ນະຄອນໂຮ່ຈີມິນ ສສ.ຫວຽດນາມ ຍູ້ແຮງການຮ່ວມມືກັບ ນະຄອນ Daegu ສ.ເກົາຫຼີ

11:03 | 16/09/2020

ຍສໝ -  ນະຄອນໂຮ່ຈີມິນ ກໍ່ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນ Daegu ໃນບັນດາຂົງເຂດທີ່ Daegu ມີທ່າແຮງ ແລະນະຄອນມີຄວາມເອົາໃຈໃສ່ລົງທຶນພັດທະນາ ເປັນຕົ້ນຄື: ການກໍາຈັດນໍ້າ, ການທ່ອງທ່ຽວ...

ນະຄອນໂຮ ຈ ມ ນ ສສ ຫວຽດນາມ ຍ ແຮງການຮ ວມມ ກ ບ ນະຄອນ daegu ສ ເກ າຫ ນັກຮຽນຮ່າໂນ້ຍ ຕື່ນເຕັ້ນແຕ້ມພາບ “ຫວຽດນາມ-ກູບາ ແຫ່ງນ້ຳໃຈສາມັກຄີ”
ນະຄອນໂຮ ຈ ມ ນ ສສ ຫວຽດນາມ ຍ ແຮງການຮ ວມມ ກ ບ ນະຄອນ daegu ສ ເກ າຫ ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ

ໃນຕອນບ່າຍຂອງວັນທີ 14 ກັນຍາ 2020, ທ່ານ ຫງວຽນແທ່ງຟອງ ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ມີການເຮັດວຽກທາງໄກກັບທ່ານ Kwon Young Jin, ເຈົ້າຄອງນະຄອນ Daegu ຂອງ ສ.ເກົາຫຼີ ເພື່ອແລກປ່ຽນທິດທາງຊຸກຍູ້ການພົວພັນລະຫວ່າງສອງທ້ອງຖິ່ນ.

ນະຄອນໂຮ ຈ ມ ນ ສສ ຫວຽດນາມ ຍ ແຮງການຮ ວມມ ກ ບ ນະຄອນ daegu ສ ເກ າຫ
ບັນຍາກາດທີ່ການເຮັດວຽກທາງໄກ ລະຫວ່າງ ການນໍານະຄອນໂຮ່ຈີມິນ ແລະ ການນໍານະຄອນ Daegu. ພາບ: TTXVN

ທ່ານ ຫງວຽນແທ່ງຟອງ ຫວັງວ່າໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ຈະໄດ້ຮັບການຮ່ວມມື, ແບ່ງປັນບົດຮຽນຈາກນະຄອນ Daegu ໃນບັນດາໂຄງການກໍ່ສ້າງຕົວເມືອງອັດສະລິຍະ...

ທີ່ການເຮັດວຽກ, ທ່ານ Kwon Young Jin ຢັ້ງຢືນວ່າ ນະຄອນ Daegu ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ປາດຖະໜາຢາກປະກອບສ່ວນ, ໜູນຊ່ວຍວິວັດການກໍ່ສ້າງຕົວເມືອງອັດສະລິຍະຂອງນະຄອນໂຮ່ຈີມິນ.

ໃນການເຮັດວຽກທາງໄກກັບການນໍາແຂວງ Aichi ປະເທດ ຍີ່ປຸ່ນ ທີ່ດໍາເນີນໃນວັນທີ 14 ກັນຍາ 2020, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່ານະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະຍູ້ແຮງການແລກປ່ຽນ, ເຈລະຈາລະຫວ່າງຂັ້ນຕ່າງໆກັບແຂວງ Aichi ເພື່ອຮັກສາ, ປັບປຸງສາຍພົວພັນລະຫວ່າງສອງທ້ອງຖິ່ນທ່ານ Ohmura Hideaki...

ສ່ວນ ທ່ານ Ohmura Hideaki ເຈົ້າແຂວງໆ Aichi ໄດ້ຕີລາຄາສູງບັນດາໝາກຜົນທີ່ຕັ້ງໜ້າຂອງນະຄອນໂຮ່ຈີມິນ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ອໍານວຍຄວາມສະດວກເພື່ອໃຫ້ສອງທ້ອງຖິ່ນສືບຕໍ່ຮ່ວມມື, ຊຸກຍູ້ການພົວພັນພາຍຫຼັງຄວບຄຸມເຊື້ອພະຍາດໂຄວິດ-19 ໄດ້.

ນະຄອນໂຮ ຈ ມ ນ ສສ ຫວຽດນາມ ຍ ແຮງການຮ ວມມ ກ ບ ນະຄອນ daegu ສ ເກ າຫ ໜູນຊ່ວຍວັດຖຸໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນປະເທດເພື່ອນມິດລາວ ທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19

ຍສໝ - ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ, ອໍານາດການປົກຄອງ ແລະປະຊາຊົນເມືອງອາເລື໊ອຍ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກໍາລັງປະກອບອາວຸດ ແລະປະຊາຊົນບັນດາບ້ານທີ່ຢູ່ຕິດກັບຊາຍແດນລາວ ຈັດກິດຈະກໍາຕ່າງໆເພື່ອໜູນຊ່ວຍສະບຽງອາຫານ, ອຸປະກອນການແພດ, ພິເສດແມ່ນໃນໄລຍະປ້ອງກັນ, ຕ້ານພະຍາດໂຄວິດ-19.

ນະຄອນໂຮ ຈ ມ ນ ສສ ຫວຽດນາມ ຍ ແຮງການຮ ວມມ ກ ບ ນະຄອນ daegu ສ ເກ າຫ ນັກຊ່ຽວຊານສາກົນ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາພາກພື້ນ

ຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020, ໄດ້ນໍາພາອາຊຽນໃຫ້ບຸລິມະສິດແຖວໜ້າຖືກຕ້ອງກັບການຮັບມືກັບພະຍາດໂຄວິດ-19. ນອກຈາກການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລ້ວ, ອາຊຽນ ໂດຍຫວຽດນາມ ນໍາພາຍັງໄດ້ເອົາໃຈໃສ່ຕໍ່ການຮ່ວມມືພັດທະນາເສດຖະກິດ-ການຄ້າ.

ນະຄອນໂຮ ຈ ມ ນ ສສ ຫວຽດນາມ ຍ ແຮງການຮ ວມມ ກ ບ ນະຄອນ daegu ສ ເກ າຫ ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 29.4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 932.395 ຄົນ

ອາເມລິກາສືບຕໍ່ແມ່ນປະເທດຖືກ ຜົນກະທົບຢ່າງແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ ເກືອບ 6,75 ລ້ານຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.