ຫ້ອງວ່າການສນຍ ຈັດກອງປະຊຸມກ່ຽວການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະ ການນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2 ທີ່ນະຄອນຫລວງວຽງຈັນ

16:24 | 30/04/2019

ໃນຕອນເຊົ້າມື້ນີ້ 29 ເມສາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ເປີດກອງປະຊຸມກ່ຽວການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະ ການນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2, ພາຍໃຕ້ການເປັນປະທານຂອງທ່ານຈະເລີນ ເຢຍປາວເຮີ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ, ແລະ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊະມຸນຕີ, ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ຫ້ອງວ່າການສນຍ ຈັດກອງປະຊຸມກ່ຽວການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະ ການນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2 ທີ່ນະຄອນຫລວງວຽງຈັນ

ທ່ານ ສະຫວັນຄອນ ຣາຊະມຸນຕີ, ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.(ພາບ: ສີວັນໄຊ)

ບັນດາຫົວຫນ້າກົມ, ຮອງຫົວຫນ້າກົມຕ່າງໆ ຈາກຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ, ກະຊວງຖວທ, ພ້ອມດ້ວຍວິທະຍາກອນຈາກມະຫາວີທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າວັດທະນະທໍາ ແລະ ວິທະຍາສາດສງຄົມແຫ່ງຊາດແລະ ສື່ມວນຊົນຈາກສໍານັກຂ່າວຕ່າງໆ ຂອງ ສູນກາງ ແລະ ທ້ອງຖິ່ນ ກໍ່ເຂົ້າຮ່ວມເຊັ່ນດຽວກັນ. ໃນໂອກາດພິທີເປີດກອງປະຊຸມ, ທ່ານຈະເລີນ ເຢຍປາວເຮີ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ມີຄໍາເຫັນວ່າ: ການຈັດກອງປະຊຸມຄັ້ງນີ້ ເປັນການພົບປະ-ປຶກສາຫາລື ຮ່ວມກັນ ລະຫວ່າງໂຄສົກລັດຖະບານ ແລະ ພາກສ່ວນຕ່າງໆທີ່ເຮັດວຽກຕິດພັນກັບການນໍາໃຊ້ພາສາລາວ, ໂດຍສະເພາະແມ່ນສື່ມວນຊົນ, ທັງເປັນຄວາມເອົາໃຈໃສ່ໃນການຄຸ້ມຄອງຂໍ້ມູນຂ່າວສານຂອງລັດຖະບານ ຕໍ່ການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະ ການນໍາໃຊ້ຂໍ້ມູນທາງສື່ອອນລາຍ ໃຫ້ໄປໃນທິດທາງດຽວກັນ ເປັນຕົ້ນ: ການຂຽນຂ່າວ, ການກ່າວຄໍາເຫັນຕ່າງໆ, ການໃຊ້ຄໍາສັບ,ວະລີ, ແລະ ປະໂຫຍກໃຫ້ຖືກຕ້ອງຕາມຫລັກໄວຍາກອນ, ໃຫ້ມີຄວາມຫມາຍຊັດເຈນ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການນໍາໃຊ້ຂໍ້ມູນຂ່າວສານ ທາງສື່ອອນລາຍ ມີຄວາມຖືກຕ້ອງ ແລະ ເຫມາະສົມ, ທັງເກີດຜົນປະໂຫຍດຕໍ່ຕົນເອງ ແລະ ສັງຄົມຢ່າງແທ້ຈິງ ແລະ ອື່ນໆ. ໃນກອງປະຊຸມກ່ຽວການນໍາໃຊ້ພາສາລາວ, ການຄຸ້ມຄອງ ແລະ ການນໍາໃຊ້ສື່ສັງຄົມອອນລາຍຄັ້ງທີ 2 ຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮຽນຮູ້ກ່ຽວກັບຫລັກການພື້ນຖານໃນການນໍາໃຊ້ພາສາລາວ, ສະພາບຕົວຈິງໃນການນໍາໃຊ້ພາສາລາວໃນສັງຄົມປະຈຸບັນ ແລະ ທິດທາງແກ້ໄຂໃນຕໍ່ຫນ້າ, ລວມທັງທັກສະການເວົ້າ, ການຄຸ້ມຄອງ ແລະ ການນໍາໃຊ້ສື່ສັງຄົມອອນລາຍ ແລະ ການຄຸ້ມຄອງສື່ມວນຊົນໃນຍຸກ 4.0. ກອງປະຊຸມຈະດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສໍາເລັດ.

(ແຫຼ່ງ​ຂໍ້​ມູນ​: ເດດອາລຸນ ແກ້ວວິໄລ/Lao National Radio)

ເຫດການ
302 Found

Found

The document has moved here.