5 ປີແຫ່ງການເຊື່ອມໂຍງການສອນພາສາຫວຽດທົ່ວໂລກ

11:36 | 23/06/2026

ຍສໝ - ວັນທີ 21 ມິຖຸນາ, ທີ່ສູນວັດທະນະທຳຫວຽດນາມປະຈຳຝຣັ່ງ, ບັນດາຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ ແລະ ຜູ້ທີ່ອຸທິດຕົນໃຫ້ວຽກງານສອນພາສາຫວຽດຫຼາຍຮ້ອຍຄົນ ໄດ້ຮ່ວມເວທີປຶກສາຫາລື “ການອະນຸລັກພາສາຫວຽດ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ”, ເນື່ອງໃນໂອກາດຄົບຮອບ 5 ປີແຫ່ງວັນສ້າງຕັ້ງເຄືອຂ່າຍການສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມທົ່ວໂລກ.

ຊາວຫວຽດນາມອາໄສຢູ່ຕ່າງປະເທດໃນຫຼາຍປະເທດ ຮ່ວມກັນສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ
ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ

ເວທີປຶກສາຫາລືຄັ້ງນີ້ຈັດຂຶ້ນໃນຮູບແບບພົບປະໂດຍກົງຄວບຄູ່ກັບທາງອອນລາຍ, ໂດຍມີຜູ້ແທນເກືອບ 50 ທ່ານຈາກບັນດາປະເທດເອີຣົບ ເຊັ່ນ ຝຣັ່ງ, ໂປໂລຍ, ຮົງກາລີ, ສາທາລະນະລັດເຊັກ, ສະວິດ, ໂຮນລັງ, ເຢຍລະມັນ, ອີຕາລີ ແລະ ອູແກຣນ ເຂົ້າຮ່ວມໂດຍກົງ, ພ້ອມດ້ວຍຜູ້ແທນອີກຫຼາຍຮ້ອຍຄົນຈາກຫວຽດນາມ ແລະ ປະເທດຕ່າງໆທົ່ວໂລກ ເຂົ້າຮ່ວມຜ່ານລະບົບອອນລາຍ.

ກິດຈະກຳນີ້ເປັນໂອກາດໃຫ້ບັນດາຄູອາຈານ, ນັກວິຊາການ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ໄດ້ພົບປະແລກປ່ຽນປະສົບການ, ແບ່ງປັນຮູບແບບການສອນ ແລະ ຮ່ວມກັນຊອກຫາມາດຕະການຍົກສູງຄຸນນະພາບການສອນພາສາຫວຽດ ໃນສະພາບການເຊື່ອມໂຍງສາກົນ ແລະ ການຫັນປ່ຽນດິຈິຕອນ.

ສະເຫຼີມສະຫຼອງວັນສ້າງຕັ້ງເຄືອຂ່າຍການສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມທົ່ວໂລກ ຄົບຮອບ 5 ປີ
ບັນດາຄູອາຈານຖືວ່າ ການຮ້ອງເພງພື້ນເມືອງກວານຫໍ້ ແມ່ນໜຶ່ງໃນວິທີການທີ່ມີປະສິດທິຜົນໃນການສິດສອນພາສາຫວຽດນາມໃຫ້ແກ່ເພື່ອນມິດຊາວຕ່າງປະເທດ. ພາບ: ຫງອກ ຮຽບ, ນັກຂ່າວສຳນັກຂ່າວສານຫວຽດນາມປະຈຳຝຣັ່ງ.

