ປະເທດລາວ: ເປັນເວລາ 31 ມື້ຕິດຕໍ່ກັນບໍ່ພົບຜູ້ຕິດເຊື້ອໄວຣັດພະຍາດ Covid-19 | |
ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ |
ພາຍຫຼັງ 33 ມື້ຕິດຕໍ່ກັນໂດຍບໍ່ໄດ້ກວດພົບກໍລະນີໃໝ່ ຕິດເຊື້ອໄວຣັດ COVID-19, ໃນຕອນບ່າຍຂອງວັນທີ 15 ພຶດສະພາ, ຄະນະກຳມະການຊີ້ນຳລະດັບຊາດ ສຳລັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງ ສປປ.ລາວ ໄດ້ປະກາດວ່າ ເລີ່ມນຳໃຊ້ມາດຕະການຜ່ອນຜັນກົດລະບຽບການຈຳກັດ ໃນທົ່ວປະເທດ.
![]() |
ປະເທດລາວ ຈະເລີ່ມປະຕິບັດຜ່ອນຜັນກົດລະບຽບການຈຳກັດໃນທົ່ວປະເທດ. (ພາບ: TTXVN) |
ໃນກອງປະຊຸມຖະແຫຼງຂ່າວ, ກະຊວງສາທາລະນະສຸກ ສປປ.ລາວ ກ່າວວ່າ ປະເທດລາວ ມີຈຳນວນກໍລະນີຕິດເຊື້ອ COVID-19 ພຽງແຕ່ 19 ຄົນ, ໃນນັ້ນມີ 14 ຄົນໄດ້ຮັບການປິ່ນປົວຫາຍດີ. ການປ້ອງກັນພະຍາດ COVID-19 ໃນປະເທດລາວ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ແຕ່ວ່າຕໍ່ໜ້າສະພາບການທີ່ສັບສົນ ຂອງໂລກລະບາດ Covid-19 ໃນທົ່ວໂລກ ແລະ ພາກພື້ນ, ລັດຖະບານສປປ.ລາວ ຈະບໍ່ປະໝາດ ເພື່ອຫລີກລ້ຽງບໍ່ໃຫ້ການລະບາດຄັ້ງທີສອງ ທີ່ເຄີຍເກີດຂື້ນໃນຫຼາຍປະເທດອື່ນໆ.
ກ່ຽວກັບມາດຕະການຜ່ອນຜັນ ກົດລະບຽບການຈຳກັດ, ລັດຖະບານ ສປປ.ລາວ ໄດ້ອະນຸຍາດໃຫ້ບັນດາອົງການ ແລະ ວິສາຫະກິດ ໄດ້ເຄື່ອນໄຫວກັບຄືນໃໝ່ຕາມປົກກະຕິ, ແຕ່ຕ້ອງການ ສືບຕໍ່ນຳໃຊ້ມາດຕະການເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດ, ພ້ອມກັນນັ້ນ ຊຸກຍູ້ໃຫ້ການເຮັດວຽກແບບ ອອນໄລ ຖ້າມີເງື່ອນໄຂສະດວກ.
![]() |
ລັດຖະບານໄດ້ຕົກລົງ ແລະ ຊີ້ນໍາກ່ຽວກັບການຜ່ອນຜັນ ມາດຕະການຈຳນວນໜຶ່ງ ແລະ ໃຫ້ສືບຕໍ່ປະຕິບັດບາງ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຂັ້ມງວດ ໃນໄລຍະແຕ່ວັນທີ 18 ພຶດ ສະພາ ຫາ 1 ມິຖຸນາ 2020. (ພາບ: VOV) |
ລັດຖະບານ ສປປ.ລາວ ຍັງສືບຕໍ່ຫ້າມ ການຈັດຕັ້ງງານກິນລ້ຽງ; ສືບຕໍ່ປິດຕະຫຼາດກາງຄືນ, ສະຖານທີ່ບັນເທີງທີ່ມີຄົນຫຼາຍ, ຮ້ານເຫຼົ້າເບຍ, ຄາຣາໂອເກະ, ຮ້ານອິນເຕີເນັດ, ຄາສິໂນ, ກິດຈະກຳກິລາມີຜູ້ຊົມ, ກໍ່ຄືຫ້າມການຊຸມນຸມ, ປະຊຸມບໍ່ເປັນທາງການ, ການຈັດຕັ້ງງານແຕ່ງດອງ, ງານບຸນປະເພນີ ມີຫລາຍກ່ວາ 50 ຄົນ ໂດຍບໍ່ສາມາດຮັບປະກັນໄລຍະຫ່າງ.
