| ປີ 2026, ຈະສູ້ຊົນໃຫ້ບັນລຸເປົ້າໝາຍຈັດສົ່ງແຮງງານປະມານ 112.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ | |
| ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ |
ຫ້ອງຮຽນພາສາຫວຽດນາມພາກລະດູຮ້ອນ ແມ່ນກິດຈະກຳປະຈຳປີທີ່ສະມາຄົມຊາວຫວຽດນາມປະຈຳຣູມານີ ຮ່ວມກັບສະຖານເອກອັກຄະລັດຖະທູດຫວຽດນາມປະຈຳຣູມານີຈັດຂຶ້ນ, ໂດຍມີເປົ້າໝາຍປູກຝັງຈິດສຳນຶກໃຫ້ແກ່ເຍົາວະຊົນຊາວຫວຽດນາມຢູ່ຣູມານີ ໃນການອະນຸລັກ ແລະ ສົ່ງເສີມມູນເຊື້ອ, ເອກະລັກວັດທະນະທຳຂອງຊາດ, ໂດຍສະເພາະການຮັກສາພາສາຫວຽດນາມ. ນອກຈາກການຮຽນພາສາແລ້ວ, ແຜນການຮຽນ - ການສອນຍັງປະກອບມີກິດຈະກຳທັດສະນະສຶກສາເປັນໝູ່ຄະນະທີ່ໜ້າສົນໃຈ ແລະ ມ່ວນຊື່ນ.
![]() |
| ທ່ານເອກອັກຄະລັດຖະທູດ ເລ ວິງ ທັງ ກ່າວປາໄສໃນພິທີເປີດຊຸດຮຽນ. |
ກ່າວປາໄສໃນພິທີ, ທ່ານ ເລ ວິງ ທັງ, ເອກອັກຄະລັດຖະທູດຫວຽດນາມປະຈຳຣູມານີ, ໄດ້ເນັ້ນໜັກວ່າ: “ການຮັກສາ ແລະ ສົ່ງເສີມພາສາຫວຽດນາມໃນປະຊາຄົມ ບໍ່ພຽງແຕ່ເປັນການຮັກສາພາສາເທົ່ານັ້ນ, ຫາກຍັງເປັນການຮັກສາເອກະລັກ, ມູນເຊື້ອຄຸນຄ່າທາງຈິດໃຈ ແລະ ສາຍໃຍຜູກພັນອັນສັກສິດກັບບ້ານເກີດເມືອງນອນອີກດ້ວຍ”.
ທ່ານ ຟ້າມ ຢຸຍ ຮຶງ, ປະທານສະມາຄົມຊາວຫວຽດນາມປະຈຳຣູມານີ, ໃນນາມຄະນະຈັດຕັ້ງ ແລະ ບັນດາຜູ້ປົກຄອງນັກຮຽນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖານທູດ, ບັນດາສະມາຄົມ, ຄູອາຈານ, ອາສາສະໝັກ ຕະຫຼອດຮອດບຸກຄົນ ແລະ ວິສາຫະກິດທີ່ໄດ້ຮ່ວມສະໜັບສະໜູນຫ້ອງຮຽນ ທັງດ້ານວັດຖຸອຸປະກອນ, ກຳລັງແຮງ ແລະ ຈິດໃຈ, ເພື່ອສ້າງສະພາບແວດລ້ອມການຮຽນຮູ້ທີ່ມ່ວນຊື່ນ, ເປັນກັນເອງ ແລະ ມີປະໂຫຍດສຳລັບບັນດາເດັກນ້ອຍ.
| ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia ຍສໝ - ໃນລະຫວ່າງວັນທີ 5 ແລະ 6/5, ຫວຽດນາມ ໄດ້ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ (Yerevan Dialogue) 2026 ຢູ່ທີ່ນະຄອນຫຼວງ ເຢເຣວານ ຂອງ Armenia. ເວທີປຶກສາຫາລືໄດ້ເຕົ້າໂຮມບັນດານັກການເມືອງ, ນັກວິຊາການ, ຊ່ຽວຊານ ແລະ ຕົວແທນຈາກບັນດາອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ ແນໃສ່ແລກປ່ຽນກ່ຽວກັບບັນຫາຄວາມໝັ້ນຄົງ, ພູມສາດການເມືອງ, ການເຊື່ອມຕໍ່ພາກພື້ນ ... |
| ເຫດຜົນທີ່ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດຶງດູດທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ປີ 2026 ຍສໝ - ນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ສິງກະໂປ ໄດ້ອ້າງອີງຕາມໜັງສືພິມ The Strait Times ໂດຍໃຫ້ທັດສະນະວ່າ ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງອັນດັບຕົ້ນໆໃນອາຊີຕາເວັນອອກສ່ຽງໃຕ້ ສຳລັບນັກທ່ອງທ່ຽວ ສິງກະໂປ, ເຊິ່ງສະແດງອອກໂດຍຜ່ານລະດັບຄວາມສົນໃຈຢ່າງແຂງແຮງໃນບັນດາແພລັດຟອມເຄືອຂ່າຍສັງຄົມ, ກໍ່ຄືການເຕີບໂຕຢ່າງໜ້າສົນໃຈຂອງຂະແໜງທ່ອງທ່ຽວໃນຊຸມປີມໍ່ໆມານີ້. |
ແທັງຮັ່ງ
