ຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມສາຍສຳພັນປະຊາຊົນ ຫວຽດນາມ - ຣັດເຊຍ

23:36 | 13/09/2026

ຍສໝ - ຄະນະກຳມະການຕ່າງປະເທດນະຄອນ Saint Petersburg (ສະຫະພັນຣັດເຊຍ) ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຖືວ່ານີ້ແມ່ນສັນຍະລັກຂອງຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ. ໃນສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຄະນະກຳມະການ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະເປັນຂີດໝາຍເປີດໄລຍະພັດທະນາໃໝ່ຂອງສະຫະພັນ.

ຈັດກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ເພື່ອໃຫ້ແຫຼ່ງກຳລັງຈາກຝຣັ່ງ ສືບຕໍ່ປະກອບສ່ວນໃຫ້ແກ່ຫວຽດນາມ

ວາລະສານ ຍຸກສະໄໝ ຂໍແນະນຳເນື້ອໃນສານຂອງທ່ານ Evgeny Grigoriev, ສະມາຊິກຄະນະບໍລິຫານນະຄອນ Saint Petersburg, ປະທານຄະນະກຳມະການຕ່າງປະເທດນະຄອນ Saint Petersburg ດັ່ງນີ້:

ຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມສາຍສຳພັນປະຊາຊົນ ຫວຽດນາມ - ຣັດເຊຍ
ທ່ານ Evgeny Grigoriev, ປະທານຄະນະກຳມະການຕ່າງປະເທດນະຄອນ Saint Petersburg, ກ່າວຄຳປາໄສທີ່ເວທີປາໄສປະຊາຊົນ ຫວຽດນາມ - ຣັດເຊຍ ຄັ້ງທີໜຶ່ງ ຢູ່ຮ່າໂນ້ຍ, ວັນທີ 30/9/2025.

ໃນນາມຄະນະກຳມະການຕ່າງປະເທດນະຄອນ Saint Petersburg ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມຍິນດີຂໍສົ່ງຄຳອວຍພອນອັນຈິງໃຈມາຍັງບັນດາທ່ານ ແລະ ຜູ້ແທນທຸກທ່ານທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ເນື່ອງໃນໂອກາດເຫດການສຳຄັນນີ້, ເຊິ່ງເປັນຂີດໝາຍເປີດໄລຍະພັດທະນາໃໝ່ໃນວຽກງານການຕ່າງປະເທດປະຊາຊົນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ມິດຕະພາບອັນແໜ້ນແຟ້ນ ແລະ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງສອງປະເທດຂອງພວກເຮົາ, ເຊິ່ງໄດ້ຫຼໍ່ຫຼອມຂຶ້ນດ້ວຍເລືອດເນື້ອ ແລະ ຄວາມກ້າຫານຂອງປະຊາຊົນສອງປະເທດ, ໃນປັດຈຸບັນ ພວມກ້າວຂຶ້ນສູ່ລະດັບສູງທີ່ບໍ່ເຄີຍມີມາກ່ອນ. ມິດຕະພາບອັນຍາວນານລະຫວ່າງຣັດເຊຍ ແລະ ຫວຽດນາມ, ທີ່ຖືກສ້າງຂຶ້ນບົນພື້ນຖານການເຄົາລົບ ແລະ ຄວາມໄວ້ວາງໃຈເຊິ່ງກັນແລະກັນ, ແມ່ນແບບຢ່າງຂອງການຮ່ວມມືລະຫວ່າງລັດທີ່ຈິງໃຈໃນໂລກສະໄໝປັດຈຸບັນ.

ຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມສາຍສຳພັນປະຊາຊົນ ຫວຽດນາມ - ຣັດເຊຍ
ກອງສຳມະນາ “ການແລກປ່ຽນປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນ” ໃນຂອບເຂດເວທີປາໄສປະຊາຊົນ ຫວຽດນາມ - ຣັດເຊຍ ຄັ້ງທີໜຶ່ງ ຢູ່ຮ່າໂນ້ຍ, ວັນທີ 1/10/2025.

ຄະນະກຳມະການຕ່າງປະເທດນະຄອນ Saint Petersburg ມີຄວາມພາກພູມໃຈທີ່ມີໂອກາດປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນ ຣັດເຊຍ - ຫວຽດນາມ. ພວກເຮົາຕີລາຄາເປັນພິເສດຕໍ່ການປະສານສົມທົບຢ່າງມີປະສິດທິຜົນລະຫວ່າງສອງອົງການຂອງພວກເຮົາ, ເຊິ່ງໄດ້ກາຍເປັນສັນຍະລັກຂອງຄວາມສາມັກຄີອັນຍືນຍົງລະຫວ່າງປະຊາຊົນສອງປະເທດ.

