ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19

06:30 | 19/04/2020

ຍສໝ - ອາຊຽນຈະສືບຕໍ່ຮ່ວມມືເພື່ອແນໃສ່ຮັບປະກັນການສະໜອງສະບຽງອາຫານຢ່າງຄົບຖ້ວນ, ມີຄຸນນະພາບ, ປອດໄພ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໃນພາກພື້ນ ແລະ ພາຍຫຼັງເກີດໂລກລະບາດ Covid - 19.

ອາ ຊຽນ ໃຫ ຄຳ ໝ ນ ສ ນ ຍາ ຮ ບ ປະ ກ ນຄວາມ ໝ ນ ຄ ງດ ານ ສະ ບຽງ ອ າ ຫານ ໃນໄລ ຍະ ເກ ດ ໂລກ ລະ ບາດ covid 19 ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ
ອາ ຊຽນ ໃຫ ຄຳ ໝ ນ ສ ນ ຍາ ຮ ບ ປະ ກ ນຄວາມ ໝ ນ ຄ ງດ ານ ສະ ບຽງ ອ າ ຫານ ໃນໄລ ຍະ ເກ ດ ໂລກ ລະ ບາດ covid 19 ສື່​ມວນ​ຊົນ​ເຢຍ​ລະ​ມັນ​ຕີ​ລາ​ຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19
ອາ ຊຽນ ໃຫ ຄຳ ໝ ນ ສ ນ ຍາ ຮ ບ ປະ ກ ນຄວາມ ໝ ນ ຄ ງດ ານ ສະ ບຽງ ອ າ ຫານ ໃນໄລ ຍະ ເກ ດ ໂລກ ລະ ບາດ covid 19
ພາບປະກອບ

ກອງປະຊຸມລັດຖະມົນຕີກະສິກຳ, ປ່າໄມ້ ອາຊຽນ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນຜັນຂະຫຍາຍການປະຕິບັດບັນດາມາດຕະການ, ໂຄງການ ແລະ ລາຍການທີ່ຈຳເປັນຢູ່ໃນລະດັບຊາດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານສະບຽງອາຫານໃນຕໍ່ໜ້າໃຫ້ແກ່ປະຊາຊົນ, ພິເສດແມ່ນກຸ່ມຄົນທີ່ມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມ.

ພ້ອມທັງກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຊຸກຍູ້ບັນດາໂຄງການໜູນຊ່ວຍສັງຄົມໃຫ້ແກ່ຊາວກະສິກອນທີ່ຜະລິດດ້ວຍຂອບຂະໜາດນ້ອຍ, ບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງເພື່ອແນໃສ່ເພີ່ມທະວີປະລິມານສະບຽງອາຫານ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນພາກພື້ນ.

ໃນສະພາບການໂລກພະຍາດໂຄວິດ-19 ພວມແຜ່ລະບາດສູ່ທົ່ວໂລກ, ນາບຂູ່ເຖິງຊີວິດການເປັນຢູ່ ແລະສຸຂະພາບຂອງປະຊາຊົນ ແລະແມ່ນສິ່ງທ້າທາຍໃຫຍ່ຕໍ່ກັບຂະແໜງສາທາລະນະສຸກໃນທົ່ວໂລກ, ກອງປະຊຸມສຸດຍອດສະໄໝພິເສດອາຊຽນ ແລະກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ+3 ກ່ຽວກັບການຮັບມືກັບໂລກພະຍາດໂຄວິດ-19 ແມ່ນບັນດາເຫດການໄດ້ຮັບການຈັດຕັ້ງຢ່າງທັນການ ແລະມີຄວາມໝາຍອັນໃຫຍ່ຫຼວງ.

ບັນດາກິດຈະກຳນີ້ກໍ່ສະແດງໃຫ້ເຫັນຫວຽດນາມ ໄດ້ເສີມຂະຫຍາຍບົດບາດຕັ້ງໜ້າ, ເປັນເຈົ້າການຂອງປະທານອາຊຽນ 2020, ພ້ອມທັງປະກອບສ່ວນຍົກສູງຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ, ຊຸກຍູ້ຄວາມສາມັກຄີ, ເຫັນດີເປັນເອກະພາບໃນອາຊຽນ, ຍູ້ແຮງການສຳຜັດສັງລວມ, ຄົບຊຸດ, ລະຫວ່າງຂະແໜງ ການ, ລະຫວ່າງເສົາຄ້ຳຂອງທົ່ວປະຊາຄົມອາຊຽນ ກໍຄືຮ່ວມມືກັບບັນດາຄູ່ຮ່ວມມືໃນການຄວບຄຸມ, ສະກັດກັ້ນ, ຫຼຸດຜ່ອນຜົນກະທົບກ່ຽວກັບເສດຖະກິດ-ສັງຄົມຂອງໂລກພະຍາດ, ອາຊຽນ ສືບຕໍ່ຮັກສາທ່າຮ່ວມມື, ຮ່ວມສຳພັນ, ນຳອາຊຽນ ຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນີ້.

