ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ

15:13 | 05/05/2026

ຍສໝ - ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ ເນື່ອງໃນໂອກາດບົດຢ້ຽມຢາມລັດຖະກິດ ຢູ່ ສີລັງກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແຕ່ວັນທີ 7-8 ພຶດສະພາ, ທ່ານກໍາມະການສູນກາງພັກ, ຮອງເລຂາທິການປະຈຳຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ໄດ້ຕອບສຳພາດຕໍ່ສື່ມວນຊົນ.

ສືບຕໍ່ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຂະຫຍັນຂັນເຄື່ອນ ຫວຽດນາມ - ອິນເດຍ
ນັກວິຊາການ ອິນເດຍ: ຂອບເຂດການຮ່ວມມືໃໝ່ ຫວຽດນາມ - ອິນເດຍ ແມ່ນນອນຢູ່ໃນບັນດາຂົງເຂດຍຸດທະສາດ
ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ
ທ່ານກໍາມະການສູນກາງພັກ, ຮອງເລຂາທິການປະຈຳຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ. ພາບ: TTXVN ອອກອາກາດ

ຂໍຮຽນທ່ານຮອງລັດຖະມົນຕີ, ຈຸດປະສົງ ແລະ ຄວາມໝາຍຂອງການຢ້ຽມຢາມລັດຖະກິດ ຢູ່ ສີລັງກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນຫຍັງ?

ຕາມຄຳເຊີນຂອງທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayake, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ແຕ່ວັນທີ 7 - 8 ພຶດສະພາ 2026.

ການຢ້ຽມຢາມຄັ້ງນີ້ໄດ້ນຳສົ່ງສານການຕ່າງປະເທດທີ່ສຳຄັນເປັນພິເສດ, ສະແດງໃຫ້ເຫັນຄວາມສຳຄັນທີ່ພວກເຮົາໃຫ້ແກ່ ສີລັງກາ ກໍຄືພາກພື້ນອາຊີໃຕ້. ນີ້ແມ່ນການຢ້ຽມຢາມລະດັບສູງສຸດຂອງການນຳ ຫວຽດນາມ ໄປຍັງ ສີລັງກາ ໃນປະຫວັດສາດ ນັບຕັ້ງແຕ່ສອງປະເທດສ້າງຕັ້ງສາຍພົວພັນການທູດໃນປີ 1970.

ສີລັງກາ ແມ່ນປະເທດເພື່ອນມິດທີ່ເປັນມູນເຊື້ອ, ມີສາຍພົວພັນມິດຕະພາບອັນຍາວນານກັບ ຫວຽດນາມ. ສອງປະເທດເຄີຍໄດ້ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ. ເປັນພິເສດ, ໃນເສັ້ນທາງຊອກຫາທາງກູ້ຊາດ ແລະ ການເຄື່ອນໄຫວປະຕິວັດ, ປະທານ ໂຮ່ຈີມິນ ເຄີຍໄດ້ໄປຢຽບແຜ່ນດິນ ສີລັງກາ 3 ຄັ້ງ ໃນປີ 1911, 1928 ແລະ 1946; ປະຊາຊົນ ສີລັງກາ ຍາມໃດກໍເຄົາລົບຮັກ ແລະ ໃຫ້ຄວາມຮູ້ສຶກທີ່ພິເສດທີ່ສຸດຕໍ່ເພິ່ນ. ດ້ວຍຄວາມໝາຍນັ້ນ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຄັ້ງນີ້ ຈະປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຮັດແໜ້ນຄວາມຮູ້ສຶກມິດຕະພາບທີ່ຈິງໃຈລະຫວ່າງການນຳ ແລະ ປະຊາຊົນສອງປະເທດ ທີ່ໄດ້ຮັບການສ້າງຂຶ້ນຕະຫຼອດໄລຍະປະຫວັດສາດ.

ໃນສະພາບການທີ່ ສີລັງກາ ຫາກໍກ້າວອອກຈາກວິກິດການ ແລະ ພວມມານະພະຍາຍາມຟື້ນຟູ, ພັດທະນາປະເທດຊາດ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ແບ່ງປັນຄວາມທຸກສຸກຂອງພວກເຮົາຕໍ່ເພື່ອນ, ຢືນຢັນວ່າ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ຮ່ວມເດີນທາງກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ.

