ພາສາຫວຽດນາມ ສາຍໃຍເຊື່ອມໂຍງຊາວຫວຽດນາມກັບຮາກເຫງົ້າຂອງຊາດ

16:10 | 14/08/2026

ຍສໝ - ວັນທີ 12 ສິງຫາ, ທີ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ໄດ້ປະສານງານກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ສຳນັກງານຕາງໜ້າຫວຽດນາມຢູ່ຕ່າງປະເທດ ຈັດພິທີສະຫຼຸບວັນເຊີດຊູພາສາຫວຽດນາມໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ປີ 2026, ແນໃສ່ສືບຕໍ່ຮັກສາ ແລະ ເຜີຍແຜ່ພາສາຫວຽດນາມ, ເສີມສ້າງຄວາມຜູກພັນລະຫວ່າງຊາວຫວຽດນາມຢູ່ຕ່າງແດນກັບບ້ານເກີດເມືອງນອນ.

ເສີມສ້າງຄວາມຮັກແພງພາສາຫວຽດນາມ ພາຍໃນດວງໃຈຂອງຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ພາສາຫວຽດນາມ - ຂົວຕໍ່ນຳພາຄົນຮຸ່ນໜຸ່ມຊາວຫວຽດນາມຕ່າງດ້າວ ກັບກົກເຄົ້າເຫງົ້າກໍ

ພິທີດັ່ງກ່າວຈັດຂຶ້ນໃນຮູບແບບປະສົມປະສານລະຫວ່າງການພົບປະໂດຍກົງ ແລະ ທາງອອນລາຍ, ໂດຍມີຜູ້ແທນປະມານ 80 ທ່ານ ເຂົ້າຮ່ວມຢູ່ຈຸດເຊື່ອມຕໍ່ຮ່າໂນ້ຍ ແລະ ຫຼາຍກວ່າ 100 ຈຸດເຊື່ອມຕໍ່ຈາກບັນດາທ້ອງຖິ່ນ, ສຳນັກງານຕາງໜ້າຫວຽດນາມຢູ່ຕ່າງປະເທດ, ສະມາຄົມ, ອົງການ, ສະຖານທີ່ສອນພາສາຫວຽດນາມ, ຄູອາຈານ ແລະ ຊຸມຊົນຊາວຫວຽດນາມທົ່ວໂລກ.

ກິດຈະກຳຄັ້ງນີ້ດຳເນີນຂຶ້ນພາຍຫຼັງກົມການເມືອງປະກາດໃຊ້ມະຕິເລກທີ 23-NQ/TW ລົງວັນທີ 2 ສິງຫາ 2026 ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ. ມະຕິໄດ້ກຳນົດທິດທາງສົ່ງເສີມບົດບາດຂອງຊາວຫວຽດນາມຢູ່ຕ່າງແດນໃນການຮັກສາພາສາແມ່, ສືບທອດເອກະລັກວັດທະນະທຳຂອງຊາດ ແລະ ຮັດແໜ້ນຄວາມຜູກພັນກັບປະເທດຊາດ. ພ້ອມກັນນັ້ນ, ຍັງເນັ້ນໃຫ້ຊາວຫວຽດນາມແຕ່ລະຄົນຢູ່ຕ່າງປະເທດສົ່ງເສີມບົດບາດເປັນ “ທູດວັດທະນະທຳ” ແລະ “ທູດມິດຕະພາບ” ໃນການແນະນຳພາບລັກປະເທດ ແລະ ປະຊາຊົນຫວຽດນາມສູ່ສາກົນ.