ກ່ອນກ້າວເຂົ້າສູ່ໄລຍະ 5 ປີໃໝ່ 2026 - 2031, ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ ກອງປະຊຸມໃຫຍ່ທີ່ຈະມາເຖິງ ຈະກາຍເປັນເວທີສຳຄັນ ເພື່ອປຶກສາຫາລືບັນດາຂໍ້ຕັດສິນທີ່ມີຄວາມໝາຍທາງຍຸດທະສາດ, ມຸ່ງໄປສູ່ຄວາມຈະເລີນຮຸ່ງເຮືອງຍິ່ງຂຶ້ນຂອງສອງປະເທດຂອງພວກເຮົາ.

ຂໍອະນຸຍາດໃຫ້ຂ້າພະເຈົ້າສະແດງຄວາມເຄົາລົບຢ່າງສູງຕໍ່ການອຸທິດຕົນອັນສູງສົ່ງຂອງບັນດາທ່ານ ແລະ ຂໍອວຍພອນໃຫ້ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມ; ຂໍອວຍພອນໃຫ້ຜູ້ແທນທຸກທ່ານມີພະລັງແຮງອັນເຕັມປ່ຽມ, ມີຫຼາຍຂໍ້ຕັດສິນທີ່ສະຫຼາດສ່ອງໃສ ແລະ ບັນລຸບັນດາຜົນສຳເລັດໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນຣັດເຊຍ ແລະ ຫວຽດນາມ ທີ່ໃກ້ຊິດ, ອ້າຍນ້ອງ!

ສະມາຊິກຄະນະບໍລິຫານນະຄອນ Saint Petersburg

ປະທານຄະນະກຳມະການ

E.D. Grigoriev

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະຈັດຂຶ້ນໃນວັນທີ 14/9/2026 ຢູ່ຮ່າໂນ້ຍ, ແນໃສ່ສະຫຼຸບ ແລະ ຕີລາຄາຢ່າງຮອບດ້ານຜົນການປະຕິບັດມະຕິກອງປະຊຸມໃຫຍ່ ອາຍຸການ 2019-2026; ກຳນົດທິດທາງ, ໜ້າທີ່ວຽກງານສຳລັບອາຍຸການ 2026-2031 ແລະ ບູລະນະບຸກຄະລາກອນ, ການຈັດຕັ້ງ.
ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິຜົນການຮ່ວມມືກັບບັນດາອົງການສາກົນ ການຫັນປ່ຽນດິຈິຕອນ ເພື່ອຍົກສູງປະສິດທິຜົນການຮ່ວມມືກັບບັນດາອົງການສາກົນ
ຍສໝ - ຕາມທ່ານນາງ ຫວູງາ, ຜູ້ອຳນວຍການດຳເນີນງານບັນດາໂຄງການຂອງອົງການ World Vision International ປະຈຳຫວຽດນາມ, ການຫັນປ່ຽນດິຈິຕອນໃນຂົງເຂດການຕ່າງປະເທດປະຊາຊົນ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການບໍລິຫານ, ການປະສານງານ ແລະ ການແບ່ງປັນຂໍ້ມູນກັບບັນດາອົງການສາກົນເທົ່ານັ້ນ, ແຕ່ຍັງເປີດອອກບັນດາຂົງເຂດຮ່ວມມືໃໝ່, ນັບແຕ່ການຍົກສູງທັກສະດິຈິຕອນ ຈົນເຖິງການຊ່ວຍເຫຼືອຜູ້ໄດ້ຮັບຜົນປະໂຫຍດໃນພື້ນທີ່ໄຊເບີ.
ເພື່ອໃຫ້ການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ: ຄວາມຕ້ອງການ “ພົບ” ແຫຼ່ງກຳລັງ ເພື່ອໃຫ້ການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ: ຄວາມຕ້ອງການ “ພົບ” ແຫຼ່ງກຳລັງ
ຍສໝ - ຕາມທ່ານນາງ ຫງວຽນຢ້ຽວເນືອງ, ຜູ້ອຳນວຍການປະຈຳປະເທດ ຂອງອົງການ Room to Read ຫວຽດນາມ (ສະຫະລັດອາເມລິກາ), ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈຳເປັນຕ້ອງຊ່ວຍທ້ອງຖິ່ນກຳນົດໃຫ້ຖືກຄວາມຕ້ອງການ, ຊອກຫາໃຫ້ຖືກຄູ່ຮ່ວມ ແລະ ເຊື່ອມຕໍ່ໃຫ້ຖືກແຫຼ່ງກຳລັງ ເພື່ອໃຫ້ບັນດາໂຄງການຮ່ວມມືກ້າວເຂົ້າສູ່ເນື້ອແທ້ ແລະ ສອດຄ່ອງກັບເງື່ອນໄຂການຜັນຂະຫຍາຍ.

ຄຳສີ