ເສດຖະກິດລາວ, ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ວິສາຫະກິດຫວຽດນາມ

06:07 | 13/10/2019

ຍສໝ - ໃນຕອນບ່າຍວັນທີ 11 ຕຸລາ 2019, ທີ່ນະຄອນຫຼວງວຽງຈັນ ສປປ ລາວ ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ສົມທົບກັບສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ຈັດຕັ້ງລາຍການໂອ້ລົມສົນທະນາດ້ວຍຫົວຂໍ້ “ສະພາບການ, ແງ່ຫວັງພັດທະນາເສດຖະກິດຂອງລາວ ແລະບັນດາຜົນກະທົບເຖິງວິສາຫະກິດຫວຽດນາມ ຢູ່ລາວ”.

ເສດຖະກິດລາວ, ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ວິສາຫະກິດຫວຽດນາມ

ບັນຍາກາດທີ່ການໂອ້ລົມສົນທະນາ. (ພາບ: TTXVN)

ທີ່ການໂອ້ລົມສົນທະນາ, ທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຄະນະກຳມະການຮ່ວມມືລາວ - ຫວຽດນາມ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ຫວຽດນາມໄດ້ລົງທຶນຢູ່ລາວ 413 ໂຄງການ ດ້ວຍຍອດເງິນລົງທຶນກ່ວາ 4,1ຕື້ USD. ປັດຈຸບັນ, ຫວຽດນາມຢືນຢູ່ອັນດັບທີ 3 ໃນ ຈຳນວນ 54 ປະເທດແລະ ເຂດແຂ້ວນເຂົ້າທີ່ມາລົງທຶນຢູ່ລາວ, ບັນດາໂຄງການຮ່ວມມືລະຫວ່າງສອງປະເທດພວມການຜັນຂະຫຍາຍຢ່າງມີສະຖຽນລະພາບ, ສ້າງ ວຽກເຮັດງານທຳຫຼາຍຢ່າງ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນຕື່ມອີກ, ປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ພື້ນຖານເສດຖະກິດຂອງລາວ.

ບັນດານັກບັນລະຍາຍກໍ່ຍົກອອກບັນດາການຄາດຄະເນເບື້ອງຕົ້ນກ່ຽວກັບແງ່ຫວັງເສດຖະກິດຂອງລາວ ໃນໄລຍະຈະມາເຖິງກໍ່ຄືບັນດາຂໍ້ສັງເກດ, ຄາດຄະເນຜົນກະທົບຢ່າງລະອຽດເຖິງການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດຂອງວິສາຫະກິດຢູ່ລາວ ເວົ້າລວມ, ຂອງວິສາຫະກິດຫວຽດນາມ ຢູ່ລາວ ເວົ້າສະເພາະ. ນີ້ແມ່ນບັນດາຂໍ້ມູນທີ່ມີຜົນປະໂຫຍດຊ່ວຍໃຫ້ບັນດາວິສາຫະກິດສ້າງແຜນການເຄື່ອນໄຫວ ແລະລົງທຶນ, ດໍາເນີນທຸລະກິດຢູ່ລາວ.

ບັນດານັກບັນລະຍາຍທີ່ມາຈາກບັນດາກະຊວງ, ຂະແໜງການຂອງລາວ ໃຫ້ຮູ້ວ່າ, ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອເປັນເສນາທິການໃຫ້ແກ່ລັດຖະບານລາວ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ດໍາເນີນທຸລະກິດ ແລະລົງທຶນຢູ່ລາວ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ການຮ່ວມມືຮອບດ້ານລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ.

ຜູ້ຕາງໜ້າບັນດາອົງການທີ່ມີໜ້າທີ່ ຂອງລາວໄດ້ແກ້ໄຂບັນດາຂໍ້ຂ້ອງໃຈຂອງວິສາຫະກິດກ່ຽວກັບກົນໄກນະໂຍບາຍ, ການວາງແຜນຜັງການນຳໃຊ້ທີ່ດິນ, ລະບົບກົດໝາຍທີ່ກ່ຽວຂ້ອງເຖິງການດຳເນີນທຸລະກິດ…ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມເປັນເສນາທິການໃຫ້ແກ່ລັດຖະບານສ້າງເງືຶ່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າມາດຳເນີນທຸລະກິດ ແລະ ລົງທຶນຢູ່ ລາວ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຄວາມສາມັກຕີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບບັນລຸໄດ້ປະສິດທິຜົນ ແລະ ແທດຈິງ ຫຼາຍກ່ວາອີກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.