ການອະນຸລັກ ແລະ ເຜີຍແຜ່ພາສາຫວຽດນາມໃນຊຸມຊົນບໍ່ພຽງແຕ່ຊ່ວຍຮັກສາເອກະລັກທາງວັດທະນະທຳ ແຕ່ຍັງປູກຝັງຄວາມຮັກ, ຄວາມພາກພູມໃຈ ແລະ ຄວາມຜູກພັນຂອງຊາວຫວຽດນາມຫຼາຍຮຸ່ນທີ່ດຳລົງຊີວິດຢູ່ຕ່າງແດນກັບຖິ່ນກຳເນີດ. ນີ້ຍັງເປັນພື້ນຖານສຳຄັນໃນການຂະຫຍາຍກິດຈະກຳສອນ ແລະ ຮຽນພາສາຫວຽດນາມ, ສົ່ງເສີມການແລກປ່ຽນວັດທະນະທຳ ແລະ ປູກຝັງຈິດໃຈຫວນຄືນສູ່ຮາກເຫງົ້າຂອງຊາດ.

ພາສາຫວຽດນາມ ສາຍໃຍເຊື່ອມໂຍງຊາວຫວຽດນາມກັບຮາກເຫງົ້າຂອງຊາດ
ພິທີສະຫຼຸບວັນເຊີດຊູພາສາຫວຽດນາມໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ປີ 2026.

ກ່າວຄຳປາໄສເປີດພິທີ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຢືນຢັນວ່າ ພາສາຫວຽດນາມເປັນທັງພາຫະນະໃນການຮັກສາ ແລະ ສືບທອດຄຸນຄ່າວັດທະນະທຳ, ທັງເປັນສາຍໃຍຜູກພັນຊາວຫວຽດນາມຮຸ່ນຕ່າງໆຢູ່ຕ່າງປະເທດກັບບ້ານເກີດ ແລະ ປະເທດຊາດ.

ທ່ານນາງຮອງລັດຖະມົນຕີເນັ້ນວ່າ ມະຕິເລກທີ 23-NQ/TW ໄດ້ວາງຂໍ້ຮຽກຮ້ອງໃຫ້ປັບປຸງຮູບແບບ ແລະ ເພີ່ມທະວີການຮ່ວມມືສາກົນໃນການຄົ້ນຄວ້າ, ການສິດສອນ ແລະ ການເຊີດຊູພາສາຫວຽດນາມ. ພ້ອມກັນນັ້ນ, ມະຕິຍັງກຳນົດໃຫ້ຂົນຂວາຍບັນດາປະເທດທີ່ມີຊາວຫວຽດນາມອາໄສຢູ່ຈຳນວນຫຼາຍ ບັນຈຸພາສາຫວຽດນາມເຂົ້າໃນຫຼັກສູດການສຶກສາ, ສະໜັບສະໜູນການຝຶກອົບຮົມຄູອາຈານ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນ.

ພາສາຫວຽດນາມ ສາຍໃຍເຊື່ອມໂຍງຊາວຫວຽດນາມກັບຮາກເຫງົ້າຂອງຊາດ
ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີ ກ່າວຄຳປາໄສໃນພິທີ.

ຕາມທ່ານນາງ ເລ ທິ ທູ ຮັ່ງ ແລ້ວ, ພາຍຫຼັງເກືອບ 4 ປີແຫ່ງການຜັນຂະຫຍາຍ, ໂຄງການວັນເຊີດຊູພາສາຫວຽດນາມ ໄລຍະ 2023-2030 ພວມດຳເນີນໄປຕາມທິດທາງທີ່ວາງໄວ້. ແນວໃດກໍຕາມ, ການຮັກສາພາສາແມ່ຕ້ອງເລີ່ມຈາກຄວາມຕ້ອງການພາຍໃນ ແລະ ຄວາມພາກພູມໃຈຂອງແຕ່ລະຄອບຄົວ, ແຕ່ລະຊຸມຊົນ. ລັດມີບົດບາດກຳນົດທິດທາງ, ສ້າງເງື່ອນໄຂ ແລະ ຮ່ວມສະໜັບສະໜູນ, ຂະນະທີ່ຄອບຄົວຍັງເປັນສະຖານທີ່ສືບທອດພາສາຫວຽດນາມໄດ້ຢ່າງເປັນທຳມະຊາດ ແລະ ຍືນຍົງທີ່ສຸດ.

