ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່

06:30 | 06/08/2020

ວັນທີ 04 ສິງຫາ 2020 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງ ທ່ານ ດຣ ນາງ ເພຍ ຣີ ແບນໂລ ບຣິດໂຕ (Dr PiaRebello Britto), ເພື່ອມາດຳ ລົງຕຳແໜ່ງເປັນຜູ້ຕາງໜ້າຂອງ ອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ຄົນໃໝ່.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຕ ອນຮ ບຜ ຕ າງໜ າອ ງການຢ ນ ເຊຟ ປະຈຳ ສປປ ລາວ ຄ ນໃໝ ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19
ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຕ ອນຮ ບຜ ຕ າງໜ າອ ງການຢ ນ ເຊຟ ປະຈຳ ສປປ ລາວ ຄ ນໃໝ

ປະທານສະພາແຫ່ງຊາດຫວຽດນາມ: ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ

ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຕ ອນຮ ບຜ ຕ າງໜ າອ ງການຢ ນ ເຊຟ ປະຈຳ ສປປ ລາວ ຄ ນໃໝ
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່.

ໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະ ແດງຄວາມຍິນດີຕ້ອນຮັບອັນອົບ ອຸ່ນມາຍັງທ່ານຜູ້ຕາງໜ້າຂອງ ອົງການ ຢູນິເຊັບ ປະຈຳ ສປປ ລາວ ຄົນໃໝ່, ພ້ອມທັງສະແດງ ຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງອົງການ ຢູນິເຊັບ ຕໍ່ ສປປ ລາວ ໃນໄລຍະ ຜ່ານມາ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ແຜນ ງານຂອງອົງການ ຢູນິເຊັບ ທີ່ ສອດຄ່ອງກັບແນວທາງນະໂຍ ບາຍຂອງພັກ ແລະ ລັດຖະບານ ລາວ ເປັນຕົ້ນແມ່ນການຈັດຕັ້ງປະ ຕິບັດເປົ້າໝາຍສະຫັດສະຫວັດ ເພື່ອການພັດທະນາ ຂອງອົງການ ສປຊ ໄລຍະ(2000-2015), ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຫຼື ປພຍ ໄລຍະ(2015-2030), ບັນດາໜ້າວຽກບູລິມະສິດຕິດພັນ ກັບການສົ່ງເສີມ ແລະ ປົກປ້ອງ ເດັກນ້ອຍ ກໍຄືການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ.

ສຳລັບທິດທາງການຮ່ວມມືໃນ ຕໍ່ໜ້າ, ທັງສອງຝ່າຍຈະໄດ້ຈັດຕັ້ງ ປະຕິບັດແຜນການຮ່ວມມືລະ ຫວ່າງອົງການ ຢູນິເຊັບ ແລະ ລັດຖະບານ ສປປ ລາວ ສົກປີ 2017-2021 ເຊິ່ງກວມເອົາ 5 ຂົງເຂດເປົ້າໝາຍຄື: ວຽກງານ ສາທາລະນະສຸກ ແລະ ໂພຊະນາ ການ, ນ້ຳສະອາດ ແລະ ວຽກງານ ສຸຂະອະນາໄມ ແລະ ການປ່ຽນ ແປງຂອງດິນຟ້າອາກາດ, ການ ສຶກສາ, ການປົກປ້ອງເດັກ ແລະ ວຽກງານອື່ນໆທີ່ປິ່ນອ້ອມ, ໂດຍ ໄດ້ຖືສຳຄັນການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ. ແຜນການຮ່ວມມືດັ່ງກ່າວແມ່ນ ມີຄວາມສຳຄັນໃນການປະກອບສ່ວນຊ່ວຍສະໜັບສະໜູນການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8, ເວົ້າລວມກໍແມ່ນການ ປະກອບສ່ວນເຂົ້າໃນການຈັດຕັ້ງ ຜັນຂະຫຍາຍເປົ້າໝາຍການພັດ ທະນາແບບຍືນຍົງ ຫຼື ປພຍ (SDGs) ແຕ່ນີ້ຮອດປີ 2030.

ໃນໂອກາດດຽວກັນນີ້, ທ່ານ ດຣ ເພຍ ຣີແບນໂລ ບຣິດໂຕ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ຂອງ ທ່ານ ທອງ ຜ່ານ ສະຫວັນເພັດ, ຮອງລັດ ຖະມົນຕີກະຊວງການຕ່າງປະ ເທດ ແລະ ຢືນຢັນວ່າອົງການ ຢູນິເຊັບ ຈະສືບຕໍ່ໃຫ້ການຮ່ວມ ມືຢ່າງເຕັມສ່ວນ ກັບ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະ ຕິບັດແຜນການຮ່ວມມື ລະຫວ່າງ ອົງການ ແລະ ລັດຖະບານລາວ ໃຫ້ໄດ້ຮັບໝາກຜົນສູງສຸດ.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຕ ອນຮ ບຜ ຕ າງໜ າອ ງການຢ ນ ເຊຟ ປະຈຳ ສປປ ລາວ ຄ ນໃໝ ປະທານສະພາແຫ່ງຊາດຫວຽດນາມ: ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານ ກອງປະຊຸມສະມັດຊາໃຫຍ່ລະຫວ່າງລັດຖະສະພາອາຊຽນ ຄັ້ງທີ 41 (AIPA 41), ຫົວໜ້າຄະນະຊີ້ນຳແຫ່ງຊາດເປັນປະທານກອງປະຊຸມຄັ້ງທີ 2 ຄະນະຊີ້ນຳແຫ່ງຊາດ, ຄະນະຈັດຕັ້ງ AIPA 41.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຕ ອນຮ ບຜ ຕ າງໜ າອ ງການຢ ນ ເຊຟ ປະຈຳ ສປປ ລາວ ຄ ນໃໝ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງ ໃຫ້ຂະແໜງສາທາລະນະສຸກພ້ອມກັບທົ່ວພັກ, ທົ່ວປວງຊົນຍາດໄດ້ໄຊຊະນະຕໍ່ໂລກລະບາດ

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ເລື່ອງກະຊວງສາທາລະນະສຸກ ແລະ ກຳລັງເສນາຮັກໄດ້ຮີບເຮັ່ງ, ຊີ້ນຳຢ່າງຂ້ຽວຂາດ, ສຸມທຸກແຫຼ່ງກຳລັງເພື່ອ ຕ້ານໂລກລະບາດ, ພົ້ນເດັ່ນຂຶ້ນແມ່ນຖັນແຖວແພດໝໍຢູ່ດ່ານັ້ງ, ກວາງນາມ, ເທື່ອທຽນເຫ້ວ ແລະ ໂຮງໝໍຫຼາຍແຫ່ງ, ບັນດາສະຖາບັນຄົ້ນຄວ້າ ແລະ ອື່ນໆ ໃນທົ່ວປະເທດ.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຕ ອນຮ ບຜ ຕ າງໜ າອ ງການຢ ນ ເຊຟ ປະຈຳ ສປປ ລາວ ຄ ນໃໝ ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ

ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

kongthap.gov.la

ເຫດການ
302 Found

Found

The document has moved here.