ກ່າວຄຳປາໄສທີ່ເວທີປຶກສາຫາລື, ທ່ານ ດິ້ງ ຫງວຽນ ດຶກ, ຜູ້ອຳນວຍການສູນວັດທະນະທຳຫວຽດນາມປະຈຳຝຣັ່ງ, ເນັ້ນວ່າ ພາສາຫວຽດ ແລະ ວັດທະນະທຳຫວຽດນາມແມ່ນມໍລະດົກທາງຈິດໃຈອັນລ້ຳຄ່າຂອງຊາດ. ພາສາແມ່ບໍ່ພຽງແຕ່ເປັນເຄື່ອງມືສື່ສານເທົ່ານັ້ນ, ແຕ່ຍັງເປັນສາຍໃຍທີ່ຜູກພັນຊາວຫວຽດນາມຢູ່ຕ່າງແດນກັບຄອບຄົວ, ບ້ານເກີດເມືອງນອນ ແລະ ຮາກເຫງົ້າຂອງຊາດ.

ຕາມທ່ານ ດິ້ງ ຫງວຽນ ດຶກ ແລ້ວ, ການປ່ຽນແປງໃໝ່ວິທີການສອນ ແລະ ການຂະຫຍາຍກິດຈະກຳວັດທະນະທຳແມ່ນສິ່ງຈຳເປັນ, ເພື່ອຊ່ວຍໃຫ້ຄົນຮຸ່ນໜຸ່ມທີ່ເກີດ ແລະ ເຕີບໃຫຍ່ຢູ່ຕ່າງປະເທດ ສາມາດນຳໃຊ້ພາສາຫວຽດໄດ້ດີຂຶ້ນ, ພ້ອມທັງເຂົ້າໃຈເອກະລັກທາງວັດທະນະທຳຂອງຊາດຢ່າງເລິກເຊິ່ງຍິ່ງຂຶ້ນ.

ອາຈານ ເລ ຊວນ ເລີມ, ຫົວໜ້າຄະນະຈັດຕັ້ງເວທີປຶກສາຫາລືການອະນຸລັກພາສາຫວຽດ ແລະ ວັດທະນະທຳຫວຽດນາມຢູ່ຕ່າງປະເທດ, ໃຫ້ຮູ້ວ່າ ຕະຫຼອດ 5 ປີຜ່ານມາ, ເຄືອຂ່າຍໄດ້ຮັກສາກິດຈະກຳຢ່າງສະໝ່ຳສະເໝີ ຜ່ານການພົບປະທາງອອນລາຍ, ການສົນທະນາ, ການສຳມະນາ ແລະ ກອງປະຊຸມວິຊາການ ໂດຍມີຄູອາຈານ, ຜູ້ຊ່ຽວຊານ ແລະ ນັກຄົ້ນຄວ້າຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ອາຈານ ເລ ຊວນ ເລີມ ໃຫ້ຮູ້ອີກວ່າ ສິ່ງທ້າທາຍສຳຄັນປະການໜຶ່ງແມ່ນການຊຸກຍູ້ໃຫ້ພໍ່ແມ່ເອົາໃຈໃສ່ຕໍ່ການຮຽນພາສາຫວຽດຂອງລູກຫຼານຫຼາຍຂຶ້ນ. ນອກຈາກນັ້ນ, ຂໍ້ຈຳກັດດ້ານງົບປະມານຍັງສົ່ງຜົນກະທົບຕໍ່ການຮັກສາ ແລະ ຂະຫຍາຍກິດຈະກຳຂອງເຄືອຂ່າຍ. ທ່ານຈຶ່ງຫວັງວ່າຈະໄດ້ຮັບການສະໜັບສະໜູນເພີ່ມເຕີມຈາກບັນດາອົງການທີ່ກ່ຽວຂ້ອງ ແລະ ຜູ້ຊ່ຽວຊານ, ເພື່ອໃຫ້ເຄືອຂ່າຍສາມາດພັດທະນາຕໍ່ໄປ.