ລາຍງານຜົນການປະຕິບັດໂຄງການ, ທ່ານນາງ ຫງວຽນ ກວິ່ງ ມາຍ, ຮອງຫົວໜ້າຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ, ໃຫ້ຮູ້ວ່າ ໃນປີ 2026, ຄະນະກຳມະການໄດ້ຈັດພິທີເປີດໂຄງການດ້ວຍ 150 ຈຸດເຊື່ອມຕໍ່ຢູ່ທັງພາຍໃນ ແລະ ຕ່າງປະເທດ, ປັບປຸງການຄົ້ນຫາທູດພາສາຫວຽດນາມດ້ວຍຮູບແບບຄັດເລືອກຜ່ານເອກະສານສະໝັກ 57 ຊຸດ ຈາກ 22 ປະເທດ ແລະ ເຂດແຄວ້ນ, ສ້າງຕູ້ປຶ້ມພາສາຫວຽດນາມ 4 ຕູ້ ຢູ່ໄທ, ສິງກະໂປ ແລະ ບຣູໄນ, ພ້ອມທັງມອບປຶ້ມ ແລະ ເອກະສານເກືອບ 5.000 ຫົວ ໃຫ້ແກ່ບັນດາຊຸມຊົນ.

ທ່ານນາງ ຫງວຽນ ກວິ່ງ ມາຍ ໄດ້ຊີ້ໃຫ້ເຫັນ 3 ຜົນງານພົ້ນເດັ່ນ ຄື: ວຽກງານໃຫ້ຄຳປຶກສາ, ແນະນຳ ແລະ ປະສານງານໃນການຜັນຂະຫຍາຍມີຄວາມສອດຄ່ອງກັນຫຼາຍຂຶ້ນ; ຂະບວນການຮັກສາ ແລະ ເຜີຍແຜ່ພາສາຫວຽດນາມໄດ້ຂະຫຍາຍຈາກອາຊີ, ເອີຣົບ ໄປສູ່ອາເມລິກາເໜືອ, ຕາເວັນອອກກາງ ແລະ ອາຟຣິກາ ດ້ວຍຂໍ້ລິເລີ່ມຫຼາກຫຼາຍຈາກຊຸມຊົນ; ຂະນະທີ່ຈິດສຳນຶກ ແລະ ການມີສ່ວນຮ່ວມຂອງຄອບຄົວ, ສະມາຄົມ, ອົງການ ແລະ ຄົນຮຸ່ນໜຸ່ມ ກໍມີການປ່ຽນແປງໃນທາງບວກ.

ເຖິງຢ່າງໃດກໍຕາມ, ວຽກງານນີ້ຍັງປະເຊີນກັບຂໍ້ຈຳກັດດ້ານແຫຼ່ງກຳລັງ, ລະດັບການພັດທະນາທີ່ບໍ່ທົ່ວເຖິງກັນລະຫວ່າງບັນດາເຂດ ແລະ ຄວາມຫຍຸ້ງຍາກໃນການດຶງດູດຄົນຮຸ່ນໜຸ່ມ. ໃນໄລຍະຕໍ່ໜ້າ, ມີ 5 ໜ້າທີ່ຈຸດສຸມ ຄື ຍົກສູງຄຸນນະພາບການສະໜັບສະໜູນການສອນ ແລະ ຮຽນພາສາຫວຽດນາມ, ສົ່ງເສີມບົດບາດເຈົ້າການຂອງຊຸມຊົນ, ລະດົມແຫຼ່ງກຳລັງຈາກສັງຄົມ, ເອົາໃຈໃສ່ຄົນຮຸ່ນໜຸ່ມຫຼາຍຂຶ້ນ ແລະ ເພີ່ມທະວີວຽກງານສື່ສານ.

