ດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ

08:39 | 15/09/2026

ຍສໝ - ໃນວາລະທີໜຶ່ງ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ສືບຕໍ່ປະເພນີ, ສືບຕໍ່ຂຽນບົດສຳເລັດໃນໄລຍະພັດທະນາໃໝ່ຂອງປະເທດ ມື້ນີ້ ຈັດຂຶ້ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ

ນຳສະເໜີບົດລາຍງານດັດແກ້, ເພີ່ມເຕີມກົດລະບຽບ, ທ່ານ ດົ່ງຮຸຍເກືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ຮູ້ວ່າ, ກົດລະບຽບສະບັບປັດຈຸບັນ ໄດ້ຮັບການຮັບຮອງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ໃນປີ 2019 ແລະ ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ ໃນປີ 2021, ເປັນພື້ນຖານສຳຄັນໃຫ້ສະຫະພັນສາມາດສຳເລັດໜ້າທີ່ໄດ້ດີໃນອາຍຸການຜ່ານມາ. ຕໍ່ໜ້າສະພາບການໂລກທີ່ມີການຜັນແປຫຼາຍດ້ານ, ບັນດາຂໍ້ຕັດສິນສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ເປີດກວ້າງພື້ນທີ່ການເຄື່ອນໄຫວ, ແຕ່ຂະນະດຽວກັນ ກໍວາງຄວາມຮຽກຮ້ອງທີ່ສູງຂຶ້ນນັບມື້ ຕໍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາອົງການສະມາຊິກຢູ່ສູນກາງ ແລະ ທ້ອງຖິ່ນ.

ຕາມທ່ານ ດົ່ງຮຸຍເກືອງ, ຊື່ເອີ້ນ ແລະ ຂັ້ນຕອນການເລືອກຕັ້ງບາງອົງການນຳຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ບໍ່ສອດຄ່ອງກັບບັນດາລະບຽບການໃໝ່ຂອງພັກ ແລະ ລັດອີກຕໍ່ໄປ. ດັ່ງນັ້ນ, ການດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແມ່ນສິ່ງຈຳເປັນ.

ກົດລະບຽບສະບັບດັດແກ້, ເພີ່ມເຕີມ ຍັງຄົງຮັກສາ 9 ໝວດ, ເພີ່ມ 2 ມາດຕາ ທຽບກັບກົດລະບຽບສະບັບປັດຈຸບັນ, ເຮັດໃຫ້ຈຳນວນທັງໝົດເພີ່ມຈາກ 32 ເປັນ 34 ມາດຕາ.

ດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ
ທ່ານ ດົ່ງຮຸຍເກືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳສະເໜີບົດລາຍງານດັດແກ້, ເພີ່ມເຕີມກົດລະບຽບ.

ເຮັດໃຫ້ຮູບແບບການຈັດຕັ້ງ ແລະ ຂັ້ນຕອນບຸກຄະລາກອນສອດຄ່ອງກັນ

ການປ່ຽນແປງທີ່ໜ້າສັງເກດປະການທຳອິດ ແມ່ນຊື່ອົງການນຳຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນລະຫວ່າງສອງອາຍຸການກອງປະຊຸມໃຫຍ່ ໄດ້ປັບຈາກ “ຄະນະປະທານ” ເປັນ “ຄະນະບໍລິຫານ”; ໜ້າທີ່ ແລະ ສິດອຳນາດຂອງຄະນະບໍລິຫານ ກໍໄດ້ຮັບການດັດປັບໃຫ້ສອດຄ່ອງກັບບັນດາລະບຽບການໃໝ່ ຕາມດຳລັດເລກທີ 126/2024/NĐ-CP.

ຮ່າງກົດລະບຽບ ພ້ອມກັນນັ້ນ ໄດ້ຍົກເລີກຕຳແໜ່ງ “ຮອງປະທານ - ເລຂາທິການໃຫຍ່”.

ຂັ້ນຕອນການເລືອກຕັ້ງຄະນະກວດກາ ແລະ ຫົວໜ້າຄະນະກວດກາ ກໍໄດ້ຮັບການດັດແກ້. ແທນທີ່ຄະນະກວດກາຈະຖືກເລືອກຕັ້ງໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະ ຫົວໜ້າຄະນະກວດກາຖືກເລືອກໂດຍຄະນະກວດກາ ຄືດັ່ງປັດຈຸບັນ, ຮ່າງກົດລະບຽບກຳນົດວ່າ ທັງຄະນະກວດກາ ແລະ ຫົວໜ້າຄະນະກວດກາ ຈະຖືກເລືອກຕັ້ງໂດຍຄະນະບໍລິຫານ.

