ຫວຽດນາມ - ບຣາຊິນ ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ເຕັກໂນໂລຊີ

18:19 | 24/10/2026

ຍສໝ - ແຕ່ວັນທີ 18-22/10, ທ່ານ ບຸ່ຍ ວັນ ຫງິ, ເອກອັກຄະລັດຖະທູດຫວຽດນາມປະຈຳບຣາຊິນ, ໄດ້ເດີນທາງໄປປະຕິບັດໜ້າທີ່ຢູ່ນະຄອນ São Paulo, ເຂົ້າຮ່ວມງານວາງສະແດງສິນຄ້າສັດນ້ຳອາເມລິກາລາຕິນ 2026 ແລະ ພົບປະເຮັດວຽກກັບຫຼາຍກຸ່ມບໍລິສັດ ແລະ ສະມາຄົມວິສາຫະກິດບຣາຊິນ ເພື່ອຂະຫຍາຍຕະຫຼາດສົ່ງອອກ, ແກ້ໄຂອຸປະສັກທາງການຄ້າ ແລະ ຊຸກຍູ້ການຮ່ວມມືດ້ານການລົງທຶນ ແລະ ເຕັກໂນໂລຊີລະຫວ່າງສອງປະເທດ.

ຊາວຫວຽດນາມຢູ່ລາວ ມອບເຄື່ອງຂວັນ 240 ຊຸດ ເພື່ອຊ່ວຍເຫຼືອຜູ້ທີ່ມີສະພາບຄວາມເປັນຢູ່ຫຍຸ້ງຍາກຢູ່ວຽງຈັນ ບັນດາກິດຈະກຳທີ່ເປັນຮູບປະທຳ ເສີມສ້າງມິດຕະພາບຫວຽດນາມ - ລາວ ຢູ່ເຂດຊາຍແດນ

ຢູ່ງານວາງສະແດງສິນຄ້າສັດນ້ຳອາເມລິກາລາຕິນ (Seafood Show Latin America 2026), ທີ່ໄດ້ໄຂຂຶ້ນໃນວັນທີ 20/10 ຢູ່ສູນວາງສະແດງ Anhembi, ທ່ານເອກອັກຄະລັດຖະທູດ ບຸ່ຍ ວັນ ຫງິ ໄດ້ແນະນຳຄວາມສາມາດດ້ານການຜະລິດ, ປຸງແຕ່ງ ແລະ ສົ່ງອອກສິນຄ້າສັດນ້ຳຂອງຫວຽດນາມ, ໂດຍສະເພາະກຸ້ງ, ປາສະຫວາຍ, ປາທູນາ ແລະ ບັນດາຜະລິດຕະພັນປຸງແຕ່ງ.

ງານວາງສະແດງດັ່ງກ່າວຈັດໂດຍກຸ່ມບໍລິສັດ Francal ແລະ Seafood Brasil, ດຶງດູດຜູ້ເຂົ້າຊົມປະມານ 4.500 ເທື່ອຄົນ. ຄະນະຫວຽດນາມມີວິສາຫະກິດເຂົ້າຮ່ວມ 14 ແຫ່ງ, ໃນນັ້ນມີ 9 ແຫ່ງສັງກັດສະມາຄົມປຸງແຕ່ງ ແລະ ສົ່ງອອກສິນຄ້າສັດນ້ຳຫວຽດນາມ (VASEP).

ທ່ານເອກອັກຄະລັດຖະທູດໄດ້ສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ, ການຮ່ວມມືດ້ານເຕັກນິກ, ການອຳນວຍຄວາມສະດວກທາງການຄ້າ ແລະ ຂະຫຍາຍການລົງທຶນໃນຂະແໜງສິນຄ້າສັດນ້ຳ; ພ້ອມທັງຮຽກຮ້ອງໃຫ້ສະໜັບສະໜູນການເຈລະຈາສັນຍາການຄ້າບຸລິມະສິດ (PTA) ລະຫວ່າງຫວຽດນາມ ແລະ MERCOSUR.

ຫວຽດນາມ - ບຣາຊິນ ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ເຕັກໂນໂລຊີ
ບນຍາກາດພື້ນທີ່ວາງສະແດງ ແລະ ແນະນຳຜະລິດຕະພັນ ຢູ່ງານວາງສະແດງສິນຄ້າສັດນ້ຳອາເມລິກາລາຕິນ 2026.