ໄລ່ຮອດເວລາ 8 ໂມງ 00 ນາທີ ໃນວັນທີ 18 ເມສາ, ຍອດຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ໃນທົ່ວໂລກແມ່ນກ່ວາ 2.250.000 ຄົນ, ໃນນັ້ນ ມີ 154.241 ຄົນເສຍຊີວິດ. ປັດຈຸບັນ, ໂລກລະບາດໄດ້ແຜ່ລະບາດອອກສູ່ 210 ປະເທດ ແລະ ເຂດແຄວ້ນ. ຈຳນວນຜູ້ປົວຫາຍດີເປັນປົກກະຕິແມ່ນ 571.577 ຄົນ.

ອາເມລິກາ ຍັງແມ່ນຈຸດໃຈກາງໂລກລະບາດຂອງໂລກ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 710.000 ຄົນ ແລະ ມີຜູ້ເສຍຊີວິດກ່ວາ 37.000 ຄົນ. ຖັດຈາກ ອາເມລິກາ ແມ່ນ ແອັດສະປາຍ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 191.000 ຄົນ ແລະ ຜູ້ເສຍຊີວິດກ່ວາ 20.000 ຄົນ, ອີຕາລີ ມີຜູ້ຕິດເຊື້ອເກືອບ 172.500 ຄົນ ແລະ ມີຜູ້ເສຍຊີວິດກ່ວາ 22.700 ຄົນ, ຝຣັ່ງ ມີຜູ້ຕິດເຊື້ອ 148.000 ຄົນ ແລະ ມີຜູ້ເສຍຊີວິດເກືອບ 18.700 ຄົນ ແລະ ເຢຍລະມັນ ມີຜູ້ຕິດເຊື້ອເກືອບ 141.400 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 4.300 ຄົນ.

ອາ ຊຽນ ໃຫ ຄຳ ໝ ນ ສ ນ ຍາ ຮ ບ ປະ ກ ນຄວາມ ໝ ນ ຄ ງດ ານ ສະ ບຽງ ອ າ ຫານ ໃນໄລ ຍະ ເກ ດ ໂລກ ລະ ບາດ covid 19 ວົງການນັກຊ່ຽວຊານ ແລະ ສື່ມວນຊົນສາກົນຕີລາຄາສູງຮູບແບບຕ້ານໂລກລະບາດເພື່ອບໍ່ໃຫ້ຜູ້ໃດຕົກ ຢູ່ ທາງຫຼັງຂອງຫວຽດນາມ

ຍສໝ - “ຫວຽດນາມ ຍາມໃດກໍ່ເປັນເຈົ້າການ ໃນການແຍກຫ່າງໃນສັງຄົມ ເພື່ອສະກັດກັ້ນໂລກລະບາດໂດຍໄວ” ແລະ ນີ້ກໍ່ແມ່ນທິດທາງເຊິ່ງຫວຽດນາມ ໄດ້ປະຕິບັດ ເພື່ອຮັບມືກັບໂລກລະບາດໂຄວິດ-19, ນີ້ແມ່ນ ການຕີລາຄາຂອງ Sputnik, ລັດເຊຍ.

ອາ ຊຽນ ໃຫ ຄຳ ໝ ນ ສ ນ ຍາ ຮ ບ ປະ ກ ນຄວາມ ໝ ນ ຄ ງດ ານ ສະ ບຽງ ອ າ ຫານ ໃນໄລ ຍະ ເກ ດ ໂລກ ລະ ບາດ covid 19 ເຈົ້າຄອງນະຄອນ Leipzig ສົ່ງຄຳຂອບໃຈເຖິງບັນດາຄູ່ຮ່ວມມືຫວຽດນາມ

ຍສໝ - ໂຮງໝໍ St.Georg ໃນນະຄອນ Leipzig, ປະເທດເຢຍລະມັນ ໄດ້ຮັບອຸປະກອນການແພດລວມມີ ຜ້າອັດປາກ-ດັງ 10.000 ອັນ, ຊຸດປ້ອງກັນການຕິດເຊື້ອພະຍາດ 1.000 ຊຸດພ້ອມກັບແວ່ນຕາ, ຖົງມື... ຈາກໂຮງໝໍທະຫານ 175, ທ່ານ Burkhard Jung ເຈົ້າຄອງນະຄອນ Leipzig ໄດ້ສົ່ງຄໍາຂອບໃຈໄປຍັງຫວຽດນາມ.

ອາ ຊຽນ ໃຫ ຄຳ ໝ ນ ສ ນ ຍາ ຮ ບ ປະ ກ ນຄວາມ ໝ ນ ຄ ງດ ານ ສະ ບຽງ ອ າ ຫານ ໃນໄລ ຍະ ເກ ດ ໂລກ ລະ ບາດ covid 19 ສື່​ມວນ​ຊົນ​ເຢຍ​ລະ​ມັນ​ຕີ​ລາ​ຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

ຍສໝ - ສື່ມວນຊົນເຢຍລະມັນແລະເອີລົບໄດ້ລົງຂ່າວ, ຕີລາຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ໄຊພອນ

ເຫດການ
302 Found

Found

The document has moved here.