ການທົດລອງວັກຊີນ ປ້ອງກັນ ແລະ ຕ້ານ COVID-19 ຢູ່ຫວຽດນາມ

11:12 | 08/12/2020

ຫວຽດນາມໄດ້ທົດສອບວັກຊີນ ປ້ອງກັນ ແລະ ຕ້ານ COVID-19 ຢ່າງເປັນທາງການ ໃນວັນທີ 10 ທັນວາ ດ້ວຍແຜນທີ່ເສັ້ນທາງການທົດສອບເບື້ອງຕົ້ນ ສຳຫຼັບຜູ້ອາສາສະໝັກ ປະມານ 20 ຄົນ.

ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19
ພະຍາດ COVID -19: ນຳສົ່ງພົນລະເມືອງຫວຽດນາມ ຈາກປະເທດເຢຍລະມັນ ແລະ ໂຮງລັງ ກັບຄືນບ້ານ

ວັກຊິນໄດ້ທົດລອງໃນຄັ້ງນີ້ ໂດຍບໍລິສັດ Nanogen ຜະລິດ, ປະຈຸບັນໄດ້ສຳເລັດບັນດາການຕີລາຄາ, ທົດລອງໃສ່ສັດ ແລະ ບັນລຸໄດ້ມາດຖານ ຈຶ່ງທົດລອງໃສ່ຄົນ.

ຫວຽດນາມ ຈະທົດລອງໄລຍະ 1 ວັກຊິນ COVID-19 ນັບແຕ່ວັນທີ 10 ທັນວາ ເປັນຕົ້ນໄປ. ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກມາທີ່ກອງປະຊຸມຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ກັບບັນດາຫົວໜ່ວຍ, ບໍລິສັດຜະລິດວັກຊິນ COVID-19 ຢູ່ ຫວຽດນາມ, ດຳເນີນໃນວັນທີ 05 ທັນວາ ຢູ່ຮ່າໂນ້ຍ.

ການທົດລອງວັກຊີນ ປ້ອງກັນ ແລະ ຕ້ານ COVID-19 ຢູ່ຫວຽດນາມ
ການທົດລອງວັກຊີນ ປ້ອງກັນ ແລະ ຕ້ານ COVID-19 ຢູ່ຫວຽດນາມ. (ພາບ: nhandan.com.vn)

ວັກຊິນໄດ້ທົດລອງໃນຄັ້ງນີ້ ໂດຍບໍລິສັດ Nanogen ຜະລິດ, ປະຈຸບັນໄດ້ສຳເລັດບັນດາການຕີລາຄາ, ທົດລອງໃສ່ສັດ ແລະ ບັນລຸໄດ້ມາດຖານ ເພື່ອທົດລອງໃສ່ຄົນ. ຄາດວ່າ ຈະມີຜູ້ສະໝັກໃຈທີ່ມີສຸຂະພາບແຂງແຮງ 20 ຄົນໄດ້ສັກຢາ ດ້ວຍວັກຊິນດັ່ງກ່າວ ນັບແຕ່ວັນທີ 10 ທັນວາ ຈະມາເຖິງ. ວິທະຍາຄານເສນາຮັກຈະຈັດຕັ້ງການສັກຢາທົດລອງໃນຄັ້ງນີ້.

ຫຼັງຈາກການທົດສອບເປັນເວລາ 3 ເດືອນ ສຳຫຼັບກຸ່ມຄົນນ້ອຍໆ, ວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈະໄດ້ທົດສອບໃນປະມານ 400 ຄົນ.

ຜູ້ຕາງໜ້າກະຊວງສາທາລະນະສຸກ ໄດ້ຢືນຢັນວ່າ ສະພາຈັນຍາບັນຂອງກະຊວງສາທາລະນະສຸກ ຈະພິຈາລະນາຢ່າງລະມັດລະວັງ ແລະ ຕັດສິນໃຈອະນຸຍາດ ໃຫ້ມີບາດກ້າວທີ່ສຳຄັນໃນການທົດສອບວັກຊີນສຳຫຼັບມະນຸດ.

ອີງຕາມຜູ້ຊ່ຽວຊານ, ຜູ້ທີ່ໄດ້ຄັດເລືອກ ສຳລັບການທົດລອງວັກຊີນ COVID-19 ແມ່ນໄດ້ຄັດເລືອກຢ່າງລະມັດລະວັງ. ພວກເຂົາເປັນບັນດາຜູ້ອາສາສະໝັກ ທີ່ມີສຸຂະພາບແຂງແຮງ, ບໍ່ມີພະຍາດເບື້ອງຕົ້ນ, ບໍ່ມີປະຫວັດທາງການແພດ.

ບັນດາບຸກຄົນເຫຼົ່ານີ້ໄດ້ຄົ້ນຄວ້າຢ່າງລະມັດລະວັງກ່ ຽວກັບປະຫວັດສຸຂະພາບ, ສະພາວະການອາການແພ້ (ກັບຢາ, ອາຫານ...) ເພາະວ່າ ປັດໄຈພູມຕ້ານທານນີ້ ມີຄວາມກ່ຽວຂ້ອງຢ່າງຫຼວງຫຼາຍ ຕໍ່ການຕອບສະໜອງພາຍຫຼັງການສັກຢາ.

ຫວຽດນາມ ໄດ້ມອບຜ້າບັງປາກຈຳນວນ 30.000 ແຜ່ນ ເພື່ອສະໜັບສະໜູນ ປະເທດລາວ ປ້ອງກັນ ແລະ ຕ້ານ COVID-19

ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຢູ່ສຳນັກງານໃຫຍ່ ຄະນະກຳມະການພົວພັນຕ່າງປະເທດສູນກາງພັກກອມມູນິດລາວ ນະຄອນຫຼວງວຽງຈັນ, ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ທ່ານ ຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ມອບ 30.000 ແຜ່ນຜ້າບັງປາກທາງການແພດ ໃຫ້ແກ່ທ່ານນາງ ​ສູນ​ທອນ ​ໄຊ​ຍະ​ຈັກ - ຫົວໜ້າຄະນະການພົວພັນຕ່າງປະເທດສູນກາງພັກ ສປປ.ລາວ.

ລາວ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ

ລາວ ແລະ ຣັດເຊຍ ກະກຽມການທົດລອງ ວັກຊີນ Covid-19 Sputnik V ໃນຂັ້ນຕອນທີສາມ ໂດຍຣັດເຊຍຜະລິດ.

HUFO, ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ປະເທດສິງກະໂປເພື່ອ ປ້ອງກັນ ແລະ ຕ້ານການລະບາດ ຂອງພະຍາດ COVID-19

ຍສໝ - ໃນຕອນບ່າຍຂອງວັນທີ 10 ມິຖຸນາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ແລະ ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ຢູ່ນະຄອນໂຮ່ຈີມິນໄດ້ມອບຜ້າອັດປາກ 10.000 ອັນ, ເຄື່ອງນຸ່ງປ້ອງກັນທາງການແພດ 100 ຊຸດ ແລະ ນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ ໃຫ້ແກ່ປະເທດສິງກະໂປ ເພື່ອຕໍ່ສູ້ຕ້ານກັບ COVID-19.

ເຫດການ
302 Found

Found

The document has moved here.