ປະເທດລາວ ພະຍາຍາມແກ້ໄຂບັນຫາພະຍາດອາຊີບ ແລະ ການປ້ອງກັນອຸປະຕິເຫດ

12:09 | 20/03/2021

ໃນປະເທດລາວ ແຕ່ລະປີໄດ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ຫລາຍພໍສົມຄວນ, ແຕ່ຍັງບໍ່ມີລະບົບ ການລາຍງານ ຢ່າງເປັນລະບົບ, ບໍ່ມີຖານຂໍ້ມູນ, ບໍ່ມີລະບົບຂໍ້ມູນຂ່າວສານ ແລະ ລະບົບການເກັບກໍາ.

ປະເທດລາວ ພະຍາຍາມແກ ໄຂບ ນຫາພະຍາດອາຊ ບ ແລະ ການປ ອງກ ນອ ປະຕ ເຫດ ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ປະເທດລາວ ພະຍາຍາມແກ ໄຂບ ນຫາພະຍາດອາຊ ບ ແລະ ການປ ອງກ ນອ ປະຕ ເຫດ ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7

ພ້ອມນີ້, ການລາຍງານ ການປ້ອງກັນກໍ່ຍັງບໍ່ໄດ້ດີ ເປັນຕົ້ນແມ່ນ ຍັງມີຫລາຍຫົວ ໜ່ວຍແຮງງານ ບໍ່ນຳເອົາຜູ້ອອກແຮງງານ ໄປກວດສຸຂະພາບປະຈຳປີ ເຮັດໃຫ້ຜູ້ອອກແຮງງານ ມີຄວາມສ່ຽງສູງ ທີ່ຈະເກີດພະຍາດອາຊີບ ຈາກການເຮັດວຽກ ແລະ ການປ້ອງກັນອຸປະຕິເຫດຕ່າງໆ ກໍຍັງຢູ່ໃນລະດັບ ທີ່ບໍ່ມີຄວາມປອດໄພ. ໄລຍະຜ່ານມາມີຜູ້ໄດ້ຮັບ ເຄາະຮ້າຍທັງໝົດ 170 ຄົນ, ໃນນັ້ນເສຍອົງຄະ 31 ຄົນ ແລະ ເສຍຊີວິດ 20 ຄົນ.

ປະເທດລາວ ພະຍາຍາມແກ ໄຂບ ນຫາພະຍາດອາຊ ບ ແລະ ການປ ອງກ ນອ ປະຕ ເຫດ
ປະເທດລາວ ພະຍາຍາມແກ້ໄຂບັນຫາພະຍາດອາຊີບ ແລະ ການປ້ອງກັນອຸປະຕິເຫດ. (ພາບ: KPL)

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວໃນກອງປະຊຸມ ຄະນະຊີ້ນຳໂຄງການ ຄວາມປອດໄພ ແລະ ສຸຂະພາບແຮງງານ ໃນຕ່ອງໂສ້ການຜະລິດ ຢູ່ສປປ ລາວ ເມື່ອບໍ່ດົນມານີ້ ທີ່ໂຮງແຮມລາວພລາຊາ ວ່າ: ການມີຄວາມປອດໄພ ແລະ ມີສຸຂະພາບທີ່ດີ ຂອງຜູ້ອອກແຮງງານ ແມ່ນຄວາມຈຳເປັນ ທີ່ລັດຖະບານ ແລະ ຜູ້ໃຊ້ແຮງງານ ຫລື ຜູ້ລົງທຶນຕ້ອງໄດ້ຄຳນຶງ ເຖິງເອົາໃຈໃສ່ ບໍ່ດັ່ງນັ້ນອຸປະຕິ ເຫດແຮງງານ ແລະ ພະຍາດອາຊີບ ຈະສ້າງຄວາມເສຍຫາຍ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ບໍ່ໜ້ອຍ. ສະນັ້ນ, ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແມ່ນກິດຈະກຳຮ່ວມ ລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໃນການຮັບປະກັນ ດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ໃນສະຖານທີ່ເຮັດວຽກ.

