ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ

13:00 | 21/12/2020

ໃນວັນທີ 20 ທັນວາ 2020 ນີ້, ຢູ່ສະຖານີເກັບເງິນ ນະຄອນຫລວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທີ 1 ຂອງທາງດ່ວນນະຄອນຫລວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ.

ປະເທດລາວ ໄດ ເປ ດນຳໃຊ ເສ ນທາງດ ວນນະຄອນຫລວງວຽງຈ ນ ວ ງວຽງ ຢ າງເປ ນທາງການ ນຳສະເໜີ ແຜນຜັງລວມຕົວເມືອງ ນະຄອນຫລວງວຽງຈັນ ສະບັບທີ 3 ກວມເນື້ອທີ່ 61.600 ເຮັກຕາ
ປະເທດລາວ ໄດ ເປ ດນຳໃຊ ເສ ນທາງດ ວນນະຄອນຫລວງວຽງຈ ນ ວ ງວຽງ ຢ າງເປ ນທາງການ ກວດພົບນ້ຳມັນບໍ່ໄດ້ຄຸນນະພາບຫລາຍກ່ວາໝູ່ຢູ່ເຂດນອກຕົວເມືອງນະຄອນຫລວງວຽງຈັນ ແລະ ຕາມເສັ້ນທາງ 13 ໃຕ້

ເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູງ, ອະດີດການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງຂອງ ລາວ-ຈີນ ເຂົ້າຮ່ວມ.

ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ໄລຍະທີ 1 ໄດ້ເລີ່ມກໍ່ສ້າງແຕ່ວັນທີ 30 ທັນວາ 2018 ເປັນຕົ້ນມາ ເຊິ່ງຖືວ່າໃຊ້ເວລາກໍ່ສ້າງ 2 ປີ, ມີມູນຄ່າການກໍ່ສ້າງ 1 ຕື້ກວ່າໂດລາສະຫະລັດ, ມີລວງຍາວ 109 ກິໂລແມັດ, ກວ້າງ 23 ແມັດ ເປັນເສັ້ນທາງຄູ່ຂະໜານ, ມີ 4 ຊ່ອງທາງຈະລາຈອນ ແລະ 2 ແລວໄປ-ກັບ, ສ່ວນຄວາມໄວຢູ່ໃນລະດັບແຕ່ 80-100 ກິໂລແມັດ/ຊົ່ວໂມງ, ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ, ອຸມົງ 1 ແຫ່ງ (ເຂດພູພະນັງ), ຂົວ 45 ແຫ່ງ, ເຊິ່ງຂ້າມທາງເລກທີ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານ 23 ຈຸດ.

ປະເທດລາວ ໄດ ເປ ດນຳໃຊ ເສ ນທາງດ ວນນະຄອນຫລວງວຽງຈ ນ ວ ງວຽງ ຢ າງເປ ນທາງການ
ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ. (ພາບ: Laoedaily)

ທ່ານ ຖັງ ຊິນຊວານ ປະທານບໍລິສັດ ພັດທະນາເຂດໃໝ່ ວັງວຽງລາວ ຈຳກັດ ເປີດເຜີຍຕໍ່ນັກຂ່າວສານປະເທດລາວ ວ່າ: ໂຄງການ ຕັ້ງຢູ່ເບື້ອງຕາເວັນຕົກຂອງສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ, ກວມເນື້ອທີ່ປະມານ 7.000 ເຮັກຕາ, ຊຶ່ງໄດ້ແບ່ງເປັນ 5 ໄລຍະການກໍ່ສ້າງ, ກຳນົດ 29 ປີ ໃນມູນຄ່າທັງໝົດ 5,3 ຕື້ໂດລາສະຫະລັດ ປະກອບດ້ວຍພື້ນຖານໂຄງລ່າງທີ່ແໜ້ນໜາ, ຖະໜົນຫົນທາງທີ່ມີມາດຕະຖານ, ຂົວຂ້າມນ້ຳຊອງ 4 ແຫ່ງ, ມີແຫລ່ງທ່ອງທ່ຽວທຳມະຊາດ, ສູນການຄ້າ, ໂຮງຮຽນ, ໂຮງໝໍ, ຫໍປະຊຸມນາໆຊາດ ແລະ ວັດວາອາຮາມທີ່ເປັນເອກະລັກ. ນອກນີ້, ຍັງຈະມີຂະແໜງທຸລະກິດ ທີ່ຫລາກຫລາຍ ທີ່ມີລັກສະນະປະສົມປະສານແບບທັນສະໄໝ; ປະກອບສ່ວນເຮັດໃຫ້ເມືອງວັງວຽງ ກາຍເປັນເມືອງແຫ່ງການທ່ອງທ່ຽວທີ່ມີຊື່ສຽງຂອງລາວ ກາຍເປັນສວນຫລັງບ້ານ ຂອງນະຄອນຫລວງວຽງຈັນ, ກາຍເປັນເມືອງພັກຜ່ອນຢ່ອນໃຈຂອງສາກົນ ແລະ ກາຍເປັນເມືອງທ່ອງທ່ຽວທີ່ມີເອກະລັກສະເພາະຂອງລາວ ນຳດ້ວຍ. ສິ່ງສຳຄັນໂຄງການນີ້, ຈະພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃນອະນາຄົດ.

