ວິສາຫະກິດຫວຽດນາມ - ລາວ ຮ່ວມມືດຳເນີນ 2 ໂຄງການ ມູນຄ່າເກືອບ 30 ລ້ານ USD

14:19 | 24/10/2026

ຍສໝ - ຕອນບ່າຍວັນທີ 23/10, ຢູ່ນະຄອນຫຼວງວຽງຈັນ (ລາວ), ກຸ່ມບໍລິສັດ Supchaleun ຂອງລາວ ແລະ ກຸ່ມບໍລິສັດຫວຽດ - ຣັດເຊຍ ຂອງຫວຽດນາມ ໄດ້ລົງນາມໃນບັນທຶກຂໍ້ຕົກລົງການຮ່ວມມື (MOA) ເພື່ອດຳເນີນ 2 ໂຄງການໃນຂະແໜງອະສັງຫາລິມະຊັບ ແລະ ກະສິກຳອັດສະລິຍະ ດ້ວຍມູນຄ່າການລົງທຶນລວມເກືອບ 30 ລ້ານ USD, ປະກອບສ່ວນຂະຫຍາຍການຮ່ວມມືທາງເສດຖະກິດ ແລະ ເຊື່ອມຕໍ່ວິສາຫະກິດຂອງສອງປະເທດ.

ຊຸດເສື້ອຍາວຫວຽດນາມ ເຊື່ອມສານສາຍສຳພັນມິດຕະພາບຫວຽດນາມ - ລາວ ຊາວໜຸ່ມຫວຽດນາມ - ລາວ ເພີ່ມທະວີການຮ່ວມມື, ສົ່ງເສີມມູນເຊື້ອຄວາມສາມັກຄີພິເສດ

ເຂົ້າຮ່ວມພິທີລົງນາມມີທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ; ພົນຕີ ຮວິ່ງ ເຕິ໊ນ ແຮ້ງ, ຫົວໜ້າອົງການຕາງໜ້າກະຊວງຕຳຫຼວດຫວຽດນາມປະຈຳລາວ; ທ່ານ ສິນລະວົງ ຄຸດໄພທູນ, ອະດີດກຳມະການກົມການເມືອງ, ອະດີດປະທານຄະນະກຳມະການສູນກາງແນວລາວສ້າງຊາດ; ທ່ານ ສົມຈິດ ອິນທະມິດ, ອະດີດຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ; ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການຕາງໜ້າຫວຽດນາມຢູ່ລາວ, ສະມາຄົມ, ວິສາຫະກິດ ແລະ ນັກລົງທຶນຂອງສອງປະເທດ.

ຕາມຂໍ້ຕົກລົງ, ກຸ່ມບໍລິສັດຫວຽດ - ຣັດເຊຍ ໄດ້ຮັບການຄັດເລືອກໃຫ້ເປັນຜູ້ຮັບເໝົາຫຼັກຮັບຜິດຊອບບັນດາໂຄງການກໍ່ສ້າງຂອງກຸ່ມບໍລິສັດ Supchaleun, ໂດຍຮັບຜິດຊອບນັບແຕ່ຂັ້ນຕອນຈັດຕັ້ງໂຄງການ, ອອກແບບ ຈົນເຖິງການກໍ່ສ້າງ, ຕິດຕັ້ງ ແລະ ສຳເລັດສິ້ນງານກໍ່ສ້າງ.

ໃນປີ 2026, ສອງວິສາຫະກິດຈະສຸມໃສ່ດຳເນີນໂຄງການອາຄານສູນກາງ Supchaleun ແລະ ໂຄງການຟາມອັດສະລິຍະ (Smart Farm).

