ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

07:17 | 30/04/2026

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2026), ໃນຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ ແລະ ຈຸດທູບ, ອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.

ການນຳພັກ, ລັດ ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ
ວັນປົດປ່ອຍພາກໃຕ້ (30 ເມສາ): ວັນແຫ່ງໄຊຊະນະອັນສົມບູນ – ຈຸດຢືນທາງດ້ານຈິດໃຈໃຫ້ແກ່ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ
ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ບັນດາຜູ້ນຳພັກ, ລັດ ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ - ຮູບ: VGP/ເຍີດ ບັກ

ເຂົ້າຮ່ວມພິທີຢ້ຽມຂໍ່ານັບ ມີບັນດາສະຫາຍກົມການເມືອງ: ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ; ປະທານສະພາແຫ່ງຊາດ ເຈີ່ນແທັງເມີນ; ນາຍົກລັດຖະມົນຕີ ເລມິງຮຶງ; ຜູ້ປະຈຳການຄະນະເລຂາທິການ ເຈີ່ນເກິ໋ມຕູ້; ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ບຸຍທິມິງຮວ່າຍ.

ອະດີດເລຂາທິການໃຫຍ່ ນົງດຶກແມ້ງ; ອະດີດປະທານສະພາແຫ່ງຊາດ: ຫງວຽນຊິງຮຸ່ງ, ຫງວຽນທິກິມເງິນ; ອະດີດນາຍົກລັດຖະມົນຕີ ຟາມມິງຈິງ; ອະດີດຜູ້ປະຈຳການຄະນະເລຂາທິການ ເຈີ່ນກວກວື້ອງ, ພ້ອມດ້ວຍບັນດາສະຫາຍກົມການເມືອງ, ເລຂາທິການສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ຜູ້ນຳພັກ, ລັດ ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ເຂົ້າຮ່ວມພິທີຢ້ຽມຂໍ່ານັບ.

ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຕໍ່ໜ້າດວງວິນຍານອັນສັກສິດຂອງ ປະທານ ໂຮ່ຈີມິນ, ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງຫາທີ່ປຽບບໍ່ໄດ້, ດ້ວຍຄວາມເຄົາລົບຮັກເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພິ່ນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດພວກເຮົາ - ຮູບ: VGP/ເຍີດບັກ

ຕໍ່ໜ້າດວງວິນຍານອັນສັກສິດຂອງ ປະທານ ໂຮ່ຈີມິນ, ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງຫາທີ່ປຽບບໍ່ໄດ້, ດ້ວຍຄວາມເຄົາລົບຮັກເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພິ່ນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດພວກເຮົາ. ເພິ່ນໄດ້ອຸທິດໝົດຊີວິດເພື່ອປະຊາຊົນ, ເພື່ອປະເທດຊາດ, ຊີ້ນຳນຳພາພັກເຮົາ, ປະຊາຊົນເຮົາ ສ້າງໄດ້ບັນດາໄຊຊະນະອັນສະຫງ່າລາສີ. ພວງມາລາຂອງຄະນະມີແຖບຕົວອັກສອນຂຽນວ່າ: "ຈົດຈຳບຸນຄຸນ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຕະຫຼອດກາລະນານ".

ປະຫວັດສາດຂອງຊາດຈະຈົດຈຳໄວ້ຕະຫຼອດກາລະນານ ໃນຊ່ວງເວລາ 11 ໂມງ 30 ນາທີ ຂອງວັນທີ 30 ເມສາ 1975 ໃນເວລາທີ່ທຸງປະຕິວັດໄດ້ປິວສະໄງຢູ່ເທິງຍອດທຳນຽບເອກະລາດ - ເປັນຂີດໝາຍແຫ່ງການປົດປ່ອຍພາກໃຕ້ຢ່າງສົມບູນ, ຜືນແຜ່ນດິນຫວຽດນາມໄດ້ທ້ອນໂຮມເປັນເອກະພາບແຕ່ເໜືອຮອດໃຕ້.

ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຄະນະຜູ້ແທນຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ - ຮູບ: VGP/ເຍີດບັກ

ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຄະນະຜູ້ແທນຄະນະພັກປ້ອງກັນຄວາມສະຫງົບສູນກາງ - ກະຊວງປ້ອງກັນຄວາມສະຫງົບ ເຂົ້າວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ - ຮູບ: VGP/ເຍີດບັກ

ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ເຂົ້າວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ - ຮູບ: VGP/ເຍີດບັກ

ຫຼັງຈາກນັ້ນ, ບັນດາຄະນະຜູ້ແທນຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ; ຄະນະພັກປ້ອງກັນຄວາມສະຫງົບສູນກາງ - ກະຊວງປ້ອງກັນຄວາມສະຫງົບ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ... ກໍໄດ້ເຂົ້າວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ.

ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຄະນະຜູ້ແທນຜູ້ນຳພັກ, ລັດ ເຂົ້າວາງພວງມາລາ, ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ - ຮູບ: VGP/ເຍີດບັກ

ຕໍ່ຈາກນັ້ນ, ຄະນະຜູ້ແທນຜູ້ນຳພັກ, ລັດ ໄດ້ເຂົ້າວາງພວງມາລາ, ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.

51 ປີ ພາຍຫຼັງວັນປົດປ່ອຍ, ພາຍໃຕ້ທຸງປະຕິວັດອັນສະຫງ່າລາສີ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບພວກເຮົາ ໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກ້າວໄປເຖິງການຍາດໄດ້ໄຊຊະນະອັນໃຫຍ່ຫຼວງເທື່ອລະກ້າວ ໃນຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ເມື່ອທົບທວນຄືນບັນດາໄລຍະປະຫວັດສາດອັນອົງອາດກ້າຫານຂອງຊາດ ພ້ອມກັບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ສະໄໝທີ 2026-2031, ພວກເຮົາຍິ່ງມີຄວາມໝັ້ນທ່ຽງ, ມີຄວາມພາກພູມໃຈ ເພື່ອສືບຕໍ່ສູ້ຊົນສ້າງໃຫ້ໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມກວ່າເກົ່າ, ພາໃຫ້ປະເທດຊາດນັບມື້ນັບພັດທະນາ, ເຊື່ອມໂຍງ; ຕົກລົງໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມ ໃຫ້ມີຄວາມໝັ້ນຄົງ, ນຳພາປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດແຫ່ງການບຸກທະລຸຂອງຊາດ.

ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຄະນະຜູ້ແທນຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ - ຮູບ: VGP/ເຍີດບັກ

ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຄະນະຜູ້ແທນຄະນະພັກປ້ອງກັນຄວາມສະຫງົບສູນກາງ - ກະຊວງປ້ອງກັນຄວາມສະຫງົບ ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ - ຮູບ: VGP/ເຍີດບັກ

ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ - ຮູບ: VGP/ເຍີດ ບັກ

ທ່າມກາງບັນຍາກາດອັນສະຫງ່າລາສີ, ບັນດາສະຫາຍຜູ້ນຳພັກ, ລັດ ໄດ້ສະແດງຄວາມລະນຶກເຖິງບັນດາບຸດຮັກທີ່ດີເດັ່ນຂອງຊາດ ຜູ້ທີ່ບໍ່ຂີ້ຖີ່ເລືອດເນື້ອ, ຕໍ່ສູ້ຢ່າງອົງອາດກ້າຫານ, ເສຍສະຫຼະຊີວິດເພື່ອຄວາມເປັນເອກະລາດ, ອິດສະລະພາບຂອງປະເທດຊາດ, ເພື່ອຄວາມສຸກຂອງປະຊາຊົນ. ພວງມາລາຂອງຄະນະມີແຖບຕົວອັກສອນຂຽນວ່າ: "ຈົດຈຳບຸນຄຸນບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຕະຫຼອດກາລະນານ".

ໃນຕອນເຊົ້າຂອງວັນດຽວກັນ, ບັນດາຄະນະຜູ້ແທນຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ; ຄະນະພັກປ້ອງກັນຄວາມສະຫງົບສູນກາງ - ກະຊວງປ້ອງກັນຄວາມສະຫງົບ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ... ກໍໄດ້ເຂົ້າຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.

ສຳນັກຂ່າວສານປະເທດລາວ ເນັ້ນໜັກເຖິງຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ສຳນັກຂ່າວສານປະເທດລາວ ເນັ້ນໜັກເຖິງຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.

ຍສໝ -​ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ...

ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975 / 30 ເມສາ 2025) ລະດັບຊາດ ໂດຍ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະນະຄອນ ໂຮ່ຈີມິນ ຈັດຕັ້ງໃນວັນທີ 30 ເມສາ ທີ່ເສັ້ນທາງ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