ບັນດາຄຳເຫັນໃນພິທີສະຫຼຸບໄດ້ສຸມໃສ່ການສ້າງມາດຕະຖານດ້ານວິຊາການ, ນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ເພີ່ມບົດບາດຂອງຊຸມຊົນ. ຜູ້ຕາງໜ້າກະຊວງສຶກສາ ແລະ ຝຶກອົບຮົມ ສະເໜີໃຫ້ປ່ຽນຈາກການສະໜັບສະໜູນແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການສອນ ແລະ ຮຽນພາສາຫວຽດນາມທີ່ຄົບຊຸດ. ໃນນັ້ນ, ສອງໜ້າທີ່ສຳຄັນແມ່ນ ການສ້າງມາດຕະຖານຫຼັກສູດໃຫ້ເປັນເອກະພາບ ແຕ່ສາມາດປັບໃຊ້ໄດ້ຢ່າງຄ່ອງຕົວ ແລະ ການຫັນສື່ການຮຽນການສອນເປັນດິຈິຕອນ, ສ້າງຄັງສື່ການຮຽນການສອນດິຈິຕອນສຳລັບນຳໃຊ້ຮ່ວມກັນ.

ທ່ານນາງ ຫງວຽນ ເຟືອງ ຮ່າ, ຮອງຫົວໜ້າຄະນະໂທລະພາບຕ່າງປະເທດ ສັງກັດສະຖານີໂທລະພາບຫວຽດນາມ, ໃຫ້ຮູ້ວ່າ ນັບແຕ່ປີ 2018 ມາເຖິງປັດຈຸບັນ, ຄະນະໄດ້ຜະລິດລາຍການສອນພາສາຫວຽດນາມຫຼາຍກວ່າ 400 ລາຍການ, ທີ່ປະສົມປະສານການຮຽນພາສາກັບວັດທະນະທຳ, ການທ່ອງທ່ຽວ ແລະ ປະສົບການຊີວິດ, ໂດຍເຜີຍແຜ່ຜ່ານແພລດຟອມດິຈິຕອນ. ທ່ານນາງຍັງສະເໜີໃຫ້ປະສານງານກັບຄະນະກຳມະການ ແລະ ບັນດາສະມາຄົມ, ອົງການ ເພື່ອສ້າງພື້ນທີ່ອອນລາຍຮ່ວມກັນ, ໃຫ້ຄູສອນພາສາຫວຽດນາມທົ່ວໂລກສາມາດແບ່ງປັນແຜນການສອນ, ບົດຮຽນ ແລະ ປະສົບການສິດສອນ.

ທ່ານ ດຣ. ຫວູ ຮວ່າຍ ນາມ, ຜູ້ຕາງໜ້າສະຖາບັນເຕັກໂນໂລຊີໄປສະນີ ແລະ ໂທລະຄົມ, ໄດ້ແນະນຳແພລດຟອມ ພາສາຫວຽດ TV ຮຸ່ນ 2.0, ເຊິ່ງນຳໃຊ້ປັນຍາປະດິດ ແລະ ເຕັກໂນໂລຊີປະມວນຜົນພາສາທຳມະຊາດ ເພື່ອປະເມີນຄວາມສາມາດດ້ານພາສາຂອງຜູ້ຮຽນ, ປັບເສັ້ນທາງການຮຽນໃຫ້ເໝາະກັບແຕ່ລະບຸກຄົນ ແລະ ປະຍຸກໃຊ້ຮູບແບບເກມເພື່ອສ້າງນິໄສການຮຽນຢ່າງສະໝ່ຳສະເໝີ.

ໃນສ່ວນຂອງບັນດາຂໍ້ລິເລີ່ມຈາກຊຸມຊົນ, ທ່ານ ຫງວຽນ ເຟືອງ ຈຸງ, ທູດພາສາຫວຽດນາມ ປີ 2026 ປະຈຳສະຫະລັດອາເມລິກາ ແລະ ທ່ານນາງ ຖຸຍ ເລ ເຊເຣລໂລ, ທູດພາສາຫວຽດນາມ ປີ 2024 ປະຈຳເຢຍລະມັນ, ໄດ້ແບ່ງປັນປະສົບການຈັດຫ້ອງຮຽນ, ກິດຈະກຳຊຸມຊົນ ແລະ ວິທີການກະຕຸ້ນຄວາມສົນໃຈຮຽນພາສາຫວຽດນາມຂອງເດັກນ້ອຍເຊື້ອສາຍຫວຽດນາມຢູ່ແຕ່ລະທ້ອງຖິ່ນ.

