| ມື້ນີ້ ຈັດຂຶ້ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ |
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII, ອາຍຸການ 2026-2031 ຈຳນວນ 97 ຊະມາຊິກ; ຄະນະປະຈຳ ຈຳນວນ 22 ຊະມາຊິກ; ຄະນະນຳປະຈຳ ປະກອບມີປະທານ ແລະ ຮອງປະທານ 3 ທ່ານ; ຄະນະກວດກາ ຈຳນວນ 5 ຊະມາຊິກ.
![]() |
| ທ່ານນາງ ບຸ່ຍທິມິງຮວ່າຍ, ກຳມະການກົມການເມືອງ, ເລຂາສູນກາງພັກ, ເລຂາຄະນະພັກແນວໂຮມແຫ່ງຊາດ ແລະ ບັນດາອົງການມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ມອບຊໍ່ດອກໄມ້ອວຍພອນຄະນະບໍລິຫານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII, ອາຍຸການ 2026-2031. |
ທ່ານ ຟານແອັງເຊີນ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI, ໄດ້ຮັບຄວາມໄວ້ວາງໃຈເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII.
ບັນດາຮອງປະທານ ປະກອບມີ: ທ່ານ ຫງວຽນຫງອກຮຸ່ງ, ຮອງເລຂາ, ປະທານຄະນະກວດກາຄະນະພັກ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI; ທ່ານ ດົ່ງຮຸຍເກືອງ, ກຳມະການຄະນະປະຈຳຄະນະພັກ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI; ທ່ານນາງ ຫງວຽນທິທູຢາງ, ກຳມະການຄະນະປະຈຳຄະນະພັກ, ກຳມະການຄະນະປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VI, ຫົວໜ້າຫ້ອງການສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ຄະນະກວດກາ ປະກອບມີ: ທ່ານ ຫງວຽນຫງອກຮຸ່ງ; ທ່ານນາງ ໂດ້ທິກິມຢຸງ, ກຳມະການຄະນະປະຈຳ ຊຸດທີ VII, ຮອງປະທານຄະນະກວດກາຄະນະພັກ, ຮັກສາການຫົວໜ້າຄະນະປະສານງານການຊ່ວຍເຫຼືອປະຊາຊົນ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານນາງ ຮ່າແທງ, ກຳມະການຄະນະປະຈຳ ຊຸດທີ VII, ປະທານສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ; ທ່ານ ໂຮ່ກວາງເລີ້ຍ, ກຳມະການຄະນະບໍລິຫານ ຊຸດທີ VII, ປະທານສະມາຄົມມິດຕະພາບ ຫວຽດນາມ - ໂຣມານີ; ທ່ານນາງ ຫງວຽນທິຮັ່ງ, ກຳມະການຄະນະບໍລິຫານຄະນະພັກ, ຮອງຫົວໜ້າຫ້ອງການສະຫະພັນບັນດາອົງການມິດຕະພາບຫວຽດນາມ. ທ່ານ ຫງວຽນຫງອກຮຸ່ງ ໄດ້ຮັບເລືອກເປັນຫົວໜ້າຄະນະກວດກາ.
ກ່າວຄຳປາໄສຮັບໜ້າທີ່, ທ່ານ ຟານແອັງເຊີນ ໄດ້ຂອບໃຈກອງປະຊຸມໃຫຍ່ທີ່ໄດ້ໄວ້ວາງໃຈເລືອກບັນດາສະມາຊິກເຂົ້າຮ່ວມຄະນະບໍລິຫານ, ຄະນະປະຈຳ ແລະ ຄະນະນຳສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031. ທ່ານຢືນຢັນວ່າ ນີ້ແມ່ນກຽດອັນສູງສົ່ງ, ພ້ອມກັນນັ້ນ ກໍແມ່ນພາລະຮັບຜິດຊອບອັນໜັກໜ່ວງ ໃນສະພາບການທີ່ປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໃນນັ້ນ ບົດບາດຂອງວຽກງານຕ່າງປະເທດ ແລະ ການຕ່າງປະເທດປະຊາຊົນ ຖືກກຳນົດວ່າເປັນວຽກງານສຳຄັນຍິ່ງ, ເປັນປະຈຳ, ດ້ວຍຄວາມຮຽກຮ້ອງທີ່ສູງຂຶ້ນນັບມື້, ໃໝ່ ແລະ ຫຍຸ້ງຍາກຍິ່ງຂຶ້ນ.
