ລາວ: 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ສຳເລັດການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX

18:37 | 21/02/2021

ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດໃນຄັ້ງນີ້, ໄດ້ດໍາເນີນໄປຢ່າງເປັນ ຂະບວນຟົດຟື້ນ, ມີຜູ້ມີສິດເລືອກຕັ້ງ ທີ່ມາລົງທະບຽນລວມທັງໝົດ 13.404 ຄົນ, ຍິງ 5.493 ຄົນ, ເຊິ່ງລວມມີບັນດານັກການທູດ, ພະນັກງານສະຖານ ເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າຖາວອນ, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວແລະ ພົນລະເມືອງລາວ ທີ່ອາໄສຢູ່ ປະເທດຕ່າງໆ.

ລາວ 40 ໜ ວຍເລ ອກຕ ງທ ປະຈ າຢ ຕ າງປະເທດ ສຳເລ ດການປ ອນບ ດເລ ອກຕ ງ ສສຊ ຊ ດທ ix ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​
ລາວ 40 ໜ ວຍເລ ອກຕ ງທ ປະຈ າຢ ຕ າງປະເທດ ສຳເລ ດການປ ອນບ ດເລ ອກຕ ງ ສສຊ ຊ ດທ ix ເຈົ້າແຂວງຫລວງພະບາງ ຊີ້ນຳການກະກຽມການປ່ອນບັດເລືອກຕັ້ງຢູ່ເມືອງໂພນໄຊ
ລາວ 40 ໜ ວຍເລ ອກຕ ງທ ປະຈ າຢ ຕ າງປະເທດ ສຳເລ ດການປ ອນບ ດເລ ອກຕ ງ ສສຊ ຊ ດທ ix
ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດ​ພິທີປ່ອນ​ບັດ ​ເລືອກ​ຕັ້ງ​ສະມາ​ຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 14 ກຸມພາ ຜ່ານມາ. ພາບ: ໂອ​ລຳ

ເມື່ອບໍ່ດົນມານີ້, ບັນດາສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໄດ້ດຳເນີນການປ່ອນບັດ ເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ IXປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ແລະ ສະມາຊິກສະພາ ປະຊາຊົນນະຄອນຫລວງ ຊຸດທີ II ລ່ວງໜ້າຂຶ້ນ ໂດຍມີ 40 ໜ່ວຍເລືອກຕັ້ງ ຈາກສະຖານ ເອກອັກຄະລັດຖະທູດ, ສຳນັກງານຜູ້ຕາງໜ້າຖາວອນ ແລະ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດໃນທົ່ວໂລກ.

ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດ​ພິທີປ່ອນ​ບັດ ​ເລືອກ​ຕັ້ງ​ສະມາ​ຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມ​ດ້ວຍ ພະນັກງານສະຖານທູດ ​ແລະ ຄອບຄົວ​, ພະນັກງານ​ຜູ້​ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ​ເຂົ້າ​ຮ່ວມ.ທ່ານ ແສງເພັດ ຮຸ່ງບຸນຍວງ ​ໄດ້ຍົກ​ໃຫ້​ເຫັນ​ເຖິງຄວາມ​ໝາຍ ​ຄວາມ​ສຳຄັນ​ຂອງ​ການ​ເລືອກ​ຕັ້ງ​ໃນຊຸດ​ນີ້ ເຊິ່ງຢູ່​ໃນ​ທ່າມກາງ​ ບັນຍາກາດ​ທົ່ວ​ພັກ-​ລັດ, ທະຫານ, ຕຳຫລວດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ພວມ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ ​ຂະຫຍາຍ​ເນື້ອ​ໃນ ​​ມະຕິ​ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ ​ຂອງ​ພັກ ຄັ້ງ​ທີ XI ຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ​ເປັນ​ຂະ​ບວນຟົດ​ຟື້ນ ​ເພື່ອ​ເສີມ​ຂະຫຍາຍ​ສິດ ​ປະຊາທິປະ​ໄຕ​ປະຊາຊົນ ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ ​ແລະ​ ສ້າງ​ເງື່ອນ​ໄຂ​ອຳນວຍ​ ຄວາມ​ສະດວກ​ ດ້ານ​ຕ່າງໆ ​ໃຫ້​ພົນລະ​ເມືອງ​ລາວ ​ໄດ້​ນຳ​ໃຊ້​ສິດ​ປະຊາທິປະ​ໄຕ​ ຕາມ​ທີ່​ໄດ້​ກຳນົດ​ໄວ້​ ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ເພື່ອ​ເລືອກ​ເອົາ​ຕົວ​ແທນ​ແຫ່ງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ໃຫ້​ສອດຄ່ອງ​ກັບ​ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ຂອງ​ຜູ້​ມີ​ສິດ​ປ່ອນເລືອກ​ຕັ້ງ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງ​ມາ​ຍັງ​ ຜູ້​ມີ​ສິດປ່ອນ​ເລືອກ​ຕັ້ງ​ ​ໃຊ້​ສິດ​ຂອງ​ຕົນ​ຢ່າງ​ພ້ອມພຽງ, ລົງ​ຄະ​ແນນສຽງຢ່າງ​ ຖືກຕ້ອງ​ຮ້ອຍ​ສ່ວນ​ຮ້ອຍ, ຮັບປະກັນ​ຄວາມ​ສະຫງົບ​ ຮ້ອຍ​ສ່ວນ​ຮ້ອຍ, ຄັດ​ເລືອກ​ເອົາ​ສະມະ​ຊິກ ​ສະພາ​ແຫ່ງ​ຊາດ ​ໃຫ້​ໄດ້​ຜູ້​ມີ​ຄວາມ​ ໜັກ​ແໜ້ນ​ດ້ານ​ການ​ເມືອງ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ​ແລະ ມີ​ຄວາມ​ສາມາດ​ໃນ​ລະດັບ​ອັນ​ແນ່ນອນ ​​ແນ​ໃສ່​ຍົກ​ສູງ​ປະສິດທິພາບ ຂອງ​ການ​ເປັນ​ຕົວ​ແທນ​ແຫ່ງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຊົນ​ບັນດາ​ເຜົ່າ​ໃຫ້​​ສູງ​ຂຶ້ນ.

