ເຈົ້າແຂວງຫລວງພະບາງ ຊີ້ນຳການກະກຽມການປ່ອນບັດເລືອກຕັ້ງຢູ່ເມືອງໂພນໄຊ

11:50 | 30/03/2021

ເມື່ອບໍ່ດົນມານີ້, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ລົງຊຸກຍູ້ການກະກຽມການປ່ອນບັດເລືອກຕັ້ງ ຢູ່ເມືອງໂພນໄຊ ມີອົງການປົກຄອງເມືອງ ແລະ ອານຸກຳມະການຮັບຜິດຊອບໜ່ວຍປ່ອນບັດເຂົ້າຮ່ວມ ຢູ່ສະໂມສອນໃຫຍ່ຂອງເມືອງ.

ເຈ າແຂວງຫລວງພະບາງ ຊ ນຳການກະກຽມການປ ອນບ ດເລ ອກຕ ງຢ ເມ ອງໂພນໄຊ ເຢຍລະມັນສະໜັບສະໜູນ 20 ລ້ານເອີໂຣໃຫ້ແກ່ປະເທດລາວໃນການຄຸ້ມຄອງປ່າໄມ້
ເຈ າແຂວງຫລວງພະບາງ ຊ ນຳການກະກຽມການປ ອນບ ດເລ ອກຕ ງຢ ເມ ອງໂພນໄຊ ບໍລິສັດເບຍ ລາວ ມອບ 100 ລ້ານກີບ ຊ່ວຍແຂວງອັດຕະປື ປ້ອງກັນພະຍາດ ໂຄວິດ-19
ເຈ າແຂວງຫລວງພະບາງ ຊ ນຳການກະກຽມການປ ອນບ ດເລ ອກຕ ງຢ ເມ ອງໂພນໄຊ
ເຈົ້າແຂວງຫລວງພະບາງ ຊີ້ນຳການກະກຽມການປ່ອນບັດເລືອກຕັ້ງຢູ່ເມືອງໂພນໄຊ

ໂອກາດນີ້, ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ລາຍງານວ່າ: ທົ່ວເມືອງໂພນໄຊ ມີປະຊາຊົນຜູ້ອາຍຸ 18 ປີຂຶ້ນໄປ ຕາມສຳມະໂນຄົວທັງໝົດ 18.093 ຄົນ, ຍິງ 8.899 ຄົນ. ໃນນັ້ນ, ມີຜູ້ຈະໃຊ້ສິດປ່ອນບັດເລືອກຕັ້ງ ຕາມລະບຽບທີ່ກຳນົດໄວ້ ຈຳນວນ 16.630 ຄົນ, ຍິງ 8.236 ຄົນ ໄດ້ກຳນົດໜ່ວຍປ່ອນບັດອອກເປັນ 65 ໜ່ວຍຕາມລະບຽບ-ມາດຖານ ແລະ ຄວາມສະດວກ ຂອງຄະນະກຳມະການເລືອກຕັ້ງໄດ້ກຳນົດໄວ້ ປັດຈຸບັນ ການກະກຽມຄວາມພ້ອມແຕ່ລະດ້ານ ແມ່ນໄດ້ສຳເລັດໂດຍພື້ນຖານ ເຊິ່ງຄະນະຮັບຜິດຊອບ ແຕ່ລະໜ່ວຍປ່ອນບັດ ກຳລັງກະກຽມລົງໄປປະຈຳການຢູ່ໜ່ວຍປ່ອນບັດທີ່ຕົນຮັບຜິດຊອບ ເພື່ອດຳເນີນການປ່ອນບັດເປັນເອກະພາບກັນ ໃນວັນທີ 21 ກຸມພາ ທີ່ຈະມາເຖິງນີ້ ທັງຈະປຸກລະດົມຂະບວນການຮອບດ້ານ ເພື່ອຮັບປະກັນໃຫ້ການເລືອກຕັ້ງບັນລຸຄາດໝາຍ 300%.

ໂອກາດນີ້, ທ່ານເຈົ້າແຂວງຫລວງພະບາງ ໄດ້ເນັ້ນໃຫ້ຄະນະກໍາມະການຂັ້ນເມືອງ ສືບຕໍ່ດໍາ ເນີນແຜນການໃຫ້ສຳເລັດ ທັງຮັບປະກັນໃຫ້ບັ້ນເລືອກຕັ້ງໃນທົ່ວເມືອງໂພນໄຊ ບັນລຸຜົນສຳເລັດ, ສິ່ງສຳຄັນແມ່ນປຸກລະດົມໃຫ້ຜູ້ມີສິດປ່ອນບັດ ອອກໄປໃຊ້ສິດ 100%, ຮັບປະກັນບໍ່ໃຫ້ມີບັດຕາຍ 100% ແລະ ຮັບປະກັນໃຫ້ມີຄວາມສະງົບປອດໄພ 100%. ພາຍຫລັງສຳເລັດການຊີ້ນຳວຽກ ຢູ່ສະໂມສອນໃຫຍ່ຂອງເມືອງ ທ່ານເຈົ້າແຂວງ ໄດ້ລົງໄປຊີ້ນຳວຽກງານກະກຽມການປ່ອນບັດຢູ່ໜ່ວຍປ່ອນບັດເລືອກຕັ້ງຢູ່ບາງບ້ານຕື່ມອີກ.

ເຈ າແຂວງຫລວງພະບາງ ຊ ນຳການກະກຽມການປ ອນບ ດເລ ອກຕ ງຢ ເມ ອງໂພນໄຊ ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ

ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.625 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ເຈ າແຂວງຫລວງພະບາງ ຊ ນຳການກະກຽມການປ ອນບ ດເລ ອກຕ ງຢ ເມ ອງໂພນໄຊ ສຊປລ ເສີມຂະຫຍາຍບົດບາດຈັນຍາບັນຂອງຊາວໜຸ່ມແຫ່ງຍຸກສະໄໝ

ຈຸດປະສົງການຈັດສຳມະນາໃນຄັ້ງນີ້, ເພື່ອເປັນການປຶກສາຫາລື ທັງເປັນການແລກປ່ຽນບົດ ຮຽນລະຫວ່າງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກັບບັນດາກະຊວງ, ອົງການ ແລະ ບຸກຄົນທີ່ມີບົດຮຽນ, ປະສົບການ ເຂົ້າໃນການເສີມຂະຫຍາຍບົດບາດປະຈັນບານ ຂອງຊາວໜຸ່ມແຫ່ງຍຸກໃໝ່ ແລະ ເພື່ອເຮັດໃຫ້ເນື້ອໃນຂອງແຕ່ລະບົດ ມີຄວາມອຸດົມສົມບູນ ກ້າວໄປສູ່ການກະກຽມພິມເປັນເອກະສານສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນ.

ເຈ າແຂວງຫລວງພະບາງ ຊ ນຳການກະກຽມການປ ອນບ ດເລ ອກຕ ງຢ ເມ ອງໂພນໄຊ ສະຫະພັນກຳມະບານກະຊວງ ຖວທ ຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 65 ປີ

ໂອກາດນີ້, ສະຫາຍ ສົມນຶກ ສຸວັນນະສານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວ, ເຊິ່ງອົງການກຳມະບານລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະສູນກາງພັກ.

kpl.gov.la

ເຫດການ
302 Found

Found

The document has moved here.