ປະເທດລາວ ໄດ ເປ ດນຳໃຊ ເສ ນທາງດ ວນນະຄອນຫລວງວຽງຈ ນ ວ ງວຽງ ຢ າງເປ ນທາງການ
(ພາບ: Laoedaily)

ຄຽງຄູ່ກັບການທີ່ກຳລັງຈະເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ແລະ ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ໃນຕໍ່ໜ້າຈະມີນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເມືອງວັງວຽງ ປະມານ 9 ລ້ານເທື່ອຄົນຕໍ່ປີ ເພື່ອພັກຜ່ອນກັບທຳມະຊາດທີ່ສວຍງາມ, ຊຶ່ງຈຳເປັນຕ້ອງມີສິ່ງອຳນວຍຄວາມສະດວກຕ່າງໆເພື່ອຮອງຮັບ ເຊັ່ນ: ໂຮງແຮມ, ສະຖານທີ່ພັກຜ່ອນຕ່າງໆເພື່ອເຮັດໃຫ້ແຂກມາຫລິ້ນ ມາທ່ຽວ ດ້ວຍຄວາມມ່ວນຊື່ນ, ມາພັກຜ່ອນຢ່າງສະບາຍໃຈ ແລະ ມາກິນຢ່າງມີຄວາມສຸກ. ດັ່ງນັ້ນ, ໂຄງການພັດທະນາເຂດໃໝ່ ວັງວຽງ ຈຶ່ງຈຳເປັນທີ່ຕ້ອງມີການດຳເນີນໂດຍໄວ, ຊຶ່ງມີຄວາມຕ້ອງການໃຫ້ພາກສ່ວນລັດຖະບານ ສະໜັບສະໜູນ ແລະ ຊ່ວຍເຫລືອຕາມຄວາມເໝາະສົມ.

ປະເທດລາວ ໄດ ເປ ດນຳໃຊ ເສ ນທາງດ ວນນະຄອນຫລວງວຽງຈ ນ ວ ງວຽງ ຢ າງເປ ນທາງການ ກຽມສ້າງທີ່ພັກອາໄສ ທີ່ທັນສະໄໝລາຄາປະຢັດ ຢູ່ນະຄອນຫລວງວຽງຈັນ

ບໍລິສັດ ການຢານ ກຣຸບ ​ເຊັນ​ສັນຍາກັບ ບໍລິສັດ ເວວ ແອນເອໂບ ​ໃນ​ວັນ​ທີ 20 ມັງ ກອນ 2020 ​ໂດຍ​ການ​ຮ່ວມ​ລົງ​ນາມ ລະ​ວ່າງ ທ່ານ​ ແອຣອນ ອື ຜູ້ອຳນວຍການບໍລິສັດ ການຢານ ກຣຸບ ​ແລະ ທ່ານ ເຣມ້ອນ ວ່ອງ ກໍາມະການຜູ້ອໍານວຍການຂອງ ...

ປະເທດລາວ ໄດ ເປ ດນຳໃຊ ເສ ນທາງດ ວນນະຄອນຫລວງວຽງຈ ນ ວ ງວຽງ ຢ າງເປ ນທາງການ ຫ້ອງວ່າການສນຍ ຈັດກອງປະຊຸມກ່ຽວການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະ ການນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2 ທີ່ນະຄອນຫລວງວຽງຈັນ

ໃນຕອນເຊົ້າມື້ນີ້ 29 ເມສາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ເປີດກອງປະຊຸມກ່ຽວການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະ ການນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2, ພາຍໃຕ້ການເປັນປະທານຂອງທ່ານຈະເລີນ ເຢຍປາວເຮີ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ, ແລະ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊະມຸນຕີ, ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ປະເທດລາວ ໄດ ເປ ດນຳໃຊ ເສ ນທາງດ ວນນະຄອນຫລວງວຽງຈ ນ ວ ງວຽງ ຢ າງເປ ນທາງການ ນະຄອນຫລວງວຽງຈັນ ຈັດສັບປະດາສະອາດ ຕ້ອນຮັບປີໃໝ່ລາວ

ສັບປະດາວຽງຈັນສະອາດໄດ້ເລີ່ມປະຕິບັດ ມາແຕ່ປີ 2018 ແລ້ວ ໂດຍປະຕິບັດຕາມມະຕິກອງປະຊຸມປະຈຳເດືອນ ມີນາ 2018 ຂອງອົງການປົກຄອງນະຄອນຫລວງວຽງຈັນ ໂດຍເປັນເອກະພາບຈັດຕັ້ງ ປະຕິບັດທົ່ວນະຄອນຫລວງວຽງຈັນ ຫລື ເອີ້ນຊື່ເຕັມວ່າ “ ສັບປະດາ ວຽງຈັນ ສະອາດ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.