ຈາກປະສົບການສອນໂດຍກົງ, ທ່ານນາງ ເລ ທິ ບິກ ເຮືອງ, ອາຈານສອນພາສາຫວຽດຢູ່ມະຫາວິທະຍາໄລ Ca' Foscari ປະເທດອີຕາລີ, ເຫັນວ່າ ການສອນພາສາຫວຽດຢູ່ຕ່າງປະເທດຍັງປະເຊີນກັບຫຼາຍຂໍ້ຫຍຸ້ງຍາກ, ເພາະຜູ້ຮຽນຂາດສະພາບແວດລ້ອມໃນການນຳໃຊ້ພາສາຫວຽດເປັນປະຈຳ ແລະ ຕ້ອງເລືອກຮຽນລະຫວ່າງພາສາຫວຽດກັບຫຼາຍພາສາຕ່າງປະເທດອື່ນ.

ຕາມທ່ານນາງ ເລ ທິ ບິກ ເຮືອງ ແລ້ວ, ການດຶງດູດຜູ້ຮຽນຈຳເປັນຕ້ອງດຳເນີນຄວບຄູ່ກັບການຖ່າຍທອດວັດທະນະທຳຫວຽດນາມ, ເພື່ອໃຫ້ຜູ້ຮຽນບໍ່ພຽງແຕ່ຮູ້ພາສາ ແຕ່ຍັງເກີດຄວາມຮັກແພງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ. ທ່ານນາງໃຫ້ຮູ້ວ່າ ນັກສຶກສາຫຼາຍຄົນ ເຖິງແມ່ນຮຽນຈົບແລ້ວ ກໍຍັງສືບຕໍ່ເຂົ້າຮ່ວມກິດຈະກຳວັດທະນະທຳຫວຽດນາມ, ສະທ້ອນໃຫ້ເຫັນວ່າ ພາສາຫວຽດສາມາດເປັນຂົວເຊື່ອມມິດຕະພາບລະຫວ່າງປະຊາຊົນບັນດາຊາດໄດ້ຢ່າງແທ້ຈິງ.

ໃນເວທີດຽວກັນ, ທ່ານນາງ ຮວ່າງ ທິ ຮົ່ງ ຮ່າ, ທູດວັດທະນະທຳພາສາຫວຽດ ປະຈຳປີ 2025, ໄດ້ຕີລາຄາສູງບົດບາດຂອງເຄືອຂ່າຍໃນການເຊື່ອມຕໍ່ບັນດາສູນ ແລະ ຫ້ອງຮຽນພາສາຫວຽດຈາກຫຼາຍປະເທດ. ທ່ານນາງເນັ້ນວ່າ ການແລກປ່ຽນປະສົບການສອນ, ແບ່ງປັນສື່ການຮຽນການສອນ ແລະ ບັນດາຂໍ້ລິເລີ່ມໃນການອະນຸລັກພາສາຫວຽດ ແມ່ນພື້ນຖານສຳຄັນທີ່ຊ່ວຍໃຫ້ຄົນຮຸ່ນໜຸ່ມຢູ່ຕ່າງແດນ ສາມາດຮັກສາພາສາແມ່ ແລະ ຄວາມຜູກພັນກັບບ້ານເກີດເມືອງນອນ.

ລາດຕະເວນຢູ່ບົນເສັ້ນຊາຍແດນ ຫວຽດນາມ - ລາວ ລາດຕະເວນຢູ່ບົນເສັ້ນຊາຍແດນ ຫວຽດນາມ - ລາວ

ຍສໝ - ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນ ຮົ່ງເວີນ, ຄະນະບັນຊາທະຫານຊາຍແດນ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ກອງຮ້ອຍປ້ອງກັນຊາຍແດນ 514, ກອງບັນຊາການທະຫານແຂວງ ສາລະວັນ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ ຢູ່ບົນຊ່ວງເສັ້ນຊາຍແດນ ຫວຽດນາມ - ລາວ ທີ່ທັງສອງກົມກອງຮັບຜິດຊອບຄຸ້ມຄອງ.

ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030 ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມຂໍ້ຕົກລົງເລກທີ 1111/QĐ-TTg ລົງວັນທີ 19 ມິຖຸນາ 2026 ຂອງທານນາຍົກລັດຖະມົນຕີ ແຫ່ງລັດຖະບານ ວ່າດ້ວຍການປະກາດໃຊ້ ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