ລາວ 40 ໜ ວຍເລ ອກຕ ງທ ປະຈ າຢ ຕ າງປະເທດ ສຳເລ ດການປ ອນບ ດເລ ອກຕ ງ ສສຊ ຊ ດທ ix
ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ຢູ່ຕ່າງປະເທດ ສຳເລັດການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX. ພາບ: ຂປລ

ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດໃນຄັ້ງນີ້, ໄດ້ດໍາເນີນໄປຢ່າງເປັນ ຂະບວນຟົດຟື້ນ, ມີຜູ້ມີສິດເລືອກຕັ້ງ ທີ່ມາລົງທະບຽນລວມທັງໝົດ 13.404 ຄົນ, ຍິງ 5.493 ຄົນ, ເຊິ່ງລວມມີບັນດານັກການທູດ, ພະນັກງານສະຖານ ເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າຖາວອນ, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວແລະ ພົນລະເມືອງລາວ ທີ່ອາໄສຢູ່ ປະເທດຕ່າງໆ. ການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ເປັນສິດ ແລະ ໜ້າທີ່ຂອງພົນ ລະເມືອງລາວທຸກຄົນ ບໍ່ວ່າຈະຢູ່ພາຍໃນປະເທດ ຫລື ດຳລົງຊີວິດຢູ່ຕ່າງປະ ເທດ. ການເລືອກຕັ້ງ ດັ່ງກ່າວ, ເປັນເຫດການທາງ ການເມືອງທີ່ສຳຄັນຂອງຊາດ, ພ້ອມທັງເປັນການສືບຕໍ່ການກໍ່ສ້າງ ແລະ ບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກ ແໜ້ນ ແລະ ເຂັ້ມແຂງ, ເປັນການເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ເຂົ້າຢູ່ໃນອົງການນິຕິ ບັນຍັດ ຂອງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ເຊິ່ງເປັນການສະແດງ ໃຫ້ເຫັນທາດແທ້ຂອງລັດ ສປປ ລາວ ທີ່ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນລາວ ຢ່າງແທ້ຈິງ.

ລາວ 40 ໜ ວຍເລ ອກຕ ງທ ປະຈ າຢ ຕ າງປະເທດ ສຳເລ ດການປ ອນບ ດເລ ອກຕ ງ ສສຊ ຊ ດທ ix ຫວຽດນາມ ເນັ້ນໜັກເຖິງບົດບາດຂອງກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ

ຍ​ສ​ໝ - ກອງປະຊຸມເພື່ອແລກປ່ຽນທັດສະນະ, ບູລິມະສິດແລະຄວາມຄາດຫວັງຂອງ UNCTAD ກ່ອນກອງປະຊຸມ UNCTAD ຄັ້ງທີ 15 (UNCTAD-15) ເຊິ່ງ​ຈະຈັດຕັ້ງໃນຕົ້ນເດືອນຕຸລາປີ 2021 ຢູ່ Barbados, ທະເລ Caribbean.

ລາວ 40 ໜ ວຍເລ ອກຕ ງທ ປະຈ າຢ ຕ າງປະເທດ ສຳເລ ດການປ ອນບ ດເລ ອກຕ ງ ສສຊ ຊ ດທ ix ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງຕໍາຫຼວດຈີນ ບັນລຸໄດ້ໝາກຜົນທີ່ແທດຈິງ

ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາເອກະສານນິຕິກໍາວ່າດ້ວຍຊາຍແດນ ແລະບັນດາຂໍ້ຕົກລົງສອງຝ່າຍທີ່ໄດ້ລົງນາມຢ່າງເຂັ້ມງວດ...

ລາວ 40 ໜ ວຍເລ ອກຕ ງທ ປະຈ າຢ ຕ າງປະເທດ ສຳເລ ດການປ ອນບ ດເລ ອກຕ ງ ສສຊ ຊ ດທ ix ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.