ປະເທດລາວ ພະຍາຍາມແກ ໄຂບ ນຫາພະຍາດອາຊ ບ ແລະ ການປ ອງກ ນອ ປະຕ ເຫດ
ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. (ພາບ: KPL)

ທ່ານ ປະເດີມພອນ ສົນທະນີ ກ່າວຕື່ມວ່າ: ໂຄງການຄວາມປອດໄພ ແລະ ສຸຂະພາບແຮງງານ ໃນຕ່ອງໂສ້ການຜະລິດ ເປັນໂຄງການທຳອິດຕໍ່ກັບ ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານຂອງລາວ ທີ່ໄດ້ຮັບການສະໝັບສະໝູນ ຈາກໂຄງການກອງທຶນ ວິຊັນເຊໂລຟັ້ນ (Vision Zero Fund Project) ເປັນກອງທຶນລວມ ໂດຍມີຫລາຍພາກສ່ວນ ທີ່ມີການປະກອບເງິນ ເຂົ້າກອງທຶນຈາກພາກລັດ ແລະ ເອກະຊົນ. ປັດຈຸບັນກອງທຶນດັ່ງກ່າວ, ໄດ້ສະໜອງທຶນ ໃຫ້ປະຕິບັດໂຄງການຢູ່ 7 ປະເທດ ຄື: ມຽນມາ, ມາດາກາດສະກ້າ, ເອທີໂອເປຍ, ສປປ ລາວ, ຕູນີເຊຍ ໂຄລົມເບຍ ແລະ ແມັກຊິໂກ, ເຊິ່ງເປັນທຶນ ສະໜັບສະໝູນ ກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານ ໃນຕ່ອງໂສ້ການຜະລິດ ໂດຍຈະລົງເລິກ ໃນສອງຂະແໜງການ ບູລິມະສິດ ເຊັ່ນ: ຂະແໜງອຸດສາຫະກໍາຕັດຫຍິບ ແລະ ຂະແໜງກາເຟ, ເຊິ່ງເປັນຂະແໜງທີ່ມີ ການສົ່ງສິນຄ້າ ອອກໄປຂາຍຢູ່ ຕ່າງປະເທດເປັນສ່ວນຫລາຍ ເນື່ອງຈາກວ່າປະເທດທີ່ຮັບຊື້ສິນຄ້າ ແມ່ນໃຫ້ຄວາມສຳຄັນຫລາຍ ຕໍ່ວຽກງານແຮງງານ ໂດຍສະເພາະ ຕໍ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ, ປັດຈຸບັນ ດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ກໍໄດ້ຖືກຮັບຮອງ ຈາກລັດຖະບານ ແລະ ໄດ້ມີການສ້າງຕັ້ງ ຄະນະກໍາມະການ ຄວາມປອດໄພ ແລະ ສຸຂະພາບແຮງງານ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.

ປະເທດລາວ ພະຍາຍາມແກ ໄຂບ ນຫາພະຍາດອາຊ ບ ແລະ ການປ ອງກ ນອ ປະຕ ເຫດ ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ

ໃນວັນທີ 20 ທັນວາ 2020 ນີ້, ຢູ່ສະຖານີເກັບເງິນ ນະຄອນຫລວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທີ 1 ຂອງທາງດ່ວນນະຄອນຫລວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ.

ປະເທດລາວ ພະຍາຍາມແກ ໄຂບ ນຫາພະຍາດອາຊ ບ ແລະ ການປ ອງກ ນອ ປະຕ ເຫດ ປະເທດລາວ: ສູນອິນເຕີເນັດແຫ່ງຊາດ ກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0

ສູນ​ອິນ​ເຕີ​ເນັດ ​ແຫ່ງ​ຊາດ (ສອຊ) ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ ສານ (ປທສ) ​ໄດ້​ຈັດ​ກອງ​ປະຊຸມສຳ​ມະ​ນາ ກະກຽມຄວາມ​ພ້ອມ​ເຂົ້າ​ສູ່​ ເສດຖະກິດ​ດິຈິ​ຕອນ ​ແລະ ອຸດສາ ຫະກຳ 4.0 ​​ຂຶ້ນ​ໃນ​ວັນ​ທີ 17 ທັນວາ 2020, ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ບຸນ​ສະ​ເຫລີ​ມ​ໄຊ ​ເຄນ​ນາ​ວົງ ຮອງ​ລັດຖະມົນຕີ​ ກະຊວງໄປສະນີ, ...

ປະເທດລາວ ພະຍາຍາມແກ ໄຂບ ນຫາພະຍາດອາຊ ບ ແລະ ການປ ອງກ ນອ ປະຕ ເຫດ ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ

ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ​ນີ້, ເຊິ່ງກະ​ແສ​ໄຟຟ້າ ທີ່ຜະລິດໄດ້ທັງ​ໝົດ 54 MW (3x18 MW), ຈະສົ່ງ​ຂາຍໃຫ້ ປະ​ເທດຫວຽດນາມ.

kpl.gov.la

ເຫດການ
302 Found

Found

The document has moved here.