ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

10:50 | 22/02/2021

ໃນວັນທີ 19 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງໃຫ້ຮູ້ວ່າ: ໃນວັນທີ 18 ກຸມພາ 2021 ນີ້, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.003 ຄົນ. ໃນນັ້ນຜ່ານດ່ານ ລາວ-ໄທ ມີ 1.815 ຄົນ, ດ່ານ ລາວ-ຈີນ 24 ຄົນ ແລະ ດ່ານ ລາວ-ຫວຽດນາມ 164 ຄົນ. ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງມາກວດກ່ອນນຳສົ່ງໄປສະ ຖານທີ່ຈຳກັດບໍລິເວນ ຈົນຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.853 ຄົນຢູ່ໃນ 35 ສູນທົ່ວປະເທດ.

ລາວເຮ າຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ລາວ: 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ສຳເລັດການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX
ລາວເຮ າຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​
ລາວເຮ າຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ

ໄດ້ເກັບຕົວຢ່າງຈໍານວນ 314 ຄົນ ມາກວດວິເຄາະແຕ່ບໍ່ພົບຜູ້ຕິດເຊື້ອ COVID-19 ເພີ່ມ, ໝາຍຄວາມວ່າ ວັນທີ 18 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່ ແລະ ນັບແຕ່ເດືອນມັງກອນ 2020 ມາຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດ ທັງໝົດ 110.103 ຕົວຢ່າງ ແລະ ກວດພົບເຊື້ອສະສົມ 45 ຄົນ, ປິ່ນປົວດີ 41 ຄົນ ແລະ ຍັງອີກ 4 ຄົນ ສືບຕໍ່ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນ, ທົ່ວໂລກມີລາຍງານການລະບາດຂອງພະຍາດ COVID-19 ທັງໝົດ 219 ປະເທດ ແລະ ເຂດ, ມີຜູ້ຕິດເຊື້ອສະສົມຫລາຍກວ່າ 110,7 ລ້ານຄົນ, ເສຍຊິວິດສະສົມຫລາຍກວ່າ 2,4 ລ້ານຄົນ ແລະ ປີ່ນປົວຫາຍດີ ຫລາຍກວ່າ 85,7 ລ້ານຄົນ.

ເຖິງຢ່າງໃດກໍຕາມ, ພະຍາດ COVID-19 ໃນທົ່ວໂລກ ຍັງສືບຕໍ່ລະບາດ, ຫລາຍປະເທດຍັງບໍ່ທັນສາມາດຕັດວົງຈອນການລະບາດ ຂອງພະຍາດໄດ້ເທື່ອ. ດັ່ງນັ້ນ, ຂໍໃຫ້ທຸກພາກສ່ວນໃນສັງຄົມເອົາໃຈໃສ່ປ້ອງກັນຕົນເອງ, ດ້ວຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ, ຮັກສາມາລະຍາດໃນການໄອ-ຈາມ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ, ບໍ່ໃຊ້ສິ່ງຂອງຮ່ວມກັນ, ຫລີກລ້ຽງການເດີນທາງໄປສະຖານທີ່ແອອັດ ຫລື ບ່ອນທີ່ມີຄວາມສ່ຽງ.

ລາວເຮ າຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ເຈົ້າແຂວງຫລວງພະບາງ ຊີ້ນຳການກະກຽມການປ່ອນບັດເລືອກຕັ້ງຢູ່ເມືອງໂພນໄຊ

ໃນວັນທີ 17 ກຸມພາ 2021 ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ລົງຊຸກຍູ້ການກະກຽມການປ່ອນບັດເລືອກຕັ້ງ ຢູ່ເມືອງໂພນໄຊ ມີອົງການປົກຄອງເມືອງ ແລະ ອານຸກຳມະການຮັບຜິດຊອບໜ່ວຍປ່ອນບັດເຂົ້າຮ່ວມ ຢູ່ສະໂມສອນໃຫຍ່ຂອງເມືອງ.

ລາວເຮ າຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ເຢຍລະມັນສະໜັບສະໜູນ 20 ລ້ານເອີໂຣໃຫ້ແກ່ປະເທດລາວໃນການຄຸ້ມຄອງປ່າໄມ້

ພິທີເຊັນສັນຍາ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ຊຶ່ງໄດ້ລົງນາມໂດຍ ພະນະທ່ານ ປອ ກິແກ້ວ ຈັນທະບູຣີ, ...

ລາວເຮ າຍ ງບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ບໍລິສັດເບຍ ລາວ ມອບ 100 ລ້ານກີບ ຊ່ວຍແຂວງອັດຕະປື ປ້ອງກັນພະຍາດ ໂຄວິດ-19

ທ່ານ ສູນທອນ ພົມມະຈັກ ໄດ້ມີຄໍາເຫັນວ່າ: ການມອບທຶນຊ່ວຍເຫລືອໃຫ້ແຂວງອັດຕະປື ຄັ້ງນີ້ແມ່ນເພື່ອເປັນການປະກອບສ່ວນໃຫ້ແຂວງ ໄດ້ນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ວຽກງານອື່ນໆທີ່ເຫັນວ່າເໝາະສົມ ແນໃສ່ຮັກສາສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງອັດຕະປື ໃຫ້ດີຂຶ້ນ.

kpl.gov.la

ເຫດການ
302 Found

Found

The document has moved here.