ຄຽງຂ້າງນັ້ນ, ການຢ້ຽມຢາມຍັງສ້າງກຳລັງຊຸກຍູ້ໃໝ່, ກຳນົດຂອບການຮ່ວມມືໃຫ້ແກ່ໄລຍະຕໍ່ໄປ. ສີລັງກາ ແມ່ນປະເທດທີ່ມີທີ່ຕັ້ງຍຸດທະສາດສຳຄັນ, ຕັ້ງຢູ່ເສັ້ນທາງການເດີນເຮືອທີ່ສຳຄັນໃນມະຫາສະໝຸດອິນເດຍ, ທັງແມ່ນຕະຫຼາດທີ່ມີທ່າແຮງດ້ວຍປະຊາກອນເກືອບ 30 ລ້ານຄົນ. ການຊຸກຍູ້ສາຍພົວພັນກັບ ສີລັງກາ ຈະຊ່ວຍຂຸດຄົ້ນທ່າແຮງຂອງຕະຫຼາດນີ້ເວົ້າສະເພາະ ແລະ ອາຊີໃຕ້ເວົ້າລວມ, ເປີດໂອກາດການຮ່ວມມືດ້ານເສດຖະກິດ, ເພີ່ມທະວີການສົ່ງອອກ ແລະ ການລົງທຶນຂອງ ຫວຽດນາມ, ປັບປຸງຕ່ອງໂສ້ອຸປະທານໃນບາງຂົງເຂດທີ່ສອງຝ່າຍມີທ່າແຮງ. ຄຽງຂ້າງນັ້ນ, ການຢ້ຽມຢາມຍັງແນໃສ່ຊຸກຍູ້ການຮ່ວມມືດ້ານທະເລ, ຄວາມໝັ້ນຄົງທາງທະເລ, ການເຊື່ອມຕໍ່ທ່າເຮືອ, ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ພຸດທະສາສະໜາ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

ບັນດາຜົນສຳເລັດທີ່ພົ້ນເດັ່ນໃນສາຍພົວພັນ ຫວຽດນາມ - ສີລັງກາ ໃນໄລຍະຜ່ານມາ ແລະ ຄວາມຄາດຫວັງຂອງພວກເຮົາໃນການຢ້ຽມຢາມຄັ້ງນີ້ແມ່ນຫຍັງ, ຮຽນທ່ານຮອງລັດຖະມົນຕີ?

ດັ່ງທີ່ໄດ້ແບ່ງປັນ, ສອງປະເທດ ຫວຽດນາມ ແລະ ສີລັງກາ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານທີ່ດີງາມທີ່ສຸດ, ເປັນພິເສດແມ່ນມີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ ແລະ ມີຄວາມຄ້າຍຄືກັນ, ຕິດພັນກັນທາງດ້ານທັດສະນະການພັດທະນາປະເທດຊາດ, ແບ່ງປັນບັນດາຄຸນຄ່າທາງດ້ານວັດທະນະທຳ, ພຸດທະສາສະໜາ. ສອງປະເທດໄດ້ສ້າງຕັ້ງບາງກົນໄກທີ່ສຳຄັນເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມື, ໃນນັ້ນມີກົນໄກຄະນະກຳມະການຮ່ວມມືສອງຝ່າຍລະດັບລັດຖະມົນຕີກະຊວງການຕ່າງປະເທດ, ການປຶກສາຫາລືທາງດ້ານການເມືອງລະດັບຮອງລັດຖະມົນຕີກະຊວງການຕ່າງປະເທດ, ຄະນະກຳມະການຮ່ວມມືດ້ານການຄ້າ… ເນື່ອງໃນໂອກາດການຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ ໃນປີ 2025 ຂອງທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayaka, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ແລະ ລົງນາມໃນເອກະສານການຮ່ວມມືທີ່ສຳຄັນຈຳນວນໜຶ່ງໃນຂົງເຂດກະສິກຳ, ການສຶກສາ.

ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດຍັງມີທ່າແຮງຫຼາຍ, ເຖິງວ່າໃນປັດຈຸບັນມູນຄ່າການຄ້າຈະບັນລຸໄດ້ພຽງແຕ່ກວ່າ 200 ລ້ານ USD ກໍຕາມ ແຕ່ດ້ວຍການທີ່ ສີລັງກາ ມີສະຖຽນລະພາບ ແລະ ນຳພາປະເທດຊາດເຂົ້າສູ່ທິດທາງການພັດທະນາ, ນີ້ຈະແມ່ນຕະຫຼາດທີ່ມີທ່າແຮງທີ່ສຸດສຳລັບບັນດາວິສາຫະກິດ ຫວຽດນາມ ເພື່ອຊຸກຍູ້ການສົ່ງອອກ, ການລົງທຶນໃນອະນາຄົດ. ດັ່ງນັ້ນ, ໃນການຢ້ຽມຢາມຄັ້ງນີ້, ພວກເຮົາຄາດຫວັງວ່າຈະວາງເປົ້າໝາຍໃຫ້ສູງກວ່ານີ້ອີກ ສຳລັບມູນຄ່າການຄ້າ ແລະ ການລົງທຶນສອງຝ່າຍ, ມຸ່ງໄປສູ່ບາງໂຄງການລົງທຶນຂະໜາດໃຫຍ່ຂອງວິສາຫະກິດ ຫວຽດນາມ ເຂົ້າໃນ ສີລັງກາ ໃນຕໍ່ໜ້າ.

ການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ໂດຍສະເພາະແມ່ນການທ່ອງທ່ຽວທາງດ້ານຈິດວິນຍານລະຫວ່າງສອງປະເທດແມ່ນມີການຂະຫຍາຍຕົວຫຼາຍ, ສອງປະເທດກໍມີແຜນທີ່ຈະເປີດເສັ້ນທາງບິນຊື່ ເພື່ອເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການທ່ອງທ່ຽວ ແລະ ການຄ້າຂາຍ.

