ນັກຮຽນເຂດຫ່າງໄກສອກຫຼີກ ຍັງຂາດໂອກາດຫຼາຍດ້ານ

11:49 | 09/06/2020

ໂອ­ກາດ​ເດີນ­ທາງ​ຮ່ວມ​ທີມ​ງານ ໂຄງ­ການ “ກ້າ​ໄມ້ ແຕກ​ໃບ ສົດ­ໃສ ຢືນ​ຕົ້ນ ໃຫຍ່​ງາມ” ເຊິ່ງ​ເປັນ​ການ​ຮ່ວມ​ມື​ລະ­ຫວ່າງ​ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ແລະ ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ຊາວ​ໜຸ່ມ ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ (ສຊປລ) ເດີນ­ທາງ​ຕິດ­ຕາມ​ຊຸກ­ຍູ້ ແລະ ມອບ​ທືນ​ໂຄງ­ການ ໃຫ້​ກັບ​ບັນ­ດາ​ຊາວ​ໜຸ່ມ​ຜູ້​ທີ່​ໄດ້​ຮັບ​ທຶນ ຢູ່ 4 ແຂວງ​ພາກ​ເໜືອ ລະ­ຫວ່າງ​ວັນ​ທີ 31 ພຶດ­ສະ­ພາ ຫາ 4 ມິ­ຖຸ­ນາ 2020.

ນ ກຮຽນເຂດຫ າງໄກສອກຫ ກ ຍ ງຂາດໂອກາດຫ າຍດ ານ ຍີ່ປຸ່ນ ຊ່ວຍເຫຼືອວຽກງານຄວບຄຸຸມ ແລະ ແກ້ໄຂພະຍາດໂຄວິດຢູ່ລາວ
ນ ກຮຽນເຂດຫ າງໄກສອກຫ ກ ຍ ງຂາດໂອກາດຫ າຍດ ານ

ລັດຖະບານ ເນັ້ນຕ້ອງຮັບປະກັນໃຫ້ເດັກທຸກຄົນກັບຄືນໄປໂຮງຮຽນຢ່າງປອດໄພ

ນ ກຮຽນເຂດຫ າງໄກສອກຫ ກ ຍ ງຂາດໂອກາດຫ າຍດ ານ

ຕາມ​ເສັ້ນ­ທາງ​ຂອງ​ການ​ເດີນ­ທາງ​ຂອງ​ທີມ​ງານ ໄດ້​ມີ​ໂອ­ກາດ​ພົບ​ເຫັນ​ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ ບ້ານ​ຫ້ວຍ​ຊອງ-ຊ່າງ​ແຄນ ເມືອງ​ໃໝ່ ແຂວງ​ຜົ້ງ​ສາ­ລີ ມີ​ເວ­ລາ​ບໍ່​ເຖິງ 30 ນາ­ທີ ໃນ​ການ​ພົບ​ປະ​ໂອ້​ລົມ​ກັບ​ທ່ານ​ນາງ ຕິ່ນ ແຫຼ່ງ​ທອງ­ແດງ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ແຫ່ງ​ດັ່ງ­ກ່າວ ໃຫ້​ຮູ້​ວ່າ: ໂຮງ­ຮຽນ​ແຫ່ງ​ນີ້ ສ້າງ­ຕັ້ງ​ຂຶ້ນ​ມາ​ເປັນ​ເວ­ລາ 8 ປີ ດ້ວຍ​ຄວາມ​ພ້ອມ­ພຽງ​ຂອງ​ອຳ­ນາດ​ການ​ປົກ­ຄອງ ກໍ​ຄື​ຫ້ອງ­ການ​ສຶກ​ສາ​ເມືອງ​ດັ່ງ­ກ່າວ ເພື່ອ​ໃຫ້​ລູກ​ຫຼານ​ນັກ­ຮຽນ​ໃນ​ສອງ​ບ້ານ ໄດ້​ມີ​ໂອ­ກາດ​ສຶກ​ສາ​ຮ່ຳ­ຮຽນ ເຊິ່ງ​ມີ​ຫ້ອງ​ຮຽນ​ທັງ​ໝົດ 2 ຫ້ອງ ມີ​ຄູ​ລັດ­ຖະ­ກອນ 2 ຄົນ ເປັນ​ຍິງ​ທັງ​ໝົດ ສ່ວນ​ນັກ­ຮຽນ​ແຕ່ ປ1-ປ5 ມີ​ຈຳ­ນວນ​ທັງ​ໝົດ 36 ຄົນ ຍິງ 20 ຄົນ ຄູ​ຄົນ​ໜຶ່ງ ສອນ​ຂັ້ນ ປ1-ປ3 ໃນ​ຫ້ອງ​ດຽວ​ກັນ ສ່ວນ​ຕົນ​ເອງ​ສອນ 2 ຂັ້ນ ປ4 ແລະ ປ5 ໃນ​ຫ້ອງ​ດຽວ​ເຊັ່ນ​ກັນ ແລະ ເພື່ອ​ຕອບ​ສະ­ໜອງ​ກັບ​ຄວາມ​ຕ້ອງ­ການ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ ໄດ້​ສ້າງ​ຫ້ອງ​ອະ­ນຸ­ບານ-ຫ້ອງ ປ ກຽມ 1 ຫ້ອງ ໂດຍ​ມີ​ຄູ​ລ້ຽງ​ເດັກ 2 ຄົນ ເປັນ​ອາ­ສາ​ສະ­ໝັກ​ດູ​ແລ​ນັກ­ຮຽນ 23 ຄົນ.

ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ກ່າວ​ເນັ້ນ​ຕື່ມ​ວ່າ: ສະ­ພາບ​ການ​ຮຽນ-ການ​ສອນ ແມ່ນ​ພົບ​ຄວາມ​ຫຍຸ້ງ­ຍາກ​ຫຼາຍ ເນື່ອງ​ຈາກ​ອາ­ຄານ​ຮຽນ​ບໍ່​ໄດ້​ມາດ­ຕະ­ຖານ ຫ້ອງ​ນ້ຳ​ກໍ​ມີ​ຫ້ອງ​ດຽວ ແຕ່​ບໍ່​ສາ­ມາດ​ນຳ​ໃຊ້​ໄດ້ ເພາະ​ຂາດ​ນ້ຳ​ໃຊ້ ສະ­ຖາ­ນະ​ຄອບ­ຄົວ​ຂອງ​ນັກ­ຮຽນ​ຈຳ­ນວນ​ຫຼາຍ​ແມ່ນ​ທຸກ​ຍາກ ຂາດ​ອາ­ຫານ​ການ​ກິນ ມີ​ນັກ­ຮຽນ​ບາງ​ຄົນ​ຕ້ອງ​ຂາດ​ໂຮງ­ຮຽນ​ໄປ​ຫາ​ໜໍ່­ໄມ້​ມາ​ຂາຍ ເພື່ອ​ຊຶ້​ເຂົ້າ ແລະ ອາ­ຫານ​ບັນ­ເທົາ​ຊີ­ວິດ ເຖິງ​ແມ່ນ​ວ່າ​ທາງ​ການ​ຈະ​ມີ​ການ​ສະ­ໜອງ​ເຂົ້າ-ອາ­ຫານ​ໃຫ້​ແກ່​ນັກ­ຮຽນ ແຕ່​ມັນ​ກໍ່​ບໍ່​ພຽງ­ພໍ ບວກ​ກັບ​ເປັນ​ໂຮງ­ຮຽນ​ຕັ້ງ​ຢູ່​ເຂດ​ຫ່າງ​ໄກ​ສອກ­ຫຼີກ ເຖິງ​ແມ່ນ​ຈະ​ມີ​ສະ­ຖານ­ທີ່​ຕັ້ງ​ໃກ້​ກັບ​ຫົນ­ທາງ ແຕ່​ໂອ­ກາດ​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ຕ່າງໆ​ຍັງ​ບໍ່​ມີ.

