ປະເທດລາວ: ເປັນເວລາ 31 ມື້ຕິດຕໍ່ກັນບໍ່ພົບຜູ້ຕິດເຊື້ອໄວຣັດພະຍາດ Covid-19

10:15 | 14/05/2020

ຍສໝ - ວັນທີ 13 ພຶດສະພາ, ໃນ​ພິທີ​ຖະ​ແຫລ​ງຂ່າວ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ປະເທດລາວ ໄດ້ປະກາດວ່າ: ເປັນເວລາ 31 ມື້ຕິດຕໍ່ກັນ, ບໍ່ມີກໍລະນີຄົນໃໝ່ ຕິດເຊື້ອໄວຣັດ COVID-19, ແລະ ກຳລັງສຶກສາພິຈາລະນາຄວາມເປັນໄປໄດ້ໃນການປະກາດວ່າ ໄດ້ດັບການລະບາດພະຍາດດັ່ງກ່າວເປັນທາງການ.

ປະເທດລາວ ເປ ນເວລາ 31 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໄວຣ ດພະຍາດ covid 19 ລັດຖະບານ ປະເທດລາວ ໄດ້ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມ ກັບຄືນປະເທດ
ປະເທດລາວ ເປ ນເວລາ 31 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໄວຣ ດພະຍາດ covid 19 ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຢູ່ແຂວງສາລະວັນ (ປະເທດລາວ) ກັບຄືນປະເທດ.

ໃນວັນທີ 13 ພຶດສະພາ, ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ​ອັກ​ເສບ​ປອດ ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ຢືນຢັນວ່າ: ນັບ​ແຕ່​ວັນ​ທີ 13 ​ເມສາ ຫາ​ວັນ​ທີ 13 ພຶດສະພາ 2020, ສປປ.ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​COVID-19 ​ເພີ່ມ​ໃໝ່ອີກ, ຕົວ​ເລກ​ສະ​ສົມຍັງ​ຢູ່ 19 ກໍລະນີ.

ປະເທດລາວ ເປ ນເວລາ 31 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໄວຣ ດພະຍາດ covid 19
ເປັນເວລາ 31 ມື້ຕິດຕໍ່ກັນ, ປະເທດລາວ ບໍ່ພົບຜູ້ຕິດເຊື້ອໄວຣັດພະຍາດ Covid-19. (ພາບ: LaoFM)

ນັບ​ເປັນ​ເວລາ 31 ມື້ຕິດ​ຕໍ່​ກັນທີ່​ກວດ​ບໍ່​ພົບ​ເຊື້ອ, ມາ​ຮອດ​ປັດຈຸບັນ ມີ​ຜູ້​ປິ່ນປົວ​ດີ 14 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 5 ຄົນ. ຂະນະ​ທີ່​ທົ່ວ​ໂລກຕົວ​ເລກ ​ຜູ້​ຕິດ​ເຊື້ອຍັງ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ວັນ, ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 13 ພຶດສະພາ 2020, ມີຜູ້ຕິດເຊື້ອ 4.330.027, ເສຍຊີວິດ 291.911, ປິ່ນປົວຫາຍດີ 1.575.558, ມີບາງປະເທດ ຈຳນວນ ຜູ້ຕິດເຊື້ອມື້ດຽວ ມີເຖິງ 20.564 ຄົນ, ເສຍຊີວິດ 1.466 ຄົນຕໍ່ມື້.

ທ່ານ ພູທອນ ​ເມືອງ​ປາກ - ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ, ຜູ້​ປະຈຳການ​ຄະນະ​ສະ​ເພາະ​ກິດ ລາຍ​ງານ​ໃຫ້​ຮູ້ ​ໃນ​ພິທີ​ຖະ​ແຫລ​ງຂ່າວ ​ວ່າ: ແຕ່ເດືອນມັງກອນຮອດ​ປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 3.975 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ, ສະ​ເພາະ​ ວັນທີ 12 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 100 ກວ່າຄົນ ຊຶ່ງເປັນແຮງງານລາວ ທີ່ກັບມາຈາກປະເທດໄທ 65 ຄົນ, ແຮງງານໄທທີ່ເຂົ້າມາລາວ 2 ຄົນ ແລະ ບຸກຄົນທົ່ວໄປບໍ່ມີ ອາການສະແດງ 30 ຄົນ, ທັງ​ໝົດ​ແມ່ນ​ບໍ່​ພົບ​ເຊື້ອ. ສຳລັບກໍລະນີ ນ້ຳເບີ 14 ທີ່ເອົາກັບຄືນມານອນ ຕິດຕາມອາການຢູ່ໂຮງໝໍ ໄດ້ກວດວິເຄາະຫາເຊື້ອ ສອງຄັ້ງ ຕິດຕໍ່ກັນ ​ແມ່ນບໍ່ພົບເຊື້ອ ແລະ ໄດ້ອະນຸຍາດໃຫ້ອອກໂຮງໝໍ​ແລ້ວ.