ພວກເຮົາມີພື້ນຖານທີ່ໜັກແໜ້ນຢ່າງຄົບຖ້ວນເພື່ອເຊື່ອໝັ້ນວ່າ ການຢ້ຽມຢາມລັດຖະກິດ ຢູ່ ສີລັງກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ຈະກາຍເປັນໝຸດໝາຍທາງດ້ານການເມືອງທີ່ສຳຄັນ, ສ້າງກຳລັງຊຸກຍູ້ໃໝ່ ແລະ ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນສອງປະເທດ ດ້ວຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງທີ່ໄດ້ຮັບການເພີ່ມທະວີໃນລະດັບສູງກວ່າ, ການຮ່ວມມືໃນຂອບເຂດ ແລະ ລະດັບທີ່ເລິກເຊິ່ງກວ່າ, ມີປະສິດທິຜົນ ແລະ ແທດຕົວຈິງກວ່າ.

ການຢ້ຽມຢາມບໍ່ພຽງແຕ່ສືບຕໍ່ຢືນຢັນຄວາມເອົາໃຈໃສ່ຂອງ ຫວຽດນາມ ໃນການຊຸກຍູ້ສາຍພົວພັນກັບ ສີລັງກາ ເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນຄວາມມຸ່ງໝັ້ນລວມໃນການຍົກລະດັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສີລັງກາ ຈາກຄວາມເລິກເຊິ່ງທາງດ້ານປະຫວັດສາດ ໄປສູ່ການຮ່ວມມືເພື່ອພັດທະນາຮ່ວມກັນ, ເພື່ອຄວາມວັດທະນາຖາວອນລວມຂອງສອງຊາດ.

ພ້ອມກັບການຢ້ຽມຢາມ ອິນເດຍ, ການຢ້ຽມຢາມ ສີລັງກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ຄວາມສຳຄັນທີ່ ຫວຽດນາມ ໃຫ້ແກ່ພາກພື້ນອາຊີໃຕ້, ຄວາມມຸ່ງໝັ້ນທີ່ຈະຮ່ວມກັບບັນດາປະເທດໃນພາກພື້ນ ຊຸກຍູ້ການຮ່ວມມືຕາມລວງເລິກ ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ແລະ ບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ.

ຂໍຂອບໃຈທ່ານ!

ການເຊີດຊູພາສາຫວຽດ: “ທູດ” ທາງດ້ານວັດທະນະທຳ ແລະ ຂົວຕໍ່ແຫ່ງການເຊື່ອມຈອດຍຸດທະສາດ ຫວຽດນາມ - ລາວ ການເຊີດຊູພາສາຫວຽດ: “ທູດ” ທາງດ້ານວັດທະນະທຳ ແລະ ຂົວຕໍ່ແຫ່ງການເຊື່ອມຈອດຍຸດທະສາດ ຫວຽດນາມ - ລາວ

ຍສໝ​ - ຢູ່ເທິງດິນແດນລ້ານຊ້າງ, ພາສາຫວຽດນາມ ແຕ່ດົນນານມາແລ້ວແມ່ນໄດ້ກ້າວໄກເກີນຂອບເຂດຂອງການເປັນພຽງພາຫະນະໃນການສື່ສານທຳມະດາ. ຜ່ານບັນດາຄວາມຂຶ້ນໆລົງໆຂອງປະຫວັດສາດ ແລະ ການຜັນປ່ຽນຂອງຍຸກສະໄໝ, ພາສາດັ່ງກ່າວໄດ້ກາຍເປັນ “ຈິດວິນຍານ” ທາງວັດທະນະທຳ, ແມ່ນສາຍໃຍທີ່ຮັດແໜ້ນຄວາມສາມັກຄີແບບພິເສດ. ໃນສະພາບການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ໄດ້ຮັບການຍົກລະດັບຂຶ້ນສູ່ລະດັບ “ການເຊື່ອມຈອດຍຸດທະສາດ”, ການໂຄສະນາ ແລະ ພັດທະນາພາສາຫວຽດນາມ ບໍ່ພຽງແຕ່ແມ່ນໜ້າທີ່ທາງດ້ານການສຶກສາເທົ່ານັ້ນ, ແຕ່ຍັງແມ່ນພັນທະກິດໃນການອະນຸລັກຮັກສາເອກະລັກ ແລະ ສ້າງຮາກຖານອັນໜັກແໜ້ນໃຫ້ແກ່ອະນາຄົດ.

4 ເດືອນ: ວົງເງິນການນຳເຂົ້າ-ສົ່ງອອກ ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ໄລຍະດຽວກັນ 4 ເດືອນ: ວົງເງິນການນຳເຂົ້າ-ສົ່ງອອກ ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ໄລຍະດຽວກັນ

ຍສໝ - ກົມສະຖິຕິ (ກະຊວງການເງິນ) ຫາກໍປະກາດຂໍ້ມູນກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນເມສາ ແລະ 4 ເດືອນຕົ້ນປີ 2026.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