ວິສາຫະກິດຫວຽດນາມ ໄດ້ສະໜັບສະໜູນ ສປປ.ລາວ ໃນການປ້ອງກັນພະຍາດ Covid-19

14:29 | 22/04/2020

ຍສໝ - ໃນວັນທີ 20 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ຮວ່າງແອງຢາລາຍ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດ ລວມມີມູນຄ່າ 100,000 ໂດລາ ເພື່ອສະໜັບສະໜູນລັດຖະບານ ສປປ.ລາວ ໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ Covid-19.

ວ ສາຫະກ ດຫວຽດນາມ ໄດ ສະໜ ບສະໜ ນ ສປປ ລາວ ໃນການປ ອງກ ນພະຍາດ covid 19 ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19
ວ ສາຫະກ ດຫວຽດນາມ ໄດ ສະໜ ບສະໜ ນ ສປປ ລາວ ໃນການປ ອງກ ນພະຍາດ covid 19 ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ປະຊາຊົນໃນປະເທດອິນເດຍ

ໃນຕອນບ່າຍຂອງວັນທີ 20 ເມສານີ້, ທີ່ສຳນັກງານນາຍົກລັດຖະມົນຕີ ສປປ.ລາວ, ນະຄອນຫຼວງວຽງຈັນ, ທ່ານ ເຈກ່ວາງລອງ, ຜູ້ຕາງໜ້າກຸ່ມບໍລິສັດ ຮວ່າງແອງຢາລາຍ ຫວຽດນາມ ປະຈຳ ລາວ, ໄດ້ມອບຂອງຂວັນເປັນສັນຍາລັກ 100,000 ໂດລາ ໂດຍກຸ່ມບໍລິສັດ ຮວ່າງແອງຢາລາຍ ມອບໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ Covid-19.

ວ ສາຫະກ ດຫວຽດນາມ ໄດ ສະໜ ບສະໜ ນ ສປປ ລາວ ໃນການປ ອງກ ນພະຍາດ covid 19
ກຸ່ມບໍລິສັດ ຮວ່າງແອງຢາລາຍ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດ ມີມູນຄ່າ 100,000 ໂດລາ ເພື່ອຊ່ວຍເຫຼືອລັດຖະບານ ສປປ.ລາວ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19. (ພາບ: VOV.VN)

ກ່າວຄຳເຫັນທີ່ການມອບຮັບ, ທ່ານ ເຈກ່ວາງລອງ, ຜູ້ຕາງໜ້າກຸ່ມບໍລິສັດ ຮວ່າງແອງຢາລາຍ ປະຈຳລາວ ໃຫ້ຮູ້ວ່າ, ນັບແຕ່ການລົງທຶນຢູ່ລາວໃນປີ 2007, ກຸ່ມບໍລິສັດຮວ່າງແອງຢາລາຍ ໄດ້ຮັບການສະໜັບສະໜູນ ແລະ ອຳນວຍຄວາມສະດວກ ຈາກລັດຖະບານ ແລະ ປະຊາຊົນລາວ ຫຼາຍຢ່າງ. ໃນສະພາບການລະບາດຂອງພະຍາດ COVID-19, ເຊິ່ງມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ທຸກໆດ້ານຂອງຊີວິດ ແລະ ເສດຖະກິດຂອງປະເທດລາວ, ກຸ່ມບໍລິສັດຮູ້ ສຶກວ່າ ຕ້ອງການມີຄວາມຮັບຜິດຊອບທີ່ຈະພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນການຕໍ່ສູ້ຕ້ານໄວຣັດອັນຕະລາຍນີ້.

ການມອບອຸປະກອນການແພດ ທີ່ກຸ່ມບໍລິສັດ ຮວ່າງແອງຢາລາຍ ສະໜັບສະໜູນ ລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້ປະກອບມີ ຊຸດປ້ອງກັນພະຍາດຈຳນວນ 3.000 ຊຸດ, ຜ້າບັງປາກ 205.000 ອັນ, ນ້ຳຢາຂ້າເຊື້ອ 5.000 ຂວດ ແລະ ຖົງມືການແພດ 50.000 ຄູ່. ລວມຍອດມີມູນຄ່າ 100,000 ໂດລາສະຫະລັດ. ທ່ານ ເຈກ່ວາງລອງ ໃຫ້ຮູ້ວ່າ ຂອງຂັວນບໍ່ມີຫຼາຍ, ແຕ່ແມ່ນນ້ຳໃຈຂອງພະນັກງານທຸກຄົນຂອງກຸ່ມບໍລິສັດ ຮວ່າງແອງຢາລາຍ ດ້ວຍຄວາມປາດຖະໜາຢາກຮ່ວມກັບລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນການແຜ່ລະບາດຂອງໄວຣັດພະຍາດ COVID-19.

ຕາງໜ້າລັດຖະບານ ແລະ ປະຊາຊົນລາວ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ສປປ.ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກຸ່ມບໍລິສັດ ຮວ່າງແອງຢາລາຍ ທີ່ໄດ້ຮ່ວມເດີນທາງກັບລັດຖະບານ ແລະ ປະຊາຊົນລາວໃນການຕໍ່ສູ້ກັບ ພະຍາດ COVID-19. ແລະ ທ່ານ ສົມດີ ດວງດີ ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ອຸປະກອນທາງການແພດເຫຼົ່ານີ້ໃຫ້ມີປະສິດຕິຜົນສູງສຸດ ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ.

ທ່ານສົມດີ ດວງດີ ກ່າວວ່າ, ນອກຈາກການຕໍ່ສູ້ຕ້ານກັບໂລກລະບາດ, ລັດຖະບານ ສປປ.ລາວ ຍັງກຳລັງຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂ ເພື່ອຊ່ວຍໃຫ້ວິສາຫະກິດມີສະຖຽນລະພາບໃນການຜະລິດ, ຮັກສາການເຕີບໂຕໃນລະດັບທີ່ສົມເຫດສົມຜົນ ແລະ ເໝາະສົມລະຫວ່າງເປົ້າໝາຍການພັດທະນາເສດຖະກິດ ແລະ ການຮ່ວມມືກັບລັດຖະບານລາວ ໃນການຈັດຕັ້ງປະຕິບັດນະໂຍບາຍ ສະຫວັດດິການສັງຄົມ.

ວ ສາຫະກ ດຫວຽດນາມ ໄດ ສະໜ ບສະໜ ນ ສປປ ລາວ ໃນການປ ອງກ ນພະຍາດ covid 19 ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ວ ສາຫະກ ດຫວຽດນາມ ໄດ ສະໜ ບສະໜ ນ ສປປ ລາວ ໃນການປ ອງກ ນພະຍາດ covid 19 ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19

ຍສໝ - ອາຊຽນຈະສືບຕໍ່ຮ່ວມມືເພື່ອແນໃສ່ຮັບປະກັນການສະໜອງສະບຽງອາຫານຢ່າງຄົບຖ້ວນ, ມີຄຸນນະພາບ, ປອດໄພ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໃນພາກພື້ນ ແລະ ພາຍຫຼັງເກີດໂລກລະບາດ Covid - 19.

ວ ສາຫະກ ດຫວຽດນາມ ໄດ ສະໜ ບສະໜ ນ ສປປ ລາວ ໃນການປ ອງກ ນພະຍາດ covid 19 ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19

ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕີ໋ງ ໄດ້ມອບອຸປະກອນການແພດ ລວມຍອດມູນຄ່າ 1,5 ຕື້ດົ່ງໃຫ້ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ (ລາວ) ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.