ນອກຈາກນີ້, ລັດຖະບານສປປ.ລາວ ຍັງຈະສືບຕໍ່ປິດຊາຍແດນ, ລວມທັງປະຕູຊາຍແດນຕົ້ນຕໍ, ດ່ານຊາຍແດນຮອງ ແລະ ດ່ານຊາຍແດນສາກົນ, ແລະ ພຽງແຕ່ອະນຸຍາດໃຫ້ມີການຂົນສົ່ງສິນຄ້າ ພ້ອມດ້ວຍບາງກໍລະນີການເຂົ້າ - ອອກເມືອງ ໄດ້ຮັບອະນຸຍາດໂດຍຄະນະສະເພາະກິດ. ພ້ອມກັນນັ້ນ, ປະເທດລາວ ຍັງສືບຕໍ່ຢຸດການອອກວີຊາ ໃຫ້ຄົນຕ່າງປະເທດ, ຍົກເວັ້ນນັກການທູດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ຄົນງານທີ່ຕ້ອງການ ສຳລັບໂຄງການຈຳເປັນຕ່າງໆໃນປະເທດລາວ.
![]() | ທະຫານປ້ອງກັນຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານ 4 ໂຕນ ໃຫ້ປະຊາຊົນແຂວງເຊກອງ, ປະເທດລາວ ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ປ້ອມກວດກາດ່ານຊາຍແດນ ນ້ຳຢາງ, ແຂວງກວາງນາມ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານຈຳນວນ 4 ໂຕນ ແລະ ໝີ່ສໍາເລັດຮູບ 200 ກ່ອງ ໃຫ້ແກ່ປະຊາຊົນລາວ ເພື່ອຊ່ວຍປ້ອງກັນການລະບາດຂອງພະຍາດ Covid-19. |
![]() | ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ ຍສໝ - ວັນທີ 5 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ສປປ.ລາວ ໄດ້ປະກາດວ່າ, ໂດຍຕອບສະໜອງຕາມຄວາມປາດຖະໜາຂອງປະຊາຊົນຫວຽດນາມ ຈຳນວນຫຼວງຫຼາຍ ໃນປະເທດລາວ ທີ່ຕ້ອງການຢາກກັບເມືອບ້ານເກີດເມືອງນອນ, ຕາມຄຳສະເໜີຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ, ອົງການທີ່ມີໜ້າທີ່ ປະເທດລາວ ໄດ້ຕົກລົງອະນຸຍາດໃຫ້ພົນລະເມືອງຫວຽດນາມ ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ລາວ ເດີນທາງກັບຫວຽດນາມ ຜ່ານດ່ານຊາຍແດນສາກົນ. |
![]() | ປະເທດລາວ ປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19 ຍສໝ - ໃນຕອນບ່າຍຂອງວັນທີ 1 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19, ສປປ.ລາວ ໄດ້ປະກາດມາດຕະການເປັນຄັ້ງທຳອິດ ເຊິ່ງປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19 ທີ່ໄດ້ນຳໃຊ້ຢ່າງຮຸນແຮງຕັ້ງແຕ່ທ້າຍເດືອນມີນາ. |
ຄຳຮຸ່ງ