ວິສາຫະກິດຫວຽດນາມ - ລາວ ຮ່ວມມືດຳເນີນ 2 ໂຄງການ ມູນຄ່າເກືອບ 30 ລ້ານ USD
ທ່ານ Anousack Keochaleun, ປະທານກຸ່ມບໍລິສັດ Supchaleun, ແລະ ທ່ານ ຫງວຽນ ກວກ ຫວຽດ, ປະທານກຸ່ມບໍລິສັດຫວຽດ - ຣັດເຊຍ, ລົງນາມໃນບັນທຶກຂໍ້ຕົກລົງການຮ່ວມມື (MOA). (ພາບ: ຊວັນ ຕູ໊ - ສຳນັກຂ່າວສານຫວຽດນາມປະຈຳລາວ)

ກ່າວຄຳເຫັນໃນພິທີ, ທ່ານ Anousack Keochaleun, ປະທານກຸ່ມບໍລິສັດ Supchaleun, ໄດ້ຕີລາຄາສູງຄວາມສາມາດ, ຈິດໃຈຮັບຜິດຊອບ ແລະ ຄຸນນະພາບຂອງທີມງານບຸກຄະລາກອນກຸ່ມບໍລິສັດຫວຽດ - ຣັດເຊຍ. ທ່ານສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືດຳເນີນສອງໂຄງການນີ້ ຈະປະກອບສ່ວນພັດທະນາໂຄງລ່າງພື້ນຖານຕົວເມືອງ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີສູງໃນຂະແໜງກະສິກຳຢູ່ລາວ.

ຕາມທ່ານ Anousack Keochaleun ແລ້ວ, ການຮ່ວມມືຄັ້ງນີ້ຍັງສະແດງເຖິງສາຍພົວພັນອັນໃກ້ຊິດລະຫວ່າງຊຸມຊົນວິສາຫະກິດຫວຽດນາມ ແລະ ລາວ, ພ້ອມທັງເປີດໂອກາດການຮ່ວມມືທີ່ເປັນຮູບປະທຳໃນໄລຍະຕໍ່ໜ້າ.

ທາງດ້ານກຸ່ມບໍລິສັດຫວຽດ - ຣັດເຊຍ, ທ່ານ ຫງວຽນ ກວກ ຫວຽດ, ປະທານກຸ່ມບໍລິສັດ, ຢືນຢັນວ່າ ການໄດ້ຮັບຄັດເລືອກໃຫ້ເປັນຜູ້ຮັບເໝົາຫຼັກ ແມ່ນຂີດໝາຍບາດກ້າວພັດທະນາໃໝ່ໃນສາຍພົວພັນຮ່ວມມືລະຫວ່າງສອງວິສາຫະກິດ.

ທ່ານ ຫງວຽນ ກວກ ຫວຽດ ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນໂຄງການໂດຍປະຕິບັດຕາມກົດໝາຍ ແລະ ບັນດາລະບຽບການທີ່ມີຜົນບັງຄັບໃຊ້ຂອງລາວ; ລະດົມທີມງານບຸກຄະລາກອນທີ່ມີຄວາມຊຳນານງານສູງ, ນຳໃຊ້ເຕັກໂນໂລຊີກໍ່ສ້າງທັນສະໄໝ ເພື່ອຮັບປະກັນຄຸນນະພາບຂອງສິ່ງກໍ່ສ້າງ ແລະ ສູ້ຊົນໃຫ້ສຳເລັດກ່ອນກຳນົດເວລາ.

ປະທານກຸ່ມບໍລິສັດຫວຽດ - ຣັດເຊຍ ຄາດຫວັງວ່າ ຜົນສຳເລັດຂອງການດຳເນີນບັນດາໂຄງການ ຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສອງຝ່າຍ, ພ້ອມທັງສືບຕໍ່ເສີມສ້າງສາຍພົວພັນມິດຕະພາບອັນມີມາແຕ່ດົນນານ ແລະ ຄວາມຜູກພັນທາງຍຸດທະສາດລະຫວ່າງຫວຽດນາມ ແລະ ລາວ.

ພັດທະນາສູນການຄ້າ, ຫ້ອງຊຸດຫຼູຫຼາ ແລະ ຟາມອັດສະລິຍະ

ໂຄງການອາຄານສູນກາງ Supchaleun ໄດ້ວາງແຜນກໍ່ສ້າງເທິງເນື້ອທີ່ດິນ 4.600 ຕາແມັດ ຢູ່ນະຄອນຫຼວງວຽງຈັນ, ດ້ວຍມູນຄ່າການລົງທຶນລວມຫຼາຍກວ່າ 21,2 ລ້ານ USD.