ຕາມທ່ານ ຟານແອັງເຊີນ, ຄະນະບໍລິຫານ, ຄະນະປະຈຳ ແລະ ຄະນະນຳສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະສົ່ງເສີມຄວາມສາມັກຄີໃນທົ່ວລະບົບ ຕັ້ງແຕ່ສູນກາງຮອດທ້ອງຖິ່ນ; ມີເຈດຈຳນົງຮ່ວມ, ຄວາມຕັ້ງໃຈຮ່ວມ, ເປົ້າໝາຍຮ່ວມ ແລະ ການກະທຳຮ່ວມ; ພະຍາຍາມຢ່າງສຸດຄວາມສາມາດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ; ປະຕິບັດບັນດາທິດທາງ, ມະຕິ ແລະ ແຜນງານກະທຳທີ່ກອງປະຊຸມໃຫຍ່ກຳນົດອອກ ໃຫ້ມີປະສິດທິຜົນ.
![]() |
| ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII, ອາຍຸການ 2026-2031 ກ່າວຄຳປາໄສຮັບໜ້າທີ່. |
ທ່ານເນັ້ນໜັກເຖິງຄວາມຮຽກຮ້ອງໃຫ້ນຳໃຊ້ແນວຄິດປ່ຽນໃໝ່, ເວົ້າຄຽງຄູ່ກັບການເຮັດ, ຖືຜົນສຳເລັດຕົວຈິງເປັນມາດຕະຖານວັດແທກ; ສ້າງລະບົບສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕາມທິດກະທັດລັດ, ເຂັ້ມແຂງ, ເປັນມືອາຊີບ, ດ້ວຍຖັນແຖວພະນັກງານທີ່ມີຈຸດຢືນການເມືອງໜັກແໜ້ນ, ຊຳນານວິຊາສະເພາະ ແລະ ທັກສະ, ມີແນວຄິດເລິກເຊິ່ງ, ຮັບຮູ້ສະຖານະການໄດ້ວ່ອງໄວ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່.
ພາຍຫຼັງປະກາດຜົນກອງປະຊຸມຄັ້ງທີໜຶ່ງ, ຄະນະບໍລິຫານ, ຄະນະປະຈຳ, ຄະນະນຳປະຈຳ ແລະ ຄະນະກວດກາ ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII ໄດ້ເປີດຕົວຕໍ່ກອງປະຊຸມໃຫຍ່.
ຍສໝ - ຄະນະກຳມະການຕ່າງປະເທດນະຄອນ Saint Petersburg (ສະຫະພັນຣັດເຊຍ) ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຖືວ່ານີ້ແມ່ນສັນຍະລັກຂອງຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ. ໃນສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຄະນະກຳມະການ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະເປັນຂີດໝາຍເປີດໄລຍະພັດທະນາໃໝ່ຂອງສະຫະພັນ. |
ຍສໝ - ໃນກະແສແຫ່ງການປ່ຽນໃໝ່ ແລະ ການກ້າວຂຶ້ນຂອງປະເທດ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (ສະຫະພັນ) ໄດ້ເປີດຂຶ້ນໄລຍະໃໝ່ສຳລັບສະຫະພັນ ໃນການປະຕິບັດວຽກງານການຕ່າງປະເທດປະຊາຊົນ. ກ່ອນກອງປະຊຸມໃຫຍ່ຈະໄຂຂຶ້ນ, ມິດສະຫາຍ ແລະ ຄູ່ຮ່ວມສາກົນຈາກຫຼາຍພາກພື້ນ ໄດ້ສົ່ງສານ, ໂທລະເລກອວຍພອນ, ຕີລາຄາບັນດາການປະກອບສ່ວນຂອງສະຫະພັນ ແລະ ສະແດງຄວາມປາຖະໜາທີ່ຈະສືບຕໍ່ຮ່ວມເດີນທາງໃນໄລຍະຕໍ່ໄປ. |
ຄຳສີ

