ລັດຖະມົນຕີກະຊວງການຕ່າງປະເທດລາວ: "ອາຊຽນ ແມ່ນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສຳເລັດດ້ວຍຜົນງານທີ່ໂດດເດ່ັນຫຼາຍຢ່າງ"

19:51 | 10/08/2020

ຍສໝ - ພາຍຫຼັງເຂົ້າເປັນສະມາຊິກ ອາຊຽນ ເປັນເວລາ 23 ປີ, ລາວ ບັນລຸໄດ້ຜົນງານ ແລະ ຜົນປະໂຫຍດຫຼາຍຢ່າງ ຜ່ານການເຂົ້າຮ່ວມບັນດາວິວັດທະນາການລວມຂອງ ອາຊຽນ ຢ່າງຄົບຖ້ວນ ແລະ ຕັ້ງໜ້າ ບົນຈິດໃຈມີຄວາມຮັບຜິດຊອບສູງ, ສິ່ງດັ່ງກ່າວ ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ລາວ. 

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ອາຊຽນ ແມ ນອ ງການຈ ດຕ ງພາກພ ນທ ປະສ ບຜ ນສຳເລ ດດ ວຍຜ ນງານທ ໂດດເດ ນຫ າຍຢ າງ ຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ
ລ ດຖະມ ນຕ ກະຊວງການຕ າງປະເທດລາວ ອາຊຽນ ແມ ນອ ງການຈ ດຕ ງພາກພ ນທ ປະສ ບຜ ນສຳເລ ດດ ວຍຜ ນງານທ ໂດດເດ ນຫ າຍຢ າງ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະຍື່ນຈົດໝາຍແຕ່ງຕັ້ງຂອງກົງສຸນໃຫຍ່ແຫ່ງ ສສ.ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີ ແຫ່ງວັນສ້າງຕັ້ງ ອາຊຽນ ແລະ ວັນລາວເຂົ້າເປັນສະມາຊິກ ອາຊຽນ ຄົບຮອບ 23 ປີ, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີ ຕ່າງປະເທດ ສປປ.ລາວ ໄດ້ເນັ້ນໜັກວ່າ: “ອາຊຽນ ແມ່ນພາກພື້ນທີ່ມີສັນຕິພາບ ແລະ ສະຖຽນລະພາບມາແຕ່ດົນນານ ດ້ວຍບັນດາຜົນງານດີເດ່ັ່ນທີ່ບັນລຸໄດ້ໃນການຮ່ວມມືດ້ານເສດຖະກິດ, ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ ອາຊຽນ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ ແລະ ພາກພື້ນ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການຊຸກຍູ້ພັດທະນາ ເສດຖະກິດ - ສັງຄົມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ອາຊຽນ”.

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ອາຊຽນ ແມ ນອ ງການຈ ດຕ ງພາກພ ນທ ປະສ ບຜ ນສຳເລ ດດ ວຍຜ ນງານທ ໂດດເດ ນຫ າຍຢ າງ
ທ່ານ ສະເຫຼີມໄຊ ກົມມະສິດ. (ພາບ: TTXVN)

ຜົນສຳເລັດຂອງອາຊຽນ ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ໂດຍສາກົນ, ໂດຍສະເພາະແມ່ນບົດບາດໃຈກາງຂອງອາຊຽນ, ຄວາມເປັນຜູ້ນຳຂອງອາຊຽນ ແລະ ຄວາມເຫັນດີເຫັນພ້ອມຂອງອາຊຽນ ແມ່ນຫຼັກການພື້ນຖານທີ່ນຳມາເຊິ່ງຜົນສຳເລັດທຸກຢ່າງ ແລະ ການພົວພັນຕ່າງປະເທດດັ່ງກ່າວ.

ຕາມທ່ານ ສະເຫຼີມໄຊ ກົມມະສິດ ແລ້ວ, ໃນປີ 2020 ອາຊຽນ ແລະ ຫລາຍໆພາກພື້ນໃນໂລກພວມປະເຊີນ​​ໜ້າກັບສິ່ງທ້າທາຍຫຼາຍຢ່າງ ຈາກໄພທຳມະຊາດ ແລະ ການລະບາດຂອງພະຍາດ COVID-19, ເຊິ່ງກໍ່ໃຫ້ເກີດຜົນກະທົບອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ທົ່ວໂລກ.

ປີ 2020, ເຖິງວ່າ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບໄພພິບັດທໍາມະຊາດ ແລະ ໂລກລະບາດໂຄວິດ - 19 ກໍຕາມ, ແຕ່ອາຊຽນໄດ້ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ບົນເນື້ອໃນຈິດໃຈຂອງຫົວຂໍ້ ໂດຍຫວຽດນາມ - ປະເທດປະທານ ອາຊຽນ 2020 ໄດ້ວາງອອກ, ນັ້ນແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ກ່າວວ່າ ພາຍຫຼັງ 23 ປີທີ່ປະເທດ ສປປ.ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ, ລາວໄດ້ບັນລຸຜົນສຳເລັດ ແລະ ຜົນປະໂຫຍດຫຼາຍຢ່າງໂດຍຜ່ານການເຂົ້າຮ່ວມຢ່າງເຕັມທີ່ ແລະ ມີຄວາມຮັບຜິດຊອບຕັ້ງໜ້າສູງໃນຂະບວນການລວມຂອງອາຊຽນ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດລາວ. ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢືນຢັນ: “ການເຂົ້າເປັນສະມາຊິກອາຊຽນ ໄດ້ເສີມຂະຫຍາຍບົດບາດຂອງປະເທດລາວ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.”

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ອາຊຽນ ແມ ນອ ງການຈ ດຕ ງພາກພ ນທ ປະສ ບຜ ນສຳເລ ດດ ວຍຜ ນງານທ ໂດດເດ ນຫ າຍຢ າງ ລັດຖະມົນຕີຕ່າງປະເທດຫວຽດນາມ ໂອ້ລົມສົນທະນາທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ

ຍສໝ - ວັນທີ 6 ສິງຫາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານ Michael Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ເພື່ອປຶກສາຫາລືກ່ຽວກັບການພົວພັນອາເມລິກາ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ ແລະ ບັນຫາສາກົນ, ພາກພື້ນ ...

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ອາຊຽນ ແມ ນອ ງການຈ ດຕ ງພາກພ ນທ ປະສ ບຜ ນສຳເລ ດດ ວຍຜ ນງານທ ໂດດເດ ນຫ າຍຢ າງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່

ວັນທີ 04 ສິງຫາ 2020 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງ ທ່ານ ດຣ ນາງ ເພຍ ຣີ ແບນໂລ ບຣິດໂຕ (Dr PiaRebello ...

ລ ດຖະມ ນຕ ກະຊວງການຕ າງປະເທດລາວ ອາຊຽນ ແມ ນອ ງການຈ ດຕ ງພາກພ ນທ ປະສ ບຜ ນສຳເລ ດດ ວຍຜ ນງານທ ໂດດເດ ນຫ າຍຢ າງ ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອ ການຮ່ວມມືສາກົນ: ການຮ່ວມ ມືກັນໃນການຮັບມືຕ້ານການ ແຜ່ລະບາດພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.