ກ່ອນໜ້ານັ້ນ, ວັນທີ 19/10, ທ່ານເອກອັກຄະລັດຖະທູດ ພ້ອມກັບຄະນະ VASEP ໄດ້ພົບປະເຮັດວຽກກັບກຸ່ມບໍລິສັດ JBS ກ່ຽວກັບຄວາມເປັນໄປໄດ້ໃນການນຳສິນຄ້າສັດນ້ຳ, ອາຫານປຸງແຕ່ງ ແລະ ໝາກໄມ້ເຂດຮ້ອນຂອງຫວຽດນາມ ເຊັ່ນ ໝາກມັງກອນ, ໝາກລຳໄຍ, ໝາກລິ້ນຈີ່ ແລະ ໝາກເງາະ ເຂົ້າສູ່ລະບົບຈຳໜ່າຍຂອງບຣາຊິນເພີ່ມຕື່ມ.

ທ່ານນາງ ໂຕ ທິ ເຕື່ອງ ລານ, ຮອງປະທານ VASEP, ໄດ້ເນັ້ນໜັກເຖິງທ່າແຮງໃນການສະໜອງສິນຄ້າສັດນ້ຳທີ່ຜ່ານການປຸງແຕ່ງເຊິ່ງເລິກ ແລະ ອາຫານທີ່ມີມູນຄ່າເພີ່ມ. ທ່ານ Fabio Baptista, ຜູ້ຕາງໜ້າ JBS, ໄດ້ຕີລາຄາໃນທາງບວກຕໍ່ຄຸນນະພາບຂອງບັນດາຜູ້ສະໜອງຫວຽດນາມ, ພ້ອມທັງແລກປ່ຽນກ່ຽວກັບບັນດາຂໍ້ຕິດຂັດທີ່ກ່ຽວຂ້ອງກັບພາສີ, ການກວດທົດສອບ ແລະ ການແຈ້ງຜ່ານພາສີ.

ໃນຂະແໜງເຕັກໂນໂລຊີ, ວັນທີ 20/10, ທ່ານເອກອັກຄະລັດຖະທູດໄດ້ພົບປະເຮັດວຽກກັບທ່ານ Celso Nunes, ຜູ້ອຳນວຍການໃຫຍ່ (CEO) ກຸ່ມບໍລິສັດ MK Alterosa, ກ່ຽວກັບການຮ່ວມມືຜະລິດບັດອັດສະລິຍະ, ວິທີແກ້ໄຂດ້ານການຊຳລະເງິນ, ການຢັ້ງຢືນຕົວຕົນດິຈິຕອນ, SIM, eSIM ແລະ ກ້ອງຖ່າຍພາບທີ່ນຳໃຊ້ປັນຍາປະດິດ.

ວິສາຫະກິດຄາດວ່າຈະລົງທຶນປະມານ 30 ລ້ານ USD ໃນໄລຍະ 2027-2031, ພ້ອມທັງຊຸກຍູ້ການແລກປ່ຽນວິສະວະກອນ, ການຄົ້ນຄວ້າ ແລະ ເຊື່ອມຕໍ່ຄວາມສາມາດດ້ານເຕັກໂນໂລຊີຂອງຫວຽດນາມກັບຕະຫຼາດອາເມລິກາລາຕິນ ແລະ ກາຣິບຽນ.

ວັນທີ 21/10, ໃນບັນດາການພົບປະເຮັດວຽກກັບທ່ານ Rubens Medrano, ຮອງປະທານສະຫະພັນການຄ້າ, ສິນຄ້າ, ບໍລິການ ແລະ ການທ່ອງທ່ຽວລັດ São Paulo (Fecomercio-SP), ແລະ ທ່ານ Osmar Chohfi, ເອກອັກຄະລັດຖະທູດ, ຮອງປະທານສະພາຂັ້ນສູງດ້ານການຄ້າຕ່າງປະເທດ ສັງກັດສະຫະພັນອຸດສາຫະກຳລັດ São Paulo (FIESP), ສອງຝ່າຍໄດ້ແລກປ່ຽນບັນດາວິທີແກ້ໄຂເພື່ອເຊື່ອມຕໍ່ວິສາຫະກິດ, ແກ້ໄຂຄວາມຫຍຸ້ງຍາກຢູ່ທ່າເຮືອ Santos, ຂະຫຍາຍການຮ່ວມມືດ້ານອຸດສາຫະກຳ, ການປຸງແຕ່ງຜະລິດຕະພັນກະສິກຳ, ເຕັກໂນໂລຊີ ແລະ ພະລັງງານສະອາດ.