ສິ່ງກໍ່ສ້າງປະກອບມີອາຄານສູງ 15 ຊັ້ນ 2 ຫຼັງທີ່ເຊື່ອມຕິດກັນ, ປະສົມປະສານໜ້າທີ່ເປັນອາຄານທີ່ພັກອາໄສ ແລະ ບໍລິການການຄ້າ. ບັນດາລາຍການທີ່ຄາດວ່າຈະກໍ່ສ້າງປະກອບມີ ອາຄານພານິດ (shophouse), ຫ້ອງການ, ຮ້ານອາຫານ, ຮ້ານກາເຟກາງແຈ້ງ, ຈຸດສາກໄຟລົດໄຟຟ້າ, ພື້ນທີ່ຝຶກໂຍຄະ, ຫ້ອງອອກກຳລັງກາຍ, ຫ້ອງອົບຊາວນາ ແລະ ຫ້ອງຊຸດຫຼູຫຼາ.

ໂຄງການຄາດວ່າຈະໃຊ້ເວລາ 2,5 ປີໃນການກໍ່ສ້າງໃຫ້ສຳເລັດ. ຕາມແຜນການ, ພາຍຫຼັງນຳເຂົ້າໃຊ້ງານ ຄາດວ່າໂຄງການຈະສ້າງລາຍຮັບປະມານ 25 ລ້ານ USD ພາຍໃນ 5 ປີ.

ສຳລັບຂະແໜງກະສິກຳ, ໂຄງການ Smart Farm ຈະດຳເນີນເທິງເນື້ອທີ່ 94 ເຮັກຕາ ດ້ວຍມູນຄ່າການລົງທຶນໄລຍະທຳອິດຫຼາຍກວ່າ 8 ລ້ານ USD.

ໂຄງການມຸ່ງໄປສູ່ການສ້າງຮູບແບບການຜະລິດທີ່ປະສົມປະສານລະຫວ່າງກະສິກຳເຕັກໂນໂລຊີສູງ, ການທ່ອງທ່ຽວນິເວດ ແລະ ເສດຖະກິດໝູນວຽນ, ພ້ອມດ້ວຍລະບົບໂຄງລ່າງພື້ນຖານທີ່ລົງທຶນຢ່າງຄົບຊຸດ.

ຕາມແຜນຜັງ, ຟາມຈະປະກອບມີເຂດໂຮງງານ, ໜອງລ້ຽງກຸ້ງ ແລະ ປາ 3.000 ໜອງ ແລະ ເນື້ອທີ່ປູກໄມ້ໃຫ້ໝາກ 40 ເຮັກຕາ. ໃນຂະບວນການດຳເນີນງານ ຄາດວ່າຈະນຳໃຊ້ລະບົບກັ່ນຕອງນ້ຳເຕັກໂນໂລຊີສູງ ແລະ ໃຊ້ພະລັງງານໄຟຟ້າແສງຕາເວັນ.

ໃນນັ້ນ, ລະບົບລ້ຽງປາດຸກຄາດວ່າຈະສາມາດສະໜອງປາເພື່ອການຄ້າໄດ້ແຕ່ 1 ຫາ 2 ໂຕນຕໍ່ມື້ ໃຫ້ແກ່ຕະຫຼາດວຽງຈັນ. ເຂດປູກໝາກພ້າວສະເພາະ 40 ເຮັກຕາ ຈະໄດ້ຮັບການພັດທະນາຄຽງຄູ່ກັບໂຮງງານປຸງແຕ່ງເຊິ່ງເລິກ ເພື່ອຍົກສູງມູນຄ່າຜະລິດຕະພັນ.