ໂອ­ກາດ​ນີ້ ທ່ານ​ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ໄດ້​ກ່າວ​ກັບ​ທີມ​ງານ​ວ່າ: ບໍ່​ສາ­ມາດ​ອະ­ທິ­ບາຍ ຫຼັງ​ຫຼາຍ​ພາບ​ຄວາມ​ເປັນ​ຈິງ ຄົງ​ສາ­ມາດ​ອະ­ທິ­ບາຍ​ໄດ້ ຄວາມ​ຕ້ອງ­ການ​ແມ່ນ​ມີ​ຫຼາຍ ຄິດ​ວ່າ​ຄົງ​ບໍ່​ສະ­ເພາະ​ໂຮງ­ຮຽນ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ ຄົງ​ຍັງ​ມີ​ອີກ​ຫຼາຍ​ໂຮງ­ຮຽນ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ທີ່​ຕ້ອງ­ການ​ຄວາມ​ຊ່ວຍ​ເຫຼຶອ ຖ້າ​ຫາກ​ທ່ານ​ໃດ​ມີ​ເຈດ​ຈຳ­ນົງ​ຢາກ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ຊຸກ­ຍູ້​ລູກ​ຫຼານ ໃຫ້​ໄດ້​ຮັບ​ໂອ­ກາດ​ດີ​ຂຶ້ນ​ກວ່າ​ນີ້ ກໍ​ສາ­ມາດ​ຕິດ­ຕໍ່​ພົວ­ພັນ​ໂດຍ​ກົງ ເບີ­ໂທລະ­ສັບ 030 4641476 ຫຼື 020 58868868 ໄດ້​ຕາມ​ໂມງ​ເວ­ລາ​ທາງ​ລັດ​ຖະ​ການ.

ນ ກຮຽນເຂດຫ າງໄກສອກຫ ກ ຍ ງຂາດໂອກາດຫ າຍດ ານ ເຝິກຊ້ອມເທິງແຜນຮ່າງທາງໄກ ການປ້ອງກັນ ແລະ ສະກັດກັ້ກການລະບາດພະຍາດໂຄວິດ-19

ເມື່ອບໍ່ດົນມານີ້, ທ່ານ ພັນເອກ ດຣ ສຸລິພັນ ເພັດຈັນທະລາ - ຫົວໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການເຝິກຊ້ອມເທິງແຜນທີ່-ແຜນຮ່າງທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ທີ່ກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ.

ນ ກຮຽນເຂດຫ າງໄກສອກຫ ກ ຍ ງຂາດໂອກາດຫ າຍດ ານ ປະເທດລາວ ປັບປຸງບັນດາລະບຽບການ ແລະ ຂໍ້ກຳນົດການສະບັບໃໝ່ ໃນການເຂົ້າ - ອອກເມືອງ

ຍສໝ - ໃນກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 3 ມີຖຸນາ ທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກປະເທດລາວ ໄດ້ກ່າວວ່າ ມາຮອດປັດຈຸບັນ, ປະເທດລາວໄດ້ຜ່ານ 52 ມື້ຕິດຕໍ່ກັນໂດຍບໍ່ໄດ້ກວດພົບກໍລະນີຕິດເຊື້ອໄວຣັດ COVID-19 ຕື່ມອີກ, ແລະ ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຍັງແມ່ນ 1 ຄົນ.

ນ ກຮຽນເຂດຫ າງໄກສອກຫ ກ ຍ ງຂາດໂອກາດຫ າຍດ ານ ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ສະຫາຍ ຫວູ ມາວ

ຕອນ​ເຊົ້າ​ ວັນ​ທີ 3 ມິຖຸນາ 2020 ນີ້, ຄະນະ​ການນຳ​ສະຖານ​ເອກອັກຄະ​ລັດຖະທູດ, ນຳ​ໂດຍ​ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ແກ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ລາວ ເຂົ້າ​ວາງ​ພວງມາລາ ​ແລະ ​ເຊັນ​ປື້​ມ​ປື້ມໄວ້ອາໄລ ​ເພື່ອອາ​ໄລ​​ເຖິງ​ດວງ​ວິນຍານ​ຂອງ ສະຫາຍ ຫວູ ມາວ, ອະດິດກຳມະການ​ສູນ​ກາງ​ພັກ, ອະ​ດິດຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ອະ​ດິດປະ​ທານ​ກຳມາ​ທິການ​ ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ.

v2.vientianemai.net

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.