ທ່ານ ຫງວຽນ ຢຸຍ ແອັງ, ຜູ້ຕາງໜ້າເວທີປາໄສອະນຸລັກພາສາ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ ພ້ອມທັງເຄືອຂ່າຍສິດສອນພາສາ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ, ໄດ້ລາຍງານຜົນການເຊື່ອມໂຍງຖັນແຖວຄູອາຈານ, ການແບ່ງປັນແຜນການສອນ ແລະ ສື່ການຮຽນການສອນລະຫວ່າງບັນດາທ້ອງຖິ່ນ.

ແບ່ງປັນກ່ຽວກັບໄລຍະ 5 ປີແຫ່ງການດຳເນີນງານຂອງເວທີປາໄສອະນຸລັກພາສາ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ, ທ່ານ ເລ ຊວນ ເລິມ ໄດ້ຢືນຢັນວ່າ: “ພາສາຫວຽດນາມຕ້ອງມີຊີວິດຢູ່ໃນຄອບຄົວ, ໃນໂຮງຮຽນ ແລະ ໃນຊຸມຊົນ; ຕ້ອງປາກົດຢູ່ໃນເລື່ອງເລົ່າຂອງປູ່ຍ່າຕາຍາຍ, ສຽງເພງກ່ອມຂອງແມ່, ບົດເພງຕ່າງໆ, ບັນດາວັນບຸນເຕັດ, ບຸນໄຫວ້ພະຈັນ ແລະ ໃນຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ”.

ທ່ານນາງ ຫງວຽນ ທິ ແທງ ເຕິມ, ປະທານສະໂມສອນມໍລະດົກວັດທະນະທຳພາສາຫວຽດນາມ, ໄດ້ສະເໜີກຸ່ມວິທີແກ້ໄຂໂດຍລະດົມການມີສ່ວນຮ່ວມຂອງສັງຄົມ, ໃນນັ້ນມີ ການຖືເອົາຄອບຄົວເປັນພື້ນຖານ, ສ້າງຊຸມຊົນອະນຸລັກພາສາຫວຽດນາມ, ພັດທະນາເຄືອຂ່າຍທູດພາສາຫວຽດນາມ ແລະ ຄູອາສາສະໝັກທົ່ວໂລກ, ສ້າງຄັງສື່ການຮຽນການສອນດິຈິຕອນທີ່ແບ່ງປັນໄດ້ໃນຫຼາຍແພລດຟອມ, ຊຸກຍູ້ການນຳພາສາຫວຽດນາມເຂົ້າສູ່ໂຮງຮຽນທ້ອງຖິ່ນ ແລະ ຈັດການແຂ່ງຂັນສ້າງສັນເນື້ອໃນເປັນພາສາຫວຽດນາມ.

ໃນຖານະຜູ້ຕາງໜ້ານັກຮຽນຂອງຫຼັກສູດຝຶກອົບຮົມ, ທ່ານນາງ ເລ ບິກ ຮົ່ງ, ຊ່ຽວຊານການສຶກສາຢູ່ສະຖາບັນຄົ້ນຄວ້າການສຶກສາເພື່ອພັດທະນາທ່າແຮງມະນຸດ IPD ແລະ ຜູ້ອຳນວຍການສູນສອນພາສາຫວຽດນາມຢູ່ ສ.ເກົາຫຼີ, ໄດ້ແບ່ງປັນປະສົບການຮັກສາພາສາແມ່ພາຍໃນຄອບຄົວ ແລະ ວິທີແກ້ໄຂສະພາບການທີ່ເດັກນ້ອຍຫຼາຍຄົນສາມາດຟັງ ແລະ ເຂົ້າໃຈພາສາຫວຽດນາມ ແຕ່ກັບຕອບໂດຍໃຊ້ພາສາຂອງປະເທດທີ່ຕົນພຳນັກຢູ່.