ບັນດາການປ່ຽນແປງນີ້ ແນໃສ່ເຮັດໃຫ້ຊື່ເອີ້ນ, ຮູບແບບການຈັດຕັ້ງ ແລະ ຂັ້ນຕອນບຸກຄະລາກອນ ສອດຄ່ອງກັບບັນດາລະບຽບການທີ່ກຳລັງມີຜົນບັງຄັບໃຊ້.

ຮ່າງກົດລະບຽບ ຍັງໄດ້ຍົກເພດານຈຳນວນກຳມະການຄະນະບໍລິຫານ ແລະ ຄະນະກວດກາ ທີ່ສາມາດເລືອກຕັ້ງເພີ່ມເຕີມໃນອາຍຸການ ຈາກບໍ່ເກີນ 1/3 ເປັນບໍ່ເກີນ 1/2 ຂອງຈຳນວນກຳມະການທັງໝົດທີ່ກອງປະຊຸມໃຫຍ່ໄດ້ຕົກລົງ, ຜ່ານນັ້ນ ເພີ່ມຄວາມສາມາດໃນການບູລະນະບຸກຄະລາກອນ ເມື່ອມີຄວາມຮຽກຮ້ອງຕົວຈິງ.

ອີກເນື້ອໃນໃໝ່ໜຶ່ງ ແມ່ນການເພີ່ມລະບຽບການກ່ຽວກັບພາກສ່ວນປະຈຳຂອງບັນດາອົງການສະມາຊິກຢູ່ສູນກາງ. ຕາມນັ້ນ, ບັນດາຄະນະພາກພື້ນຂຶ້ນກັບອົງການສະຫະພັນບັນດາອົງການມິດຕະພາບຫວຽດນາມ ປະຕິບັດໜ້າທີ່ເປັນພາກສ່ວນປະຈຳ, ຊ່ວຍຄະນະນຳປະຈຳຂອງສະຫະພັນ ໃນການແນະນຳ, ຕິດຕາມ ແລະ ຊ່ວຍເຫຼືອກິດຈະກຳຂອງບັນດາອົງການສະມາຊິກຢູ່ສູນກາງ.

ພ້ອມກັນນັ້ນ, ຮ່າງກົດລະບຽບ ຍັງໄດ້ເພີ່ມຂໍ້ກຳນົດກ່ຽວກັບອົງການສະຫະພັນບັນດາອົງການມິດຕະພາບຂັ້ນແຂວງ, ນະຄອນ ວ່າເປັນອົງການວິຊາສະເພາະ ໂດຍມີປະທານສະຫະພັນບັນດາອົງການມິດຕະພາບຂັ້ນແຂວງ, ນະຄອນ ເປັນຫົວໜ້າ. ໂຄງສ້າງກົງຈັກການຈັດຕັ້ງ ຖືກກຳນົດໂດຍຂັ້ນທີ່ມີສິດອຳນາດຢູ່ທ້ອງຖິ່ນ ໃຫ້ສອດຄ່ອງກັບກົດໝາຍ ແລະ ສະພາບຕົວຈິງ.

ສອງຂໍ້ກຳນົດນີ້ ເຮັດໃຫ້ຈຸດປະສານໃນການຊ່ວຍເຫຼືອບັນດາອົງການສະມາຊິກຢູ່ສູນກາງ ແລະ ພື້ນຖານສຳລັບການຈັດຕັ້ງກົງຈັກວິຊາສະເພາະຢູ່ທ້ອງຖິ່ນ ມີຄວາມຈະແຈ້ງຍິ່ງຂຶ້ນ.

ບໍລິຫານວຽກງານເປັນປະຈຳ, ຄ່ອງຕົວຍິ່ງຂຶ້ນ

ຮ່າງກົດລະບຽບ ເພີ່ມຄວາມຖີ່ໃນການປະຊຸມຂອງບັນດາອົງການນຳ. ຕາມນັ້ນ, ຄະນະບໍລິຫານຈະປະຊຸມສາມັນປີລະ 2 ຄັ້ງ, ແທນທີ່ປີລະ 1 ຄັ້ງ ຄືດັ່ງກົດລະບຽບສະບັບປັດຈຸບັນ. ຄະນະປະຈຳຈະປະຊຸມສາມັນ 3 ເດືອນຕໍ່ຄັ້ງ, ແທນທີ່ 6 ເດືອນຕໍ່ຄັ້ງ.