ສິ່ງທີ່ໜ້າສົນໃຈແມ່ນ ຮູບແບບດັ່ງກ່າວຍັງນຳໃຊ້ຜົນພອຍໄດ້ຈາກການລ້ຽງສັດນ້ຳ ແລະ ຂີ້ຕົມອິນຊີ ເພື່ອຜະລິດຝຸ່ນຊີວະພາບ ຮັບໃຊ້ການປູກຝັງ. ການເຊື່ອມໂຍງບັນດາຂັ້ນຕອນການຜະລິດຄາດວ່າຈະຊ່ວຍຫຼຸດຜ່ອນຕົ້ນທຶນ, ເພີ່ມມູນຄ່າຜະລິດຕະພັນກະສິກຳ ແລະ ຈຳກັດຜົນກະທົບຕໍ່ສິ່ງແວດລ້ອມ.

ຕາມການຄິດໄລ່ຂອງໂຄງການ, ຄາດວ່າກຳໄລສຸດທິສະເລ່ຍຈະບັນລຸເກືອບ 930.000 USD ຕໍ່ປີ.

ການລົງນາມຮ່ວມມືລະຫວ່າງກຸ່ມບໍລິສັດ Supchaleun ແລະ ກຸ່ມບໍລິສັດຫວຽດ - ຣັດເຊຍ ໄດ້ເປີດໂອກາດໃນການດຳເນີນບັນດາໂຄງການທີ່ເປັນຮູບປະທຳໃນຂະແໜງອະສັງຫາລິມະຊັບ, ກະສິກຳເຕັກໂນໂລຊີສູງ ແລະ ເສດຖະກິດສີຂຽວ. ພ້ອມກັນນັ້ນ, ກິດຈະກຳນີ້ຍັງປະກອບສ່ວນເພີ່ມທະວີການເຊື່ອມໂຍງລະຫວ່າງຊຸມຊົນວິສາຫະກິດສອງປະເທດ, ຊຸກຍູ້ການຮ່ວມມືທາງເສດຖະກິດຫວຽດນາມ - ລາວ ໄປສູ່ທິດທາງທີ່ເປັນຮູບປະທຳ ແລະ ມີປະສິດທິຜົນ, ສອດຄ່ອງກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດລະຫວ່າງສອງປະເທດ.

ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ
ຍສໝ - ວັນທີ 14/10, ທີ່ກອງພັນໃຫຍ່ທະຫານຊ່າງແສງ 249, ເຫຼົ່າທັບທະຫານຊ່າງແສງ (ຕາແສງກວ໋າງອວາຍ, ນະຄອນຮ່າໂນ້ຍ), ກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນ ໂດຍຈຳລອງສະຖານະການຮັບມື ແລະ ແກ້ໄຂຜົນກະທົບຈາກພາຍຸໄຕ້ຝຸ່ນຮຸນແຮງພິເສດ. ກິດຈະກຳດັ່ງກ່າວແນໃສ່ຍົກສູງຄວາມສາມາດໃນການປະສານສົມທົບຄົ້ນຫາ ແລະ ກູ້ໄພ, ການຊ່ວຍເຫຼືອບັນເທົາໄພພິບັດ ແລະ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສາມປະເທດ.
ຫວຽດນາມ - ລາວ ເລັ່ງລັດການເຊື່ອມໂຍງທາງເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 5 ຕື້ໂດລາສະຫະລັດ ຫວຽດນາມ - ລາວ ເລັ່ງລັດການເຊື່ອມໂຍງທາງເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 5 ຕື້ໂດລາສະຫະລັດ
ຍສໝ - ຫວຽດນາມ ແລະ ລາວ ເຫັນດີເລັ່ງລັດການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ແກ້ໄຂຄວາມຫຍຸ້ງຍາກໃນການດຳເນີນບັນດາໂຄງການເຊື່ອມໂຍງທາງຍຸດທະສາດ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ສູ້ຊົນໃຫ້ມູນຄ່າການຄ້າສອງຝ່າຍບັນລຸ 5 ຕື້ໂດລາສະຫະລັດໂດຍໄວ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