ກ່າວສະຫຼຸບພິທີ, ທ່ານນາງ ເລ ທິ ທູ ຮັ່ງ ເນັ້ນຄວາມຈຳເປັນຂອງການສ້າງໂຄງການ ແລະ ຫຼັກສູດທີ່ສອດຄ່ອງກັບສະພາບສະເພາະຂອງແຕ່ລະທ້ອງຖິ່ນ, ເນື່ອງຈາກບັນດາຊຸມຊົນມີຄວາມຕ້ອງການ ແລະ ເງື່ອນໄຂໃນການສອນ, ການຮຽນພາສາຫວຽດນາມທີ່ແຕກຕ່າງກັນ. ທ່ານນາງສະເໜີໃຫ້ຄູອາຈານຊາວຫວຽດນາມຢູ່ຕ່າງປະເທດສົ່ງແຜນການສອນທີ່ຮຽບຮຽງຂຶ້ນເອງກັບຄືນມາພາຍໃນປະເທດ, ເພື່ອໃຫ້ຄະນະກຳມະການເປັນສູນກາງປະສານງານກັບກະຊວງສຶກສາ ແລະ ຝຶກອົບຮົມ ພ້ອມບັນດາມະຫາວິທະຍາໄລ ໃນການສ້າງຊຸດຫຼັກສູດມາດຕະຖານທີ່ເໝາະສົມກັບແຕ່ລະທ້ອງຖິ່ນ.

ພ້ອມກັນນັ້ນ, ທ່ານນາງຮອງລັດຖະມົນຕີໄດ້ຕີລາຄາສູງການຂະຫຍາຍຮູບແບບເຂົ້າເຖິງຜູ້ຮຽນຜ່ານລາຍການສື່ສານຕ່າງໆ, ໂດຍສະເພາະລາຍການສອນພາສາຫວຽດນາມທາງ VTV4, ຄຽງຄູ່ກັບການນຳໃຊ້ເຕັກໂນໂລຊີທັນສະໄໝ, ລວມທັງປັນຍາປະດິດ, ເພື່ອສະໜັບສະໜູນການສິດສອນຜ່ານລະບົບອອນລາຍ.

ໃນໂອກາດນີ້, ທ່ານນາງ ເລ ທິ ທູ ຮັ່ງ ໄດ້ມອບຫຼຽນກາລະນຶກໃຫ້ແກ່ 3 ທ່ານ ທີ່ມີຜົນງານດີເດັ່ນໃນວຽກງານອະນຸລັກ ແລະ ເຜີຍແຜ່ພາສາຫວຽດນາມໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ.

ສະເຫຼີມສະຫຼອງວັນສ້າງຕັ້ງເຄືອຂ່າຍການສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມທົ່ວໂລກ ຄົບຮອບ 5 ປີ ສະເຫຼີມສະຫຼອງວັນສ້າງຕັ້ງເຄືອຂ່າຍການສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມທົ່ວໂລກ ຄົບຮອບ 5 ປີ
ຍສໝ - ອີງຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ຝຣັ່ງ, ຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ ແລະ ບັນດາຜູ້ທີ່ມີຄວາມຈິງໃຈ ຕໍກັບວຽກງານການສອນພາສາຫວຽດ ຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ການປົກປັກຮັກສາພາສາຫວຽດ ແລະ ວັດທະນະທຳຫວຽດ ຢູ່ຕ່າງປະເທດ”, ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ຢູ່ທີ່ສູນວັດທະນະທຳຫວຽດນາມ ປະຈຳ ຝຣັ່ງ.
ເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢູ່ ຣູມານີ ເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢູ່ ຣູມານີ
ຍສໝ - ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ໄດ້ຈັດພິທີເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢ່າງເປັນທາງການ, ເຊິ່ງເປັນການເປີດສາກລະດູຮ້ອນອັນມີຄວາມໝາຍ ສາກົນ ສຳລັບຮຸ່ນເຍົາວະຊົນ ຂອງປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ ຣູມານີ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