄວິດ-19 ຜັນແປຢ່າງສັບສົນແຕ່ການພົວພັນຮ່ວມມືດ້ານການຄ້າລະຫວ່າງສອງປະເທດຍັງຮັກສາ, ພັດທະນາ, ໃນນັ້ນມີການປະກອບສ່ວນຂອງວົງເງິນສົ່ງອອກ-ນໍາເຂົ້າຜະລິດຕະພັນເກີບ Biti’s. ພ້ອມທັງເນັ້ນໜັກວ່າ ປະຈຸບັນ ຫວຽດນາມ ແລະກໍາປູເຈຍ ລ້ວນແຕ່ແມ່ນຄູ່ຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນສໍາຄັນຂອງກັນ. ການຮ່ວມມືມີປະສິດທິຜົນນີ້ໄດ້ປະກອບສ່ວນໜູນຊ່ວຍ, ເພີ່ມເຕີມໃຫ້ກັນໃນ ພາລະກິດສ້າງສາ ແລະພັດທະນາເສດຖະກິດຂອງແຕ່ລະປະເທດ.

ວ ສາຫະກ ດຫວຽດນາມ ເປ ດກວ າງການດ າເນ ນທ ລະກ ດຢ ຕະຫ າດກ າປ ເຈຍ ວິສາຫະກິດຫວຽດນາມ ໄດ້ສະໜັບສະໜູນ ສປປ.ລາວ ໃນການປ້ອງກັນພະຍາດ Covid-19

ຍສໝ - ໃນວັນທີ 20 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ຮວ່າງແອງຢາລາຍ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດ ລວມມີມູນຄ່າ 100,000 ໂດລາ ເພື່ອສະໜັບສະໜູນລັດຖະບານ ສປປ.ລາວ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ Covid-19.

ວ ສາຫະກ ດຫວຽດນາມ ເປ ດກວ າງການດ າເນ ນທ ລະກ ດຢ ຕະຫ າດກ າປ ເຈຍ ເສດຖະກິດລາວ, ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ວິສາຫະກິດຫວຽດນາມ

ຍສໝ - ໃນຕອນບ່າຍວັນທີ 11 ຕຸລາ 2019, ທີ່ນະຄອນຫຼວງວຽງຈັນ ສປປ ລາວ ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ສົມທົບກັບສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ຈັດຕັ້ງລາຍການໂອ້ລົມສົນທະນາດ້ວຍຫົວຂໍ້ “ສະພາບການ, ແງ່ຫວັງພັດທະນາເສດຖະກິດຂອງລາວ ແລະບັນດາຜົນກະທົບເຖິງວິສາຫະກິດຫວຽດນາມ ຢູ່ລາວ”.

ວ ສາຫະກ ດຫວຽດນາມ ເປ ດກວ າງການດ າເນ ນທ ລະກ ດຢ ຕະຫ າດກ າປ ເຈຍ ວິສາຫະກິດຫວຽດນາມ ຄົ້ນຫາຜູ້ສະຫນອງສິນຄ້າຢູ່ລາວ

ຍສໝ - ມີຫລາຍກວ່າ 200 ຮ້ານຂາຍເຄື່ອງຂອງວິສາຫະກິດຫວຽດນາມ ໄດ້ເຂົ້າຮວ່ມການວ່າງສະແດງ ສະເຫນີສິນຄ້າ, ການບໍລິການ, ຊອກຫາຄູ່ຮ່ວມມື ຢູ່ ງານຕະຫລາດນັດການວ່າງສະແດງການຄ້າ-ການບໍລິການ-ການທ່ອງທ່ຽວ ຂອງນະຄອນໂຮ່ຈິ໋ມີນ ຕັ້ງຢູ່ແຂວງສະຫວັນນະເຂດ ຄັ້ງທີ 3 ປີ 2019.

la.qdnd.vn

ເຫດການ
302 Found

Found

The document has moved here.