ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ

08:34 | 28/01/2021

ຍສໝ - ກະຊວງສາທາລະນະສຸກລາວ ໄດ້ຮັບຢາວັກຊີນ Sputnik V ຈຳນວນ 1,000 ປະລິມານໂດຍຜ່ານກອງທຶນການລົງທືນໂດຍກົງຂອງສະຫະພັນຣັດເຊຍ, ເຊິ່ງເປັນການໃຫ້ຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ເປັນຄັ້ງທຳອິດໃນຊຸດຢາວັກຊີນຈຳນວນສອງລ້ານປະລິມານ ທີ່ລັດຖະບານສອງປະເທດໄດ້ຕົກລົງ.

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2020

ຕາມໜັງສືພິມ Pathetlao ຂອງສຳນັກຂ່າວສານປະເທດລາວ ໃນວັນທີ 25 ມັງກອນນີ້, ໃນການມອບໂອນວັກຊີນປ້ອງກັນ ແລະ ຕ້ານ COVID-19, ທ່ານເອກອັກຄະລັດຖະທູດຣັດເຊຍປະຈຳ.ລາວ Vladimir A. Kalinin ໄດ້ກ່າວວ່າ ວັກຊີນ Sputnik V ແມ່ນວັກຊີນທີ່ລົງທະບຽນເປັນທຳອິດໃນໂລກ, ມີປະສິດທິຜົນເຖິງ 91,4% ແລະ 100% ສຳລັບກໍລະນີຮ້າຍແຮງ, ຜະລິດໂດຍສູນແຫ່ງຊາດສຸຂາພິບານ ແລະ ຈຸນລະຊີວິນແຫ່ງຊາດຣັດເຊຍ, ເຊິ່ງເປັນໜຶ່ງໃນບັນດາສູນຄົ້ນຄ້ວາຊັ້ນນຳຂອງໂລກ.

ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ
ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ. (ພາບປະກອບ: nhandan.com.vn)

ໃນປະຈຸບັນ, ປະຊາຊົນຊາວຣັດເຊຍປະມານ 1 ລ້ານຄົນ ໄດ້ຮັບການສັກຢາວັກຊີນ Sputnik V. ຫລາຍກວ່າ 50 ປະເທດໄດ້ສັ່ງຊື້ວັກຊີນປ້ອງກັນ ແລະ ຕ້ານ COVID-19 ຂອງຣັດເຊັຍສູງເຖິງປະມານ 1,2 ລ້ານປະລິມານ, ໃນນັ້ນມີບັນດາປະເທດໃນຂົງເຂດອາຊຽນ, ເຊັ່ນ: ຫວຽດນາມ, ອິນໂດເນເຊັຍ, ມາເລເຊັຍ, ຟີລິບປິນ.

ທ່ານເອກອັກຄະລັດຖະທູດ Vladimir A. Kalinin ປະກາດວ່າ ປະເທດລັດເຊຍ ແລະ ປະເທດລາວໄດ້ຕົກລົງເຫັນດີເປັນເອກະພາບ ໃນການສະໜອງວັກຊີນ Sputnik V ດ້ວຍຈຳນວນສອງລ້ານປະລິມານ ໃຫ້ແກ່ປະເທດລາວ, ສະນັ້ນໃນໄລຍະຈະມາເຖິງ, ພົນລະເມືອງສປປ.ລາວປະມານ 25% ຈະໄດ້ຮັບການສັກຢາປ້ອງກັນ ແລະ ຕ້ານການລະບາດ COVID-19 ຂອງລັດເຊຍ.

ທີ່ພິທີ, ຜູ້ຕາງໜ້າກະຊວງສາທາລະນະສຸກ ສປປ.ລາວ ໄດ້ສະແດງຄວາມຂອບອົກຂອບໃຈລັດຖະບານລັດເຊຍທີ່ໄດ້ຊ່ວຍເຫຼືອປະເທດລາວ; ຢັ້ງຢືນຄວາມໄວ້ວາງໃຈ ແລະ ຈະນຳໃຊ້ວັກຊີນເຫລົ່ານີ້ ສຳລັບເປົ້າໝາຍທີ່ມີຄວາມສ່ຽງສູງ, ເຊັ່ນ: ພະນັກງານແພດ, ພະນັກງານທີ່ປະຕິບັດໜ້າທີ່ຢູ່ປະຕູຊາຍແດນ, ສູນແຍກອອກຫ່າງ, ຜູ້ເຖົ້າ ແລະ ກຸ່ມອື່ນໆທີ່ມີຄວາມສ່ຽງສູງ; ຫວັງວ່າລັດຖະບານຣັດເຊຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອວັກຊີນໃຫ້ແກ່ປະເທດລາວ ພາຍໃຕ້ຂໍ້ຕົກລົງທີ່ສອງຝ່າຍໄດ້ຕົກລົງກັນໄວ້.

ກ່ອນໜ້ານັ້ນ, ກະຊວງສາທາລະນະສຸກລາວ, ທະນາຄານໂລກ (WB), ອົງການອະນາໄມໂລກ (WHO) ແລະ ກອງທຶນເດັກນ້ອຍສະຫະປະຊາຊາດ (UNICEF) ໄດ້ຮ່ວມມືກັນປະເມີນຄວາມຕ້ອງການງົບປະມານເພື່ອສັ່ງ ແລະ ສັກຢາວັກຊີນສຳລັບແຕ່ລະໂດຍສະເລ່ຍປະມານ 18 ໂດລາ, ຖ້າສັກໃສ່ໃຫ້ແກ່ພົນລະເມືອງລາວທັງໝົດ ຈະຕ້ອງໃຊ້ງົບປະມານປະມານ 100 ລ້ານໂດລາສະຫະລັດ.

ການທົດລອງວັກຊີນ ປ້ອງກັນ ແລະ ຕ້ານ COVID-19 ຢູ່ຫວຽດນາມ

ຫວຽດນາມໄດ້ທົດສອບວັກຊີນ ປ້ອງກັນ ແລະ ຕ້ານ COVID-19 ຢ່າງເປັນທາງການ ໃນວັນທີ 10 ທັນວາ ດ້ວຍແຜນທີ່ເສັ້ນທາງການທົດສອບເບື້ອງຕົ້ນ ສຳຫຼັບຜູ້ອາສາສະໝັກ ປະມານ 20 ຄົນ.

ພະຍາດ COVID -19: ນຳສົ່ງພົນລະເມືອງຫວຽດນາມ ຈາກປະເທດເຢຍລະມັນ ແລະ ໂຮງລັງ ກັບຄືນບ້ານ

ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 48.411.300 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.230.099 ຄົນ

ອາເມລິກາ ຍັງຄົງແມ່ນປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.798.764 ຄົນ, ໃນນັ້ນມີຜູ້ເສຍຊີວິດ 239.810 ຄົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.