ການເພີ່ມຄວາມຖີ່ໃນການປະຊຸມ ສ້າງເງື່ອນໄຂໃຫ້ຄະນະບໍລິຫານ ແລະ ຄະນະປະຈຳ ສາມາດພິຈາລະນາ ແລະ ແກ້ໄຂວຽກງານໄດ້ເປັນປະຈຳ ແລະ ທັນເວລາຍິ່ງຂຶ້ນ.

ຮ່າງກົດລະບຽບ ຍັງເພີ່ມຮູບແບບການປະຊຸມແບບເຊິ່ງໜ້າ, ອອນລາຍ ຫຼື ປະສົມປະສານທັງສອງຮູບແບບ. ສິ່ງນີ້ ຊ່ວຍໃຫ້ຮູບແບບການເຮັດວຽກມີຄວາມຄ່ອງຕົວຍິ່ງຂຶ້ນ, ສອດຄ່ອງກັບຄວາມຮຽກຮ້ອງດ້ານການຫັນປ່ຽນດິຈິຕອນ ແລະ ເງື່ອນໄຂການເຄື່ອນໄຫວຕົວຈິງ.

ພາກເປີດຂອງກົດລະບຽບ ໄດ້ຮັບການດັດປັບ, ເພີ່ມເຕີມ ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ຄວາມຮຽກຮ້ອງທີ່ວາງອອກໃນສະພາບການໃໝ່; ພ້ອມກັນນັ້ນ ໄດ້ຕັດຫົວຂໍ້ “ພາກເປີດ” ອອກ, ໂດຍອ້າງອີງຮູບແບບການສະແດງໃນກົດລະບຽບພັກ, ກົດລະບຽບແນວໂຮມແຫ່ງຊາດຫວຽດນາມ ແລະ ບາງອົງການການເມືອງ - ສັງຄົມ.

ນອກຈາກນັ້ນ, ຮ່າງກົດລະບຽບ ຍັງມີບາງການດັດປັບລາຍລະອຽດ ເພື່ອໃຫ້ສອດຄ່ອງກັບດຳລັດເລກທີ 126/2024/NĐ-CP.

ຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມສາຍສຳພັນປະຊາຊົນ ຫວຽດນາມ - ຣັດເຊຍ ຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມສາຍສຳພັນປະຊາຊົນ ຫວຽດນາມ - ຣັດເຊຍ
ຍສໝ - ຄະນະກຳມະການຕ່າງປະເທດນະຄອນ Saint Petersburg (ສະຫະພັນຣັດເຊຍ) ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຖືວ່ານີ້ແມ່ນສັນຍະລັກຂອງຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ. ໃນສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຄະນະກຳມະການ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະເປັນຂີດໝາຍເປີດໄລຍະພັດທະນາໃໝ່ຂອງສະຫະພັນ.
ມິດສະຫາຍຫ້າທະວີບອວຍພອນກອງປະຊຸມໃຫຍ່ ມິດສະຫາຍຫ້າທະວີບອວຍພອນກອງປະຊຸມໃຫຍ່
ຍສໝ - ໃນກະແສແຫ່ງການປ່ຽນໃໝ່ ແລະ ການກ້າວຂຶ້ນຂອງປະເທດ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (ສະຫະພັນ) ໄດ້ເປີດຂຶ້ນໄລຍະໃໝ່ສຳລັບສະຫະພັນ ໃນການປະຕິບັດວຽກງານການຕ່າງປະເທດປະຊາຊົນ. ກ່ອນກອງປະຊຸມໃຫຍ່ຈະໄຂຂຶ້ນ, ມິດສະຫາຍ ແລະ ຄູ່ຮ່ວມສາກົນຈາກຫຼາຍພາກພື້ນ ໄດ້ສົ່ງສານ, ໂທລະເລກອວຍພອນ, ຕີລາຄາບັນດາການປະກອບສ່ວນຂອງສະຫະພັນ ແລະ ສະແດງຄວາມປາຖະໜາທີ່ຈະສືບຕໍ່ຮ່ວມເດີນທາງໃນໄລຍະຕໍ່ໄປ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