ນັກຊ່ຽວຊານສາກົນ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາພາກພື້ນ

16:38 | 15/09/2020

ຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020, ໄດ້ນໍາພາອາຊຽນໃຫ້ບຸລິມະສິດແຖວໜ້າຖືກຕ້ອງກັບການຮັບມືກັບພະຍາດໂຄວິດ-19. ນອກຈາກການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລ້ວ, ອາຊຽນ ໂດຍຫວຽດນາມ ນໍາພາຍັງໄດ້ເອົາໃຈໃສ່ຕໍ່ການຮ່ວມມືພັດທະນາເສດຖະກິດ-ການຄ້າ.

ນ ກຊ ຽວຊານສາກ ນ ຕ ລາຄາສ ງບ ດບາດນ າພາຂອງຫວຽດນາມ ໃນການແກ ໄຂບ ນດາບ ນຫາພາກພ ນ ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 29.4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 932.395 ຄົນ
ນ ກຊ ຽວຊານສາກ ນ ຕ ລາຄາສ ງບ ດບາດນ າພາຂອງຫວຽດນາມ ໃນການແກ ໄຂບ ນດາບ ນຫາພາກພ ນ ນັກຮຽນຮ່າໂນ້ຍ ຕື່ນເຕັ້ນແຕ້ມພາບ “ຫວຽດນາມ-ກູບາ ແຫ່ງນ້ຳໃຈສາມັກຄີ”
ນ ກຊ ຽວຊານສາກ ນ ຕ ລາຄາສ ງບ ດບາດນ າພາຂອງຫວຽດນາມ ໃນການແກ ໄຂບ ນດາບ ນຫາພາກພ ນ
ທ່ານ ປອ Balaz Szanto ສັງກັດພາກວິຊາການພົວພັນສາກົນ, ມະຫາວິທະຍາໄລ Webster ໄທ. ພາບ: TTXVN.

ໝາກຜົນອັນສຳຄັນທີ່ສຸດຂອງ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງນັ້ນແມ່ນ ບົດບາດບໍລິຫານ “ທີ່ໜ້າຊື່ນຊົມ” ຂອງ ຫວຽດນາມ. ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ໄດ້ຕີລາຄາສູງບົດບາດນຳພາທີ່ດີເດັ່ນຂອງ ຫວຽດນາມ ໃນຖານະເປັນປະທານ ອາຊຽນ ປີ 2020. ຕາມທ່ານແລ້ວ, ເລື່ອງຢັ້ງຢືນໄດ້ບົດບາດເປັນໃຈກາງ ແມ່ນ “ປັດໄຈສຳຄັນທີ່ສຸດ” ສຳລັບ ອາຊຽນ ແລະ ຫວຽດນາມ ເຊິ່ງໄດ້ເສີມຂະຫຍາຍບົດບາດເປັນໃຈກາງຢ່າງແທ້ຈິງ ຂອງ ອາຊຽນ ໃນບັນດາກອງປະຊຸມດັ່ງກ່າວ.

ທ່ານ Alexander Ivanov ເອກອັກຄະລັດຖະທູດ ລັດເຊຍປະຈຳ ອາຊຽນ ຖືວ່າ ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນໃນຈຸດເວລາທີ່ປະສົບຄວາມຫຍຸ້ງຍາກທີ່ສຸດຍ້ອນໂລກລະບາດ Covid – 19. ຕາມນັກການທູດລັດເຊຍແລ້ວ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ຂັ້ນສູງ ອາຊີຕາເວັນອອກ (EAS) ຄັ້ງທີ 10 ແມ່ນບາດກ້າວສຳຄັນເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊີຕາເວັນອອກ - ໂດຍເປັນສະຖານທີ່ ທີ່ການນຳບັນດາປະເທດ ປຶກສາຫາລືກ່ຽວກັບບັນດາບັນຫາສະຖານະການຂອງພາກພື້ນ ອາຊີ - ປາຊີຟິກ.

ນ ກຊ ຽວຊານສາກ ນ ຕ ລາຄາສ ງບ ດບາດນ າພາຂອງຫວຽດນາມ ໃນການແກ ໄຂບ ນດາບ ນຫາພາກພ ນ
ທ່ານ Konstantin Kosachev, ປະທານກໍາມາທິການການຕ່າງປະເທດສະພາສູງລັດເຊຍ ທີ່ການພົບປະກັບທ່ານ ໂງດຶກແມ້ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລັດເຊຍ. ພາບ: TTXVN.

ຕາມທ່ານ ປອ Balaz Szanto ສັງກັດພາກວິຊາການພົວພັນສາກົນ, ມະຫາວິທະຍາໄລ Webster ໄທ ແລ້ວ, ຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020, ໄດ້ນໍາພາອາຊຽນໃຫ້ບຸລິມະສິດແຖວໜ້າຖືກຕ້ອງກັບການຮັບມືກັບພະຍາດໂຄວິດ-19. ນອກຈາກການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລ້ວ, ອາຊຽນ ໂດຍຫວຽດນາມ ນໍາພາຍັງໄດ້ເອົາໃຈໃສ່ຕໍ່ການຮ່ວມມືພັດທະນາເສດຖະກິດ-ການຄ້າ. ຫວຽດນາມ ກໍາລັງຮັກສາບົດບາດສໍາຄັນທີ່ສຸດດ້ວຍຖານະແມ່ນໜຶ່ງໃນບັນດາຝ່າຍທີ່ອອກຖະແຫຼ່ງອະທິປະໄຕຢູ່ທະເລຕາເວັນອອກ. ຜ່ານການດໍາລົງບົດບາດນໍາພາອາຊຽນ, ຫວຽດນາມ ມີເງື່ອນໄຂຊຸກຍູ້ການສ້າງສຽງເວົ້າລວມຢ່າງແຮງກວ່າ, ເຊິ່ງເປັນສິ່ງທີ່ກຸ່ມນີ້ບໍ່ມີໃນຊຸມປີຜ່ານມາ.

