ນະຄອນຫລວງວຽງຈັນ ຈັດສັບປະດາສະອາດ ຕ້ອນຮັບປີໃໝ່ລາວ

15:24 | 03/04/2019

ສັບປະດາວຽງຈັນສະອາດໄດ້ເລີ່ມປະຕິບັດ ມາແຕ່ປີ 2018 ແລ້ວ ໂດຍປະຕິບັດຕາມມະຕິກອງປະຊຸມປະຈຳເດືອນ ມີນາ 2018 ຂອງອົງການປົກຄອງນະຄອນຫລວງວຽງຈັນ ໂດຍເປັນເອກະພາບຈັດຕັ້ງ ປະຕິບັດທົ່ວນະຄອນຫລວງວຽງຈັນ ຫລື ເອີ້ນຊື່ເຕັມວ່າ “ ສັບປະດາ ວຽງຈັນ ສະອາດ”.

ນະຄອນຫລວງວຽງຈັນ ຈັດສັບປະດາສະອາດ ຕ້ອນຮັບປີໃໝ່ລາວ

ນະຄອນຫລວງວຽງຈັນ ຈັດສັບປະດາສະອາດ ຕ້ອນຮັບປີໃໝ່ລາວ. ພາບ: ຂປລ

ໃນໂອກາດ ສະເຫລີມ ສະຫລອງ ບຸນປີໃໝ່ລາວ ພສ 2562 ນະຄອນ ຫລວງວຽງຈັນ ໄດ້ຈັດງານ ສັບປະດາ ວຽງຈັນ ສະອາດ ໂດຍໄດ້ ກຳນົດ ເອົາວັນທີ 1-7 ເມສາ ຂອງທຸກໆປີ ເພື່ອເປັນ ການຕ້ອນ ຮັບປີໃໝ່ລາວ ທັງເປັນ ການປະ ຕິບັດ ປີທ່ອງ ທ່ຽວລາວ ແລະ ສ້າງໃຫ້ ນະຄອນ ຫລວງວຽງຈັນ ເປັນຕົວເມືອງ ທີ່ໜ້າຢູ່. ສັບປະດາ ວຽງຈັນ ສະອາດ ໄດ້ເລີ່ມ ປະຕິບັດ ມາແຕ່ປີ 2018 ແລ້ວ ໂດຍປະ ຕິບັດ ຕາມມະຕິ ກອງປະຊຸມ ປະຈຳເດືອນ ມີນາ 2018 ຄັ້ງວັນທີ 15-16 ມີນາ 2018 ຂອງອົງການ ປົກຄອງ ນະຄອນ ຫລວງວຽງຈັນ ໂດຍເປັນ ເອກະພາບ ຈັດຕັ້ງ ປະຕິບັດ ທົ່ວນະຄອນ ຫລວງວຽງຈັນ ຫລື ເອີ້ນຊື່ເຕັມວ່າ “ ສັບປະດາ ວຽງຈັນ ສະອາດ”.

ສະນັ້ນ ເພື່ອເຮັດໃຫ້ ນະຄອນ ຫລວງວຽງຈັນ ຂອງພວກເຮົາ ມີຄວາມສະ ອາດງາມຕາ, ໜ້າຢູ່, ໜ້າຊົມ ແລະ ເປັນທີ່ ເອກອ້າງ ຕໍ່ແຂກ ຕ່າງດ້າວ ທ້າວຕ່າງແດນ ກໍຂໍເຊີນຊວນ ໃຫ້ທຸກ ພາກສ່ວນ ໃນນະຄອນ ຫລວງວຽງຈັນ ເຂົ້າຮ່ວມ ຂະບວນການ ສັບປະດາ ວຽງຈັນ ສະອາດ ຢ່າງເປັນ ເຈົ້າການ ດ້ວຍການ ຮ່ວມມືກັນ ເຮັດອະນາໄມ ຄວາມສະອາດ ໃນຂອບເຂດ ບ້ານເຮືອນແລະ ສຳນັກງານ ອົງການ ຂອງຕົນ ກ່ອນການ ສະເຫລີມ ສະຫລອງ ບຸນປີໃຫມ່ລາວ ເພື່ອຄວາມ ສະອາດ ສວຍງາມ ແລະ ຄວາມເປັນ ສີລິມຸງ ຄຸນ ເຊິ່ງກິດຈະກຳ ດັ່ງກ່າວ ແມ່ນນອນໃນ 8 ສະອາດ ຕາມອົງການ ປົກຄອງ ໄດ້ກຳນົດໄວ້ຄື: ຖະໜົນຫົນ ທາງສະອາດ, ຄອງຮ່ອງ ນໍ້າສະ ອາດ, ເຄຫາ ສະຖານ ສະອາດ, ພາຫະນະ ສະອາດ, ສາທາລະ ນຸປະໂພກ ສະອາດ, ໂຮງຈັກ ໂຮງງານ ສະອາດ, ການບໍລິໂພກ ອາຫານສະອາດ, ນໍ້າ ແລະ ອາຫານ ສະອາດ.

ໃນ 8 ກິດຈະກຳນີ້ ແມ່ນທຸກຄົນ, ທຸກຄອບຄົວ ໃນບ້ານ ແຕ່ລະເມືອງ ແຕ່ລະ ສຳນັກງານ ຕ້ອງໄດ້ ເປັນເຈົ້າ ການແກ້ໄຂ ເພື່ອເຮັດໃຫ້ ນະຄອນ ຫລວງວຽງຈັນ ມີໂສມໜ້າໃໝ່ ທີ່ສະອາດ ຈົບງາມ ສົມກັບ ຄຳຂວັນ 5 ຮ່ວມທີ່ ນະຄອນ ຫລວງວຽງຈັນ ວາງອອກຄື: ຮ່ວມຢູ່, ຮ່ວມປົກປັກ ຮັກສາ, ຮ່ວມພັດທະນາ, ຮ່ວມແກ້ໄຂ ບັນຫາ ແລະ ຮ່ວມກ້າວ ໄປສູ່ ຄວາມຈະເລີນ ວັດຖະນາ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.