ວັນທີ 22/10, ທ່ານເອກອັກຄະລັດຖະທູດໄດ້ພົບປະເຮັດວຽກກັບທ່ານ Nizar El Ghandour, ຜູ້ອຳນວຍການຝ່າຍຮ່ວມມືສາກົນຂອງ FAMBRAS Halal, ເພື່ອຊຸກຍູ້ການຮ່ວມມືດ້ານການຢັ້ງຢືນ Halal, ຊ່ວຍເຫຼືອວິສາຫະກິດຫວຽດນາມໃນການເຂົ້າເຖິງຕະຫຼາດອາຫານສຳລັບຊາວມຸດສະລິມ.

ສິ່ງທີ່ໜ້າສົນໃຈແມ່ນ ໃນຕອນຄ່ຳວັນທີ 21/10, ທ່ານເອກອັກຄະລັດຖະທູດໄດ້ພົບປະກັບຜູ້ນຳວິສາຫະກິດບຣາຊິນ 12 ທ່ານ ທີ່ດຳເນີນທຸລະກິດໃນຂະແໜງໂຄງລ່າງພື້ນຖານ, ນ້ຳມັນ ແລະ ອາຍແກັສ, ພະລັງງານ, ບໍ່ແຮ່, ຄວາມປອດໄພທາງໄຊເບີ ແລະ ການທ່ອງທ່ຽວ. ເຂົ້າຮ່ວມຍັງມີຜູ້ຕາງໜ້າອຳນາດການປົກຄອງລັດ São Paulo, InvestBrasil ແລະ ຫໍການຄ້າບຣາຊິນ - ຫວຽດນາມ.

ບັນດາວິສາຫະກິດໄດ້ສະແດງຄວາມສົນໃຈຕໍ່ໂອກາດການລົງທຶນ ແລະ ການຮ່ວມທຶນ, ພ້ອມທັງຄາດວ່າຈະສົ່ງຄະນະໄປຫວຽດນາມໃນຕົ້ນປີ 2027 ເພື່ອສຳຫຼວດຕະຫຼາດ ແລະ ຊອກຫາຄູ່ຮ່ວມມື.

ດາບປະທັບຂອງປະທານ ໂຮ່ຈີມິນ ໃນສາຍພົວພັນມິດຕະພາບ ຫວຽດນາມ – ບຣາຊິນ ດາບປະທັບຂອງປະທານ ໂຮ່ຈີມິນ ໃນສາຍພົວພັນມິດຕະພາບ ຫວຽດນາມ – ບຣາຊິນ
ຍສໝ - ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ເຂົ້າຮ່ວມກອງປະຊຸມເສວະນາ ພາຍໃຕ້ຫົວຂໍ້ “ບຣາຊິນ - ຫວຽດນາມ: ການເຈລະຈາກ່ຽວກັບມໍລະດົກ ໂຮ່ຈີມິນ” ໂດຍສະພາຜະລິດຕະກຳລັດ ຣີໂອ ເດ ຈາເນໂຣ ຈັດຕັ້ງຂຶ້ນ.
ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026 ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ນະຄອນຫຼວງ Brasília, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ຈັດຕັ້ງກອງປະຊຸມໂຕະມົນ “ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026” ພາຍໃຕ້ຮູບແບບການພົບປະໂດຍກົງ ປະສົມປະສານກັບທາງອອນລາຍ, ແນໃສ່ອັບເດດສະພາບການຮ່ວມມືດ້ານເສດຖະກິດທະວິພາຄີ, ແລກປ່ຽນກ່ຽວກັບກາລະໂອກາດທາງດ້ານຕະຫຼາດ, ໃນຂະນະດຽວກັນກໍປຶກສາຫາລືກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ທິດທາງຊຸກຍູ້ການຮ່ວມມືພາຍໃນໄລຍະເວລາຕໍ່ໜ້າ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