ປະເທດລາວ ເປ ນເວລາ 31 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໄວຣ ດພະຍາດ covid 19
ປະເທດລາວ ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19. (ພາບ: VOV)

ສ່ວນການ ເຝົ້າລະວັງ ຕິດຕາມການປະຕິບັດ ຄຳແນະນຳຂອງປະຊາຊົນ ຢູ່ແຕ່ລະແຂວງ ເຫັນວ່າມີຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເປັນເຈົ້າການປະຕິບັດ ຄຳແນະນຳຂອງ ຄະນະສະເພາະກິດໄດ້ດີ, ສະນັ້ນ ຈຶ່ງມີຄວາມໝັ້ນໃຈວ່າບໍ່ມີ ຄວາມສ່ຽງທີ່ຈະເກີດ ການລະບາດຄັ້ງໃໝ່.ທ່ານ ພູທອນ ​ເມືອງ​ປາກ ​ກ່າວ​ອີກ​ວ່າ: ບັນຫາສຳຄັນໃນໄລຍະຜ່ອນຜັນ ບາງມາດຕະການຮອດວັນທີ 17 ພຶດສະພານີ້ ແມ່ນການເຝົ້າລະວັງ ຜູ້ເດີນທາງເຂົ້າມາ ສປປ.ລາວ, ທຸກຄົນຈະຕ້ອງໄດ້ກວດກັ່ນ ກອງຊອກຫາ ເຊື້ອພະຍາດ ບໍ່ໃຫ້ມີຜູ້ຕິດເຊື້ອສາມາດ ອອກໄປຫາຊຸມຊົນ, ຈຳກັດບໍລິເວນຢູ່ສູນຈົນຄົບ 14 ວັນ.

ປະເທດລາວ ເປ ນເວລາ 31 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໄວຣ ດພະຍາດ covid 19 ທະຫານປ້ອງກັນຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານ 4 ໂຕນ ໃຫ້ປະຊາຊົນແຂວງເຊກອງ, ປະເທດລາວ

ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ປ້ອມກວດກາດ່ານຊາຍແດນ ນ້ຳຢາງ, ແຂວງກວາງນາມ, ກອງບັນຊາການທະຫານຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານຈຳນວນ 4 ໂຕນ ແລະ ໝີ່ສໍາເລັດຮູບ 200 ກ່ອງ ໃຫ້ແກ່ປະຊາຊົນລາວ ເພື່ອຊ່ວຍປ້ອງກັນການລະບາດຂອງພະຍາດ Covid-19.

ປະເທດລາວ ເປ ນເວລາ 31 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໄວຣ ດພະຍາດ covid 19 ປະເທດລາວ ປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19

ຍສໝ - ໃນຕອນບ່າຍຂອງວັນທີ 1 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19, ສປປ.ລາວ ໄດ້ປະກາດມາດຕະການເປັນຄັ້ງທຳອິດ ເຊິ່ງປະຕິບັດມາດຕະການຜ່ອນຜັນ ຈໍານວນໜຶ່ງໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19 ທີ່ໄດ້ນຳໃຊ້ຢ່າງຮຸນແຮງຕັ້ງແຕ່ທ້າຍເດືອນມີນາ.

ປະເທດລາວ ເປ ນເວລາ 31 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໄວຣ ດພະຍາດ covid 19 ຫວຽດນາມ ມອບເຄື່ອງອຸປະກອນທາງການແພດ ໃຫ້ແກ່ບັນດາຫົວໜ່ວຍທະຫານຊາຍແດນຂອງປະເທດລາວ

ຍສໝ - ວັນທີ 19 ເມສາ, ຄ້າຍທະຫານປ້ອງກັນຊາຍແດນ ໝິລິ, ທະຫານຊາຍແດນແຂວງເຫງ້ອ່ານ ໄດ້ມອບເຄື່ອງອຸປະກອນ ແລະ ວັດຖຸທາງການແພດ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ໃຫ້ແກ່ກອງຮ້ອຍ 217, ກອງບັນຊາການທະຫານແຂວງ ຫົວພັນ, ປະເທດລາວ.

ຄໍາຮຸ່ງ

ເຫດການ
302 Found

Found

The document has moved here.