ນອກຈາກນັ້ນ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາອາຊຽນ ຄັ້ງທີ 41 (AIPA 41) ທີ່ດໍາເນີນໃນລະຫວ່າງວັນທີ 8-10 ກັນຍາ ໄດ້ປະສົບຜົນສໍາເລັດຢ່າງຈົບງາມພາຍໃຕ້ການບໍລິຫານຂອງຫວຽດນາມ ດ້ວຍຖານະເປັນປະທານ AIPA 41. ທ່ານ Konstantin Kosachev, ປະທານກໍາມາທິການການຕ່າງປະເທດສະພາສູງລັດເຊຍ ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບປະກັນການເຄື່ອນໄຫວຢ່າງລຽນຕິດຂອງອົງການນີ້ໃນສະພາບພະຍາດໂຄວິດ-19 ພວມແຜ່ລະບາດໃນທົ່ວໂລກ. ພ້ອມທັງ ເນັ້ນໜັກວ່າ ຫວຽດນາມ ພວມສະແດງໃຫ້ເຫັນການເປັນເຈົ້າການ, ຕັ້ງໜ້າໃນການຊຸກຍູ້ການເຈລະຈາລະຫວ່າງລັດຖະສະພາຫຼາຍຝ່າຍ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນໍາໜ້າທີ່ພັດທະນາການຮ່ວມມືລະຫວ່າງລັດຖະສະພາສາກົນ, ສວມບົດບາດທີ່ພົ້ນເດັ່ນໃນສະມັດຊາໃຫຍ່ລັດຖະສະພາສາກົນ ແລະບັນດາເວທີປາໄສສາກົນອື່ນອີກ.

ນ ກຊ ຽວຊານສາກ ນ ຕ ລາຄາສ ງບ ດບາດນ າພາຂອງຫວຽດນາມ ໃນການແກ ໄຂບ ນດາບ ນຫາພາກພ ນ ແຂວງແຄງຮ່ວາ, ດັກລັກ, ບິ່ງເຢືອງ ໄດ້ມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ໃນການປັບແປງຕົກແຕ່ງຕົວເມືອງ

ຍສໝ - ໃນໄລຍະທີ່ຜ່ານມາ, ຜ່ານບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການແລກປ່ຽນຄະນະຜູ້ແທນ, ການສະໜັບສະໜູນ ດ້ານການສຶກສາ, ຍຸຕິທຳ, ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງບັນດາແຂວງ ແຄງຮ່ວາ, ດັກລັກ, ບິ່ງເຢືອງ ແລະ ບັນດາທ້ອງຖິ່ນຕ່າງໆຂອງລາວນັບມື້ນັບ ໄດ້ຮັບການປັບປຸງ ແລະ ພັດທະນາ, ຕອບສະໜອງຄວາມຕ້ອງການຕົວຈິງຂອງທັງສອງຝ່າຍ.

ນ ກຊ ຽວຊານສາກ ນ ຕ ລາຄາສ ງບ ດບາດນ າພາຂອງຫວຽດນາມ ໃນການແກ ໄຂບ ນດາບ ນຫາພາກພ ນ ໝວກກຸບ ຂອງຫວຽດນາມ ໃນງານບຸນວັດທະນາທຳຫຼາຍປະເທດຢູ່ເຢຍລະມັນສ້າງຄວາມປະທັບໃຈໃຫ້ເພື່ອນມິດສາກົນ

ຍສໝ - ທ່ານນາງ Martina Wild - ຮອງເຈົ້າຄອງນະຄອນ ທັງເປັນຜູ້ຮັບຜິດຊອບດ້ານການອົບພະຍົບຂອງນະຄອນ Augsburg ມີຄວາມປະທັບໃຈເປັນພິເສດຕໍ່ຜະລິດຕະພັນໝວກກຸບ ຂອງຫວຽດນາມ.

ນ ກຊ ຽວຊານສາກ ນ ຕ ລາຄາສ ງບ ດບາດນ າພາຂອງຫວຽດນາມ ໃນການແກ ໄຂບ ນດາບ ນຫາພາກພ ນ ຕັດສິນໃຈຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ຄວາມສະຫງົບ, ເປັນກາງ ແລະ ຄວາມໝັ້ນຄົງ

ຍສໝ - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກຈັດຂຶ້ນທາງອອນລາຍແຕ່ວັນທີ 9 – 12 ກັນຍາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງລວມມີກອງປະຊຸມລັດຖະມົນຕີ 19 ຄັ້ງ, ບັນດາລັດຖະມົນຕີໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານ 42 ສະບັບ.

ໄຊພອນ

ເຫດການ
302 Found

Found

The document has moved here.